ພາຍໃຕ້ການນໍາພາຂອງພັກ ແຂວງໄຊສົມບູນມີການພັດທະນາຢ່າງຕໍ່ເນື່ອງ ໂດຍ:ວັນໄຊຕະວິນຍານ

ພາຍໃຕ້ການນໍາພາຂອງພັກ ແຂວງໄຊສົມບູນມີການພັດທະນາຢ່າງຕໍ່ເນື່ອງ ໂດຍ:ວັນໄຊຕະວິນຍານ

ພາຍໃຕ້ການນໍາພາຂອງພັກ ແຂວງໄຊສົມບູນມີການພັດທະນາຢ່າງຕໍ່ເນື່ອງ ໂດຍ:ວັນໄຊຕະວິນຍານ
ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນໄດ້ສະແດງຄວາມຮູ້ສຶກຂອງຕົນ ຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 70 ປີວ່າ:ພັກປະຊາຊົນ

ກໍຄືພັກປະຊາຊົນປະຕິວັດລາວໃນປັດຈຸບັນ ແມ່ນ ມີຄວາມເຕີບໃຫຍ່ເຂັ້ມແຂງ ຮອບດ້ານ,ຍາມໃດກໍຢຶດໝັ້ນລັດທິ ມາກ-ເລນິນ, ເປັນຕົວແທນໃຫ້ແກ່ສິດ ແລະຜົນປະໂຫຍດຂອງຊົນຊັ້ນກໍາມະກອນ ແລະຊາວຜູ້ອອກແຮງງານບັນດາເຜົ່າຢ່າງສະເໝີຕົ້ນສະເໝີປາຍ.

ຜົນງານທີ່ພົ້ນເດັ່ນທີ່ສຸດແມ່ນນັບແຕ່ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1955 ພັກໄດ້ນໍາພາປະຊາຊົນລາວບັນດາເຜົ່າ ລຸກຂຶ້ນຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ ຢ່າງອົງອາດກ້າແກ່ນ.ກອບກູ້ເອົາເອກະລາດ,ຜືນແຜ່ນດິນອັນຄົບຖ້ວນ ມາໃຫ້ແກ່ປະຊາຊົນລາວບັນດາເຜົ່າ; ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ແບບບົວບໍ່ຊ້ຳ ນໍ້າບໍ່ຂຸ່ນ (ບໍ່ມີການສູນເສຍຊີວິດເລືອດເນື້ອ) ຊຶ່ງບໍ່ມີປະເທດໃດໃນໂລກເຮັດໄດ້.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍພັກໄດ້ສຸມໃສ່ນໍາພາ ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຮໍາບາດແຜສົງຄາມ ທີ່ຍືດເຍື້ອມານານຫຼາຍສິບປີ;ມາຮອດປີ 1986 ພັກໄດ້ກໍານົດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ຖືກຕ້ອງ, ສອດຄ່ອງກັບສະພາບຈຸດພິເສດຂອງປະເທດ ດ້ວຍການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ສາມາດບັນລຸໄດ້ຜົນງານອັນໃຫຍ່ຫຼວງເຮັດໃຫ້ປະເທດຊາດຂອງພວກເຮົາມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ເສດຖະກິດຂອງປະເທດຂະຫຍາຍຕົວ,ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນ ມີຫຼາຍພັນຄອບຄອບຫຼຸດພົ້ນອອກຈາກຄວາມທຸກຍາກ; ດ້ານວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາ ໂດຍສະເພາະການຍົກລະດັບ ຄຸນນະພາບການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ສີມືແຮງງານ, ມູນເຊື້ອ ແລະຄຸນຄ່າວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການອະນຸລັກຮັກສາ ແລະເສີມຂະຫຍາຍຢ່າງຕໍ່ເນື່ອງ; ອໍານາດການປົກຄອງ, ກົງຈັກການຈັດຕັ້ງທຸກຂັ້ນ ໄດ້ຮັບການບູລະນະ, ປັບປຸງໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດ.

ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ກ່າວຕື່ມວ່າ: ສໍາລັບແຂວງໄຊສົມບູນ ພູມີປະເທດເປັນພູຜາສູງຊັນ, ທຸລະການດານ ກ່ອນໜ້ານີ້ຫຼາຍສິບປີ ຍັງເປັນເຂດຫຍຸ້ງຍາກຫຼາຍດ້ານ, ພື້ນຖານໂຄງລ່າງເສັ້ນທາງເຂົ້າ-ອອກ, ໄປ-ມາຫຍຸ້ງຍາກ ປະຊາຊົນ ສ່ວນຫຼາຍຍັງທຸກຍາກ, ຫຼ້າຫຼັງ, ດໍາລົງຊີວິດກະແຈກກະຈາຍ, ຂຶ້ນກັບທໍາມະຊາດເປັນສ່ວນໃຫຍ່. ຍ້ອນເຫັນໄດ້ຄວາມຈໍາເປັນ ແລະຄວາມຫຍຸ້ງຍາກຄືດັ່ງກ່າວ ພັກຈຶ່ງໄດ້ຕັດສິນໃຈຕົກລົງສ້າງຕັ້ງແຂວງໄຊສົມບູນຂຶ້ນ ໃນວັນທີ 13 ທັນວາ 2013 ແລະປະກາດເປັນທາງການໃນວັນທີ 31 ທັນວາ 2013. ອົງການປົກຄອງແຂວງແຕ່ລະສະໄໝ ໄດ້ສຸມໃສ່ນໍາພາພັດທະນາແຂວງໄຊສົມບູນຢ່າງຕັ້ງໜ້າໂດຍຖືເອົາວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດ, ປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜ່ນ; ພັດທະນາເສດຖະກິດ-ສັງຄົມເປັນໃຈກາງ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງແຂງແຮງ ໄປພ້ອມກັບການກໍ່ສ້າງພື້ນຖານໂຄງລ່າງ ດ້ານເສັ້ນທາງຄົມມະນາຄົມ ຈາກແຂວງຫາເມືອງ, ເມືອງຫາບ້ານ ແລະເສັ້ນທາງເຊື່ອມຈອດກັບບັນດາແຂວງອ້ອມຂ້າງ ເຮັດໃຫ້ແຂວງໄຊສົມບູນໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ, ສັງຄົມມີຄວາມສະຫງົບ.

ມາຮອດທ້າຍປີ 2018 ກົມການເມືອງສູນກາງພັກຈຶ່ງໄດ້ອອກມະຕິ ເລກທີ 055/ກມສພ ວ່າດ້ວຍການຮັບຮອງເອົາຍຸດທະສາດການພັດທະນາເຂດຈຸດສຸມໃຈກາງແຂວງໄຊສົມບູນ; ປີ 2019 ລັດຖະບານໄດ້ອອກດໍາລັດເລກທີ 414/ລບ, ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນ ຊຶ່ງເປັນນິຕິກໍາທີ່ສໍາຄັນພັດທະນາໄຊສົມບູນຕາມ 5 ທ່າແຮງຂອງແຂວງເຊັ່ນ: ດ້ານກະສິກໍາ, ທ່ອງທ່ຽວ, ໄຟຟ້າ, ບໍ່ແຮ່ແລະ ເປັນໃຈກາງທາງຜ່ານ. ໃນນີ້,ຂະແໜງກະສິກໍາ ແລະທ່ອງທ່ຽວ ເປັນຂະແໜງທີ່ເປັນບຸລິມະສິດໃຫ້ມີການຫັນປ່ຽນໄວຂຶ້ນກວ່າເກົ່າ.

ຕະຫຼອດໄລຍະ 11 ປີກວ່າທີ່ຜ່ານມາ ແຂວງໄຊສົມບູນມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ ອັນພົ້ນເດັ່ນ ແມ່ນສາມາດແກ້ໄຂໄດ້ໜໍ່ແໜງຄວາມບໍ່ສະຫງົບ ທີ່ເປັນບັນຫາສະສົມຍືດເຍື້ອຍາວນານມາຫຼາຍສິບປີ ສາມາດແກ້ໄຂຕົກໄປ; ປະຊາຊົນບັນດາເຜົ່າ ມີຄວາມຕື່ນຕົວທາງດ້ານການເມືອງສູງຂຶ້ນກວ່າເກົ່າ,ເຂົ້າຮ່ວມປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ,ປະກອບສ່ວນປົກປັກຮັກສາ ແລະສ້າງສາພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເມືອງ, ບ້ານ,ຍົກລະດັບຊີວິດການເປັນຢູ່ຂອງຕົນເອງດີຂຶ້ນເທື່ອລະກ້າວ ທໍາການຜະລິດ, ປູກຝັງ-ລ້ຽງສັດ, ຄ້າຂາຍ, ເຮັດທຸລະກິດ, ການບໍລິການ ແລະອື່ນໆ ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງເທື່ອລະກ້າວ. ການຈັດເກັບລາຍຮັບເຂົ້າງົບປະມານ ເພີ່ມຂຶ້ນ ແລະລື່ນແຜນການທຸກໆປີສົ່ງຜົນໃຫ້ແຂວງມີການພັດທະນາຢ່າງຮອບດ້ານ ດ້ວຍບາດກ້າວທີ່ໜັກແໜ້ນ, ເສດຖະກິດ-ສັງຄົມຂອງແຂວງ ຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ ສະເລ່ຍບໍ່ຫຼຸດ 7%ຕໍ່ປີ.

ການລົງທຶນພັດທະນາຂອງເອກະຊົນທັງພາຍໃນ ແລະຕ່າງປະເທດ, ໂຄງການລົງທຶນຂອງລັດ ນັບທັງສູນກາງ ແລະແຂວງຄຸ້ມຄອງ ກໍເພີ່ມຂຶ້ນ ໂດຍສະເພາະໂຄງການກໍ່ສ້າງພື້ນຖານໂຄງລ່າງດ້ານສໍານັກງານ-ອົງການຂອງລັດ ແລະເອກະຊົນ ໄດ້ຮັບການກໍ່ສ້າງເພີ່ມຂຶ້ນຢ່າງຕໍ່ເນື່ອງ; ບັນດາຖະໜົນຫົນທາງເມື່ອທຽບໃສ່ບໍ່ທັນສ້າງຕັ້ງແຂວງເສັ້ນທາງເຂົ້າ-ອອກແລະເສັ້ນທາງພາຍໃນແຂວງການໄປ-ມາພົບຄວາມຫຍຸ້ງຍາກ, ເປັນທາງດິນແດງແຕ່ປັດຈຸບັນໄດ້ຮັບການພັດທະນາຍົກລະດັບເປັນທາງປູຢາງຫຼາຍເສັ້ນ;ຂົງເຂດວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວເປັນຕົ້ນໄດ້ສຸມໃສ່ການພັດທະນາຊັບພະຍາກອນມະນຸດ, ປັບປຸງຍົກລະດັບຄຸນນະພາບການຮຽນ-ການສອນດີຂຶ້ນເປັນກ້າວໆ, ຕາໜ່າງການສຶກສາໄດ້ຮັບການຂະຫຍາຍກວ້າງຂວາງ, ອັດຕາເດັກໃນເກນອາຍຸໄດ້ເຂົ້າຮຽນທົ່ວເຖິງ,ຕາໜ່າງສາທາລະນະສຸກໄດ້ຂະຫຍາຍຕົວລົງສູ່ທ້ອງຖິ່ນຮາກຖານບ້ານ, ໂຮງໝໍແຂວງ, ໂຮງໝໍເມືອງ ແລະບັນດາສຸກສາລາໃນເມື່ອກ່ອນ ກໍໄດ້ຮັບການປັບປຸງຍົກລະດັບດີຂຶ້ນກວ່າເກົ່າເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການປິ່ນປົວຮັກສາສຸຂະພາບຢ່າງທົ່ວເຖິງ; ມູນເຊື້ອວັດທະນະທຳ,ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ, ສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດແລະວັດທະນະທໍາໄດ້ຮັບການປັບປຸງເທື່ອລະກ້າວ; ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແລະອົງການຈັດຕັ້ງມະຫາຊົນ ໄດ້ເອົາໃຈໃສ່ເປັນເຈົ້າການ ເຄື່ອນໄຫວຢ່າງແຂງແຮງໃນການເຕົ້າໂຮມສ້າງຄວາມສາມັກຄີປອງດອງເປັນປຶກແຜ່ນຂອງທຸກຊົນເຜົ່າ, ຊັ້ນຄົນ, ສາສະໜາ, ທຸກເພດທຸກໄວໃນທົ່ວແຂວງໄປພ້ອມກັບການເອົາໃຈໃສ່ໂຄສະນາສຶກສາອົບຮົມແລະປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາແຂວງໄຊສົມບູນນັບມື້ນັບກ້າວຂຶ້ນໄປຢ່າງໜັກແໜ້ນ.

ທັງໝົດເຫຼົ່ານີ້ ແມ່ນຜົນງານສ່ວນໜຶ່ງ ແຫ່ງການນໍາພາ-ຊີ້ນໍາອັນສະຫຼາດສ່ອງໃສ ແລະຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ ຈຶ່ງເຮັດໃຫ້ແຂວງໄຊສົມບູນພວກເຮົາ ໄດ້ຮັບການພັດທະນາເຕີບໃຫຍ່, ເຂັ້ມແຂງ, ໜັກແໜ້ນ ມາເຖິງທຸກວັນນີ້.

ຕາງໜ້າໃຫ້ຄະນະພັກ, ສະພາປະຊາຊົນແຂວງ ແລະອົງການປົກຄອງ ແຂວງໄຊສົມບູນ, ໃນນາມສ່ວນຕົວ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ພັກປະຊາຊົນປະຕິວັດລາວ, ຂ້າພະເຈົ້າ ພ້ອມແລ້ວຈະຂໍອຸທິດຕົນເພື່ອພັກ, ເພື່ອປະເທດຊາດ ແລະເພື່ອປະຊາຊົນລາວບັນດາເຜົ່າ ດ້ວຍການສຸມເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ ຄວາມສາມາດ, ບົດຮຽນປະສົບການຢ່າງບໍ່ຮູ້ອິດຮູ້ເມື່ອຍ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍຄືເຮັດໃຫ້ແຂວງໄຊສົມບູນພວກເຮົາ ໃຫ້ໄດ້ຮັບການພັດທະນາກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ, ຢຶດໝັ້ນຢ່າງຕາຍໃຈຕໍ່ອຸດົມການກ້າວຂຶ້ນສັງຄົມນິຍົມຂອງພັກ, ຈະນໍາເອົາຄວາມຢູ່ດີກິນດີ, ຄວາມສົມບູນພູນສຸກ ມາໃຫ້ແກ່ປະຊາຊົນລາວບັນດາເຜົ່າທົ່ວແຂວງໄຊສົມບູນ, ເອົາໃຈໃສ່ນໍາພາປົກປັກຮັກສາ ແລະສ້າງສາພັດທະນາແຂວງໄຊສົມບູນໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ