ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ
ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,ໃນວັນທີ 6 ມັງກອນຜ່ານມາ ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນວ່າ:

ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ 5 ປີຜ່ານມາ ກໍຄືການປະຕິບັດແນວທາງປ່ຽນແປງໃໝ່ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພັກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ແລະ ຕ້ອງສືບຕໍ່ຍຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າດັ່ງນີ້: ພັກເຮົາຕ້ອງຮັບຮູ້ແຈ້ງວ່າ ການປ່ຽນແປງໃໝ່, ການສະແຫວງຫາສັດຈະທໍາໃນການນຳພາຂອງພັກ ແມ່ນພາລະກິດປະຕິວັດອັນເລິກເຊິ່ງເຖິງຖອງທີ່ຕ້ອງດໍາເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ, ຕ້ອງຍຶດໝັ້ນໃນອັນທີ່ພັກເຮົາຍຶດຖືເປັນຫຼັກການ ທັງຕ້ອງປະດິດສ້າງ, ຕໍ່ຍອດໃຫ້ສູງຂຶ້ນ ແລະ ຫັນເຂົ້າສູ່ລວງເລິກກວ່າເກົ່າ, ຕັດສິນໃຈປະຕິບັດຢ່າງເດັດດ່ຽວໜຽວແໜ້ນ, ການຍົກສູງຄວາມຮັບຜິດຊອບໃນການນໍາພາຊີ້ນໍາຢ່າງເຂັ້ມແຂງ ແລະ ທັນການຂອງຄະນະບໍລິຫານງານສູນກາງພັກ ແມ່ນປັດໄຈຕັດສິນການແກ້ໄຂບັນຫາ. ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງການນຳແຕ່ລະຂັ້ນ, ຂອງສະມາຊິກພັກແຕ່ລະສະຫາຍໃນດ້ານແບບແຜນເຮັດວຽກຢ່າງມີວິທະຍາສາດ, ເອົາການເອົາງານ ແລະ ແບບແຜນການດຳລົງຊີວິດທີ່ປອດໃສ ຕິດພັນກັບການແກ້ໄຂບັນຫາພະນັກງານຕາມທິດມີເຂົ້າ-ມີອອກ, ມີຂຶ້ນ-ມີລົງຢ່າງເຂັ້ມງວດ ແມ່ນເປັນປັດໄຈສຳຄັນໃນການຍົກສູງບົດບາດນຳພາຂອງພັກ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ການເຄື່ອນໄຫວວຽກງານຕ່າງປະເທດຢ່າງແຂງແຮງ ບົນຈິດໃຈ ເອກະລາດ ເປັນເຈົ້າຕົນເອງ ແລະ ເປັນເຈົ້າການ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ, ສ້າງສະພາບແວດລ້ອມສາກົນທີ່ເອື້ອອຳນວຍໃຫ້ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງດ້ວຍການສ້າງການຫັນປ່ຽນທາງດ້ານຈິນຕະນາການ ແລະ ເພີ່ມທະວີການນຳພາຊີ້ນຳຢ່າງຮອບດ້ານຂອງພັກ ໂດຍເລີ່ມຈາກການກຳນົດຂະແໜງທີ່ເປັນທ່າແຮງບົ່ມຊ້ອນຢູ່ແຕ່ລະທ້ອງຖິ່ນ, ສຸມທຶນຮອນ, ສະຕິປັນຍາເຂົ້າໃສ່ການພັດທະນາເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ, ພັດທະນາເສດຖະກິດຕ້ອງຕິດແໜ້ນກັບການພັດທະນາວັດທະນະທໍາ-ສັງຄົມ, ຂຸດຄົ້ນກໍາລັງແຮງດ້ານວັດທະນະທຳເຂົ້າໃນການພັດທະນາເສດຖະກິດ, ຢາກພັດທະນາເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຕ້ອງຖືການພັດທະນາສັງຄົມເປັນເປົ້າໝາຍ, ເປັນກຳລັງແຮງ ແລະ ສິ່ງຊຸກດັນ, ຕ້ອງເຊີດຊູບົດບາດນໍາພາ-ຊີ້ນໍາ-ບັນຊາທີ່ເຂັ້ມແຂງ, ປະດິດສ້າງ ແລະ ເປັນເຈົ້າການຂອງຄະນະນຳ ເປັນຕົ້ນຜູ້ເປັນຫົວໜ້າຢູ່ແຕ່ລະບ່ອນ, ໂດຍສະເພາະໃນໄລຍະທີ່ພົບຄວາມຫຍຸ້ງຍາກ ຄະນະພັກ-ຄະນະນຳແຕ່ສູນກາງຮອດທ້ອງຖິ່ນ ຕ້ອງຍົກສູງຄວາມຮັບຜິດຊອບບັນຊາ-ຊີ້ນຳ ກໍຄືການບັນຊາໃນສະໜາມຮົບໜຶ່ງໆ, ເສີມຂະຫຍາຍປະຊາທິປະໄຕຢູ່ພາຍໃນພັກຢ່າງແຂງແຮງ, ຮັບປະກັນໃຫ້ພະນັກງານ-ສະມາຊິກພັກ ແລະ ມະຫາຊົນມີສ່ວນຮ່ວມຫຼາຍຂຶ້ນ ໃນການຕິດຕາມການເຄື່ອນໄຫວ ແລະ ການນຳພາຊີ້ນຳ ຂອງຜູ້ນຳພາຢູ່ແຕ່ລະຂັ້ນ.

(ຂ່າວ: ສຳນານ; ພາບ: ຕຸໄລເພັດ+ພູວຽງຄຳ)

ຄໍາເຫັນ

ຂ່າວເດັ່ນ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ໄດ້ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ ປີ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ".
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ມາເປັນເວລາ 3 ວັນ; ມາເຖິງວັນທີ 8 ມັງກອນນີ້, ກໍໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງສະຫງ່າງາມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 835 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ ໃນທົ່ວປະເທດ 421,865 ສະຫາຍ, ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງ.
ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິລະປະລາວໃນວັນທີ 8 ມັງກອນນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ນາງ ອາລີຍາ ໄຊຍະທິດ ຜູ້ບໍລິຫານຫໍພິພິທະພັນສິລະປະລາວໄດ້ລາຍງານວ່າ:
ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ  ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລາວ) ໃນວັນທີ 7 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ:
ເພີ່ມເຕີມ