ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເຈິນ ແທັງ ເໝີ້ນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໃນຕອນຄໍ່າວັນທີ 18 ຕຸລາຜ່ານມາ ທີ່ນະຄອນຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເຈິນ ແທັງ ເໝີ້ນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໃນຕອນຄໍ່າວັນທີ 18 ຕຸລາຜ່ານມາ ທີ່ນະຄອນຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່ ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງ​ປະ​ຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫຼື AIPA-45 ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-23 ຕຸ​ລາ 2024 ນີ້.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໃນຕອນຄໍ່າວັນທີ 18 ຕຸລາຜ່ານມາ ທີ່ນະຄອນຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່ ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຫຼື AIPA-45 ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ນີ້.

ທ່ານ ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບກ່າວວ່າ: ບໍລິສັດລົງທຶນ ແລະ ພັດທະນາວຽງຈັນ ຈໍາກັດ ເປັນວິສາຫະກິດຮ່ວມທຸລະກິດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດລົງທຶນພັດທະນາ ການຜະລິດ ຮາລອງ ກຸ່ມບໍລິສັດບີມ (BIM Group) ເປັນຜູ້ລົງທຶນ. ໂຄງການກໍ່ສ້າງໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ເປັນໂຄງການທີ່ສຳຄັນ, ມີຂະໜາດໃຫຍ່ ແລະ ມີບົດບາດຕໍ່ກັບສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ເວົ້າສະເພາະແມ່ນ ການຮ່ວມມືທີ່ໜັກແໜ້ນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ BIM Group ໄດ້ນໍາພາສ້າງໂຄງການໂຮງແຮມ 5 ດາວ ທີ່ມີມາດຖານ, ຄຸນນະພາບສູງຮັບໃຊ້ແກ່ສັງຄົມ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ລະຫວ່າງ ສອງປະເທດ. ໂຮງແຮມແຫ່ງນີ້, ຕັ້ງຢູ່ຈຸດໃຈກາງຕົວເມືອງສີໂຄດຕະບອງ ເຂດຊຸມຊົນໃຈກາງເມືອງຂອງ ນວ ຊຶ່ງຈະໃຫ້ຄວາມສະດວກ, ບໍລິການທີ່ທັນສະໄໝ ໃຫ້ແກ່ແຂກທີ່ມາທ່ຽວ, ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ ການທ່ອງທ່ຽວຢູ່ ນວ.

ທ່ານ ດວນ ກ໊ວກ ຮຸຍ ຮອງປະທານບໍລິຫານ, ອຳນວຍການໃຫຍ່ກຸ່ມບໍລິສັດບີມ BIM Group, ໄດ້ແບ່ງປັນປະສົບການວ່າ: ໃນໄລຍະເວລາ 30 ປີທີ່ຜ່ານມາ, BIM Group ໄດ້ສຸ່ມກຳລັງໃສ່ໃນວຽກງານການສ້າງພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ເປັນຈຸດຢືນໃຫ້ກັບຄູ່ຮ່ວມງານໃນການວາງແຜນຍຸດທະສາດການຕະຫຼາດ ຂອງກຸ່ມບໍລິຫານຄຸ້ມຄອງໂຮງແຮມທີ່ມີຊື່ສຽງລະດັບໂລກ; ພິເສດແມ່ນກຸ່ມບໍລິຫານ IHG Hotels & Resorts. ການປະສົບຜົນສຳເລັດຂອງ ໂຮງແຮມ Crowne Plaza Vientiane ເປັນໂຮງແຮມ 5 ດາວມາດຕະຖານສາກົນທຳອິດຢູ່ລາວ ແລະ ໄດ້ພິສູດໃຫ້ເຫັນເຖິງຄວາມສາມາດ ແລະ ການໃຫ້ຄຳໝັ້ນສັນຍາຂອງພວກເຮົາ ໃນການສ້າງພັດທະນາໂຄງການ ໃຫ້ໄດ້ຮັບໝາກຜົນ.

ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ເປັນໂຄງການໜື່ງທີ່ຂຶ້ນກັບໂຄງການໂຮງແຮມ 5 ດາວຄົບວົງຈອນ-ສູນການຄ້າ ແລະ ຫ້ອງການໃຫ້ເຊົ່າເກຣດ A ໂດຍແມ່ນບໍລິສັດ BIM Group ແລະ ກະຊວງປ້ອງກັນຄວາມສະຫງົບ ຮ່ວມລົງທຶນພັດທະນາຂື້ນ, ເປັນໂຄງການແບບຢ່າງທີ່ພົ່ນເດັ່ນມີບົດບາດ ແລະ ຄວາມໝາຍສຳຄັນໃນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ. ໂຄງການນີ້, ນຳໃຊ້ທຶນລົງທຶນທັງໝົດ 90.75 ລ້ານໂດລາ ຊຶ່ງໃນນັ້ນໄລຍະທີ 1 ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນປີ 2017 ລວມມີ: ໂຮງແຮມ 5 ດາວ ຄຣາວ ພລາຊ່າ ວຽງຈັນ ແລະ ອາຄານຫ້ອງການໃຫ້ເຊົ່າ ມີພື້ນທີ່ເຊົ່າ 6.000 ຕາແມັດ (ມ²); ໄລຍະທີ 2 ຂອງໂຄງການລວມມີ: ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ, ມີຫ້ອງປະຊຸມໃຫຍ່ ແລະ ອາຄານຫ້ອງການໃຫ້ເຊົ່າ - ສູນສັບພະສິນຄ້າເກຣດ A.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

AIPA

ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ກອງປະຊຸມພົບປະປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດລາວ, ທ່ານນາງ ອາ ສິຕິ ໂຣໄຊເມີຣິຍັນຕິ ດາໂຕະ ຮາຈິ ອັບດຸນ ຣາມານ ເລຂາທິການໃຫຍ່ໄອປາ, ທ່ານ ນາລາຢາ ໂຊອິພຣາບໂຕ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາສະມາຊິກລັດຖະສະພາໄອປາເຂົ້າຮ່ວມເພື່ອປຶກສາຫາລື ແລະ ຮັບຟັງຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກ່ຽວກັບການປະສານງານ ແລະ ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນໃນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດ ຕັ້ງປະຕິບັດແຜນງານຕ່າງໆຂອງອາຊຽນ ກໍຄືບັນດາມະຕິຂອງໄອປາໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດໝາຍ.
ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ມອນເດີ ບູເດນ (Monder Bouden) ຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ແຫ່ງອານເຊຣີໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກອງປະຊຸມກຳມາທິການເສດຖະກິດໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລີເບິ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ບັນດາສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ເພື່ອພິຈາລະນາຮ່າງມະຕິ 4 ສະບັບໃນຂົງເຂດວຽກງານການເມືອງ.
ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກອງປະຊຸມກຳມາທິການວຽກງານພາຍໃນໄອປາ ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ໄອປາ (AIPA) ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາໄດ້ຈັດຂຶ້ນໃນວັນທີ 20 ຕຸຸລານີ້ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີສະມາຊິກລັດຖະສະພາໜຸ່ມຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ມີຫົວໜ້າ-ຮອງຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ເພີ່ມເຕີມ