ພະຍາດອະຫິຫວາລະບາດໃນແຊມບີ

ພະຍາດອະຫິຫວາລະບາດໃນແຊມບີ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາ, ກະຊວງສາທາລະນະສຸກຂອງແຊມບີໄດ້ເປີດຜີຍບົດລາຍງານໂດຍລະບຸວ່າ ມີປະຊາຊົນໃນປະເທດເສຍຊີວິດຈາກພະຍາດອະຫິຫວາແລ້ວ 93 ຄົນ ນັບຕັ້ງແຕ່ຕົ້ນປີ 2023.
    ທັງນີ້, ການແຜ່ລະບາດໃນຮອບປັດຈຸບັນຂອງພະຍາດອະຫິຫວາໃນແຊມບີເກີດຂຶ້ນເມື່ອເດືອນຕຸລາທີ່ຜ່ານມາ ແລະ ສະພາບອາກາດຮ້ອນຂຶ້ນບວກກັບຝົນທີ່ຕົກລົງມາຢ່າງໜັກສົ່ງຜົນໃຫ້ສະຖານະການຍິ່ງຮຸນແຮງ ທາງດ້ານຊິມບັນເວຊຶ່ງເປັນປະເທດເພື່ອນບ້ານຂອງແຊມບີກໍໄດ້ປະກາດສະຖານະການສຸກເສີນຈາກພະຍາດອະຫິວາເມື່ອບໍ່ດົນມານີ້ ຫຼັງຈາກພົບຜູ້ເສຍຊີວິດຫຼາຍກວ່າ 250 ຄົນ ສະສົມຕັ້ງແຕ່ເດືອນກຸມພາ2023 ໃນຂະນະທີ່ມີການສັງເກດການຢ່າງໃກ້ຊິດຂອງອົງການອະນາໄມໂລກ (WHO) ຊຶ່ງເປັນຫ່ວງສະຖານະການການແຜ່ລະບາດຂອງພະຍາດອະຫິວາໃນປີ 2023 ຮຸນແຮງກວ່າຫຼາຍປີທີ່ຜ່ານມາ ໂດຍມີການຢຶນຢັນຜູ້ປ່ວຍແລ້ວຫຼາຍກວ່າ 580.000 ຄົນ ຕາມສະຖິຕິຫຼ້າສຸດເມື່ອເດືອນກັນຍາ2023.
    ສະຖິຕິດັ່ງກ່າວເພີ່ມຂຶ້ນຈາກ 472.697 ຄົນ ທີ່ມີການຢືນຢັນ ເມື່ອປີ 2022 ຊຶ່ງເພີ່ມຂຶ້ນແບບກ້າວກະໂດດຈາກ 223.370 ຄົນເມື່ອປີ 2021.

ຄໍາເຫັນ

ຂ່າວຕ່າງປະເທດ

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Hala ຊຶ່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ແລະ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືເປີດກວ້າງຂອບເຂດການຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທົ່ວໂລກ.
ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ພະແນກສາທາລະນະສຸກຂອງລັດ New South Wales ປະເທດອົສຕຣາລີ ໄດ້ອອກຄໍາເຕືອນກ່ຽວກັບອັນຕະລາຍຈາກການກິນເຫັດ “ໝວກມໍລະນະ” ຊຶ່ງເປັນເຫັດພິດຮ້າຍແຮງ ທີ່ພົບເຫັນໃນປ່າທຳມະຊາດຂອງນະຄອນຊິດນີ ແລະ ບໍລິເວນອ້ອມຂ້າງ ເມື່ອບໍ່ດົນມານີ້.
ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ຂ່າວຕ່າງປະເທດລາຍ ຫວ່າງບໍ່ດົນມານີ້ວ່າ: ຫ້ອງການເສດຖະກິດ (SECO) ຂອງປະເທດສະວິດ ປະກາດຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດສໍາລັບປີ 2025 ແລະ 2026 ເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍການຄ້າ ແລະ ເສດຖະກິດລະຫວ່າງປະເທດຍັງຄົງສູງ ແລະ ສົ່ງຜົນຕໍ່ທ່າອ່ຽງຂອງເສດຖະກິດທົ່ວໂລກ ແລະ ເສດຖະກິດ ສະວິດ.
ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ແລະ ທ່ານ ເຄຍ ສະຕາຣເມີ ນາຍົກລັດຖະມົນຕີອັງກິດ ໄດ້ລົງນາມໃນຂໍ້ຕົກລົງການຄ້າລະຫວ່າງກອງປະຊຸມສຸດຍອດ G7 ທີ່ການາດາ, ທ່ານ ສະຕາຣເມີ ກ່າວວ່າ: ຂໍ້ຕົກລົງນີ້ຈະປະຕິບັດຕາມຂໍ້ຕົກລົງສອງຝ່າຍກ່ຽວກັບອັດຕາພາສີລົດຍົນ ແລະ ການບິນອາວະກາດ.
ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດຂອງສິງກະໂປ (Enterprise Singapore) ເປີດເຜີຍໃນວັນທີ 17 ມິຖຸນາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ (NODX) ຫຼຸດລົງ 3.5% ໃນເດືອນພຶດສະພາ ເມື່ອປຽບທຽບປີຕໍ່ປີ, ຈາກທີ່ເຄີຍຂະຫຍາຍຕົວເຖິງ 12.4% ໃນເດືອນເມສາ ແລະ ກົງກັນຂ້າມກັບນັກນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 8%.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 17 ມິ​ຖຸ​ນາ​ ຜ່ານມາ (​ຕາມ​ເວ​ລາ​ທ້ອງ​ຖິ່ນ), ກອງ​ປະ​ຊຸມ​ສຸດຍອດ ຈີນ-ອາ​ຊີ​ກາງ ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ເອ​ກະ​ລາດ ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ ປະເທດ​ກາ​ຊັກ​ສະ​ຖານ. ທ່ານ ຄາ​ຊິມ ໂຈ​ມັດ ໂ​ຕ​ຄາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ພ້ອມ​ດ້ວຍ​ປະ​ມຸກ​ລັດ​​ຈາກປະ​ເທ​ດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ຫວຽດນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ​ຂອງລັດ​ວິ​ສາ​ຫະ​ກິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

ຫວຽດນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ​ຂອງລັດ​ວິ​ສາ​ຫະ​ກິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ ຢູ່ສຳນັກງານລັດຖະບານ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບແຜນຮ່າງສະຫຼຸບການປະຕິບັດມະຕິກອງປະຊຸມສູນກາງ ຄັ້ງທີ 5 ຂອງພັກກອມມູນິດ ຫວຽດນາມ ຊຸດທີ XII ກ່ຽວກັບລັດວິສາຫະກິດ.
ຈັດກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ-ອາ​ຊີ​ກາງ 2025 ຢູ່​ອັ​ສ​ຕາ​ນາ

ຈັດກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ-ອາ​ຊີ​ກາງ 2025 ຢູ່​ອັ​ສ​ຕາ​ນາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ມິ​ຖຸ​ນາ ຜ່ານມານີ້, ກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ - ອາ​ຊີ​ກາງ 2025 ທີ່​ມີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະ ອົງ​ການ​ສັງ​ລວມ​ວິ​ທະ​ຍຸ​ໂທ​ລະ​ພາບ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ​ເປັນ​ເຈົ້າ​ພາບ​ຮ່ວມ​ ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ. ແຂ​ກ​ຜູ້​ມີ​ກຽດ 150 ກວ່າ​ທ່ານ​ຈາກວົງ​ການ​ຕ່າງໆ​ເຊັ່ນ:ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສື່ມວນ​ຊົນ, ການ​ສຶກ​ສາ ແລະ ອື່ນໆ​ຂອງ​ຈີນ ແລະ 5 ປະ​ເທດໃນ​ອາ​ຊີ​ກາງ​ ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້.
ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ຂ່າວຕ່າງປະເທດລາາຍງານ ຫວ່າງມໍ່ໆມານີ້; ສະຖາບັນຄົ້ນຄວ້າກ່ຽວກັບເດັກ ຂອງອົສຕຣາລີ ລາຍງານວ່າ: ທີມນັກວິທະຍາສາດອົສຕຣາລີແລະສາກົນໄດ້ແນະນຳເຕັກນິກປັນຍາປະດິດ (AI) ທີ່ສາມາດວິເຄາະຕົວຢ່າງມະເຮັງຈາກທົ່ວໂລກທີ່ເຊື່ອຖືໄດ້ ຊຶ່ງປູທາງສູ່ການປິ່ນປົວມະເຮັງສ່ວນບຸກຄົນ ພ້ອມທັງປົກປ້ອງຄວາມເປັນສ່ວນຕົວຂອງຄົນເຈັບແລະຊ່ວຍໃຫ້ທ່ານໝໍປະຕິບັດການປິ່ນປົວຄົນເຈັບແຕ່ລະຄົນໄດ້ດີຍິ່ງຂຶ້ນ.
EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຫະພາບເອີຣົບ (EU) ກໍາລັງຊຸກຍູ້ມາດຕະການເພີ່ມປະສິດທິພາບການໃຊ້ພະລັງງານໃນສູນຂໍ້ມູນເພື່ອຫຼຸດຜ່ອນຜົນກະທົບຈາກການໃຊ້ໄຟຟ້າທີ່ຄາດວ່າຈະເພີ່ມຂຶ້ນຢ່າງໄວວາໃນທົດສະວັດນີ້ເນື່ອງຈາກການຂະຫຍາຍຕົວຂອງເຕັກໂນໂລຊີປັນຍາປະດິດ (AI) ຊຶ່ງປັດຈຸບັນສູນຂໍ້ມູນກວມເອົາປະມານ 3% ຂອງການໃຊ້ໄຟຟ້າຂອງ EU.
ເພີ່ມເຕີມ