ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ ໄດ້ສຳເລັດການກໍ່ສ້າງອາຄານຫ້ອງການໃໝ່ ແລະ ຈັດພິທີເປີດນຳໃຊ້ຢ່າງເປັນທາງການຂຶ້ນເມື່ອບໍ່ດົນມານີ້ ທີ່ໂຄງການລາດຊະວົງ ພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາການນຳທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ກົມພິທີການກະຊວງການຕ່າງປະເທດ ແລະ ພະແນກ ຍທຂ ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີ ແລະ ກວດກາສະຖານທີ່ກໍ່ສ້າງໂຮງແຮມວັນດາ ວິສຕາ ວຽງຈັນ.
ທ່ານ ຮອງນາຍົກລັດຖະມົນຕີໄດ້ກ່າວວ່າ: ໂຄງການ ລາດຊະວົງ ພລາຊາ ເປັນໂຄງການ ແບບຢ່າງການຮ່ວມມືລາວ-ຈີນ ຕາມຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ເປັນໂຄງການ ສາທິດການກໍ່ສ້າງຊຸມຊົນທີ່ມີອະນາຄົດຮ່ວມລະຫວ່າງຈີນ-ລາວ.
ສຳລັບໂຄງການ ລາດຊະວົງ ພລາຊາ ປະກອບດ້ວຍໂຮງແຮມ ວັນດາ ວິສຕ້າ ວຽງຈັນ, ອາຄານຫ້ອງການລະດັບ 5A, ອາພາດເມັ້ນ ແລະ ວັນດາ ພລາຊາ (ລວມທັງສູນການຄ້າປອດພາສີ), ປັດຈຸບັນເປັນອາຄານດຽວທີ່ໃຫຍ່ທີ່ສຸດ ແລະ ສູງທີ່ສຸດໃນລາວ, ປະດັບປະດາດ້ວຍໄຟແສງສີທີ່ສວຍງາມທີ່ສຸດ.
ການສຳເລັດໂຄງການກໍ່ສ້າງອາຄານສໍານັກງານ ລາດຊະວົງ ພລາຊາ ຖືເປັນຂີດຫມາຍສຳຄັນໃນການກໍ່ສ້າງຂອງໂຄງການ ລາດຊະວົງ ພລາຊາ, ຊຶ່ງຫມາຍຄວາມວ່າເລີ່ມຈາກເດືອນຕຸລາເປັນຕົ້ນໄປ, ຕຶກອາຄານຫ້ອງການ ລາດຊະວົງ ພລາຊາ ສາມາດດຶງດູດເອົາບັນດາບໍລິສັດຈາກທົ່ວທຸກມຸມໂລກ.
ໂຮງແຮມວັນດາ ວິສຕ້າ ວຽງຈັນ ຈະເປີດຮຳໃຊ້ໃນເດືອນມັງກອນ 2024 ນີ້. ພວກເຮົາເຊື່ອໝັ້ນວ່າ ໂດຍຜ່ານຄວາມພະຍາຍາມຂອງທຸກໜ່ວຍງານທີ່ເຂົ້າຮ່ວມ ວັນດາ ວິສຕ້າ ວຽງຈັນ ຈະໄດ້ປະກອບສ່ວນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ໃນປີໜ້າ ດ້ວຍມາດຕະຖານສູງສຸດ.
ຂ່າວ: ລາດສະວົງ ພລາຊາ

ຄໍາເຫັນ