ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ
ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາໄດ້ຈັດຂຶ້ນໃນວັນທີ 20 ຕຸຸລານີ້ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີສະມາຊິກລັດຖະສະພາໜຸ່ມຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາຮ່າງມະຕິຈຳນວນ 3 ສະບັບ ຄື:

1) ຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມໃນການສ້າງປະຊາຄົມອາຊຽນທີ່ປອດໄພ, ເຂັ້ມແຂງ ແລະ ກວມລວມ.

2) ຮ່າງມະຕິວ່າດ້ວຍການເສີມສ້າງການມີສ່ວນຮ່ວມຂອງສະມາ ຊິກລັດຖະສະພາໜຸ່ມ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທີ 3 ຢູ່ອາຊຽນ.

3) ຮ່າງມະຕິວ່າດ້ວຍການເພີ່ມທະວີບົດບາດຂອງຄະນະສະມາຊິກລັດຖະສະພາໜຸ່ມໄອປາໃນການຈັດຕັ້ງປະຕິບັດຖະແຫຼງການກອງປະຊຸມສະມາຊິກລັດຖະສະພາໜຸ່ມສາກົນ ຄັ້ງທີ 9 ກ່ຽວກັບບົດບາດຂອງຊາວໜຸ່ມໃນການເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກໍາ.

ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 3 ມະຕິດັ່ງກ່າວ. ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

AIPA

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເຈິນ ແທັງ ເໝີ້ນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໃນຕອນຄໍ່າວັນທີ 18 ຕຸລາຜ່ານມາ ທີ່ນະຄອນຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່ ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງ​ປະ​ຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫຼື AIPA-45 ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-23 ຕຸ​ລາ 2024 ນີ້.
ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ກອງປະຊຸມພົບປະປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດລາວ, ທ່ານນາງ ອາ ສິຕິ ໂຣໄຊເມີຣິຍັນຕິ ດາໂຕະ ຮາຈິ ອັບດຸນ ຣາມານ ເລຂາທິການໃຫຍ່ໄອປາ, ທ່ານ ນາລາຢາ ໂຊອິພຣາບໂຕ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາສະມາຊິກລັດຖະສະພາໄອປາເຂົ້າຮ່ວມເພື່ອປຶກສາຫາລື ແລະ ຮັບຟັງຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກ່ຽວກັບການປະສານງານ ແລະ ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນໃນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດ ຕັ້ງປະຕິບັດແຜນງານຕ່າງໆຂອງອາຊຽນ ກໍຄືບັນດາມະຕິຂອງໄອປາໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດໝາຍ.
ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ມອນເດີ ບູເດນ (Monder Bouden) ຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ແຫ່ງອານເຊຣີໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກອງປະຊຸມກຳມາທິການເສດຖະກິດໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລີເບິ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ບັນດາສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ເພື່ອພິຈາລະນາຮ່າງມະຕິ 4 ສະບັບໃນຂົງເຂດວຽກງານການເມືອງ.
ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກອງປະຊຸມກຳມາທິການວຽກງານພາຍໃນໄອປາ ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ໄອປາ (AIPA) ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ມີຫົວໜ້າ-ຮອງຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ເພີ່ມເຕີມ