ພັດທະນານັກມວຍລາວ ກ້າວສູ່ມືອາຊີບ ແລະ ສາກົນ

ພັດທະນານັກມວຍລາວ ກ້າວສູ່ມືອາຊີບ ແລະ ສາກົນ
ຂປລ. ຫວ່າງບົນມານີ້, ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມກັບ ທະນາຄານ ເຈດີບີ, ທະນາຄານຫວຽດຕິນ ແລະ ບັນດາບໍລິສັດ, ຫ້າງຮ້ານຕ່າງໆ ຈັດກິດຈະກຳແຂ່ງຂັນຕີມວຍ ຢູ່ນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົາຜູ້ທີ່ມີພອນສະຫວັນ, ເກັ່ງ, ສີມືດີ ເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນ ໂດຍມີນັກມວຍຈາກຄ້າຍມວຍຕ່າງໆ ຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຂົ້າຮ່ວມແຂ່ງຂັນ ໂດຍມີມວນຊົນ ທັງຄົນລາວ ແລະ ຄົນຕ່າງປະເທດ ທຸກເພດ, ທຸກໄວ ເຂົ້າຮ່ວມຊົມ, ຮ່ວມເຊຍ ຢ່າງຄຶກຄື້ນມ່ວນຊື່ນ.
ການຈັດການແຂ່ງຂັນຕີມວຍໃນຄັ້ງນີ້, ແນໃສ່ພັດທະນາກິລາມວຍລາວ ໃຫ້ເປັນມືອາຊີບ, ກ້າວສູ່ສາກົນ ແລະ ເພື່ອຊອກຫານັກມວຍ ຜູ້ທີ່ມີພອນສະຫວັນ ເປັນຕາງໜ້າປະເທດລາວ ໄປຮ່ວມແຂ່ງຂັນໃນລະດັບສາກົນ ກໍຄື ລະດັບຊີເກມ, ອາຊຽນເກມ, ໂອແລັມປິກ ຫຼື ກ້າວໄປສູ່ການແຂ່ງມືອາຊີບ, ທັງເປັນການສົ່ງເສີມໃຫ້ໄວໜຸ່ມລາວ ຫັນມາຫຼິ້ນກິລາມວຍລາວ ໃຫ້ຫຼາຍຂຶ້ນ ຊຶ່ງວິໄສທັດ ຂອງ ຄະນະບໍລິຫານງານສະຫະພັນກິລາມວຍແຫ່ງຊາດລາວ ລະບຸວ່າ: ຈະສ້າງຄວາມນິຍົມສົ່ງເສີມ ແລະ ພັດທະນາມວຍລາວ ໃນແນວທາງມວຍລາວສ້າງຄົນ, ສ້າງອາຊີບ ແລະ ສ້າງເສດຖະກິດຂອງຊາດ ແນໃສ່ສົ່ງເສີມ ແລະ ຂະຫຍາຍຄວາມນິຍົມກິລາມວຍລາວ ໃຫ້ເຍົາວະຊົນ ແລະ ຊາວໜຸ່ມໃນທົ່ວປະເທດ ແລະ ພັດທະນາ ນັກກິລາມວຍ ຈາກພື້ນຖານ ກ້າວສູ່ຄວາມເປັນມືອາຊີບ ແລະ ຈະສ້າງນັກມວຍລາວ ກາຍເປັນນັກຊົກຝີມືດີ ເທົ່າທັນກັບປະເທດເພື່ອນບ້ານ ສາມາດອອກໄປຊົກກັບນັກກິລາຕ່າງຊາດ ເພື່ອສ້າງກຽດຊື່ສຽງມາສູ່ປະເທດຊາດ. 
    ການແຂ່ງຂັນຄັ້ງນີ້ ມີທັງໝົດ 9 ຄູ່, ມວຍຍິງ 1 ຄູ່. ໃນນັ້ນ, ການແຂ່ງຂັນທີ່ດຸເດືອດແມ່ນເປັນການຕີມວຍມາຣາທອນ ຮຸ່ນນໍ້າໜັກ 60 ກິໂລກຣາມ ໂດຍຄູ່ທຳອິດແມ່ນ ສອນນາລາຍ ຈາກກະຊວງປ້ອງກັນ ປະເທດ ພົບກັບ ອະນັນຕາສັກ ເຈດີບີ ສ.ສັກສິດ ແລະ ຄູ່ທີສອງ ອາເຈີນ ເອໄອດີຊີ ຈາກຄ້າຍມວຍລາວລ້ານຊ້າງ ພົບກັບ ເພັດຈຳປາຫວຽດຕິນແບັງ ຊຶ່ງຜົນງານແຂ່ງຂັນຮອບທຳອິດ ປະກົດວ່າ ສອນນາລາຍ ຈາກກະຊວງປ້ອງກັນປະເທດ ເອົາຊະນະນັອກ ອະນັນຕາສັກ ເຈດີບີ ສ.ສັກສິດ ໄປໄດ້ແບບສະບາຍ ຜ່ານເຂົ້າຮອບຊີງຊະນະເລີດ ກັບ ເພັດຈຳປາ ຫວຽດຕິນແບັງ ທີ່ເອົາຊະນະ ອາເຈີນ ເອໄອດີຊີ ຈາກຄ້າຍມວຍລາວລ້ານຊ້າງ ແລະ ຜົນການແຂ່ງຂັນໃນຮອບຊີງຊະນະເລີດ ເປັນຝ່າຍ ເພັດຈຳປາ ຫວຽດຕິນແບັງ ຍັງອອກອາວຸດໄດ້ຢ່າງຄົບເຄື່ອງເອົາຊະນະນັອກ ສອນນາລາຍ ຈາກກະຊວງປ້ອງກັນປະເທດ ໄປໄດ້ໃນຍົກທີ 2 ຄວ້າແຊັມໄປຄອງໄດ້ສຳເລັດ. 
ສ່ວນຜົນການແຂ່ງຂັນມວຍຄູ່ປະກອບລາຍການ ຮຸ່ນນໍ້າໜັກ 58 ກິໂລກຣາມ ແມັກນ້ອຍ ຫວຽດຕິນແບັງ ຊະນະຄະແນນ ສອນໄຊ, ຮຸ່ນນໍ້າໜັກ 64 ກິໂລກຣາມ ເພັດພູພານ ຫວຽດຕິນແບັງ ຈາກຄ້າຍມວຍລາວລ້ານຊ້າງ ສະເໝີ ລູກນໍ້າທັບ ໃສທິລາດເມືອງສີ່ທິດ, ຮຸ່ນນໍ້າໜັກ 75 ກິໂລກຣາມ ກຸ້ງນະພາ ເອໄອດີຊີ ເສຍໃຫ້ ກໍ່າກາດໍາ ເຈດີບີ ສ.ເຊກອງ, ຮຸ່ນນໍ້າໜັກ 53 ກິໂລກຣາມ ນ້ອງເບຍ ເອັດເອັມແອວ ກະຊວງປ້ອງກັນປະເທດ ເສຍນັອກໃຫ້ ເຈມສັກ ອໍໂຕສະປີດ, ຮຸ່ນນໍ້າໜັກ 51 ກິໂລກຣາມຍິງ ດີສາວລາວ ເອັດເອັມຈີ ກຣຸບ ຊາຟາຢີມ ຊະນະນັອກ ແກ້ວຄູນເຮືອນ ວຽງຈັນ ຟິດເນັດ, ຮຸ່ນນໍ້າໜັກ 57ກິໂລກຣາມ ເກົ້າແສນ ເຈດີບີ ຂວັນໃຈສີໂຄດ ເສຍໃຫ້ ກ້ອງໂພໄຊ ເອໄອດີຊີ ປະກາຍທອງຢິມ ແລະ ຮຸ່ນນໍ້າໜັກ 53 ກິໂລກຣາມ ຫຼ່ຽມ ເພັດນ້ອຍ ທະວີຊັບ ໝູຢໍ່ນາງລຽນ ຊະນະນັອກ ຄອມພິວເຕີ ວຽງຈັນຟິດເນັດ ສິດຊຽນນິຍົມ.
        ການແຂ່ງຂັນຊົກມວຍໃນຄັ້ງນີ້, ໄດ້ເປີດໂອກາດໃຫ້ນັກມວຍຈາກຄ້າຍມວຍຕ່າງໆ ໃນຂອບເຂດທົ່ວປະເທດ ລວມເຖິງນັກມວຍຕ່າງປະເທດ ກໍສາມາດເຂົ້າມາສະໝັກຮ່ວມການແຂ່ງຂັນໄດ້ ແລະ ຖ້າໄດ້ຮັບໝາກຜົນທີ່ດີ ມີຜູ້ເຂົ້າມາເບິ່ງມາຊົມຫຼາຍຂຶ້ນ ຈະສືບຕໍ່ຈັດຂຶ້ນເດືອນລະເທື່ອ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ມັກເບິ່ງຕີມວຍ ຢູ່ ສປປ ລາວ ໃຫ້ໄດ້ມາສຳພັດເບິ່ງກັບຫູກັບຕາ ດ້ວຍຕົນເອງ ຊຶ່ງມັນໄດ້ທັງຄວາມຕື່ນເຕັ້ນ ແລະ ລຸ້ນໄປກັບນັກກິລາ ຜູ້ທີ່ຕົນມັກ ແລະ ອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ