ໂດຍພື້ນຖານໂຄງລ່າງອັນຈຳເປັນລວມທັງຕຶກທີ່ຢູ່ອາໄສກຳລັງກໍ່ສ້າງຢູ່, ປັດຈຸບັນໄດ້ສຳເລັດໂຄງການກໍ່ສ້າງຫຼາຍກວ່າ 60%ແລ້ວ.
ທ່ານບາຊູຄິ ຮາຕີມົວໂຈໂນ ຫົວໜ້າພະແນກຄຸ້ມຄອງນະຄອນຫຼວງນູຊັນທາຣາກ່າວວ່າ: ຕາມແຜນການເດີມແມ່ນໃຫ້ລັດຖະກອນຍ້າຍໄປນະຄອນຫຼວງໃໝ່ໃນເດືອນມັງກອນປີ 2025, ແຕ່ຍ້ອນມີກິດຈະກຳສະຫຼອງວັນບຸນ ແລະ ເປັນວັນພັກ, ແຜນການຍົກຍ້າຍຈຶ່ງຖືກເລື່ອນໄປຮອດເດືອນເມສາ.
ລັດຖະສະພາອິນໂດເນເຊຍໄດ້ຮັບຮອງເອົາຍັດຕິໃນວັນທີ 19 ພະຈິກ ຜ່ານມາ ທີ່ກຳນົດເອົາຈາກາຕາເປັນເຂດພິເສດ ໂດຍຍົກເລີກຖານະນະຄອນຫຼວງ. ຍັດຕິສະບັບນີ້ຕ້ອງໃຫ້ປະທານາທິບໍດີລົງລາຍເຊັນແລ້ວຈຶ່ງຈະມີຜົນບັງຄັບໃຊ້.
ຄໍາເຫັນ