![]() |
ໃນພິທີ, ທ່ານ ຄໍາເຫຼັກ ເຊີນຈືເຕີ ປະທານບໍລິສັດເຊີນຈືເຕີ ໄດ້ຂຶ້ນຜ່ານບົດລາຍງານໂດຍຫຍໍ້ ໃນການກໍ່ສ້າງໂຮງຮຽນແຫ່ງນີ້ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 30 ມີນາ 2023 ແລະ ສຳເລັດພາຍໃນໄລຍະເວລາ 6 ເດືອນ, ບໍລິສັດໄດ້ທຸມເທທຶນຮອນເຂົ້າໃນການກໍ່ສ້າງອາຄານ ແລະ ຕິດຕັ້ງອຸປະກອນການຮຽນ - ການສອນທີ່ທັນສະໄໝລວມມູນຄ່າໃນການກໍ່ສ້າງທັງໝົດ 789,618 ໂດລາສະຫະລັດ ຊຶ່ງເປັນການລົງທຶນຈາກບໍລິສັດ 100%. ໂຮງຮຽນເປັນອາຄານຕຶກ 3 ຊັ້ນ ມີຫ້ອງລ້ຽງເດັກ 1 ຫ້ອງຮຽນ,ອານຸບານ 6 ຫ້ອງຮຽນ,ປະຖົມ 7 ຫ້ອງຮຽນ,ມັດທະຍົມມີ 1 ຫ້ອງຮຽນ ມີຄູ-ອາຈານທັງໝົດ 26 ທ່ານຍິງ 21 ທ່ານ, ມີນັກຮຽນທັງໝົດ 446 ນ້ອງຍິງ 187 ນ້ອງ. ຈາກນັ້ນ, ແຂກຖືກເຊີນພ້ອມຜູ້ຮ່ວມໄດ້ຮ່ວມກັນຕັດແຖບຜ້າລັ່ນຄ້ອງ 9 ບາດ ເພື່ອເປັນການເປີດໂຮງຮຽນຂື້ນຢ່າງເປັນທາງການ.
ທ່ານ ວົງມະນີ ເພື່ອປະຊາ ໄດ້ຮຽກຮ້ອງມາຍັງຄູອາຈານຈົ່ງສິດສອນນ້ອງນັກຮຽນດ້ວຍຄວາມເອົາໃຈໃສ່ຢ່າງມີປະສິດທິພາບ ເພື່ອພັດທະນາສະຕິປັນຍາໃຫ້ແກ່ລູກຫຼານຊາວເມືອງສິງ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອມາພັດທະນາສ້າງສາບ້ານເມືອງໃຫ້ຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ ພ້ອມນັ້ນໃນພິທີຍັງໄດ້ຮັບຊົມສິລະປະວັນນະຄະດີຈາກນ້ອງນັກຮຽນຕື່ມອີກ.
(ຂ່າວ: ນາງ ອຳພອນ ນວນລະວົງ)

ຄໍາເຫັນ