![]() |
ໃນພິທີ ໄດ້ເຜີຍແຜ່ໂຄງປະກອບກົງຈັກການຈັດຕັ້ງສະບັບປັບປຸງເພີ່ມຕື່ມ ເຊິ່ງເອກະສານດັ່ງກ່າວ ແມ່ນເອກະສານສຳຄັນທີ່ກຳນົດເຖິງໂຄງປະກອບ, ພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການ ເພື່ອໃຫ້ການຈັດຕັ້ງກົງຈັກມີຄວາມກະທັດຮັດ, ຈະແຈ້ງ, ເປັນເອກະ ພາບ ແລະ ສາມາດດຳເນີນວຽກງານໃນບັດຈຸບັນໄດ້ຢ່າງມີປະສິດທິຜົນ, ການເຜີຍແຜ່ໃນຄັ້ງນີ້ ຍັງເປັນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈອັນຖືກຕ້ອງໃຫ້ແກ່ບັນດາພະນັກງານພາຍໃນອົງການ, ໃຫ້ສາມາດກຳແໜ້ນບົດບາດ, ໜ້າທີ່ຂອງຕົນ, ຮູ້ຈັກປະສານສົມທົບ ແລະ ປະຕິບັດວຽກງານຕາມສາຍວິຊາການຢ່າງເປັນລະບົບ.
ພ້ອມດຽວກັນຍັງໄດ້ຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ໃຫ້ແກ່ບັນດາສະຫາຍພະນັກງານສະມາຊິກພັກ ແລະ ພະນັກງານບຳນານຂອງພະແນກ ວທ ແຂວງ ທີ່ເຄີຍອຸທິດເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການນໍາພາ, ບໍລິຫານ ແລະ ພັດທະນາພະແນກວັດທະນະທຳ ແລະ ການທ່ອງທ່ຽວໃນຕະຫຼອດໄລຍະຜ່ານມາ ຊຶ່ງໃນນີ້ໄດ້ປະດັບຫຼຽນກາລະນຶກໃຫ້ພະນັກງານສະມາຊິກພັກທັງ
ໝົດ 15 ສະຫາຍ ແລະ ພະນັກງານບຳນານຈຳນວນ 14 ສະຫາຍ.ຂ່າວ: ໄພບູນ

ຄໍາເຫັນ