ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

ສອງກອງເລຂາໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ
ກອງປະຊຸມພົບປະປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດລາວ, ທ່ານນາງ ອາ ສິຕິ ໂຣໄຊເມີຣິຍັນຕິ ດາໂຕະ ຮາຈິ ອັບດຸນ ຣາມານ ເລຂາທິການໃຫຍ່ໄອປາ, ທ່ານ ນາລາຢາ ໂຊອິພຣາບໂຕ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາສະມາຊິກລັດຖະສະພາໄອປາເຂົ້າຮ່ວມເພື່ອປຶກສາຫາລື ແລະ ຮັບຟັງຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກ່ຽວກັບການປະສານງານ ແລະ ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນໃນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດ ຕັ້ງປະຕິບັດແຜນງານຕ່າງໆຂອງອາຊຽນ ກໍຄືບັນດາມະຕິຂອງໄອປາໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດໝາຍ.

ທ່ານນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ລົງເລິກກ່ຽວກັບການເພີ່ມທະວີການປະສານງານ, ການປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ອາຊຽນ ເພື່ອຮັບປະກັນການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມໃນພາກພື້ນ, ເຊື່ອໝັ້ນວ່າ ການປຶກສາຫາລືພາຍໃຕ້ຫົວຂໍ້ດັ່ງກ່າວຈະເປັນປະໂຫຍດຫຼາຍໃນການເສີມຂະຫຍາຍບົດບາດ ແລະ ໜ້າທີ່ຂອງສອງອົງການໃຫ້ມີປະສິດທິພາບກວ່າເກົ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ບົດບາດການເປັນແກນກາງຂອງອາຊຽນ, ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນໃຫ້ຫຼາຍຂຶ້ນ ເພື່ອບັນລຸວິໄສທັດການສ້າງປະຊາຄົມອາຊຽນ 2025 ແລະ ໄລຍະຕໍ່ໜ້າ. ໃນໄລຍະຜ່ານມາ ອາຊຽນ-ໄອປາ ໄດ້ມີການຮ່ວມມື, ຕິດຕໍ່ພົວພັນ ແລະ ປະສານງານເຊິ່ງກັນ ແລະ ກັນ ໃນຖານະເປັນຄູ່ຮ່ວມມື ຜ່ານກົົນໄກການຈັດກອງປະຊຸມລະຫວ່າງຜູ້ນຳອາຊຽນ-ໄອປາ ແລະ ກອງປະຊຸມປຶກສາຫາລືລະຫວ່າງເລຂາທິການໃຫຍ່ຂອງອາຊຽນ ແລະ ໄອປາໄດ້ປະສົບຜົນສໍາເລັດຫຼາຍດ້ານ. ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ຮັບມືກັບສິ່ງທ້າທາຍຕ່າງໆທີ່ບັນດາປະເທດພວກເຮົາພວມປະເຊີນໜ້າຢູ່ໃນປັດຈຸບັນ ກໍຄືໃນອະນາຄົດ ເພື່ອເຮັດໃຫ້ວຽກງານຂອງລັດຖະບານມີການເກາະກ່າຍກະທົບເຊິ່ງກັນ ແລະ ກັນ ກໍຄືການປະສານງານກັບວຽກງານນິຕິບັນຍັດໃຫ້ກົມກຽວນັ້ນ, ພວກເຮົາຍິ່ງຕ້ອງເພີ່ມທະວີການພົວພັນຮ່ວມມື ແລະ ການປຶກສາຫາລືໃຫ້ຫຼາຍຂຶ້ນເພື່ອຮັບປະກັນໃຫ້ແກ່ການພົວພັນຮ່ວມມືລະຫວ່າງລັດຖະບານ ແລະ ລັດຖະສະພາຂອງປະເທດອາຊຽນ ກໍຄືຄູ່ຮ່ວມມືຂອງອາຊຽນ-ໄອປາມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ແນໃສ່ປະຕິບັດຕາມທິດການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ.

ກອງປະຊຸມຄັ້ງນີ້, ເປັນໂອກາດດີໃຫ້ແກ່ບັນດາກອງເລຂາໄອປາ, ກອງເລຂາອາຊຽນ ແລະ ລັດຖະສະພາສະມາຊິກໄອປາ ໄດ້ຮ່ວມກັນຕີລາຄາຄືນກ່ຽວກັບກົນໄກ ແລະ ວິທີການຕ່າງໆໃນການພົວພັນປະສານງານໃຫ້ມີປະສິດທິພາບສູງກວ່າເກົ່າ ພ້ອມກັນຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຫຼັງປີ 2025 ກໍຄື ສົ່ງເສີມປະຊາຄົມອາຊຽນໃຫ້ມີການເຊື່ອມໂຍງ ແລະ ເຊື່ອມຈອດຢ່າງເປັນຮູບປະທຳ.

ຂ່າວ: ຍຸພິນທອງ, ພາບ: ສຸກສະຫວັນ

ຄໍາເຫັນ

AIPA

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ເປີດນໍາໃຊ້ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເຈິນ ແທັງ ເໝີ້ນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໃນຕອນຄໍ່າວັນທີ 18 ຕຸລາຜ່ານມາ ທີ່ນະຄອນຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່ ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງ​ປະ​ຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫຼື AIPA-45 ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-23 ຕຸ​ລາ 2024 ນີ້.
ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ສະພາ ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລິກ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ອານເຊຣີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ມອນເດີ ບູເດນ (Monder Bouden) ຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ແຫ່ງອານເຊຣີໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກຳມາທິການເສດຖະກິດ ລັດຖະສະພາລະຫວ່າງຊາດອາຊຽນ ຄົ້ນຄວ້າຮ່າງມະຕິ 8 ສະບັບ

ກອງປະຊຸມກຳມາທິການເສດຖະກິດໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລີເບິ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ສະມາຊິກລັດຖະສະພາອາຊຽນ ຫາລືຮ່າງມະຕິ 4 ສະບັບຂົງເຂດວຽກງານການເມືອງ

ບັນດາສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ເພື່ອພິຈາລະນາຮ່າງມະຕິ 4 ສະບັບໃນຂົງເຂດວຽກງານການເມືອງ.
ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ

ກອງປະຊຸມກຳມາທິການວຽກງານພາຍໃນໄອປາ ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ໄອປາ (AIPA) ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮ່າງມະຕິ 3 ສະບັບ

ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາໄດ້ຈັດຂຶ້ນໃນວັນທີ 20 ຕຸຸລານີ້ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີສະມາຊິກລັດຖະສະພາໜຸ່ມຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ

ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ມີຫົວໜ້າ-ຮອງຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ເພີ່ມເຕີມ