ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 4

ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື
ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

ທ່ານປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວ ໄດ້ກ່າວວ່າ: ການພົບປະ ຄັ້ງນີ້ຈະເປັນໂອກາດອັນດີໃຫ້ພວກເຮົາໄດ້ປຶກສາຫາລື ເພື່ອຊຸກຍູ້ເພີ່ມທະວີການພົວພັນກໍຄືສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ອາຊັກໄບຊັນ ກໍຄື ສອງອົງການນິຕິບັນຍັດຂອງສອງປະເທດໃຫ້ນັບມື້ນັບຂະຫຍາຍຍິ່ງໆຕົວຂຶ້ນ.

ສປປ ລາວ ແລະ ອາຊັກໄບຊານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 22 ພຶດສະພາ 1995. ນັບແຕ່ນັ້ນເປັນຕົ້ນມາ, ສອງປະເທດໄດ້ເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມນໍາກັນ ແລະ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ໄປສູ່ຂົງເຂດການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ການຕ່າງປະເທດ, ການພັດທະນາຊັບພະຍາກອນມະນຸດ, ສອງຝ່າຍ ຍັງໄດ້ສ້າງຕັ້ງສະມາຄົມມິດຕະພາບນໍາກັນໃນເດືອນກຸມພາ 2022. ພິເສດໄດ້ເຊັນສັນຍາຍົກເວັ້ນວີຊ່າສະເພາະຜູ້ຖືໜັງສືຜ່ານແດນທາງການທູດໃນປີ 2017, ເຊັນບົດບັນທຶກການປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດລາວ-ອາຊັກໄບຊານໃນປີ 2017 ແລະ ບົດບັນທຶກການຮ່ວມມືລະຫວ່າງພັກປະຊາຊົນ ປະຕິວັດລາວ ແລະ ພັກອາຊັກໄບຊານໃນປີ 2018; ພ້ອມນີ້ທ່ານຍັງໄດ້ລາຍງານກ່ຽວກັບສະພາບການພົ້ນເດັ່ນຂອງ ສປປ ລາວໃນ 6 ເດືອນຕົ້ນປີ 2024 ເສດຖະກິດສືບຕໍ່ຂະຫຍາຍຕົວ ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ໃນລະດັບ 4.7%, ປັດຈຸບັນ, ສປປ ລາວ ກຳລັງດຳເນີນການປັບປຸງລັດຖະທຳມະໜູນ ສະບັບປີ 2015 ຄາດວ່າຈະໄດ້ຮັບການພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕົ້ນປີ 2025 ທີ່ຈະມາເຖິງນີ້, ສະພາແຫ່ງຊາດລາວ ແລະ ລັດຖະສະພາອາຊັກໄບຊານໄດ້ມີການພົວພັນ ແລະ ຮ່ວມມືທີ່ດີນໍາກັນ ເຖິງແມ່ນວ່າຍັງບໍ່ທັນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນເທົ່າທີ່ຄວນ ແຕ່ກໍໄດ້ມີການແລກປ່ຽນຂໍ້ມູນຂ່າວສານ, ສົ່ງສານອວຍພອນ, ສານຊົມເຊີຍໃນໂອກາດວັນສຳຄັນຕ່າງໆ ແລະ ມີການພົບປະນໍາກັນໃນໂອກາດກອງປະຊຸມລັດຖະສະພາລະດັບພາກພື້ນ ແລະ ສາກົນ ແລະ ໄດ້ມີຄໍາເຫັນສະເໜີບາງທິດທາງແຜນການ ການພົວພັນ ແລະ ຮ່ວມມື ໃນຕໍ່ໜ້າລະຫວ່າງສອງອົງການນິຕິບັນຍັດດັ່ງນີ້: ສະເໜີໃຫ້ສອງອົງການນິຕິບັນຍັດພວກເຮົາມີການແລກປ່ຽນຄະນະຜູ້ແທນນຳກັນ ທີ່ຕິດພັນກັບການແລກປ່ຽນປະສົບການທີ່ດີໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ແລະ ບັນຫາອື່ນໆທີ່ມີຄວາມສົນໃຈຮ່ວມກັນ; ສະເໜີຊຸກຍູ້ໃຫ້ມີການແລກປ່ຽນໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ທ່າແຮງຂອງສອງປະເທດ ແລະ ສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ຂ່າວ: ຍຸພິນທອງ

ພາບ: ສຸກສະຫວັນ

ຄໍາເຫັນ

AIPA

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເຈິນ ແທັງ ເໝີ້ນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໃນຕອນຄໍ່າວັນທີ 18 ຕຸລາຜ່ານມາ ທີ່ນະຄອນຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່ ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງ​ປະ​ຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫຼື AIPA-45 ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-23 ຕຸ​ລາ 2024 ນີ້.
ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ກອງປະຊຸມພົບປະປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດລາວ, ທ່ານນາງ ອາ ສິຕິ ໂຣໄຊເມີຣິຍັນຕິ ດາໂຕະ ຮາຈິ ອັບດຸນ ຣາມານ ເລຂາທິການໃຫຍ່ໄອປາ, ທ່ານ ນາລາຢາ ໂຊອິພຣາບໂຕ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາສະມາຊິກລັດຖະສະພາໄອປາເຂົ້າຮ່ວມເພື່ອປຶກສາຫາລື ແລະ ຮັບຟັງຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກ່ຽວກັບການປະສານງານ ແລະ ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນໃນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດ ຕັ້ງປະຕິບັດແຜນງານຕ່າງໆຂອງອາຊຽນ ກໍຄືບັນດາມະຕິຂອງໄອປາໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດໝາຍ.
ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ມອນເດີ ບູເດນ (Monder Bouden) ຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ແຫ່ງອານເຊຣີໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກອງປະຊຸມກຳມາທິການເສດຖະກິດໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລີເບິ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ບັນດາສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ເພື່ອພິຈາລະນາຮ່າງມະຕິ 4 ສະບັບໃນຂົງເຂດວຽກງານການເມືອງ.
ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກອງປະຊຸມກຳມາທິການວຽກງານພາຍໃນໄອປາ ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ໄອປາ (AIPA) ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາໄດ້ຈັດຂຶ້ນໃນວັນທີ 20 ຕຸຸລານີ້ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີສະມາຊິກລັດຖະສະພາໜຸ່ມຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ມີຫົວໜ້າ-ຮອງຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ເພີ່ມເຕີມ