![]() |
ໃນນາມຜູ້ແທນສົມບູນຈາກກະຊວງສາທາລະນະສຸກມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນ, ກອງປະຊຸມໄດ້ຮັບຟັງສູນທອນພົດເປີດກອງປະຊຸມໃຫຍ່ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງສປປ ລາວ, ຮັບຟັງການສະ ເໜີຮ່າງໂຄງການ ການເມືອງ ສະບັບທີ III ຂອງພັກ; ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຮ່າງກົດລະບຽບພັກສະບັບປຸງ ສະໄໝທີ XII ຂອງພັກ ແລະ ອື່ນໆ. ສັງລວມແລ້ວການຈັດຕັ້ງປະຕິບັດນະໂຍບາຍຕ່າງໆໄດ້ຊຸກຍູ້ຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດກະຊວງສາທາລະນະສຸກກວ້າງຂວາງຂຶ້ນ ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານສຸຂະພາບຢ່າງທົ່ວເຖິງ. ຄຽງຄູ່ກັນນັ້ນ, ໄດ້ເລັງໃສ່ການປ້ອງກັນ ແລະ ສົ່ງເສີມສຸຂະພາບໃຫ້ແຂງແຮງ. ນອກນັ້ນ, ຍັງໄດ້ຜັນຂະຫຍາຍມະຕິຕ່າງໆ ເຂົ້າໃນການບໍລິການໃນຂົງເຂດໂຮງໝໍ ໂດຍສະເພາະໂຮງໝໍມິດຕະພາບ, ມະໂຫສົດ ແລະ ໂຮງໝໍເສດຖາທິຣາດ ທີ່ໄດ້ຮັບອະນຸຍາດໃຫ້ທົດລອງຫັນເປັນເຈົ້າຕົນເອງ ເພື່ອຍົກສູງຄຸນນະພາບການບໍລິການໃນສັງຄົມໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ. ສະນັ້ນ, ອີງໃສ່ມະຕິ 04 ຂອງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ນໍາໄປຜັນຂະຫຍາຍສືບຕໍ່ໃນໄລຍະກອງປະຊຸມ. ພາຍຫຼັງສໍາເລັດກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຈະໄດ້ສືບຕໍ່ຜັນຂະຫຍາຍເພື່ອໃຫ້ວຽກງານດໍາເນີນໄປຕາມແນວທາງນະໂຍບາຍຂອງພັກ-ລັດທີ່ໄດ້ກໍານົດໄວ້ໃຫ້ເປັນອັນລະອຽດ.
ຜ່ານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ, ໂຮງໝໍມິດຕະພາບໄດ້ເອົາໃຈໃສ່ປະຕິບັດແຜນຍຸດທະສາດຂອງກອງປະຊຸມສາທາລະນະສຸກ ໂດຍສະເພາະບັນດານະໂຍບາຍຕ່າງໆທີ່ກະຊວງວາງອອກ ກໍຄືຕົວຊີ້ວັດທີ່ສະພາຮັບຮອງ ເປັນຕົ້ນປະຕິບັດຕາມຫຼັກການ 5 ດີ 1 ພໍໃຈ ກໍຄືຕົວຊີ້ວັດໃນການຍົກສູງການບໍລິການ, ສ້າງໃຫ້ ປະຊາຊົນເຂົ້າເຖິງວຽກງານສາທາລະນະສຸກ ແລະ ມີຄວາມເຊື່ອໝັ້ນຕໍ່ການບໍລິການຫຼາຍຂຶ້ນ.
ພາຍຫຼັງເຂົ້າຮ່ວມກອງປະຊຸມຄັ້ງນີ້, ຈະໄດ້ນໍາເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມໄປຜັນຂະຫຍາຍໃຫ້ເປັນອັນລະອຽດ ແລະ ທົ່ວເຖິງທຸກເປົ້າໝາຍ ເພື່ອພັດທະນາວຽກງານພາຍໃນໂຮງໝໍມິດຕະພາບໃຫ້ສູງຂຶ້ນເປັນກ້າວໆ. (ຂ່າວ-ພາບ: ແສງຈັນ+ຍຸພິນທອງ)

ຄໍາເຫັນ