ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!
ປັດຈຸບັນ, ທົ່ວໂລກກໍາລັງຢູ່ໃນຍຸກສະໄໝຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃນການຕິດຕໍ່ສື່ສານ, ການສຶກສາ, ການຄ້າ ແລະ ອື່ນໆ ທີ່ເປັນປະໂຫຍດຕໍ່ສັງຄົມ ແລະ ການພັດທະນາ;ແຕ່ໃນເວລາດຽວກັນການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການເຕີບໂຕຢ່າງໄວວາຂອງປັນຍາປະດິດ (AI) ກໍກຳລັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງຕໍ່ເນື່ອງເຊັ່ນ: ການນໍາໃຊ້ເຕັກໂນໂລຊີ ເພື່ອການສະແຫວງຫາຜົນປະໂຫຍດ ເປັນຕົ້ນ ການຕິດຕາມ, ລົບກວນ, ການສົ່ງຕໍ່ຮູບພາບສ່ວນຕົວທີ່ບໍ່ໄດ້ຮັບຄວາມຍິນຍອມ, ຂົມຂູ່ທາງອອນລາຍ, ຮູບພາບປອມລາມົກອານາຈານທີ່ສ້າງດ້ວຍ ເອໄອ, ຮູບພາບວີດີໂອ ແລະ ສຽງທີ່ຖືກດັດແປງດ້ວຍ ດີຈີຕອນ, ຄຳເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ. ການກະທຳເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງນຳໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ: ການບັງຄັບ, ການລ່ວງລະເມີດທາງເພດ ໄປເຖິງການຄາດຕະກຳແມ່ຍິງ ແລະ ເດັກຍິງ; ຄວາມອັນຕະລາຍເຫຼົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ.
ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງອອນລາຍ, ໃນຊຸມປີຜ່ານມາ ພັກ ແລະ ລັດຖະບານ ໄດ້ຮັບຮອງເອົາບັນດານະໂຍບາຍ ແລະ ກົດໝາຍທີ່ສຳຄັນເປັນຕົ້ນ: ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ, ກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນອາດຊະຍາກຳທາງອິນເຕີເນັດ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ດຳລັດດ້ວຍການຄວບຄຸມຂໍ້ມູນຜ່ານອິນເຕີເນັດ. ນອກຈາກນັ້ນ, ຍັງໄດ້ມີການໂຄສະນາເຜີຍແຜ່ໃນການນຳໃຊ້ສື່ອອນລາຍທີ່ຖືກຕ້ອງ, ໃຫ້ຄໍາແນະນໍາ, ຂໍ້ມູນແລະໃຫ້ຄໍາປຶກສາກ່ຽວກັບຄວາມຮຸນແຮງທາງອອນລາຍ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ຖືກຄວາມຮຸນແຮງຜ່ານທາງອອນລາຍ.
• ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!
ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025, ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນໃນວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງຕັ້ງໜ້າ. ພ້ອມນັ້ນ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄດ້ຮັບຜົນດີຕະຫຼອດມາ ແລະ ຫວັງວ່າ ທຸກພາກສ່ວນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕື່ມອີກໃນອະນາຄົດ.
ເຖິງເວລາແລ້ວ ທີ່ພວກເຮົາ ຈະຕ້ອງຮ່ວມກັນ ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະ ເດັກ ຢ່າງຈິງຈັງ ແລະ ຕ້ອງຖືເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນໃນສັງຄົມ; ຂ້າພະເຈົ້າຮຽກຮ້ອງມາຍັງທຸກຂະແໜງການ, ບໍລິສັດທີ່ໃຫ້ບໍລິການດ້ານເຕັກໂນໂລຊີ,ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ຮ່ວມກັນກຳນົດມາດຕະການ ແລະ ສະໜອງຊັບພະຍາກອນທີ່ຈໍາເປັນເພື່ອປ້ອງກັນ ແລະ ແກ້ໄຂ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງດິຈິຕອນ ດ້ວຍການ:
• ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ການປັບຕົວໃນການນຳໃຊ້ນະວັດຕະກຳ ດີຈີຕອນໃຫ້ ແມ່ຍິງ, ເດັກຍິງ ແລະ ທຸກພາກສ່ວນໃນສັງຄົມ;
• ກຳນົດໃຫ້ການໃຊ້ຄວາມຮູນແຮງ ຜ່ານທາງດິຈີຕອນ ຕໍ່ແມ່ຍິງ ແລະ ເດັກຍິງ ເປັນຄວາມຜິດທາງອາຍາ;
• ສ້າງຄວາມເຂັ້ມແຂງໃຫ້ຂະແໜງການບັງຄັບໃຊ້ກົດໝາຍໃນການສືບສວນ ແລະ ດໍາເນີນຄະດີ ເພື່ອສາມາດນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ; ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ຮັບຜິດຊອບຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ສາມາດໃຫ້ການບໍລິການຢ່າງມີປະສິດທິພາບ ແລະ ຍຸດຕິທຳ;
• ພາກສ່ວນທີ່ກ່ຽວຂ້ອງຂອງລັດ ແລະ ເອກະຊົນຮ່ວມກັນຄົ້ນຄວ້າສ້າງນິຕິກໍາ ແລະ ມາດຕະການທີ່ເໝາະສົມໃນການຄຸ້ມຄອງ, ຕິດຕາມ ການນໍາໃຊ້ ລະບົບດິຈິຕອນ ເປັນຕົ້ນ ຈັນຍາບັນ, ການຄວບຄຸມທາງດ້ານເນື້ອຫາ ແລະ ການໃຫ້ຄໍາແນະນໍາຕໍ່ຜູ້ໃຊ້ບໍລິການ;
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການຈັດຕັ້ງຂະບວນການລະນຶກ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນ“ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະເດັກຍິງທຸກຄົນ”ໃນປີ 2025 ນີ້ ຈົ່ງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ຈົ່ງປາສະຈາກຄວາມຮຸນແຮງທຸກປະເພດ, ຄອບຄົວມີຄວາມສາມະຄີປອງດອງ, ມີຄວາມສະເໝີພາບຍິງ-ຊາຍ, ສັງຄົມມີຄວາມສະຫງົບປອດໄພ, ປະເທດຊາດມີຄວາມສີວິໄລ.
ຄໍາເຫັນ