ບົດລາຍງານຊີ້ໃຫ້ເຫັນວ່າ: ທຳນຽບຂາວກຳລັງສົ່ງເສີມຄຳຂວັນ "ອາເມຣິກາຕ້ອງມາກ່ອນ" ຂອງທ່ານ ທຣຳ. ໂດຍບັນດາອົງການຈັດຕັ້ງທີ່ ສະຫະລັດ ອາເມຣິກາ ຈະຖອນຕົວສ່ວນໃຫຍ່ແມ່ນອົງການ, ຄະນະກຳມະການ ແລະ ອົງການທີ່ປຶກສາ ທີ່ກ່ຽວຂ້ອງກັບສະຫະປະຊາຊາດ ແລະ ເຮັດວຽກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການປົກຄອງໂລກ, ແຮງງານ ແລະ ບັນຫາອື່ນໆທີ່ລັດຖະບານສະຫະລັດ ອາເມຣິກາ ຈັດປະເພດໄວ້ວ່າເປັນການສົ່ງເສີມຄວາມຫຼາກຫຼາຍ ແລະ "ຄວາມຕື່ນຕົວ."
ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການສະຫະປະຊາຊາດຫຼາຍແຫ່ງ, ລວມທັງສະພາເສດຖະກິດ ແລະ ສັງຄົມສະຫະປະຊາຊາດ (ECOSOC) ສຳລັບອາຟຣິກາ, ອາເມຣິກາລາຕິນ ແລະ ແຄຣິບບຽນ, ອາຊີ-ປາຊີຟິກ ແລະ ອາຊີຕາເວັນຕົກ; ລວມເຖິງຄະນະກຳມະການກົດໝາຍສາກົນ, ສູນການຄ້າສາກົນ ແລະ ອົງການການຄ້າ ແລະ ການພັດທະນາແຫ່ງສະຫະປະຊາຊາດ.
ສ່ວນອົງການຈັດຕັ້ງທີ່ບໍ່ແມ່ນສະຫະປະຊາຊາດ ທີ່ ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກນັ້ນລວມມີຂໍ້ຕົກລົງພະລັງງານປາສະຈາກາກບອນ ຕະຫຼອດ 24 ຊົ່ວໂມງ; ກອງປະຊຸມຕ້ານການກໍ່ການຮ້າຍທົ່ວໂລກ; ກອງປະຊຸມໂລກກ່ຽວກັບການເຄື່ອນຍ້າຍຖິ່ນຖານ ແລະ ການພັດທະນາ; ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງສະພາບອາກາດ ແລະ ອົງການພະລັງງານໝູນວຽນສາກົນ. ລວມທັງຂໍ້ຕົກລົງການຮ່ວມມືລະດັບພາກພື້ນກ່ຽວກັບການຕ້ານກັບໂຈນສະຫຼັດ ແລະ ການປຸ້ນຈີ້ທາງທະເລໃນອາຊີ.
ນອກຈາກນັ້ນ, ໃນວັນທີ 20 ມັງກອນ ນີ້ ຈະເປັນວັນຄົບຮອບ 1 ປີຂອງການດໍາລົງຕໍາແໜ່ງປະທານາທິບໍດີສະ ໄໝທີສອງຂອງທ່ານ ໂດໂນ ທຣໍາ. ທ່ານໄດ້ປະກາດແຜນການທີ່ຈະຖອນ ສະຫະລັດ ອາເມຣິກາ ອອກຈາກອົງການອະນາໄມໂລກ (WHO), ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງສະພາບອາກາດ ແລະ UNESCO, ພ້ອມທັງຕັດເງິນງົບປະມານສະໜັບສະໜູນສະຫະປະຊາຊາດ, ຢຸດຕິການເຂົ້າຮ່ວມໃນສະພາສິດທິມະນຸດສະຫະປະຊາຊາດ (UNHRC) ແລະ ໄດ້ຂະຫຍາຍການຢຸດການສະໜອງທຶນແກ່ອົງການບັນເທົາທຸກ ແລະ ການຈັດຫາວຽກເຮັດງານທຳ ຂອງສະຫະປະຊາຊາດສຳລັບຊາວອົບພະຍົບປາແລັດສະໄຕໃນພາກຕາເວັນອອກໃກ້ (UNRWA).
ຄໍາເຫັນ