ກອງປະຊຸມໃຫຍ່ຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນ ໃນນາມຕາງໜ້າອົງຄະນະພັກແຂວງອຸດົມໄຊຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ເປັນຕົວແທນໃຫ້ປະຊາຊົນບັນດາເຜົ່າ, ສະມາຊິກພັກທົ່ວແຂວງເຂົ້າຮ່ວມ ຊຶ່ງໄດ້ເປັນເອກະພາບຕໍ່ກັບໂຄງການການເມືອງ, ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ເຫັນໄດ້ເຖິງຄວາມມຸ່ງຫວັງຂອງປວງຊົນລາວທັງຊາດທີ່ໃຫ້ຄວາມສຳຄັນຕໍ່ກອງປະຊຸມຄັ້ງນີ້.
![]() |
ພ້ອມນັ້ນ, ສະຫາຍເລຂາພັກແຂວງອຸດົມໄຊຍັງໄດ້ຍົກໃຫ້ເຫັນບາງບົດຮຽນການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດຢູ່ແຂວງອຸດົມໄຊ ໂດຍອີງໃສ່ທີ່ຕັ້ງ, ຈຸດພິເສດ ແລະ ບັນດາທ່າແຮງຂອງແຂວງທີ່ເປັນໃຈກາງທາງຜ່ານເຊື່ອມຈອດ-ເຊື່ອມຕໍ່ຢູ່ເຂດພາກເໜືອຂອງລາວ ແລະ ສປ ຈີນ, ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງໄດ້ກໍານົດວິໄສທັດຍຸດທະສາດ ແລະ ແຜນການໃນການພັດທະນາແຂວງອຸດົມໄຊ 5 ປີ (2021-2025) ຕາມທິດ 4 ໃຈກາງຄື: ໃຈກາງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃຈ ກາງທາງດ້ານເສດຖະກິດ, ໃຈກາງທາງດ້ານວັດທະນະທໍາ-ສັງຄົມ ແລະ ໃຈກາງການບໍລິການ, ການທ່ອງ ທ່ຽວ ໂດຍສະເພາະດ້ານເສດຖະກິດໄດ້ສຸມໃສ່ພັດທະນາຕາມ 4 ທ່າແຮງຫຼັກຄື: ພັດທະນາດ້ານກະສິກໍາຕິດພັນກັບການປຸງແຕ່ງ ແລະ ສົ່ງອອກ, ພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ພັດ ທະນາດ້ານການບໍລິການ-ການທ່ອງທ່ຽວ ແລະ ພັດທະນາດ້ານການຂົນສົ່ງທາງບົກ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ.
ພາຍຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປປ ລາວ ຕາງໜ້າຄະນະພັກແຂວງຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ນຳໄປຈັດຕັ້ງຜັນຂະຫຍາຍພັດທະນາແຂວງໃນ 5 ປີ ຕໍ່ໜ້າ 2026-2030 ໂດຍສະເພາະການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ໄດ້ປະມານ 9,000 (ເກົ້າພັນ) ຕື້ກີບຂຶ້ນໄປ ກວມເອົາ 60% ຂອງການລົງທຶນລວມ ແລະ ວຽກງານດ້ານອື່ນໆ ທີ່ເປັນທ່າແຮງຂອງແຂວງ ເພື່ອສ້າງໃຫ້ແຂວງອຸດົມໄຊ ກາຍເປັນໃຈກາງຂອງບັນດາແຂວງພາກເໜືອ.

ຄໍາເຫັນ