ພັກ-ລັດຖະບານ ຖືເອົາການສຶກສາເປັນພັນທະ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນ

ພັກ-ລັດຖະບານ ຖືເອົາການສຶກສາເປັນພັນທະ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນ

ພັກ-ລັດຖະບານ ຖືເອົາການສຶກສາເປັນພັນທະ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນ
ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຖະແຫຼງຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ (8 ກັນຍາ 1966 - 8 ກັນຍາ 2026) ໃນວັນທີ 8 ກັນຍານີ້, ທີ່ກະຊວງ ສສກ ວ່າ: ອົງການສຶກສາ, ວິທະຍາ ສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໄດ້ປະກາດເອົາວັນທີ 8 ກັນຍາຂອງທຸກໆປີ ເປັນ "ວັນສາກົນແຫ່ງການຮູ້ໜັງສື" (International Literacy Day) ນັບແຕ່ປີ 1966 ເປັນຕົ້ນມາ. ມາຮອດປີ 2026 ນີ້, ວັນສຳຄັນດັ່ງກ່າວໄດ້ໝູນວຽນມາບັນຈົບຄົບຮອບ 60 ປີພໍດີ ຊຶ່ງເປັນຂີດໝາຍປະຫວັດສາດແຫ່ງຄວາມພະຍາຍາມຮ່ວມກັນຂອງມວນມະນຸດຊາດ ໃນການສົ່ງເສີມສິດທິພື້ນຖານດ້ານການສຶກສາ ແລະ ການສ້າງຄວາມສະເໝີພາບໃນສັງຄົມ.

ການສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີໃນປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນທີ່ວ່າ: “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” (Literacy for people, the planet and prosperity). ນີ້ແມ່ນຫົວຂໍ້ທີ່ມີຄວາມໝາຍເລິກເຊິ່ງ, ເຕືອນສະຕິໃຫ້ພວກເຮົາເຫັນວ່າ ການຮູ້ໜັງສືບໍ່ພຽງແຕ່ເປັນຂັ້ນໄດສູ່ການພັດທະນາຕົນເອງເທົ່ານັ້ນ, ແຕ່ຍັງເປັນເສົາຄ້ຳສຳຄັນໃນການປົກປັກຮັກສາສິ່ງແວດລ້ອມ, ການສ້າງສັນຕິພາບ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນຢ່າງຍືນຍົງ.

ໃນໄລຍະ 6 ທົດສະວັດຜ່ານມາ, ຂະບວນການຮຽນຮູ້ໜັງສືທົ່ວໂລກ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແຕ່ເຖິງຢ່າງໃດກໍຕາມ, ໃນປັດຈຸບັນທົ່ວໂລກຍັງມີຜູ້ໃຫຍ່ ແລະ ຊາວໜຸ່ມຫຼາຍກວ່າ 739 ລ້ານຄົນ ຍັງຂາດທັກສະການຮູ້ໜັງສືພື້ນຖານ (ໃນນັ້ນ 63% ເປັນແມ່ຍິງ). ພ້ອມດຽວກັນນັ້ນ, ໃນໂລກຍຸກປັດຈຸບັນພວມກ້າວເຂົ້າສູ່ຍຸກແຫ່ງການຫັນປ່ຽນສູ່ດີຈີຕອນ ແລະ ປັນຍາປະດິດ (AI) ຢ່າງວ່ອງໄວ.

ດັ່ງນັ້ນ, ໃນສະພາບການໃໝ່ນີ້, ຄຳວ່າ “ການຮູ້ໜັງສື” ບໍ່ໄດ້ມີຄວາມໝາຍພຽງແຕ່ການອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເລກເປັນເທົ່ານັ້ນ, ແຕ່ຍັງລວມເຖິງການຮູ້ທັນດີຈີຕອນ ແລະ ປັນຍາປະດິດ (Digital & AI Literacy) ເພື່ອນຳໃຊ້ເຕັກໂນໂລຊີຢ່າງປອດໄພ ແລະ ສ້າງສັນ; ລວມເຖິງການຮູ້ທັນຂໍ້ມູນຂ່າວສານ, ຄວາມຮູ້ດ້ານການເງິນ, ທັກສະອາຊີບ ແລະ ພູມປັນຍາສີຂຽວ. ຄຽງຄູ່ກັບການປູກຝັງຈິດສຳນຶກ “ການຮຽນຮູ້ຕະຫຼອດຊີວິດ” (Lifelong Learning) ເພື່ອໃຫ້ພົນລະເມືອງທຸກຄົນມີຄວາມສາມາດໃນການປັບຕົວ, ສ້າງມູນຄ່າເພີ່ມ ແລະ ພັດທະນາຕົນເອງໃຫ້ທັນກັບການປ່ຽນແປງຂອງໂລກ.

ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາການສຶກສາ ແລະ ການພັດທະ ນາຊັບພະຍາກອນມະນຸດເປັນໃຈກາງ ແລະ ເປັນບຸລິມະສິດອັນດັບຕົ້ນໆ ຂອງແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ. ເຖິງແມ່ນວ່າພວກເຮົາຈະຍາດໄດ້ຜົນສຳເລັດຫຼາຍດ້ານ, ແຕ່ພວກເຮົາກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງເປັນຕົ້ນ:

1. ອັດຕາການປະລະການຮຽນຂອງນັກຮຽນຍັງມີທ່າອ່ຽງສູງ ໂດຍສະເພາະໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ ແລະ ໃນກຸ່ມຄອບຄົວທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ.

2. ຄຸນນະພາບຂອງການຮຽນ-ການສອນ, ການຂາດແຄນຄູສອນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນຍັງບໍ່ທັນຕອບສະໜອງໄດ້ຢ່າງທົ່ວເຖິງ; ຫຼັກສູດ ແລະ ວິທີການສອນຍັງຕ້ອງໄດ້ຮັບການຍົກລະດັບເພື່ອໃຫ້ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ.

3. ການສ້າງກຳລັງແຮງງານຍັງບໍ່ທັນສອດຄ່ອງ ແລະ ພຽງພໍ ເພື່ອຮັບໃຊ້ໃຫ້ໂຄງສ້າງເສດຖະກິດ-ສັງຄົມຂອງຊາດ ທີ່ພວມຫັນປ່ຽນສູ່ອຸດສາຫະກຳ, ການບໍລິການທັນສະໄໝ ແລະ ກະສິກຳສະອາດ ໂດຍສະເພາະກຳລັງແຮງງານທີ່ມີທັກສະວິຊາຊີບສະເພາະດ້ານ ແລະ ທັກສະລະດັບສູງ.

ເພື່ອກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ການສຶກສາ ບໍ່ພຽງແຕ່ສອນຄວາມຮູ້ດ້ານວິຊາການເທົ່ານັ້ນ, ແຕ່ຕ້ອງສຸມໃສ່ການປູກຝັງຄຸນສົມບັດສິນທຳປະຕິວັດ, ແນວຄິດຮັກຊາດ, ຮັກລະບອບປະຊາທິ ປະໄຕ ປະຊາຊົນ, ເຄົາລົບກົດໝາຍ, ມີລະບຽບວິໄນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ.

ກະຊວງ ສສກ ຈະສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນເພື່ອຮ່ວມມື, ປະສານງານກັບທຸກພາກສ່ວນ ທັງພາກລັດ, ເອກະຊົນ, ພໍ່ແມ່ຜູ້ປົກຄອງ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດເພີ່ມທະວີການລົງທຶນໃສ່ການສຶກສາຂັ້ນພື້ນຖານ, ເອົາໃຈໃສ່ຊີວິດການເປັນຢູ່ຂອງຄູ-ອາຈານ ແລະ ສ້າງທຸກເງື່ອນໄຂໃຫ້ລູກຫຼານປະຊາຊົນຜູ້ທຸກຍາກ, ແມ່ຍິງ, ຊົນເຜົ່າ ແລະ ຜູ້ພິການໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽມ; ແກ້ໄຂບັນຫາການປະລະການຮຽນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ການຮຽນ-ການສອນ, ພ້ອມກັນສ້າງຄອບຄົວ, ບ້ານ, ຊຸມຊົນ ແລະ ທົ່ວສັງຄົມໃຫ້ກາຍເປັນສະຖານທີ່ແຫ່ງການຮຽນຮູ້.

ພວກເຮົາຕ້ອງຖືເອົາການສຶກສາໃຫ້ກາຍເປັນພັນທະ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນ:

1. ສັງຄົມແຫ່ງການຮຽນຮູ້ ແລະ ສັງຄົມແຫ່ງພູມປັນຍາ.

2. ສັງຄົມທີ່ໃສ່ໃຈຕໍ່ສິ່ງແວດລ້ອມ.

3. ສັງຄົມທີ່ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ມີມະນຸດສະທຳ.

ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ແລະ ຄະນະນຳ ກະຊວງ ສສກ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສຸດຊຶ້ງມາຍັງຄະນະພັກ-ຄະນະນຳທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ, ອົງການຈັດຕັ້ງສັງຄົມ, ພາກສ່ວນທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນນີ້, ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງອົງການ UNESCO, ບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອວຽກງານການສຶກສາ ແລະ ການຮູ້ໜັງສືຂອງ ສປປ ລາວ ຕະຫຼອດມາ.

ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີນີ້, ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ຄູ-ອາ ຈານ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ; ພ້ອມກັນສືບຕໍ່ສ້າງບາດກ້າວບຸກທະລຸໃໝ່ ເພື່ອພັດທະນາການສຶກສາລາວໃຫ້ມີຄຸນນະພາບສູງ, ເຂັ້ມແຂງ ແລະ ເທົ່າທຽມກັບພາກພື້ນ ແລະ ສາກົນ.

ການສຶກສາຄືອະນາຄົດຂອງຊາດ! ການຮຽນຮູ້ຕະຫຼອດຊີວິດ ເພື່ອການພັດທະນາທີ່ຍືນຍົງ!

ຂ່າວ: ສສກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ