ພັດ​ສະ​ດຸ​ໄປ​ສະ​ນີ​ດ່ວນ​ຈາກ​ຊາຍ​ແດນ​ຈີນ-ລາວ

ພັດ​ສະ​ດຸ​ໄປ​ສະ​ນີ​ດ່ວນ​ຈາກ​ຊາຍ​ແດນ​ຈີນ-ລາວ
ວັນ​ທີ 1 ມີ​ນາ ຜ່ານມາ​ນີ້, ບໍ​ລິ​ສັດ​ເສັ້ນ​ທາງ​ລົດ​ໄຟ​ລາວ​ຈີນ​ໃຫ້​ຮູ້​ວ່າ: ເລີ່ມ​ແຕ່​ວັນ​ທີ 20 ກຸມ​ພາ 2024 ເປັນ​ຕົ້ນ​ມາ, ບໍ​ລິ​ສັດເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ ​ທີ່​ຮັບ​ຜິ​ດ​ຊອບ​ການ​ເຄື່ອນ​ໄຫວ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ໃນປະ​ເທດ​ລາວ ​ໄດ້​ເປີດ​ບໍ​ລິ​ການ​ສົ່ງ​ເຄື່ອງ​ດ່ວນ​ບົນເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ ເປັນ​ຄັ້ງ​ທຳ​ອິດ, ໂດຍ​ສາ​ມາດ​ສົ່ງ​ເຖິງ​ທີ່​ໃນ​ມື້​ດຽວ​. ການ​ບໍ​ລິ​ການນີ້​ຈະ​ຊຸກ​ຍູ້​​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກຢູ່​ປະ​ເທດ​ລາວ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.
ໃນ​ຖາ​ນະ​ເປັນ​ພື້ນ​ຖານ​ໂຄງ​ລ່າງ​ອັນ​ສຳ​ຄັນ​ທີ່​ເຊື່ອມ​ຕໍ່​ປະ​ເທດ​ຈີນ ແລະ ປະ​ເທດ​ລາວ, ນັບ​ແຕ່​ການ​ເປີດ​ນຳ​ໃຊ້​ເປັນ​ຕົ້ນ​ມາ, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ປັບ​ປຸງ​ການ​ບໍ​ລິ​ການ​ຂອງ​ຕົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ການ​ສັນ​ຈອນ​ໄ​ປ​ມາຂອງ​ຜູ້​ໂດຍ​ສານ, ​ການ​ຈໍ​ລະ​ຈອນສິນ​ຄ້າ ແລະ ​ການ​ແລກ​ປ່ຽນຂໍ້​ມູນ​ຂ່າວ​ສານ​ຢ່າງ​ມີ​ປະ​ສິ​ດ​ທິ​ພາບ​ສູງ, ໄດ້​ເພີ່ມ​​ຄວາມ​ມີ​ຊີ​ວິດ​ຊີ​ວາ​ອັນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.
ໃນ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ, ນັບ​ແຕ່​ການ​ເປີດ​ນຳ​ໃຊ້​ເປັນ​ຕົ້ນ​ມາ, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຂົນ​ສົ່ງ​ສິນ​ຄ້າຫຼາຍ​ກວ່າ 33.059 ລ້ານກວ່າ​ໂຕນ, ໃນ​ນັ້ນ​ປະ​ລິ​ມານ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊ​າດ​ມີ​ເຖິງ 7.509 ລ້ານ​ໂຕນ. ປະ​ເພດ​ສິນ​ຄ້າ​ໄດ້​ເພີ່ມ​ຈາກ 10 ກວ່າ​ຊະ​ນິດ ເຊັ່ນ: ປຸ໋ຍ​ເຄ​ມີ, ເຄື່ອງ​ໃຊ້​ປະ​ຈຳ​ວັນ ແລະ​ ອື່ນໆ​ໃນ​ເບື້ອງ​ຕົ້ນ​ຂຶ້ນ​ເປັນ 2.900 ກວ່າ​ຊະ​ນິດ ເຊັ່ນ: ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ, ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ, ໝາກ​ໄມ້ ແລະ​ ອື່ນໆ. ໝາກ​ໄມ້ ແລະ​ ສິນ​ຄ້າ​ອື່ນໆ ຈາກ​ລາວ, ໄທ ແລະ ປະ​ເທດ​ຕ່າງໆ​ໄດ້​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ຂົນ​ສົ່ງ​ໄປ​ຮອດ​ນະ​ຄອນ​ຄຸນ​ໝິງ​ ແຂວງ​ຢຸນ​ນານ ​ຈີນ​ ຢ່າງ​ບໍ່​ຂາດ​ສາຍ, ແລ້ວ​ສົ່ງ​ໄປ​ຈຳ​ໜ່າຍ​ຢູ່​ແຂວງ​ເສ​ສວນ, ແຂວງກວາງ​ຕຸ້ງ ແລະ ແຫ່ງ​ອື່ນໆ, ສ່ວນ​ຜັກ, ໝາກ​ພິ​ລາ, ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ, ເຄື່ອງ​ໄຟ​ຟ້າ​​ຂະ​ໜາດນ້ອຍທີ່​ໃຊ້​ໃນ​ເຮືອນ ແລະ ສິນ​ຄ້າ​ອື່ນໆ​ຂອງ​ຈີນ​ໄດ້​ຖືກ​ຂົນ​ສົ່ງ​ໄປ​ຈຳ​ໜ່າຍ​ຢູ່​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ນອກ​ຈາກ​ນັ້ນ, ຮູບ​ແບບ​ໃໝ່​ດ້ານ​ກາ​ນ​ຂົນ​ສົ່ງ, ເຊັ່ນ “ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ + ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ”, ເຮັດ​ໃຫ້​ເວ​ລາ​ຈໍ​ລະ​ຈອນ​ສິນ​ຄ້າ​ລະ​ຫວ່າງ​ຊາດ​​ໄວ​ທີ່​ສຸດໄດ້ຫຼຸດ​ລົງ​​ເຫຼືອ​ພຽງ 15 ມື້ ຊຶ່ງ​ໄດ້​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ, ສະ​ໜອງ​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​​ທີ່​ມີ​ເອ​ກະ​ລັກພິ​ເສດ​ຂອງ​ປະ​ເທດ​​ຕ່າງໆ​ໃນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​​ຊຶ່ງ​ລວມ​ທັງ​ປະ​ເທດ​ລາວ ສາ​ມາດ​ເຂົ້າ​ສູ່​ຕະຫຼາດ​ເອີ​ຣົບ​ຢ່າງວ່ອງ​ໄວ, ໄດ້​ສ້າງ​ກາ​ລະ​ໂອ​ກາດ ແລະ ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃຫ້​ກັບ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ.
ໃນ​ດ້ານ​ການ​ຂົນ​ສົ່ງ​​ຜູ້ໂດຍ​ສານ, ນັບ​ມາ​ຮອດ​ວັນ​ທີ 19 ກຸມ​ພາ​ປີ 2024, ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ເຖິງ 28.897 ລ້ານ​ເທື່ອ​ຄົນ. ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ ​ປີ 2024 ເປັນ​ຕົ້ນ​ມາ, ​ຜູ້​ໂດຍ​ສານ​ບົນ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ ມີ​ຈຳ​ນວນຫຼວງຫຼາຍ​ຢ່າງ​ຕໍ່​ເນື່ອງ, ສະ​ເລ່ຍ​ແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ ໝື່ນ​ຄົນ​ຕໍ່​ມື້. ໂດຍ​ແນ​ໃສ່​ແກ້​ໄຂ​ບັນ​ຫາ​ທີ່​ຊື້​ປີ້​ຍາກ​ຍ້ອນ​ຈຳ​ນວນ​ຜູ້​ໂດຍ​ສານຂອງ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ເພີ່ມ​ຂຶ້ນຫຼາຍ, ນັບ​ແຕ່​ວັນ​ທີ 26 ມັງ​ກອນ 2024 ເປັນ​ຕົ້ນ​ມາ, ບ່ອນ​ນັ່ງ​ສຳ​ລັບ​ຜູ້​ໂດຍ​ສານ​ຂ້າມ​ຊາດ​ບົນ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເພີ່ມ​ຂຶ້ນ​ຈາກ 300 ບ່ອນ​ນັ່ງ​ເປັນ 350 ບ່ອນນັ່ງ, ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຜູ້​ໂດຍ​ສານຫຼາຍກວ່າ​ເກົ່າໃນ​ການ​ທຽວ​ໄປ​ມາ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ​ໂດຍ​ລົດ​ໄຟ​ຖ້ຽວ​ນີ້. ໃນ​ເດືອນ​ມັງ​ກອນ​ປີ​ນີ້, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 1,86 ລ້ານ​ເທື່ອ​ຄົນ, ໃນ​ນັ້ນ​ມີ​ຜູ້​ໂດຍ​ສານ​ຂ້າມ​ຊາດ 23.000 ເທື່ອ​ຄົນ ຊຶ່ງມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ.
ນອກ​ນີ້, ພາກ​ສ່ວນ​ຄຸ້ມ​ຄອງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ຍັງ​ໄດ້​ລົງ​ເລິກວິ​ເຄາະ​ຕະຫຼາດ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ ແລະ ຄວາມ​ຕ້ອງ​ການ​ຂອງ​ຜູ້​ໂດຍ​ສານ, ອອກ​ແບບ​ເສັ້ນ​ທາງ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ ແລະ ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຕ່າງໆ​ຢູ່​ລາວ, ເຊັ່ນ: “ດິນ​ແດນເລິກ​ລັບ·ພາບ​ລວມ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ” ​ເປັນ​ເວ​ລາ 12 ວັນ, “ຂີ່​ລົດ​ໄຟ​ທ່ຽວ​ປະ​ເທດ​ລາວ” ເປັນ​ເວ​ລາ 7 ວັນ ແລະ​ ອື່ນໆ, ຈັດ​ຕັ້ງ​ຜູ້​ໂດຍ​ສານ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ໄປ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ລາວ. ຫວ່າງ​ບໍ່​ດົນ​ມາ​ນີ້, ກຸ່ມ​ບໍ​ລິ​ສັດ​ເສັ້ນ​ທາງ​ລົດ​ໄຟ​ຈີນສາ​ຂາ​ປັກ​ກິ່ງ​ໃຫ້​ຮູ້​ວ່າ, ປີ 2024 ກຸ່ມ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ເສັ້ນ​ທາງ​ລົດ​ໄຟ​ຈີນ​ຈະ​ນຳ​ສະ​ເໜີ​ຂະ​ບວນ​ລົດ​ໄຟ​ທ່ອງ​ທ່ຽວ​ທີ່​ມີ​ຫົວ​ຂໍ້​ວ່າ “ຂີ່​ລົ​ດ​ໄຟ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ ສຳ​ຜັດ​ກັບ​ປະ​ເທດ​ລາວ” ໃນ​ວັນ​ທີ 18 ມີ​ນາ ​ນີ້ ຊຶ່ງຈະເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ປັກ​ກິ່ງ​ສາ​ມາດ​ຂີ່​ລົດ​ໄຟ​ໄປ​ສຳ​ຜັດ​ກັບ​ແຫຼ່ງ​ທ່​ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ແຫ່ງ​ຕ່າງໆ​ຂອງ​ລາວ​ໂດຍ​ບໍ່​ຕ້ອງ​ປ່ຽນ​ລົດ​ໄຟ.
ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ ແລະ ປອດ​ໄພໃຫ້​ແກ່​ປະ​ຊາ​ຊົນ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ໃນ​ການ​ຂົນ​​ສົ່ງສິນ​ຄ້າ, ເລີ່ມ​ແຕ່​ວັນ​ທີ 20 ກຸມ​ພາ 2024 ເປັນ​ຕົ້ນ​ໄປ, ໃນ​ຕອນ​ເຊົ້າ​ຂອງທຸກໆ​ມື້, ກ່ອນ​ການ​ອອກ​ເດີນ​ທາງຂອງຂະ​ບວ​ນ​ລົດ​ໄຟ​ຖ້ຽວ K12 ທີ່​ຈາກ​ນະ​ຄອນຫຼວງ​ວຽງ​ຈັນ​ໄປ​ສູ່​ບໍ່​ເຕ່ນ, ແລະ ລົດ​ໄຟ​ຖ້ຽວ K11 ທີ່​ຈາກ​ບໍ່​ເຕ່ນ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ, ພະ​ນັກ​ງານ​ລົດ​ໄຟ​ຈະ​ຂົນ​​ເອົາ​ຫີບ​ໄປ​ສະ​ນີ​ດ່ວນ​ທີ່​ເຕັມ​ໄປ​ດ້ວຍ​ພັດ​ສະ​ດຸ​ໄປ​ສະ​ນີ​ດ່ວນ​ເຂົ້າ​ໃນ​ຕູ້​ລົດ​ໄຟ ແລະ ສົ່ງ​ໄປ​ຈຸດ​ໝາຍ​ປາຍ​ທາງ, ການ​ສົ່ງ​ສິນ​ຄ້າ​​ຂະ​ໜາດນ້ອຍ ​​ແລະ ​ຈຳ​ນວນ​ໜ້ອຍ​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ປອດ​ໄພ ແລະ ວ່ອງ​ໄວ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ, ເພື່ອນ​ມິດ​ໃນ​ລາວ ​ຊື້​ເຄື່ອງ​ຜ່ານ​ອິນ​ເຕີ​ເນັດ​ຈາກ​ຈີນ ກໍ​ຈະ​ນັບ​ມື້​ນັບ​ສະ​ດວກກວ່າ​ເກົ່າ.
ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ