ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ
ສະພາບໄພພິບັດນໍ້າຖ້ວມຢູ່ເມືອງຍົມມະລາດແຂວງຄໍາມ່ວນ ພວມຢູ່ໃນສະຖານະການໜ້າເປັນຫ່ວງ ພາຍຫຼັງເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ, ນໍ້າຍົມ ແລະ ນໍ້າສາຂາຕ່າງໆ ເພີ່ມສູງຂຶ້ນຢ່າງວ່ອງໄວ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍພື້ນທີ່.
ໄພພບດຖາຖວມ ສງ​ຜນ​ກະ​ທບ​ຕປະຊາຊນ17 ບານຂອງເມອງຍມມະລາດ - image 1
 

ສະພາບນໍ້າຖ້ວມໃນຄັ້ງນີ້ໄດ້ສົ່ງຜົນກະທົບໂດຍກົງຕໍ່ 3 ຕາແສງ ຄື: ຕາແສງນາບໍ່, ຕາແສງນາໂຊກ ແລະ ຕາແສງພີດ, ລວມທັງໝົດ 17 ບ້ານ ປະກອບມີ: ບ້ານນາແດນ, ບ້ານໄຮ່, ໂພນແກ້ວ, ຫາດຊອນ, ແກ້ງມ່ວງ, ຈະກ້ວນ, ທ່າໂຈນ, ບ້ານເຕືອນ, ຫ້ວຍເຢັນ, ນາໂຊກ, ນາກະຕັງ, ໂພນແສດ, ຜາທຸງ, ໂຄກສະຫວ່າງ, ກວນພັນ, ບ້ານພີດ ແລະ ບ້ານໂພນສັງ. ໃນນີ້ ບ້ານທີ່ໄດ້ຮັບຜົນກະທົບໜັກແມ່ນບ້ານໂພນແສດ (ນໍ້າທີ່ໄຫຼເຂົ້າຖ້ວມທີ່ຢູ່ອາໄສຂອງປະຊາຊົນລະດັບນໍ້າສູງເຖິງ 100-150 ຊັງຕີແມັດ).

ໄພພບດຖາຖວມ ສງ​ຜນ​ກະ​ທບ​ຕປະຊາຊນ17 ບານຂອງເມອງຍມມະລາດ - image 2
 

ທົ່ວເມືອງຍົມມະລາດມີຈໍານວນຄອບຄົວທີ່ໄດ້ຮັບຜົນກະທົບລວມທັງໝົດ 1,122 ຄອບຄົວ, ເນື້ອທີ່ທຳການຜະລິດຖືກນ້ຳຖ້ວມ 2,053 ເຮັກຕາ, ລະບົບຄົມມະນາຄົມໄດ້ຮັບຄວາມເສຍຫາຍຢ່າງໜັກ, ເສັ້ນທາງຫຼາຍສາຍຖືກຕັດຂາດ ໂດຍສະເພາະເສັ້ນທາງບ້ານໄຮ່, ບ້ານໂພນແສດ, ບ້ານໂພນສັງ ເຮັດໃຫ້ລົດທຸກປະເພດບໍ່ສາມາດສັນຈອນໄປມາໄດ້. ນອກຈາກນີ້ ຍັງມີຂົວຖືກນໍ້າຖ້ວມ 2 ຈຸດ ແລະ ໂຮງຮຽນ 2 ແຫ່ງ (ໂຮງຮຽນປະຖົມບ້ານທ່າໂຈນ ແລະ ໂຮງຮຽນປະຖົມໂພນແສດ).

ໄພພບດຖາຖວມ ສງ​ຜນ​ກະ​ທບ​ຕປະຊາຊນ17 ບານຂອງເມອງຍມມະລາດ - image 3
 

ຄະນະກຳມະການຄຸ້ມຄອງໄພພິບັດເມືອງຍົມມະລາດ ໄດ້ລະດົມກຳລັງພົນກວ່າ 221 ຄົນ ຈາກພາກສ່ວນຕ່າງໆ ລົງປະຈຳການໃນແຕ່ລະຈຸດເພື່ອໃຫ້ການຊ່ວຍເຫຼືອສຸກເສີນ. ພ້ອມດຽວກັນນີ້ ຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ໄດ້ໃຫ້ການສະໜັບສະໜູນງົບປະມານ, ເຄື່ອງອຸປະໂພກ-ບໍລິໂພກ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນໃນເບື້ອງຕົ້ນ. ປັດຈຸບັນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຍັງສືບຕໍ່ຕິດຕາມສະພາບລະດັບນໍ້າຢ່າງໃກ້ຊິດ ເພື່ອກຽມພ້ອມຮັບມືກັບສະຖານະການດັ່ງກ່າວຢ່າງທັນການ.

ຕໍ່ກັບເຫດການໃນຄັ້ງນີ້, ໃນວັນທີ 11 ສິງຫາ 2026 ທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມພະແນກການຂັ້ນແຂວງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງຕິດຕາມພ້ອມທັງໄດ້ນໍາເອົາເຄື່ອງບໍລິໂພກ ນໍ້າດື່ມ ແລະ ອາຫານແຫ້ງ ຈໍານວນໜຶ່ງໄປມອບໃຫ້ແກ່ເມືອງຍົມມະລາດ ເພື່ອນໍາໄປແຈກຢາຍໃຫ້ແກ່ປະຊາຊົນ ຊຶ່ງຮັບໂດຍ ທ່ານ ເຫຼັງຄໍາ ໄຊຄໍາຜັນ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນ ປະຈໍາເຂດ້ລືອກຕັ້ງເມືອງຍົມມະລາດ. ພ້ອມດຽວກັນ ກໍໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານໂພນແສດ ໂດຍໄດ້ນໍາເອົາເຄື່ອງບໍລິໂພກ ໄປມອບໃຫ້ແກ່ປະຊາຊົນ ເພື່ອສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ເປັນກຳລັງໃຈ ເພື່ອໃຫ້ປະຊາຊົນພ້ອມກັນສູ້ຊົນ ແລະ ກ້າວຜ່ານວິກິດການຄັ້ງນີ້ໄປໂດຍໄວ.

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ