ພິທີ ທ່ານ ອ່ອນສີ ຈ່າເພຍວ່າ ຮອງປະທານແນວລາວສ້າງຊາດແຂວງ ໄດ້ລາຍງານຜົນສຳເລັດ ການປັບປຸງພື້ນຖານໂຄງລ່າງ ພາຍໃນຫ້ອງການແນວລາວສ້າງຊາດແຂວງ, ເຊີ່ງເມື່ອກ່ອນບໍ່ທັນມີປ້າຍສຳນັກງານ ທີ່ດີເທົ່າທີ່ຄວນ, ການເຂົ້າປະຈຳການຂອງພະນັກງານກໍ່ພົບຄວາມຫຍຸ້ງຍາກ ໂດຍສະເພາະໄລຍະລະດູຝົນ ແລະເວລາມີງານສຳຄັນຂອງແຂວງ ເນື່ອງຈາກໄດ້ນຳໃຊ້ທາງເຂົ້າຮ່ວມກັບຫ້ອງວ່າການແຂວງ, ພ້ອມນັ້ນບໍລິເວນອ້ອມຮອບຫ້ອງການ ຈະມີນ້ຳຂັງເວລາຝົນຕົກ, ຄະນະນຳແນວລາວສ້າງຊາດແຂວງ ຈຶ່ງໄດ້ປືກສາຮ່ວມກັນ ແລະວາງແຜນປັບປຸງ-ພັດທະນາພື້ນຖານໂຄງລ່າງ ໃຫ້ມີຄວາມສະດວກ, ໃນນັ້ນ ໄດ້ມີການສ້າງທາງເບຕົ່ງທາງເຂົ້າ, ສ້າງປ້າຍສຳນັກງານຄືນໃໝ່ ໃຫ້ມີຄວາມລະຫງ່າງາມ, ເທເບຕົ່ງອ້ອມຫ້ອງການ, ໂດຍໄດ້ຮັບການປະກອບສ່ວນຊ່ວຍເຫຼືອທຶນຈາກ ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວແຂວງຫຼວງພະບາງ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາບໍລິສັດ, ຜູ້ປະກອບການທຸລະກິດ, ຄະນະກຳມະການແນວລາວສ້າງຊາດແຂວງ ແລະພະນັກງານພາຍໃນ ທີ່ປະກອບສ່ວນເປັນວັດຖຸ, ທຶນສົມທົບ ແລະແຮງງານ, ລວມມູນຄ່າການກໍ່ສ້າງ ແລະປັບປຸງພື້ນຖານໂຄງລ່າງທັງໝົດ ປະມານ 270 ລ້ານກວ່າກີບ. ໂອກາດນີ້ ທ່ານ ສົມພອນ ສີອຸດົມພັນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກພາກສ່ວນ ທີ່ໄດ້ໃຫ້ການຊຸກຍູ້ ຊ່ວຍເຫຼືອການກໍ່ສ້າງ ແລະປັບປຸງພື້ນຖານໂຄງລ່າງ ພາຍໃນຫ້ອງການແນວລາວສ້າງຊາດແຂວງ ທັງໄດ້ມອບໃບຂອບໃຈໃຫ້ພະເຖຣະ ແລະທຸກພາກສ່ວນ ທີ່ໄດ້ປະກອບສ່ວນ ຕື່ມອີກ. ຕອນທ້າຍ ໄດ້ມີການເປີດປ້າຍສຳນັກງານຢ່າງເປັນທາງການ ໂດຍມີພະສົງ ໄດ້ສູດໄຊຍັນໂຕ ເພື່ອເປັນສີລິມຸງຄຸນຕື່ມອີກ. ຂ່າວ-ພາບ: ອາພຸດເດດ ບຸບຜາ
ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026
ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ຄໍາເຫັນ