ເປີດນໍາໃຊ້ຕຶກສຸກເສີນ ແລະ ມໍລະສຸມໂຮງໝໍແຂວງສະຫວັນະເຂດ

ເປີດນໍາໃຊ້ຕຶກສຸກເສີນ ແລະ ມໍລະສຸມໂຮງໝໍແຂວງສະຫວັນະເຂດ

ເປີດນໍາໃຊ້ຕຶກສຸກເສີນ ແລະ ມໍລະສຸມໂຮງໝໍແຂວງສະຫວັນະເຂດ
ພິທີມອບ-ຮັບ ແລະ ເປີດນໍາໃຊ້ຕຶກສຸກເສີນ, ຫ້ອງມໍລະສຸມຂອງໂຮງໝໍແຂວງສະຫວັນະເຂດ, ພາຍຫຼັງສຳເລັດການປັບປຸງ-ຕໍ່ເຕີມ ໄດ້ຈັດຂຶ້ນໃນວັນທີ 23 ເມສານີ້, ໂດຍງົບປະມານທີ່ສະໜັບສະໜູນ, ປະກອບສ່ວນຈາກການລະດົມທຶນໃນລາຍການແຂ່ງຂັນແຂ່ງຂັນກິລາກ໊ອຟ ເພື່ອການກຸສົນຈາກທ່ານເຈົ້າແຂວງສະຫັວນນະເຂດ, ນັກທຸລະກິດ, ບໍລິສັດ, ຫ້າງ-ຮ້ານຕ່າງໆ ລວມຄ່າທັງໝົດ 6.26 ຕື້ກວ່າກີບ.

ໃນພິທີ, ຜູ້ຕາງໜ້າບໍລິສັດ ສັນຕິສຸກ ກໍ່ສ້າງ ຜູ້ຮັບເໝົາໂຄງການໄດ້ລາຍງານກ່ຽວກັບການປັບປຸງ-ຕໍ່ເຕີມ ຫ້ອງສຸກເສີນ-ມໍລະສຸມ ແລະ ກ່າວມອບໂຄງການ. ໂຄງການດັ່ງກ່າວ, ໄດ້ເລີ່ມລົງມືຈັດຕັ້ງປະຕິບັດ (ກໍ່ສ້າງ) ນັບແຕ່ວັນທີ 15 ມີນາ ຫາ ວັນທີ 23 ທັນວາ 2024 ໄດ້ສໍາເລັດ ລວມມູນຄ່າໂຄງການແມ່ນ 6.268 ຕື້ກີບ.

ທ່ານ ຈັນທະລາ ພາມີສິດ ຜູ້ອໍານວຍການໂຮງໝໍແຂວງໄດ້ລາຍງານກ່ຽວກັບຄວາມເປັນມາຂອງການປັບປຸງ, ຕໍ່ເຕີມຫ້ອງສຸກເສີນ-ມໍລະສຸມ. ສໍາລັບການແພດສຸກເສີນແມ່ນຂະແໜງການແພດໜຶ່ງທີ່ເປັນດ່ານໜ້າຂອງລະບົບການປິ່ນປົວ ແລະ ແກ້ໄຂອາການເຈັບເປັນໃນເບື້ອງຕົ້ນພາຍໃນ 24 ຊົ່ວໂມງທັງພະຍາດທົ່ວໄປ ແລະ ອຸປະຕິເຫດໃຫ້ບໍລິການໂດຍຫ້ອງສຸກເສີນ.

ກ່ອນການປັບປຸງຫ້ອງສຸກເສີນ-ມໍລະສຸມ ມີສະພາບທາງດ້ານໂຄງສ້າງ, ພື້ນທີ່ຮັບຮອງຂອງຄົນເຈັບມີໜ້ອຍຫຼາຍ, ຫ້ອງສຳລັບຄົນເຈັບສຸກເສີນມີພຽງແຕ່ 64 ຕາແມັດ ຊຶ່ງບັນຈຸຕຽງນອນໄດ້ພຽງ 5 ຕຽງ ແລະ 2 ຕຽງສຳລັບຫ້ອງຫຍິບບາດແຜ. ຈາກສະຖິຕິການບໍລິການຜ່ານມາເຫັນວ່າມີຄົນເຈັບທີ່ເຂົ້າມາຮັບການປິ່ນປົວຢູ່ຫ້ອງສຸກເສີນປະມານ 60-70 ກໍລະນີ ຕໍ່ ວັນທັງພະຍາດທົ່ວໄປ ແລະ ອຸປະຕິເຫດ, ຊຶ່ງເຮັດໃຫ້ເກີດຄວາມແອອັດຕ້ອງເສີມຕຽງໃນແຕ່ລະໄລຍະ ຫຼື ນອນຕິດຕາມຢູ່ຕຽງລໍຖ້າ. ນອກນັ້ນ, ລະບົບໂຄງສ້າງເກົ່າຍັງບໍ່ເອື້ອອຳນວຍຄວາມສະດວກ ແລະ ບໍ່ໄດ້ມາດຕະຖານຂອງລະບົບບໍລິການ ແລະ ຕິດຕາມຂອງວິຊາການ; ຫ້ອງແພດ-ພະຍາບານຢູ່ຫ່າງຈາກຄົນເຈັບເຮັດໃຫ້ການຕິດຕາມຂອງແພດໝໍພົບຄວາມຫຍຸ້ງຍາກ; ເຊັ່ນດ່ຽວກັບຫ້ອງມໍລະສຸມທີ່ມີເນື້ອທີ່ສຳລັບຕຽງນອນພຽງ 88 ຕາແມັດ, ບັນຈຸສູງສຸດ 8 ຕຽງ.

ພາຍຫຼັງການປັບປຸງ, ຫ້ອງສຸກເສີນມີເນື້ອທີ່ເພື່ມຂຶ້ນ, ຊຶ່ງສາມາດບັນຈຸຕຽງໄດ້ 15-20 ຕຽງ,ຫ້ອງມໍລະສຸມ ສາມາດບັນຈຸໄດ້ 14-20 ຕຽງ, ສ່ວນຫ້ອງສຸກເສີນປະກອບດ້ວຍ 8 ຫ້ອງ, ຊຶ່ງແຕ່ລະຫ້ອງປະກອບດ້ວຍເຄື່ອງອຳນວຍຄວາມສະດວກຄົບຊຸດເຊັ່ນ: ລະບົບທຳຄວາມເຢັນ, ລະບົບລະບາຍອາກາດ, ລະບົບນໍ້າອຸ່ນ, ຝາທຸກຫ້ອງຕິດຕັ້ງກາໂຣເຊຣາມິກທີ່ຊ່ວຍປ້ອງກັນການຕິດເຊື້ອ ແລະ ການເກີດເຊື້ອເຫັດ ແລະ ອື່ນໆ.

ສ່ວນມໍລະສຸມປະກອບດ້ວຍ 7 ຫ້ອງ, ແຕ່ລະຫ້ອງປະກອບດ້ວຍເຄື່ອງອຳນວຍຄວາມສະດວກຄົບຊຸດ, ປັດຈຸບັນຫ້ອງມໍລະສຸມ, ມີບຸກຄະລາກອນທາງດ້ານການແພດຄົບຊຸດ. ນອກຈາກການປັບປຸງທາງດ້ານໂຄງລ່າງແລ້ວທ່ານເຈົ້າແຂວງຍັງສືບຕໍ່ສະໜັບສະໜູນອຸປະກອນທີ່ຈໍາເປັນປະກອບເຂົ້າໃສ່ທັງສອງພາກສ່ວນນີ້ເປັນຕົ້ນ: ຕຽງນອນສໍາລັບສຸກເສີນ ແລະ ມໍລະສຸມທີ່ທັນສະໄໝຈໍານວນ 20 ໜ່ວຍ,ຕຽງນອນນໍາສົ່ງຄົນເຈັບ 6 ໜ່ວຍ ແລະ ລໍ້ພະຍາບານບໍລິການວິຊາການ 2 ໜ່ວຍລວມມູນຄ່າທັງໝົດ 380 ລ້ານກວ່າກີບ.

ໃນພິທີ, ໃຫ້ກຽດຕັດແຖບຜ້າເປີດນໍາໃຊ້ເປັນທາງການຂອງທ່ານບຸນໂຈນ ອຸບົນປະເສີດເຈົ້າແຂວງສະຫວັນນະເຂດ, ທ່ານ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ຈັນທະລາ ພາມີສິດ ຜູ້ອໍານວຍການໂຮງໝໍແຂວງ, ມີບັນດາແຂກຖືກເຊີນເຂົ້າຮ່ວມ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
ເພີ່ມເຕີມ