ງານລ້ຽງເປີດງານລາວແຟຊັ້ນວີກ 2024 ຄັ້ງທີ 11

ເປີດງານລາວແຟຊັ້ນວີກ 2024 ຄັ້ງທີ 11

ເປີດງານລາວແຟຊັ້ນວີກ 2024 ຄັ້ງທີ 11
ງານລ້ຽງເປີດງານລາວແຟຊັ້ນວີກ 2024 ຄັ້ງທີ 11ຈັດຂຶ້ນໃນວັນທີ 1 ຕຸລາ ຜ່ານມາທີ່ ເຮືອນພັກທ່ານທູດຝຣັ່ງນະຄອນຫຼວງວຽງຈັນ,

ໂດຍມີທ່ານ ນາງ ຊີຟ-ເລັງ ຊູອໍ ເອກອັກຄະລັດຖະທູດຝຣັ່ງປະຈໍາ ສປປ ລາວ, ທ່ານນາງ ປານີ ໄຊຍະວົງ ຜູ້ອໍານວຍການລາວແຟຊັ້ນວີກ ພ້ອມດ້ວຍບັນດານັກອອກແບບແຟຊັນທັງພາຍໃນ ແລະ ຕ່າງປະເທດ, ບໍລິສັດທີ່ໃຫ້ການສະໜັບສະໜູນເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ຊີຟ-ເລັງ ຊູອໍກ່າວວ່າ: ປະເທດຝຣັ່ງ ເປັນປະເທດຊັ້ນນໍາຂອງໂລກດ້ານແຟຊັນ ແລະ ສິນຄ້າທີ່ມີຍີ່ຫໍ້,ເວົ້າສະເພາະປະເທດລາວ ກໍມີຄວາມອຸດົມສົມບູນດ້ານປະເພນີ, ການທັກແສ່ວທີ່ຍາວນານນັບເປັນພັນປີ ລວມທັງຄຸນນະພາບ ສີມືຫັດຖະກໍາຂອງລາວ. ເພື່ອໃຫ້ໄດ້ຮັບໝາກຜົນກວ່າເກົ່າ ຕ້ອງໄດ້ມີການແລກປ່ຽນ ໝາຍຄວາມວ່າ ປະເທດລາວເອງ ກໍຕ້ອງເສີມສ້າງຜົນງານການອອກແບບ ແລະ ຄວາມຮູ້ໃຫ້ແກ່ປະເທດຝຣັ່ງໄດ້ເຊັ່ນກັນ ເພື່ອເປັນການສະໜັບສະໜູນແນວຄວາມຄິດລິເລີ່ມຂອງລາວ. ຫົວຂໍ້ຂອງງານແຟຊັນວີກ ປີນີ້ ສອດຄ່ອງຢ່າງສົມບູນແບບກັບບຸລິມະສິດຂອງລາວ ໃນການສົ່ງເສີມການທ່ອງທ່ຽວແບບຍືນຍົງຂີ້ເຫຍື້ອເປັນສູນ (Zero Waste) ຊຶ່ງມີສອງຄວາມໝາຍ ໃນຄໍາດຽວ ນັ້ນກໍຄື “ຂີ້ເຫຍື້ອເປັນສູນ ແລະ ການຟຸ່ມເຟືອຍເປັນສູນ” ຊຶ່ງເປັນຄວາມປາຖະໜາຂອງສັງຄົມ ກໍຄື ຊາວໜຸ່ມ ພວກເຮົາຄວນທໍາການຜະລິດທີ່ດີກວ່າເກົ່າ ທີ່ສາມາດຫຼຸດຜ່ອນມົນລະພິດ ແລະ ຄວນບໍລິໂພກຢ່າງສົມເຫດສົມຜົນ.ຂະແໜງແຟຊັນ ແລະ ສິນຄ້າທີ່ມີຍີ່ຫໍ້ ຂອງປະເທດຝຣັ່ງສາມາດສ້າງວຽກເຮັດງານທໍາ ໄດ້ປະມານ 600,000ຕໍາແໜ່ງ ແລະ ສິນຄ້າທີ່ມີຍີ່ຫໍ້ກວມເອົາ 12% ຂອງການສົ່ງອອກ ສິນຄ້າທັງໝົດທີ່ມີມູນຄ່າສູງ 150ຕື້ເອີໂຣ. ຢູ່ປະເທດລາວຂະແໜງແຟຊັນ ກໍສາມາດປະກອບສ່ວນເຮັດໃຫ້ປະເທດລາວ ມີຈຸດດຶງດູດໃຈເຊັ່ນກັນ. ສະຖານທູດຝຣັ່ງມີຄວາມຍິນດີຈະສືບຕໍ່ສະໜັບສະໜູນ ການແລກປ່ຽນ ແລະ ການຮ່ວມມືຂະແໜງແຟຊັນລາວໃຫ້ເປັນທີ່ຍອມຮັບຂອງສາກົນ.
ທ່ານນາງ ປານີ ໄຊຍະວົງ ກ່າວວ່າ: ລາວແຟຊັນວີກ 2024 ເປັນປີທີ 11 ແຫ່ງການກໍ່ຕັ້ງແລະ ເປັນທີ່ຮູ້ກັນວ່າເປັນງານສະແດງອາພອນລະດັບສາກົນ ທີ່ມີບົດບາດ ແລະ ຄວາມໝາຍສໍາຄັນທີ່ສຸດຂອງລາວ. ສັບປະດາແຫ່ງການສະແດງອາພອນ ແລະ ສິລະປະການອອກແບບ ໄດ້ເລີ່ມຕົ້ນຂຶ້ນ ດ້ວຍການສະແດງອາພອນຈາກບັນດານັກອອກແບບທີ່ມີຊື່ສຽງຈາກລາວ ແລະຕ່າງປະເທດ ຊຶ່ງໄດ້ຈັດຂຶ້ນລະຫວ່າງວັນທີ 2-4 ຕຸລາ ນີ້ ແລະ ການວາງຂາຍສິນຄ້າຈາກບັນດານັກອອກແບບຕ່າງໆ ໃນລະຫວ່າງວັນທີ 1-6 ຕຸລາ ນີ້ ທີ່ສູການຄ້າພາກຊັນນະຄອນຫຼວງວຽງຈັນ.ທ່ານກ່າວຕື່ມວ່າ: ໜຶ່ງທົດສະຫວັດ ແຫ່ງການທຸ້ມເທ ທັງເຫື່ອແຮງ, ທຶນຮອນ ແລະ ສະຕິປັນຍາ ໃນການເສີມສ້າງ ແລະ ພັດທະນາວົງການແຟຊັ້ນຂອງລາວຈາກຈຸດເລີ່ມຕົ້ນທີ່ໜຸ່ມນ້ອຍ ທີ່ວົງການແຟຊັ້ນທົ່ວໄປໃນລາວ ຍັງບໍ່ໄດ້ຮັບການພັດທະນາ. ມາເຖິງປັດຈຸບັນ ລາວແຟຊັ້ນວີກ ໄດ້ນໍາເອົາວົງການແຟຊັ້ນຂອງລາວ ໄປຢູ່ໃນແຜນທີ່ຂອງແຟຊັ້ນຂອງໂລກ ດ້ວຍຄວາມສໍາເລັດຜົນ, ໄດ້ເຊື່ອມຕໍ່ໃຫ້ບັນດາຜູ້ຜະລິດແຜ່ນແພຂອງລາວ ແລະ ນັກອອກແບບລາວ ມີເຄື່ອຂາຍທຸລະກິດ ກັບເວທີສາກົນແລະ ທັງໄດ້ສ້າງຊັບພະຍາກອນ ບຸກຄົນ ທີ່ມີຄຸນນະພາບ ໃຫ້ແກ່ວົງການອອກແບບຂອງລາວ.
ຂ່າວ: ລາວແຟຊັນວີກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ