ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

ທ່ານ ໄຊສົມພອນ ພົມວິຫານ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ຂອງທ່ານ ອີກໍ ເຊີເກເຢນໂກ ພ້ອມຄະນະ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ທັງເປັນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ລະຫວ່າງ 2 ສະພາແຫ່ງຊາດລາວ ແລະ ສ. ເບລາຣຸດຊີ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ຍັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາແຫ່ງຊາດລາວໃນການເປັນປະທານໄອປາ ໃນປີ 2024 ກໍ່ຄື ເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ AIPA ຄັ້ງທີ 45 ໃຫ້ສໍາເລັດຜົນຢ່າງຈົບງາມ.

ທ່ານ ອີກໍ ເຊີເກເຢນໂກ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ຄວາມເວົ້າອັນຈົບງາມຂອງທ່ານ ໄຊສົມພອນ ພົມວິຫານ ທີ່ມີຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ 2 ປະເທດ ລາວ-ສ.ເບລາຣຸດຊີ ກໍຄືລະຫວ່າງສອງອົງການນິຕິບັນຍັດຂອງພວກເຮົາ, ພ້ອມນີ້ຍັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງປະເທດ ແລະ ສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ສ. ເບລາຣຸດຊີໃຫ້ທ່ານ ປະທານສະພາແຫ່ງຊາດໄດ້ຮັບຊາບ.

ທ່ານ ໄຊສົມພອນ ພົມວິຫານ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ສ.ເບລາຣຸດຊີ ໃນຕະຫຼອດໄລຍະຜ່ານມາໄດ້ມີການຂະຫຍາຍຕົວຢ່າງເປັນລຳດັບ ພາຍຫຼັງການຢ້ຽມຢາມລັດຖະກິດຢູ່ ສ. ເບລາລຸດຊີ ຂອງທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດແຫ່ງ ສປປ ລາວ ໃນປີ 2013. ນັບແຕ່ນັ້ນມາ, ສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນນຳກັນຫຼາຍຂຶ້ນ, ສະແດງອອກໃນການຮ່ວມມືລະຫວ່າງບັນດາຂະແໜງ ການທີ່ກ່ຽວຂ້ອງຂອງສອງປະເທດໄດ້ມີການພະຍາຍາມຫຼາຍຂຶ້ນເຊັ່ນ: ດ້ານການເມືອງ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ທ່ອງທ່ຽວ ແລະ ດ້ານອື່ນໆ. ແຕ່ຍ້ອນຄວາມຫຍຸ້ງຍາກຂອງທັງສອງຝ່າຍເຫັນວ່າບັນດາສັນຍາຮ່ວມມືເຫຼົ່ານັ້ນຍັງບໍ່ທັນໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນເທົ່າທີ່ຄວນ ຍ້ອນສອງຝ່າຍຍັງບໍ່ທັນສາມາດຈັດຕັ້ງປະຕິບັດບັນດາສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມໃນປີ 2013 ຢ່າງເຕັມເມັດເຕັມໜ່ວຍ ແລະ ອີກສາເຫດໜຶ່ງ ກໍ່ຍ້ອນການລະບາດຂອງພະຍາດໂຄວິດ- 19 ເຮັດໃຫ້ສອງຝ່າຍ ຍັງບໍ່ທັນມີການແລກປ່ຽນຄະນະຜູ້ແທນຕາມແຜນທີ່ວາງໄວ້, ບັນດາໂຄງການຮ່ວມມືທີ່ລົງນາມນຳກັນ ກໍຍັງບໍ່ທັນສືບຕໍ່ປຶກສາຫາລືກັນນຳໄປສູ່ການລົງມືຈັດຕັ້ງປະຕິບັດຕົວຈິງນຳກັນໄດ້ເທື່ອ; ພ້ອມນີ້ທ່ານຍັງໄດ້ລາຍງານສະພາບການພົ້ນເດັ່ນຂອງສປປລາວ ເສດຖະກິດສືບຕໍ່ຂະຫຍາຍຕົວ ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 6 ເດືອນຕົ້ນປີ 2024 ປະຕິບັດໄດ້ 4.7%.

ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ແຫ່ງ ສ. ເບລາຣຸດຊີ ໄດ້ມີການພົວພັນຮ່ວມມືທີ່ດີນຳກັນມາໂດຍຕະຫຼອດ, ຊຶ່ງສະແດງອອກມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນໍາກັນ, ມີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນສານຊົມເຊີຍ, ສານອວຍພອນໃນໂອກາດວັນສຳຄັນຕ່າງໆ ຂອງ 2 ປະເທດ, ສອງຝ່າຍ ຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນເວທີ AIPA, ASEP, IPU ແລະ ອົງການອື່ນໆ.

ການພົວພັນ ແລະ ຮ່ວມມືໃນຕໍ່ໜ້າລະຫວ່າງສອງອົງການນິຕິບັນຍັດໃນບົດບັນທຶກວ່າດ້ວຍການຮ່ວມມືຂອງສອງປະທານສະພາຈະສືບຕໍ່ພົວພັນຮ່ວມມືນໍາກັນ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນ: ສອງຝ່າຍຈະສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາຂອງສອງປະເທດ, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດຮ່ວມນຳກັນ, ຮ່ວມກັນຈັດກອງປະຊຸມສໍາມະນາ, ທັດສະນະສຶກສາ ແລະ ຈັດກອງປະຊຸມແບບເຊິ່ງໜ້າ ແລະ ຜ່ານລະບົບເອເລັກໂຕຣນິກນຳກັນ, ຮ່ວມກັນຊຸກຍູ້ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ບັນດາໂຄງການຮ່ວມມື ແລະ ໂຄງການລົງທຶນຕ່າງໆ ທີ່ສອງປະເທດໄດ້ລົງນາມຮ່ວມກັນໃຫ້ມີປະສິດຕິພາບ ແລະ ປະສິດທິຜົນດີ, ສືບຕໍ່ແລກປ່ຽນຄໍາເຫັນ, ຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ຕອນທ້າຍ ທ່ານປະທານສະພາແຫ່ງຊາດຍັງໄດ້ອວຍພອນໃຫ້ທ່ານ ອີກໍ ເຊີເກເຢນໂກ ແລະ ຄະນະຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 45 (AIPA-45) ຢູ່ ສປປ ລາວ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ-ສ.ເບລາຣຸດຊີ ເວົ້າລວມ, ເວົ້າສະເພາະລະຫວ່າງ 2 ອົງການນິຕິບັນຍັດພວກເຮົາ ຈົ່ງສືບຕໍ່ໄດ້ຮັບການ ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

AIPA

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເຈິນ ແທັງ ເໝີ້ນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໃນຕອນຄໍ່າວັນທີ 18 ຕຸລາຜ່ານມາ ທີ່ນະຄອນຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່ ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງ​ປະ​ຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫຼື AIPA-45 ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-23 ຕຸ​ລາ 2024 ນີ້.
ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ກອງປະຊຸມພົບປະປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດລາວ, ທ່ານນາງ ອາ ສິຕິ ໂຣໄຊເມີຣິຍັນຕິ ດາໂຕະ ຮາຈິ ອັບດຸນ ຣາມານ ເລຂາທິການໃຫຍ່ໄອປາ, ທ່ານ ນາລາຢາ ໂຊອິພຣາບໂຕ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາສະມາຊິກລັດຖະສະພາໄອປາເຂົ້າຮ່ວມເພື່ອປຶກສາຫາລື ແລະ ຮັບຟັງຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກ່ຽວກັບການປະສານງານ ແລະ ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນໃນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດ ຕັ້ງປະຕິບັດແຜນງານຕ່າງໆຂອງອາຊຽນ ກໍຄືບັນດາມະຕິຂອງໄອປາໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດໝາຍ.
ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ມອນເດີ ບູເດນ (Monder Bouden) ຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ແຫ່ງອານເຊຣີໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກອງປະຊຸມກຳມາທິການເສດຖະກິດໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລີເບິ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ບັນດາສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ເພື່ອພິຈາລະນາຮ່າງມະຕິ 4 ສະບັບໃນຂົງເຂດວຽກງານການເມືອງ.
ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກອງປະຊຸມກຳມາທິການວຽກງານພາຍໃນໄອປາ ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ໄອປາ (AIPA) ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາໄດ້ຈັດຂຶ້ນໃນວັນທີ 20 ຕຸຸລານີ້ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີສະມາຊິກລັດຖະສະພາໜຸ່ມຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ມີຫົວໜ້າ-ຮອງຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ເພີ່ມເຕີມ