ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ມາເປັນເວລາ 3 ວັນ; ມາເຖິງວັນທີ 8 ມັງກອນນີ້, ກໍໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງສະຫງ່າງາມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 835 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ ໃນທົ່ວປະເທດ 421,865 ສະຫາຍ, ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງ.
ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ປດລງດວຍຜນສຳເລດ ຢາງສະຫງາງາມ - image 1
 

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເອກະສານສໍາຄັນຄື: ຮ່າງໂຄງການການເມືອງ ສະບັບທີ III ຂອງພັກ, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ເອກະສານສຳຄັນອື່ນໆ.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ປດລງດວຍຜນສຳເລດ ຢາງສະຫງາງາມ - image 2
 

ບັນດາເອກະສານສຳຄັນດັ່ງກ່າວ, ແມ່ນເປັນການກຳນົດແນວທາງການເມືອງ ແລະ ແນວທາງການຈັດຕັ້ງປະຕິບັດຂອງພັກ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວໃນປັດຈຸບັນ ແລະ ອະນາຄົດ.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ປດລງດວຍຜນສຳເລດ ຢາງສະຫງາງາມ - image 3
 

ອັນເປັນຈຸດສໍາຄັນພິເສດຂອງກອງປະຊຸມໃຫຍ່ຄັ້ງນີ້, ແມ່ນຈະໄດ້ມີການຮັບຮອງເອົາ ໂຄງການການເມືອງ ສະບັບທີ III ຂອງພັກ ພາຍຫຼັງ 50 ກວ່າປີທີ່ພັກບໍ່ໄດ້ມີໂຄງການການເມືອງ ແຕ່ນໍາພາດ້ວຍການວາງແນວທາງໃນແຕ່ລະສະໄໝກອງປະຊຸມໃຫຍ່; ໃນໂຄງການການເມືອງເທື່ອນີ້, ໄດ້ກຳນົດແຈ້ງທິດທາງ, ຈຸດໝາຍ ແລະ 11 ນະໂຍບາຍໃຫຍ່; ພິເສດ, ໄດ້ກຳນົດແຈ້ງໄລຍະການພັດທະນາປະເທດຊາດ ຮອດປີ 2055 ເມື່ອວັນສ້າງຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາ ເປັນປະເທດພັດທະນາມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍຮັບສູງ.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ປດລງດວຍຜນສຳເລດ ຢາງສະຫງາງາມ - image 4
 

ໃນກອງປະຊູມໃຫຍ່, ພາຍຫຼັງທີ່ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄືປະຊາຊົນໄດ້ມອບໝາຍໃຫ້ໃນ 5 ປີຕໍ່ໜ້າ ຊຶ່ງມີທັງໝົດ 88 ສະຫາຍ, ຍິງ 13 ສະຫາຍ. ໃນນີ້, ກໍາມະການສົມບູນສູນກາງພັກ ມີ 73 ສະຫາຍ, ຍິງ 12 ສະຫາຍ; ກໍາມະການສໍາຮອງສູນກາງພັກ 15 ສະຫາຍ, ຍິງ 1 ສະຫາຍ.

ກອງປະຊຸມຄັ້ງມະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປັນເອກະພາບ ເລືອກຕັ້ງເອົາ ກໍາມະການກົມການເມືອງສູນກາງພັກ 13 ສະຫາຍ, ຍິງ 1 ສະຫາຍ ຄື: 1). ສະຫາຍ ທອງລຸນ ສີສຸລິດ, 2) ສະຫາຍ ໄຊສົມພອນ ພົມວິຫານ, 3) ສະຫາຍ ສອນໄຊ ສີພັນດອນ, 4) ສະຫາຍ ຄໍາພັນ ພົມມະທັດ, 5) ສະຫາຍ ກິແກ້ວ ໄຂຄໍາພິທູນ,

6) ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ, 7) ສະຫາຍ ນາງ ສີໃສ ລືເດດມູນສອນ, 8) ສະຫາຍ ສະເຫຼີມໄຊ ກົມມະສິດ, 9) ສະຫາຍ ຄໍາພັນ ເຜີຍຍະວົງ, 10) ສະຫາຍ ທອງສະລິດ ມັ່ງໜໍ່ເມກ, 11) ສະຫາຍ ເພັດ ພົມພິພັກ, 12) ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ, 13) ສະຫາຍ ວັນໄຊ ພອງສະຫວັນ.

ພ້ອມດຽວກັນນີ້, ກໍໄດ້ເປັນເອກະພາບ ເລືອກຕັ້ງເອົາ ຄະນະເລຂາທິການສູນກາງພັກ 11 ສະຫາຍ, ຍິງ 4 ສະຫາຍ ຄື: 1). ສະຫາຍ ທອງລຸນ ສີສຸລິດ, 2) ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ, 3) ສະຫາຍ ນາງ ສີໃສ ລືເດດມູນສອນ, 4) ສະຫາຍ ເພັດ ພົມພິພັກ, 5) ) ສະຫາຍ ວັນໄຊ ພອງສະຫວັນ, 6) ສະຫາຍ ອະນຸພາບ ຕຸນາລົມ, 7) ສະຫາຍ ນາງ ສູນທອນ ໄຊຍະຈັກ, 8) ສະຫາຍ ນາງ ວຽງທອງ ສີພັນດອນ, 9) ສະຫາຍ ນາງ ບຸນຄໍາ ວໍລະຈິດ, 10) ສະຫາຍ ພົນໂທ ວັນທອງ ກອງມະນີ, 11) ສະຫາຍ ພົນໂທ ວົງສອນ ອິນປານພິມ.

ກອງປະຊຸມຄັ້ງມະຖົມມະລຶກຄັ້ງນີ້, ຍັງໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ເລືອກຕັ້ງເອົາ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກເອົາ ຮອງປະທານຄະນະກວດກາສູນກາງພັກ 6 ສະຫາຍ ຄື: 1) ສະຫາຍ ຄໍາໄຫຼ ສີປະເສີດ, 2) ສະຫາຍ ນາງ ປິ່ງຄໍາ ລາຊະສີມມາ, 3) ສະຫາຍ ສຸກຄໍາເພັດ ເຮືອງບຸດສີ, 4) ສະຫາຍ ຄໍາສຸກ ອອຍຍະວົງ, 5) ສະຫາຍ ຊົມຊື່ນ ໄຊເກີຢາ ຈົງຕົວ, 6) ສະຫາຍ ກົງໃຈ ວິລະສັກ.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ປດລງດວຍຜນສຳເລດ ຢາງສະຫງາງາມ - image 5
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວຮັບໜ້າທີ່ ຊຶ່ງມີເນື້ອໃນສຳຄັນວ່າ: ໃນຖານະເລຂາທິການໃຫຍ່, ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ສະແດງຄວາມຂອບໃຈເປັນຢ່າງສູງມາຍັງຜູ້ແທນກອງປະຊຸມໃຫຍ່ ຊຶ່ງເປັນຕົວແທນຂອງທົ່ວພັກ ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ໄວ້ວາງໃຈ ເລືອກຕັ້ງເອົາພວກຂ້າພະເຈົ້າເປັນ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່. ໃນນັ້ນ, ໄດ້ເລືອກຕັ້ງໃຫ້ຂ້າພະເຈົ້າ ໄດ້ສືບຕໍ່ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອີກສະໄໝໜຶ່ງ; ຂ້າພະເຈົ້າພ້ອມຄະນະນໍາຂອງພັກຊຸດໃໝ່, ຂໍຮັບເອົາການມອບໝາຍຄວາມຮັບຜິດຊອບການເມືອງ ອັນສູງສົ່ງ ແລະ ໜ້າທີ່ອັນມີກຽດສະຫງ່ານີ້ ເພື່ອສືບຕໍ່ພາລະກໍາປະຫວັດສາດອັນໃຫຍ່ຫຼວງ, ຮອບດ້ານ, ໜັກໜ່ວງ ແລະ ຍາວນານ ຂອງພັກ ທີ່ໄດ້ກໍານົດໄວ້ໃນໂຄງການ ການເມືອງ ສະບັບທີ III ໂດຍສະເພາະໃນການປະຕິບັດ ບັນດາຈຸດໝາຍທີ່ວາງອອກໃນສະໄໝທີ XII (5 ປີຕໍ່ໜ້າ). ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈະເຊີດຊູມານະຈິດປະຕິວັດ, ຍົກສູງຄວາມຮັບຜິດຊອບການເມືອງ ໃຫ້ສູງກວ່າເວລາໃດໝົດ ເພື່ອຮ່ວມກັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ທົ່ວປວງຊົນທັງຊາດ, ບັນດາເຜົ່າ ຕັ້ງໜ້າສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ. ຂ້າພະເຈົ້າ, ຂໍຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເພື່ອປະຕິບັດໜ້າທີ່ຂອງຕົນ ທີ່ຖືກມອບໝາຍ ໃຫ້ມີຜົນສໍາເລັດ ເພື່ອການພັດທະນາປະເທດຊາດຂອງເຮົາ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ອ່ານຄໍາສັນລະເສີນ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ບໍ່ສືບຕໍ່ລົງສະໝັກ ຊຶ່ງປະກອບດ້ວຍ: ສະຫາຍ ນາງ ປານີ ຢາທໍ່ຕູ້ ອະດີດກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ສະຫາຍ ບູນທອງ ຈິດມະນີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ສະຫາຍ ສິນລະວົງ ຄຸດໄພທູນ; ນອກນັ້ນ, ຍັງມີບັນດາສະຫາຍກໍາມະກາສູນກາງພັກ ຊຶ່ງປະກອບດ້ວຍ: ສະຫາຍ ຈະເລີນ ເຍຍປາວເຮີ, ສະຫາຍ ຄໍາໃບ ດໍາລັດ, ສະຫາຍ ສົມມາດ ພົນເສນາ, ສະຫາຍ ຄໍາແພງ ໄຊສົມແພງ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ, ສະຫາຍ ຄໍາເຈນ ວົງໂພສີ, ສະຫາຍ ຄໍາພັນ ສິດທິດໍາພາ, ສະຫາຍ ພົນໂທ ທອງລອຍ ສິລິວົງ, ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ, ສະຫາຍ ຄໍາຂັນ ຈັນທະວີສຸກ, ສະຫາຍ ນາງ ເຂັມມະນີ ພົນເສນາ, ສະຫາຍ ບໍ່ວຽງຄໍາ ວົງດາລາ, ສະຫາຍ ພົງສະຫວັນ ສິດທິວົງ, ສະຫາຍ ວັນໄຊ ແພງຊຸມມາ, ສະຫາຍ ສອນໄຊ ສິດພະໄຊ, ສະຫາຍ ເລັດ ໄຊຍະພອນ, ສະຫາຍ ວຽງສະຫວັດ ສີພັນດອນ, ສະຫາຍ ພຸດ ສິມມາລະວົງ, ສະຫາຍ ບຸນແຜງ ພູມມະໄລສິດ, ສະຫາຍ ທອງຈັນ ມະນີໄຊ, ສະຫາຍ ພົນໂທ ກົງທອງ ພົງວິຈິດ, ສະຫາຍ ພົນໂທ ວົງຄໍາ ພົມມະກອນ ແລະ ສະຫາຍ ບຸນຕາ ເທບພະວົງ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ຫົວໜ້າກອງເລຂາກອງປະຊຸມໃຫຍ່ຄັ້ງນີ້, ກໍໄດ້ຜ່ານຮ່າງມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ; ບັນດາສະຫາຍຜູ້ແທນສົມບູນ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາມະຕິດັ່ງກ່າວ. ກ້ອນກໍາລັງທີ່ຕ່າງໜ້າຈາກ ກໍາລັງ ປກຊ-ປກສ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ຊາວໜຸ່ມ-ເຍົາວະຊົນ ແລະ ຊາວນະຄອນຫຼວງວຽງຈັນ ເຂົ້າຂໍ່ານັບອວຍພອນກອງປະຊຸມ.

ສະຫາຍ ທອງລຸນ ສີສຸລິດ ກໍໄດ້ກ່າວສູນທອນພົດ ປິດກອງປະຊຸມ ຢ່າງເປັນທາງການ ຊຶ່ງໃນນີ້ໄດ້ກ່າວວ່າ: ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ໄດ້ສໍາເລັດລົງ ຢ່າງຈົບງາມແລ້ວ, ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ເອົາຈິງເອົາຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ໃຫ້ປະກົດຜົນເປັນຈິງ. ພັກເຮົາ, ມີເສັ້ນທາງກ້າວເດີນທີ່ຍາວໄກ, ອຸດົມການ ແລະ ຈຸດໝາຍສັງຄົມນິຍົມ ບໍ່ອາດຈະເກີດເປັນຈິງໄດ້ດ້ວຍຕົວມັນເອງ ຖ້າບໍ່ມີສະມາຊິກພັກ ທີ່ປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນຫຼັກແຫຼ່ງ, ເປັນຜູ້ນໍາພາ. ສະນັ້ນ, ຂໍຮຽກຮ້ອງມາຍັງທົ່ວພັກ ໂດຍສະເພາະບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XII ທີ່ໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູມານະຈິດປະຕິວັດ, ຄວາມຮັບຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າ, ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ປັບປຸງແບບແຜນການນໍາພາ, ແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງສອດຄ່ອງ ແລະ ແທດກັບຕົວຈິງ ເພື່ອນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ມີຜົນສໍາເລັດ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ+ພູວຽງຄໍາ)

ຄໍາເຫັນ

ຂ່າວເດັ່ນ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ໄດ້ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ ປີ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ".
ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິລະປະລາວໃນວັນທີ 8 ມັງກອນນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ນາງ ອາລີຍາ ໄຊຍະທິດ ຜູ້ບໍລິຫານຫໍພິພິທະພັນສິລະປະລາວໄດ້ລາຍງານວ່າ:
ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,ໃນວັນທີ 6 ມັງກອນຜ່ານມາ ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນວ່າ:
ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ  ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລາວ) ໃນວັນທີ 7 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ:
ເພີ່ມເຕີມ