ພັກ​ເຄື່ອນ​ໄຫວປະ​ຊາ​ຊົນຂອງ​ສິງ​ກະ​ໂປ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

ພັກ​ເຄື່ອນ​ໄຫວປະ​ຊາ​ຊົນຂອງ​ສິງ​ກະ​ໂປ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

ພັກ​ເຄື່ອນ​ໄຫວປະ​ຊາ​ຊົນຂອງ​ສິງ​ກະ​ໂປ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 4 ພຶດ​ສະ​ພາ ຜ່ານມາ,ຜົນ​ການນັບ​ຄະ​ແນນ​ສຽງ​ທາງ​ການ​ທີ່​ອົງ​ການ​ເລືອກ​ຕັ້ງ​ ສິງ​ກະ​ໂປ​ປະ​ກາດນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ​ເຄື່ອນ​ໄຫວ​ປະ​ຊາ​ຊົນ ທີ່​ເປັນພັກ​ກຳ​ອຳ​ນາດ​ຂອງ​ສິງ​ກະ​ໂປ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ2025.

 

ຂ່າວລະບຸວ່າ: ອີງຕາມຜົນການນັບຄະແນນສຽງທາງການຈາກ 33 ເຂດເລືອກຕັ້ງທີ່ປະກາດໂດຍອົງການເລືອກຕັ້ງສິງກະໂປ, ພັກເຄື່ອນໄຫວປະຊາຊົນໄດ້ 87 ທີ່ນັ່ງ ແລະ ພັກກຳມະກອນໄດ້ 10 ທີ່ນັ່ງໃນສະພາແຫ່ງຊາດ.

ການເລືອກຕັ້ງທົ່ວໄປຄັ້ງນີ້ແມ່ນຄັ້ງທຳອິດທີ່ທ່ານ ລໍເຣັນວອງ ນາຍົກລັດຖະມົນຕີສິງກະໂປຊຸດປັດຈຸບັນນຳພາພັກເຄື່ອນໄຫວປະຊາຊົນເຂົ້າຮ່ວມການເລືອກຕັ້ງຂອງສະພາແຫ່ງຊາດຫຼັງຈາກທ່ານຂຶ້ນຮັບຕຳແໜ່ງເມື່ອປີ 2024 ເປັນຕົ້ນມາ.

ຄໍາເຫັນ

ຂ່າວຕ່າງປະເທດ

ສຳເລັດການຝຶກຊ້ອມຮ່ວມງານລາຕີສະຫຼອງບຸນກຸດຈີນ 2026 ຂອງ CMG ຄັ້ງທີ 2

ສຳເລັດການຝຶກຊ້ອມຮ່ວມງານລາຕີສະຫຼອງບຸນກຸດຈີນ 2026 ຂອງ CMG ຄັ້ງທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 25 ມັງກອນນີ້, ການຝຶກຊ້ອມຮ່ວມຄັ້ງທີ 2 ສຳລັບງານລາຕີສະຫຼອງບຸນກຸດຈີນ 2026 ທີ່ຈັດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສຳເລັດດ້ວຍດີ ຊຶ່ງທຸກຂັ້ນຕອນຂອງງານໄດ້ດຳເນີນຢ່າງໂລ່ງລ່ຽນ ແລະ ເປັນລະບຽບ, ໜ່ວຍງານກຳກັບໄດ້ປັບປຸງລາຍລະອຽດຂອງລາຍການຕ່າງໆໃຫ້ສົມບູນແບບເລື້ອຍໆ, ສະແດງໃຫ້ເຫັນເຖິງບັນຍາກາດທີ່ຄຶກຄື້ນມ່ວນຊື່ນ.
ດິນພູເຈື່ອນຢູ່ອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ

ດິນພູເຈື່ອນຢູ່ອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າຂອງວັນທີ 24 ມັງກອນ ຜ່ານມານີ້, ຢູ່ເມືອງກາບຸປາເຕນ ບັນດຸງ ປາຣັດ ແຂວງຈາວາ ປາຣັດ ປະເທດອິນໂດເນເຊຍ ໄດ້ເກີດດິນພູເຈື່ອນ, ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ, ນອກນີ້ມີ 71 ຄົນຂາດການຕິດຕໍ່, ພາກສ່ວນທີ່ກ່ຽວຂ້ອງພວມດໍາເນີນການຊ່ວຍເຫຼືອກູ້ໄພ.
ເກີດ​ການ​ແຜ່ລະ​ບາດ​ຂອງ​​ເຊື້ອພະ​ຍາດ​ນີ​ປາຢູ່​ອິນ​ເດຍ ອັດ​ຕາ​ການເສຍ​ຊີ​ວິດ​ສູງ​ເຖິງ 75%

ເກີດ​ການ​ແຜ່ລະ​ບາດ​ຂອງ​​ເຊື້ອພະ​ຍາດ​ນີ​ປາຢູ່​ອິນ​ເດຍ ອັດ​ຕາ​ການເສຍ​ຊີ​ວິດ​ສູງ​ເຖິງ 75%

ຂ່າວສານຊີອາໄອລາຍງານວ່າ: ເມື່ອມໍ່ໆມານີ້, ຢູ່ລັດເບັນການຕາເວັນຕົກຂອງອິນເດຍ ໄດ້ເກີດການແຜ່ລະບາດຂອງເຊື້ອພະຍາດນີປາ (NipahVirus) ຜູ້ຕິດເຊື້ອສ່ວນໃຫຍ່ຢູ່ເຂດໂກນກາຕາ, ໃນນີ້ ຄົນເຈັບຜູ້ໜຶ່ງມີອາການໜັກ ແລະ ເກືອບຮ້ອຍຄົນຖືກກັກບໍລິເວນ.
ປີ 2025 ປະ​ລິ​ມານການ​ຂາຍ​ໄຟ​ຟ້າ​ໃນ​ຕະຫຼາດ​​ທົ່ວປະເທດຈີນ​ບັນ​ລຸ​ເຖິງ 6,600 ຕື້​ກິ​ໂລ​ວັດ​ໂມງ

ປີ 2025 ປະ​ລິ​ມານການ​ຂາຍ​ໄຟ​ຟ້າ​ໃນ​ຕະຫຼາດ​​ທົ່ວປະເທດຈີນ​ບັນ​ລຸ​ເຖິງ 6,600 ຕື້​ກິ​ໂລ​ວັດ​ໂມງ

ຂ່າວສານຊີອາໄອລາຍງານໃນວັນທີ 25 ມັງກອນ ຜ່ານມາວ່າ: ອົງການພະລັງງານແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ປີ 2025 ຕະຫຼາດໄຟຟ້າທົ່ວປະເທດຈີນໄດ້ສຳເລັດການຄ້າຂາຍໄຟຟ້າ 6,639.4 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ປີ 2024, ກວມເອົາ 64% ຂອງປະລິມານການນຳໃຊ້ໄຟຟ້າທົ່ວສັງຄົມຈີນ, ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024.
ຫວຽດນາມ ຍູ້​ແຮງ​ໜ້າ​ທີ່​ຈຸດ​ສຸມ​ປະ​ຕິ​ບັດ​ເປົ້າ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026

ຫວຽດນາມ ຍູ້​ແຮງ​ໜ້າ​ທີ່​ຈຸດ​ສຸມ​ປະ​ຕິ​ບັດ​ເປົ້າ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 25 ມັງກອນ ຜ່ານມາວ່າ: ທ່ານ ຟ້າມມິງຈິງ ນາຍົກລັດ ຖະມົນຕີຫວຽດນາມ ຫາກໍລົງນາມໃນຈົດໝາຍລັດຖະການ ສະບັບເລກທີ 06 ອອກວັນທີ 24 ມັງກອນ 2026 ກ່ຽວກັບການຍູ້ແຮງບາງໜ້າທີ່, ມາດຕະການຈຸດສຸມ ແນໃສ່ປະຕິບັດເປົ້າໝາຍການເຕີບໂຕເສດຖະກິດປີ 2026 ຊຶ່ງເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດ, ປີທໍາອິດຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ (2026 – 2030) ແລະ ເລີ່ມຕົ້ນສັງກາດການພັດທະນາໃໝ່ຂອງປະເທດຊາດ.
ຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຂອງຈີນຈະເປັນບົດຮຽນທີ່ເປັນປະໂຫຍດໃຫ້ແກ່ປະເທດກຳລັງພັດທະນາ

ຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຂອງຈີນຈະເປັນບົດຮຽນທີ່ເປັນປະໂຫຍດໃຫ້ແກ່ປະເທດກຳລັງພັດທະນາ

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ຈີນໄດ້ຍົກສູງວຽກງານ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ຂຶ້ນສູ່ລະດັບສູງດ້ວຍຍຸດທະສາດແບບບໍ່ເຄີຍມີມາກ່ອນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສະເໜີວ່າ “ຈີນຢາກມີຄວາມເຂັ້ມແຂງ, ກະສິກຳຕ້ອງເຂັ້ມແຂງ; ຈີນຢາກມີຄວາມສວຍງາມ, ຊົນນະບົດຕ້ອງມີຄວາມສວຍງາມ; ຈີນຢາກມີຄວາມຮັ່ງມີ, ຊາວກະສິກອນຕ້ອງມີຄວາມຮັ່ງມີ” ຊຶ່ງກາຍເປັນຫຼັກການພື້ນຖານຂອງຈີນໃນການປະຕິບັດວຽກງານກ່ຽວກັບ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”.
ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສຳນັກຂ່າວ RIA Novosti ໄດ້ລາຍງານວ່າ, ດາວທຽມຂອງຣັດເຊຍໄດ້ກວດພົບການລະເບີດຂອງລັງສີແກມມາທີ່ມີພະລັງ ຊຶ່ງເກີດຂຶ້ນປະມານ 11.3 ຕື້ປີກ່ອນ.
AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ຜ່ານມາວ່າ: ສຳນັກຂ່າວ Nikkei ຂອງຍີ່ປຸ່ນລາຍງານວ່າ, Model ປັນຍາປະດິດ (AI) ສ້າງຜົນງານໄດ້ຢ່າງໜ້າປະທັບໃຈໃນການສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ ປະຈຳປີ 2026. ໂດຍ Chat GPT 5.2 Thinkingຂອງ OpenAI ໄດ້ອັນດັບໜຶ່ງ ດ້ວຍຄະແນນເຕັມໃນ 9 ວິຊາ.
ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ຂ່າວສານຊີອາໄອລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວຂອງລັດຖະບານຈີນທີ່ຈັດຂຶ້ນວັນທີ 21 ມັງກອນ ຜ່ານມານີ້, ເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນກ່າວວ່າ: ເສດຖະກິດອຸດສາຫະກຳຂອງຈີນໄດ້ບັນລຸເປົ້າໝາຍຕົ້ນຕໍໝົດປີ 2025 ຢ່າງສະດວກ, ພະລັງຂັບເຄື່ອນໄດ້ປະກົດຕົວຂຶ້ນເລື້ອຍໆ, ຂົງເຂດອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຫຼາຍກວ່າ 40%. ໃນນັ້ນ, ກຳລັງການພັດທະນາໃນຄຸນນະພາບໃໝ່ໄດ້ກາຍເປັນພະລັງທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດອຸດສາຫະກຳ, ການປະດິດສ້າງໃໝ່ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳພວມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.
ເພີ່ມເຕີມ