ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1
ຜະລິດຕະພັນພູມປັນຍາຊົນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ເພື່ອເຜີຍແຜ່ ຄຸນຄ່າຂອງພູມປັນຍາທ້ອງຖິ່ນພ້ອມທັງສືບສານ ແລະ ຕໍ່ຍອດ ມໍລະດົກຂອງຊົນເຜົ່າ.
ຜະລດຕະພນເຜາມງຮວມວາງສະແດງໃນງານນເທດສະການ “ຄນຄາພມປນຍາລາວ” ຄງທ 1 - image 1
 

 

ທ່ານ ລີປໍ ທໍ່ຕູ້ລີ ຫົວໜ້າພະແນກສະຖາບັນຄົ້ນຄວ້າ ວັດທະນະທຳ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ສຳພາດຕໍ່ຜູ້ຂຽນຫວ່າງມໍ່ໆມານີ້ວ່າ: ໃນໂອກາດເຂົ້າຮ່ວມງານ ນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ໄດ້ນໍາເອົາຜະລິດຕະພັນພູມປັນຍາຂອງຊົນເຜົ່າມົ້ງມາວາງສະແດງ ປະກອບມີ: ເຄື່ອງດົນຕີ, ເຄື່ອງນຸ່ງ, ປຶ້ມ, ສະໝຸນໄພ ແລະ ຜະລິດຕະພັນຫັດຖະກຳຕ່າງໆ. ໜຶ່ງໃນຜະລິດຕະພັນສໍາຄັນທີ່ນໍາມາສະແດງແມ່ນ ແຄນມົ້ງ ຊຶ່ງເປັນເຄື່ອງດົນຕີພື້ນເມືອງ ທີ່ສືບທອດກັນມາແຕ່ດຶກດຳບັນ ແລະ ມີຄວາມສໍາຄັນຕໍ່ ສິລະປະວັນນະຄະດີ ແລະ ວິຖີຊີວິດຂອງຊົນເຜົ່າມົ້ງ.

ຜະລດຕະພນເຜາມງຮວມວາງສະແດງໃນງານນເທດສະການ “ຄນຄາພມປນຍາລາວ” ຄງທ 1 - image 2
 

ນອກຈາກແຄນແລ້ວ ຊົນເຜົ່າມົ້ງ ຍັງມີເຄື່ອງດົນຕີພື້ນເມືອງອື່ນໆເຊັ່ນ: ປີ່ ແລະ ຂຸ່ຍ ແຕ່ໃນງານຄັ້ງນີ້ ໄດ້ນໍາເອົາແຄນມາສະແດງເປັນຫຼັກ. ສໍາລັບດ້ານເຄື່ອງນຸ່ງໄດ້ນໍາເອົາຊຸດປະຈຳເຜົ່າມົ້ງມາວາງສະແດງທັງຊຸດຜູ້ຍິງ ແລະ ຊຸດຜູ້ຊາຍ ໃນນັ້ນ ມີຊຸດຂອງມົ້ງຂຽວ ຊຶ່ງປະກອບມີ: ກະໂປ່ງ, ເສື້ອ, ໝວກ ແລະ ເຄື່ອງປະດັບອື່ນໆ. ສ່ວນຊຸດຜູ້ຊາຍປະກອບມີ, ໂສ້ງ, ເສື້ອ ແລະ ຜ້າແພ, ເຄື່ອງນຸ່ງຂອງມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ. ເຄື່ອງນຸ່ງມົ້ງແຕ່ລະກຸ່ມມີຮູບແບບ-ລວດລາຍ ແລະ ສີມືທີ່ເປັນເອກະລັກສະເພາະຂອງຕົນ.

ຜະລດຕະພນເຜາມງຮວມວາງສະແດງໃນງານນເທດສະການ “ຄນຄາພມປນຍາລາວ” ຄງທ 1 - image 3
 

ໃນປັດຈຸບັນເຄື່ອງນຸ່ງທີ່ນໍາມາຕັດໃສ່ໃນຊີວິດປະຈຳວັນ ແລະ ນໍາມາຈັດສະແດງຍັງຄົງເນັ້ນໃສ່ຮູບແບບຂອງມົ້ງລາຍ, ມົ້ງຂຽວ, ມົ້ງຂາວ ແລະ ມົ້ງດໍາ. ນອກຈາກ ສິນຄ້າຫັດຖະກຳ ແລະ ເຄື່ອງນຸ່ງແລ້ວ ພາຍໃນຮ້ານສະແດງ ຍັງມີປື້ມທີ່ຮວບຮວມຂໍ້ມູນກ່ຽວກັບ ບັນດາວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນັກປະຕິວັດອາວຸໂສ ແລະ ພະນັກງານບຳນານ ລວມເຖິງປື້ມຄົ້ນຄວ້າກ່ຽວກັບບັນດາຊົນເຜົ່າໃນ ສປປ ລາວ. ເຖິງວ່າ ປຶ້ມຄົນຄວ້າກ່ຽວກັບບັນດາຊົນເຜົ່າໃນ ສປປ ລາວ ເຫຼົ່ານີ້ ເປັນຜົນງານຈາກການຄົ້ນຄວ້າ ຂອງນັກປັນຍາຊົນ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າຂອງສະຖາບັນ. ປັດຈຸບັນ ສະຖາບັນມີຜົນງານປຶ້ມຄົ້ນຄວ້າກ່ຽວກັບຫຼາຍຊົນເຜົ່າເຊັ່ນ: ຕະໂອ້ຍ, ຕຣຽງ, ຕຣີ, ໄທແດງ, ໄທດຳ ແລະ ມົ້ງ ເປັນຕົ້ນ, ພ້ອມນີ້ ຍັງໄດ້ນໍາເອົາພູມປັນຍາການແພດພື້ນເມືອງມາວາງສະແດງ ເຊັ່ນ: ຂີງດຳ, ພືດສະໝຸນໄພ, ນໍ້າເຜິ້ງ ແລະ ຜະລິດຕະພັນອື່ນໆ ທີ່ເປັນພູມປັນຍາຂອງທ້ອງຖິ່ນ.

ຜະລດຕະພນເຜາມງຮວມວາງສະແດງໃນງານນເທດສະການ “ຄນຄາພມປນຍາລາວ” ຄງທ 1 - image 4
 

ທ່ານ ລີປໍ ທໍ່ຕູ້ລີ ກ່າວຕື່ມວ່າ: ຂ້າພະເຈົ້າຮູ້ສຶກ ດີໃຈທີ່ໄດ້ມີໂອກາດນໍາເອົາຜົນງານ ແລະ ຜະລິດຕະພັນພູມປັນຍາມາຮ່ວມວາງສະແດງ ເພາະເປັນເວທີສໍາຄັນ ໃນການແລກປ່ຽນ-ເຜີຍແຜ່ ແລະ ປະຊາສຳພັນຄຸນຄ່າຂອງພູມປັນຍາທ້ອງຖິ່ນ ໃຫ້ເປັນທີ່ຮັບຮູ້ຫຼາຍຂຶ້ນ, ການນໍາເອົາຜະລິດຕະພັນເຫຼົ່ານີ້ ມາຮ່ວມງານ ນອກຈາກຈະເປັນການເຜີຍແຜ່ພູມປັນຍາ ຂອງຊົນເຜົ່າມົ້ງແລ້ວ ຍັງເປີດໂອກາດໃຫ້ບັນດາຊົນເຜົ່າອື່ນໆໄດ້ແລກປ່ຽນ-ຮຽນຮູ້ ແລະ ເຫັນເຖິງຄຸນຄ່າຂອງມໍລະດົກພູມປັນຍາທີ່ມີຢູ່ໃນ ສປປ ລາວ ອີກດ້ວຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ເພີ່ມເຕີມ