![]() |
![]() |
ໃນພິທີ, ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນວ ໄດ້ຂຶ້ນກ່າວຄໍາປາໄສ ຊຶ່ງມີເນື້ອໃນສໍາຄັນວ່າ: ໃນມື້ນີ້, ອົງຄະນະພັກ, ອົງການປົກຄອງ ແລະ ຊາວ ນວ ໄດ້ຕາງໜ້າປະຊາຊົນລາວໃນທົ່ວປະເທດມີຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຮັບກຽດຕາງໜ້າການນໍາພັກ-ລັດຂັ້ນສູນກາງ ແລະ ການນໍາພັກ-ລັດຂັ້ນທ້ອງຖິ່ນເປັນເຈົ້າພາບຈັດງານໂຮມຊຸມນຸມໃຫຍ່ ເພື່ອຊົມເຊີຍຜົນສໍາເລັດອັນສະຫງ່າງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາ ຊົນ ປະຕິວັດລາວ ຊຶ່ງເປັນຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ.
![]() |
ຖືໂອກາດນີ້, ພວກເຮົາພ້ອມກັນຂໍ່ານັບຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຢ່າງສຸດອົກສຸດໃຈ.
![]() |
ໃນພິທີອັນມີຄວາມໝາຍນີ້, ພວກເຮົາສະແດງຄວາມອາໄລຮັກ ແລະ ຄວາມຮູ້ບຸນຄຸນຢ່າງໃຫຍ່ຫຼວງເຖິງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງ ແລະ ນໍາພາພັກເຮົາ ເຮັດສໍາເລັດພາລະກິດປະຫວັດສາດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະ ນໍາພາລິເລີ່ມພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຢູ່ປະເທດເຮົາ, ພວກເຮົາຂໍຈົດຈໍາຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງເພິ່ນ ແລະ ຂອງບັນດາທ່ານຜູ້ນໍາພັກ-ລັດ, ຕະຫຼອດເຖິງບັນດາສະຫາຍພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວຜູ້ທີ່ເສຍສະຫຼະຊີວິດ ເພື່ອພາລະກິດປະຕິວັດເມື່ອກ່ອນ ກໍຄືເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
![]() |
ກອງປະຊຸມໃຫຍ່ຜູ້ແທນຂອງພວກເຮົາທຸກສະໄໝ ລ້ວນແຕ່ມີຄວາມໝາຍສໍາຄັນ ເປັນເຫດການການເມືອງຂອງປະເທດເຮົາ; ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຄັ້ງນີ້ ກໍແມ່ນເຫດການ ການເມືອງໜຶ່ງທີ່ສຳຄັນໃນຂະບວນວິວັດແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກເຮົາ ຕະຫຼອດໄລຍະ 70 ປີຜ່ານມາ,
ທັງຍັງເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນຂອງປະເທດຊາດ ແລະ ປະຊາຊົົນລາວເຮົາໃນໄລຍະໃໝ່ ແລະ ພວກເຮົາກຳລັງສໍາເລັດການສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ແລະ ວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຢ່າງເປັນຂະບວນການຟົດຟື້ນ. ສະຫາຍ ອານຸພາບ ຕຸນາລົມ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດບາງເນື້ອໃນຈິິດໃຈສໍາຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ໃນຄັ້ງນີ້.ຊາວ ນວ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນແກນນໍາ ເປັນຜູ້ນໍາໜ້າພາທາງສືບຕໍ່ສ້າງບາດກ້າວບຸກທະລຸ ແລະ ນະໂຍບາຍ 3 ເປີດ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ໄດ້ຮັບຜົນສໍາເລັດທີ່ໃຫຍ່ຫຼວງກວ່າເກົ່າ; ສຸມໃສ່ຈັດຕັ້ງປະຕິບັດຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ"
ພວກເຮົາສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ, ຕ້ອງໄດ້ຕັ້ງໜ້າອອກແຮງ ແລະ ຖືເອົາມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເປັນເຂັມທິດເຍືອງທາງ ເພື່ອເຊື່ອມສານກັບມະຕິກອງປະຊຸມໃຫຍ່ຂອງບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກ ນວ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຍູ້ແຮງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວຂຶ້ນ, ກ້າວຂຶ້ນ, ກ້າວຂຶ້ນຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງ.
ທັງໝົດນັ້ນແມ່ນພາລະກຳປະຫວັດສາດໜຶ່ງ ແລະ ແມ່ນຄວາມຮັບຜິດຊອບຂອງຄະນະພັກ, ອົງການການປົກຄອງທຸກຂັ້ນ. ສະນັ້ນ, ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງທຸກຂັ້ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວ ບັນດາເຜົ່າທົ່ວປະເທດ ກໍຄືພີ່ນ້ອງຮ່ວມຊາດ ຈົ່ງເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຮັກເຊື້ອແພງຊາດ, ເຊີດຊູມານະຈິດປະຕິວັດ, ຄວາມອົດທົນສູ້ຊົນບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ.
ໃນພິທີຄັ້ງນີ້, ບັນດາສະຫາຍທີ່ເຂົ້າຮ່ວມຍັງໄດ້ຮັບຊົມລາຍການສະແດງສິລະປະ-ວັນນະຄະດີຕື່ມອີກ.
ຂ່າວ-ພາບ: ວັນເພັງ





ຄໍາເຫັນ