ຜັນ​ຂະ​ຫຍາຍ​ມະ​ຕິ 55/ຄ​ປ​ຈ ວ່າ​ດ້ວຍ​ການ​ສ້າງ​ລາຍ​ຮັບ​ເພີ່ມ ຂອງ​ແນວ​ລາວ​ສ້າງ​ຊາດ​ໃນ​ໄລ​ຍະ​ໃໝ່

ຜັນ​ຂະ​ຫຍາຍ​ມະ​ຕິ 55/ຄ​ປ​ຈ ວ່າ​ດ້ວຍ​ການ​ສ້າງ​ລາຍ​ຮັບ​ເພີ່ມ ຂອງ​ແນວ​ລາວ​ສ້າງ​ຊາດ​ໃນ​ໄລ​ຍະ​ໃໝ່
ໂດຍ: ​ບຸນ​ຕອມ
ທ່ານ ຈັນ​ເພັງ ສຸດ​ທິ​ວົງ ຮອງ​ປະ​ທານ ສນ​ຊ ໄດ້​ລາຍ​ງານ​ຕໍ່ກອງປະຊຸມຄະນະປະຈຳສູນກາງແນວສ້າງ​ຊາດ (ສນຊ) ເປີດກ້​ວາງຄັ້ງທີ 2 ສະໄໝທີ XI​ ວ່າ:​ ​ພາຍຫຼັງ​ທີ່​ມີມະຕິສະບັບເລກທີ 55/ຄປຈ ວ່າດ້ວຍການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດໃນໄລຍະໃໝ່ ​ຊຶ່ງຫ້ອງການ ສນ​ຊ ໄດ້ນຳສົ່ງມະຕິສະບັບດັ່ງກ່າວ ໃຫ້ແນວລາວສ້າງຊາດບັນດາແຂວງ ເພື່ອຄົ້ນຄວ້າຜັນຂະຫຍາຍເຂົ້າໃນແຜນວຽກຂອງຕົນເອງ ຊຶ່ງກໍມີຫຼາຍແຂວງ ໄດ້ມີການຈັດຕັ້ງເຊື່ອມຊຶມໃຫ້ກໍາມະການແນວ, ທີ່ປຶກສາ ແລະ ຄູ່ຮ່ວມງານຂັ້ນຂອງຕົນ ມີບາງແຂວງ ໄດ້ມີການຄົ້ນຄວ້າກິດຈະການຕ່າງໆເພື່ອຈະສ້າງເປັນກອງທຶນສາມັກຄີ ແລະ ພັດທະນາ ແນວລາວສ້າງຊາດ ໃນຕໍ່ໜ້າ.
ຄະນະຮັບຜິດຊອບດັ່ງກ່າວກໍໄດ້ສືບຕໍ່ຄົ້ນຄວ້າຮ່າງດຳລັດ ຂອງລັດຖະບານ ວ່າດ້ວຍການສ້າງລາຍຮັບເພີ່ມ ຂອງແນວລາວສ້າງຊາດ ໃນໄລຍະໃໝ່ ແລະ ປັດຈຸບັນພວມປະສານສົມທົບພາກສ່ວນກ່ຽວຂ້ອງຕາມລະບຽບເຊັ່ນ: ກະຊວງການເງິນ, ກະຊວງຍຸຕິທໍາ ແລະ ກະຊວງພາຍໃນ. ເພື່ອຜັນຂະຫຍາຍມະຕິ 55/ຄປຈ ໃນພາກປະຕິບັດຕົວຈິງ ພວກເຮົາໄດ້ມີການຄົ້ນຄວ້າ ແລະ ກະກຽມດຳເນີນໂຄງການທົດລອງສ້າງລາຍຮັບເພີ່ມຈຳນວນໜຶ່ງ ເປັນຕົ້ນແມ່ນ: 1. ໂຄງການສິນເຊື່ອກາກບອນ, ການເຮັດນາປຽກສະຫຼັບແຫ້ງ ໝາຍວ່າຈະດໍາເນີນໃນພື້ນທີ່ມີຊົນລະປະທານ ແລະ ສາມາດເຮັດນາແຊງໃນລະດູແລ້ງ. ພ້ອມນັ້ນ, ຄະນະຮັບຜິດຊອບໂຄງການສິນເຊື່ອກາກບອນ ສນຊ ຈະໄດ້ລົງໄປປຶກສາຫາລື ແລະ ເຜີຍແຜ່ເນື້ອໃນຈິດໃຈຂອງໂຄງການກັບແນວລາວສ້າງຊາດແຂວງ, ພະແນກການກ່ຽວຂ້ອງຂອງແຂວງ ຢູ່ 2 ແຂວງ ຄື: ແຂວງຄຳມ່ວນ ຈະລົງຢູ່ເມືອງໜອງບົກ ແລະ ແຂວງສະຫວັນນະເຂດ ຈະລົງຢູ່ເມືອງໄຊບູລີ ຍ້ອນວ່າ 2 ເມືອງດັ່ງກ່າວ ມີເງື່ອນໄຂທີ່ເໝາະແກ່ການສ້າງໂຄງການທົດລອງ ຍ້ອນມີລະບົບຊົນລະປະທານ ແລະ ຈະເລີ່ມຈັດຕັ້ງປະຕິບັດໂຄງການຕົວຈິງ ໃນທ້າຍເດືອນ 12/2023 ເປັນຕົ້ນໄປ ແລະ ຄາດວ່າໂຄງການດັ່ງກ່າວຈະນໍາເອົາຜົນປະໂຫຍດມາສູ່ປະຊາຊົນ; 2. ໂຄງການຮ່ວມມືລະຫວ່າງ ສນຊ ກັບ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໂຄງການນີ້ແມ່ນແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ.
ທ່ານ​ກ່າວ​ຕື່ມ​ວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ກອງທຶນມີທັງໝົດ 38 ກອງທຶນ ຊຶ່ງຈັດຕັ້ງຂຶ້ນໃນ 10 ແຂວງ ຄື: ໄຊສົມບູນ; ໄຊຍະບູລີ; ຫົວພັນ; ນະຄອນຫຼວງວຽງຈັນ; ສະຫວັນນະເຂດ; ຄຳມ່ວນ; ຈຳປາສັກ; ເຊກອງ; ສາລະວັນ ແລະ ແຂວງອັດຕະປື. ໃນ 10 ແຂວງດັ່ງກ່າວ ແມ່ນໄດ້ມີກິດຈະກໍາດັ່ງນີ້: ແຂວງໄຊສົມບູນ: ໄດ້ສ້າງກອງທຶນ ແລະ ສ້າງສູນກະສິກຳຕົວແບບ ປັດຈຸບັນ ຢູ່ສູນໄດ້ທົດລອງປູກຜັກ-ໝາກໄມ້ໃນເຮືອນຮົ່ມ ເຊັ່ນ: ໝາກອາງຸ່ນ, ໝາກໂມ, ໝາກເມລອນ, ປູກເຂົ້າ ແລະ ອື່ນໆ; ສຳລັບດ້ານການລ້ຽງສັດ: ໄດ້ມີການລ້ຽງງົວພັນນົມ, ແບ້, ໝູປ່າ, ເປັນ, ໄກ່, ປາ ແລະ ອື່ນໆ ຢູ່ຈຸດສຸມ 516 ເມືອງລ້ອງຊານ, ແຂວງຫົວພັນ: ມີການສ້າງສູນເຕັກນິກກະສິກຳຢູ່ ບ້ານນາໄກ່ ແລະ ບ້ານວຽງໄຊ ເມືອງວຽງໄຊ ໄດ້ມີການທົດລອງປູກຕົ້ນໝາກ ມ່ວງ, ໝາກໄພ, ໝາກໝັ້ນຫວານ, ໝາກນາວ, ໝາກກ້ຽງໃຫຍ່ ແລະ ໄດ້ດຳເນີນໂຄງການກໍ່ສ້າງໂຮງແຮມເມືອງວຽງໄຊ ແລະ ອື່ນໆ, ແຂວງຄຳມ່ວນ: ກຳລັງສ້າງສູນພັດທະນາ ກະສິກຳທັນສະໄໝ ແບບຄົບວົງຈອນ ທີ່ບ້ານໂພນເຍຍນ້ອຍ ເມືອງທ່າແຂກ, ແຂວງສະຫວັນນະເຂດ: ສ້າງສູນທົດລອງຂອງກອງທຶນ ຢູ່ບ້ານລະຫານໍ້າ ເມືອງສອງຄອນ, ບ້ານຍາງຄໍ້າ ເມືອງໄຊບູລີ ແລະ ບ້ານດົງຄຳໝື່ນ ເມືອງຈຳພອນ ແລະ ຢູ່ເມືອງອື່ນໆອີກຈຳນວນໜຶ່ງ ຢູ່ແຂວງສະຫວັນນະເຂດນີ້ໄດ້ມີການເຮັດໂຄງການນາໄຮ່ໃຫຍ່, ໂຄງການຊົນລະປະທານຂະໜາດນ້ອຍໂຄງການຈົກໜອງໄວ້ລ້ຽງປາ ແລະ ອື່ນໆ, ນະຄອນຫຼວງວຽງຈັນ: ກອງທຶນ ບ້ານປາກແຖບ ເມືອງສັງທອງ ໄດ້ດຳເນີນການປູກພືດກະສິກຳເຊັ່ນ: ປູກຕົ້ນກ້ວຍ, ໝາກມັງກອນ, ໝາກເລັ່ນ ແລະ ອື່ນໆ; ແຂວງໄຊຍະບູລີ: ໄດ້ຈັດຕັ້ງກອງທຶນ ຢູ່ບ້ານ ນໍ້າຕວນ ເມືອງໄຊຍະບູລີ ແລະ ບ້ານນາບອນເມືອງ ແກ່ນທ້າວ, ດຳເນີນໂຄງການສົ່ງເສີມຜູ້ປະກອບການລ້ຽງສັດ ເຊັ່ນ: ການລ້ຽງໝູແບບຟາມ ແລະ ອື່ນໆ, ແຂວງຈຳປາສັກ: ດຳເນີນໂຄງການສົ່ງເສີມ ຜູ້ປະກອບການລ້ຽງສັດ ເຊັ່ນ: ລຽງໝູພັນ ແລະ ໄກ່ແບບຟາມ ແລະ ອື່ນໆ. ໃນການດຳເນີນໂຄງການຮ່ວມມືລະຫວ່າງ ສນຊ ກັບ ບໍລິສັດ ພົງສະຫວັນ ຈະມີການປັບປຸງດ້ານການຈັດຕັ້ງ, ບົດບັນທຶກຊ່ວຍຈຳເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ