ເປີດງານແຂ່ງຂັນກິລາ ປະຈໍາປີ ຄັ້ງທີ II ທົ່ວນະຄອນຫຼວງວຽງຈັນ

ເປີດງານແຂ່ງຂັນກິລາ ປະຈໍາປີ ຄັ້ງທີ II ທົ່ວນະຄອນຫຼວງວຽງຈັນ
ພິທີເປີດງານແຂ່ງຂັນກິລາ ປະຈໍາປີ ຄັ້ງທີ II ທົ່ວນະຄອນຫຼວງວຽງຈັນ ຈັດຂຶ້ນລະຫວ່າງວັນທີ 16-22 ມີນາ 2024 ທີ່ສະໜາມກິລາວິທະຍາໄລ ພະລະ ສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ທະວິໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ທັງເປັນປະທານຈັດງານແຂ່ງຂັນກິລາທົ່ວນະຄອນ ຫຼວງວຽງຈັນ ຄັ້ງທີ II ທີ່ເມືອງສີໂຄດເປັນເຈົ້າພາບ ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫ້ອງການ, ຂະແໜງການ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ທະວິໄຊ ເໝົາຊົມພູ ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມງານແຂ່ງຂັນກິລາທົ່ວນະຄອນຫຼວງວຽງຈັນ ຄັ້ງທີ II ໃຫ້ຮູ້ວ່າ: ພາຍຫຼັງທີ່ອົງຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບໝາຍໃຫ້ເມືອງສີໂຄດຕະບອງ ເປັນເຈົ້າພາບຈັດງານແຂ່ງຂັນກິລານັກຮຽນ ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ II ຈາກນັ້ນ ຄະນະພັກ ອົງການປົກຄອງເມືອງສີໂຄດຕະບອງ ໄດ້ມີການຫ້າງຫາກະກຽມ ໂດຍສົມທົບກັບພະແນກສຶກສາທິການ ແລະ ກິລາ ນະຄອນ ຫຼວງວຽງຈັນ ແລະ ວິທະຍາໄລພາລະສຶກສາ ເພື່ອປັບປຸງພື້ນຖານໂຄງລ່າງ ເປັນຕົ້ນສະຖານທີ່ເປີດ-ປິດ, ສະໜາມກິລາແຂ່ງຂັນ, ກະກຽມດ້ານງົບປະມານ ກະກຽມຄູຝຶກ ແລະ ນັກກິລາ ພ້ອມທັງອອກໜັງສືແຈ້ງການເຖິງ 8 ຕົວເມືອງ ເພື່ອເຂົ້າຮ່ວມ.
ງານກິລາ ຄັ້ງນີ້ ມີ 5 ປະເພດຄື: ກິລາເຕະບານ ຍິງ-ຊາຍ, ກິລາ ແລ່ນ-ລານ ຍິງ-ຊາຍ, ບານສົ່ງ ຍິງ-ຊາຍ, ກະຕໍ້ ຍິງ-ຊາຍ ແລະ ກິລາ ເປຕັງ ຍິງ-ຊາຍ ຕາມລະບຽບການແຂ່ງຂັນແມ່ນຈັດຂຶ້ນໃນທຸກໆປີ ຊຶ່ງໝູນວຽນກັນໃນແຕ່ລະເມືອງ ທົ່ວນະຄອນຫຼວງວຽງຈັນ ຜັດປ່ຽນກັນເປັນເຈົ້າພາບ ເພື່ອພ້ອມກັນ ປຸກລະດົມ ຊຸກຍູ້ ແລະ ສົ່ງເສີມວຽກງານກິລາມວນຊົນທົ່ວນະຄອນຫຼວງວຽງຈັນ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມສາມັກຄີ ທີ່ເປັນປຶກແຜ່ນ ຂອງຊາວນະຄອນຫຼວງວຽງຈັນ ເປັນງານທີ່ມີ ຄວາມໝາຍສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດຂອງຊາດ ກໍຄືຂອງຊາວນະຄອນຫຼວງວຽງຈັນ ເປັນການປຸກລະດົມຊາວໜຸ່ມ, ນັກຮຽນ, ນັກສຶກສາ ໃຫ້ມີສ່ວນຮ່ວມໃນການຫຼິ້ນກິລາ ແລະ ແຂ່ງຂັນກິລາ ປະເພດຕ່າງໆ ເພື່ອຫ່າງໄກຈາກຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ.
ຂ່າວ-ພາບ: ວຽງຈັນໃໝ່

ຄໍາເຫັນ

ຂ່າວສືກສາ-ກິລາ

ຕະໂອ້ຍ ສະຫຼອງວັນຄູແຫ່ງຊາດທີ7ຕຸລາ ຄົບຮອບ31ປີ(7ຕຸລາ1994-7ຕຸລາ2025)

ຕະໂອ້ຍ ສະຫຼອງວັນຄູແຫ່ງຊາດທີ7ຕຸລາ ຄົບຮອບ31ປີ(7ຕຸລາ1994-7ຕຸລາ2025)

ໃນວັນທີ7ຕຸລານີ້ທີ່ສະໂມສອນໃຫຍ່ຂອງເມືອງຕະໂອ້ຍແຂວງສາລະວັນໄດ້ຈັດພິທີສະເຫຼີມຫຼອງວັນຄູແຫ່ງຊາດທີ 7 ຕຸລາ ຄົບຮອບ 31 ປີ,(7ຕຸລາ1994-7ຕຸລາ2025) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ບຸນຖິນແກ່ນ ພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ,ມີບັນດາທ່ານກຳມະການພັກເມືອງ,ຫົວຫນ້າ-ຮອງຫ້ອງການອ້ອມຂ້າງເມືອງ,ຜູ້ອາວຸໂສ,ອາດີດພະນັກງານບຳນານ,ຄູ-ອາຈານຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.
ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 31 ປີຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ

ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 31 ປີຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ

ນ້ອມນະມັດສະການພະເຖຣະ, ນຸເຖຣະ, ຮຽນບັນດາທ່ານການນໍາພັກ-ລັດທີ່ເຄົາລົບນັບຖືຢ່າງສູງ, ບັນດາທ່ານຜູ້ບໍລິຫານການສຶກສາ, ຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ນັບຖືທັງຫຼາຍ. ວັນທີ 7 ຕຸລາ ແມ່ນວັນທີ່ພວກເຮົາຊາວລາວທຸກຄົນໃຫ້ຄວາມສໍາຄັນເປັນພິເສດ, ເປັນໂອກາດໃນການ ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ຖ່າຍທອດຄວາມຮູ້, ໄດ້ເສຍສະຫຼະເພື່ອພາລະກິດສຶກສາ, ພາລະກິດສ້າງ ແລະ ພັດທະນາຊັບພະຍາກອນມະນຸດລາວ. ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ(07/10/1994 - 07/10/2025) ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກິລາ(ສສກ) ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງມາຍັງຄູ-ອາຈານ ຜູ້ທີ່ປະຕິບັດໜ້າທີ່ສິດສອນໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສິດສອນ, ກໍ່ສ້າງລູກ-ຫຼານລາວໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ຮູ້ເຄົາລົບຮີບຄອງປະເພນີອັນດີງາມຂອງຊາດ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໃຫ້ກາຍເປັນກໍາລັງແຮງສັງລວມເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕະຫຼອດໄລຍະຜ່ານມາ.
38 ປີແຫ່ງການເປັນຄູສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

38 ປີແຫ່ງການເປັນຄູສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

38 ປີ ທີ່ໄດ້ຢຶດຖືອາຊີບເປັນຄູສອນ ມັນບໍ່ແມ່ນເລື່ອງງ່າຍເລີຍ ທັງຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແຕ່ກໍບໍ່ໄດ້ເປັນອຸປະສັກ ຍ້ອນຄວາມຮັກມັກໃນອາຊີບຄູມາແຕ່ນ້ອຍ ຈຶ່ງກາຍເປັນຄູສອນທີ່ມີຜົນງານດີເດັ່ນຫຼາຍດ້ານ ເພື່ອສ້າງບຸກຄະລາກອນອອກຮັບໃຊ້ສັງຄົມເປັນຈໍານວນຫຼາຍຮຸ່ນ ຊຶ່ງເປັນຄວາມພາກພູມໃຈທີ່ໄດ້ເກີດມາເປັນຄູສອນ.
ສຂຈ ສະຫຼອງວັນຄູແຫ່ງຊາດ ແລະ ປະກາດພະນັກງານຮັບອຸດໜູນບຳນານ

ສຂຈ ສະຫຼອງວັນຄູແຫ່ງຊາດ ແລະ ປະກາດພະນັກງານຮັບອຸດໜູນບຳນານ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 31 ປີ (7/10/1994-7/10/2025), ຕ້ອນຮັບຄູອາຈານ-ອາສາສະໝັກຈີນຄົນໃໝ່ທີ່ມາປະຕິບັດໜ້າທີ່ຢູ່ ສຂຈ ແລະ ປະກາດພະນັກງານຮັບອຸດໜູນບຳນານໃນວັນທີ 6 ຕຸລາ ນີ້ ທີ່ ສຂຈ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງສຸກ ແກ້ວມະນີ ແລະ ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ມີຄະນະບໍດີ, ຫົວໜ້າຫ້ອງການ, ຮອງຜູ້ອໍານວຍການ ພ້ອມດ້ວຍພະນັກງານສອງຝ່າຍລາວຈີນ ແລະ ນັກສຶກສາເຂົ້າຮ່ວມ.
ສກຂ ແຂວງເຊກອງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ສກຂ ແຂວງເຊກອງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2024) ໃນວັນທີ 6 ຕຸລານີ້, ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ບຸນຫຼາຍ ບຸດທິ ເຈົ້າແຂວງເຊກອງ, ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກ ສກຂ, ພະນັກງານຄູ-ອາຈານ, ຂະແໜງການກ່ຽວຂ້ອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ເມືອງພຽງ ປາຖະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ

ເມືອງພຽງ ປາຖະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ

ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 31 ປີ ໃນວັນທີ 6 ຕຸລານີ້ ຢູ່ທີ່ຫ້ອງປະຊຸມຂອງເມືອງ,ໂດຍການເປັນກຽດເຂົ້າຮ່ວມແລະໃຫ້ກຽດປາຖະກະຖາຂອງທ່ານ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາພັກເມືອງໆພຽງ,ມີຫົວຫນ້າຫ້ອງການ,ຄະນະນໍາການສຶກສາຂັ້ນເມືອງ, ຜູ້ຊົງຄຸນວຸດທິ, ພະນັກງານບໍານານ, ຜູ້ອໍານວຍການໂຮງຮຽນ, ພະນັກງານ ຄູ-ອາຈານ, ເຍົາວະ ຊົນ-ຊາວຫນຸ່ມແລະນ້ອງນັກຮຽນເຂົ້າຮ່ວມ.
ນັກກິລາກະຕໍ້ທີມຊາດລາວ ສາມາດຍາດໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ

ນັກກິລາກະຕໍ້ທີມຊາດລາວ ສາມາດຍາດໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ

ໃນວັນທີ 3 ຕຸລາ ຜ່ານມາ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບຄະນະນຳ, ຄູຝຶກ ແລະ ນັກກິລາກະຕໍ້ທີມຊາດລາວ ນຳໂດຍ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນປະທານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ, ມີທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພາຍຫຼັງສໍາເລັດການເຂົ້າຮ່ວມແຂ່ງຂັນ ລາຍການ "THE 2025 CHINA SEPAKTAKRAW OPEN OF LANCANG-MEKONG COOPERATION" ທີ່ເມືອງໜານໜິງ ແຂວງກວາງຊີ ສປ ຈີນ ລະຫວ່າງວັນທີ 26-30 ກັນຍາ 2025 ຊຶ່ງສາມາດຍາດມາໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ.
ມ.ສ ວຽງຈັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ມ.ສ ວຽງຈັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມ.ສ ວຽງຈັນ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 31 ປີ (7/10/1994-7/10/2025) ຂຶ້ນໃນວັນທີ 6 ຕຸລານີ້ ທີ່ ມ.ສ ວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຈັນທະຄານ ລັດຕະນາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ; ມີອະດີດຄູ-ອາຈານອາວຸໂສບໍານານ ພ້ອມດ້ວຍຕາງໜ້າສະມາຄົມຜູ້ປົກຄອງ, ພະນັກງານ-ຄູອາຈານ, ນັກຮຽນ ແລະ ພາກ ສ່ວນກ່່ຽວຂ້ອງເຂົ້າຮ່ວມ.
ມສ ແກ່ນທ້າວ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ

ມສ ແກ່ນທ້າວ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ

ໂຮງຮຽນ ມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 3 ຕຸລາຜ່ານມານີ້, ຢູ່ທີ່ໂຮງຮຽນດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ.
ທ່ານ ສີສະຫວາດ ພອນນະໄຊ ຄູລາວໄດ້ຮັບລາງວັນຊະນະເລີດຄູຕົວແບບສອນດີສອນເດັ່ນ

ທ່ານ ສີສະຫວາດ ພອນນະໄຊ ຄູລາວໄດ້ຮັບລາງວັນຊະນະເລີດຄູຕົວແບບສອນດີສອນເດັ່ນ

ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ທ່ານ ສີສະຫວາດ ພອນນະໄຊ ຮອງຫົວໜ້າພະແນກຄົ້ນຄວ້າ ແລະ ສຶກສາຫຼັງປະລິນຍາຕີສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນນາມເປັນຕົວແທນຄູ-ອາຈານລາວຈາກ ສຂຈ ມຊ ທີ່ໄດ້ເຂົ້າຮ່ວມການແຂ່ງ ຂັນໃນຫົວຂໍ້ "ການແຂ່ງຂັນຄູຕົວແບບສອນດີ ສອນເດັ່ນ" ສໍາລັບປະເທດໃນເຂດອາຊີຕາເວັນອອກສຽງໃຕ້ປະຈໍາປີ 2025 ສາມາດຍາດໄດ້ລາງວັນຊະນະເລີດ "ຄູຕົວແບບສອນດີ ສອນເດັ່ນ" ປະຈໍາປີ 2025 ໃນກຸ່ມການສອນພາສາຈີນໃຫ້ແກ່ຜູ່ໃຫຍ່ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງທີ່ຄະນະນໍາສະຖາບັນໄດ້ໃຫ້ໂອກາດຄູ-ອາຈານໄປຮຽນຮູ້ເກັບກ່ຽວເອົາປະສົບການໃໝ່ໆໃນເວທີສາກົນ ຊຶ່ງຄັ້ງນີ້ຖືວ່າເປັນຄັ້ງທີ 2 ທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຫົວຂໍ້ນີ້ ຊຶ່ງປີກາຍຂ້າພະເຈົ້າໄດ້ຮັບລາງວັນນະວັດຕະກໍາການສິດສອນ.
ເພີ່ມເຕີມ