ເພັດມະນີ ຈະເລີນຜົນ" ນັກທຸລະກິດອະສັງຫາຮຸ່ນໜຸ່ມຜູ້ປ່ຽນຄວາມຜິດພາດເປັນແຮງດັນສູ່ຄວາມສໍາເລັດ

ເພັດມະນີ ຈະເລີນຜົນ" ນັກທຸລະກິດອະສັງຫາຮຸ່ນໜຸ່ມຜູ້ປ່ຽນຄວາມຜິດພາດເປັນແຮງດັນສູ່ຄວາມສໍາເລັດ

ເພັດມະນີ ຈະເລີນຜົນ" ນັກທຸລະກິດອະສັງຫາຮຸ່ນໜຸ່ມຜູ້ປ່ຽນຄວາມຜິດພາດເປັນແຮງດັນສູ່ຄວາມສໍາເລັດ
ໃນຍຸກທີ່ເສດຖະກິດມີຄວາມທ້າທາຍ, ການກ້າວເຂົ້າມາເປັນນັກທຸລະກິດໃນໄວທີ່ໜຸ່ມນ້ອຍ ບໍ່ແມ່ນເລື່ອງງ່າຍ, ແຕ່ສຳລັບ ທ່ານ ນາງ ເພັດມະນີ ຈະເລີນຜົນ ອາຍຸພຽງ 28 ປີ, ຜູ້ບໍລິຫານ ບໍລິສັດວັນໃໝ່ ພັດທະນາ ອະສັງຫາລິມະຊັບ ໃຫ້ສໍາພາດຜູ້ຂຽນໃນງານສະເຫຼີມສະຫຼອງ 32 ປີ ຕັງຈະເລີນ ທີ່ນະຄອນຫຼວງວຽງຈັນ ວ່າ: "ຄວາມຕັ້ງໃຈ ແລະ ການຮຽນຮູ້ຈາກຄວາມຜິດພາດ" ຄືກຸນແຈສຳຄັນທີ່ນຳໄປສູ່ຄວາມສຳເລັດ.

ທ່ານ ນາງ ເພັດມະນີ ຈະເລີນຜົນ ເປີດເຜີຍຕື່ມ ວ່າ: ແຮງບັນດານໃຈເລີ່ມຕົ້ນມາຈາກຄອບຄົວທີ່ເຮັດທຸລະກິດຢູ່ຫຼວງພະບາງ; ກົງກັນຂ້າມ ແຕ່ຈຸດປ່ຽນຊີວິດທີ່ທ້າທາຍ ແມ່ນໄລຍະໄປຮຽນຕໍ່ຢູ່ປະເທດຈີນ ໄດ້ພົບກັບວິກິດໂຄວິດ-19 ຈຶ່ງເປັນສາເຫດເຮັດໃຫ້ຕ້ອງພັກການຮຽນແລ້ວກັບຄືນມາປະເທດລາວຂອງຕົນ ແຕ່ວ່າ ແທນທີ່ຈະຍອມແພ້, ນາງ ເພັດມະນີ ຈະເລີນຜົນ ໄດ້ຕັດສິນໃຈເຂົ້າມາ ນະຄອນຫຼວງວຽງຈັນ ເພື່ອຊອກວຽກເຮັດ ແລະ ສະສົມປະສົບການ, ໂດຍເລີ່ມຈາກການເປັນພະນັກງານ, ການອົບຮົມເປັນໄກ້ນໍາທ່ຽວ, ຈົນໄດ້ກ້າວເຂົ້າມາສູ່ວົງການ "ເຊວຂາຍດິນ".

"ເພັດມະນີ ເຕີບໂຕມາຈາກຄວາມຜິດພາດ. ເຄີຍເຫັນຄອບຄົວບໍ່ໄດ້ປະສົບຜົນສໍາເລັດ ໃນດ້ານການວາງແຜນການເງິນທີ່ດີ ມັນເລີຍເປັນບົດຮຽນໃຫ້ຕົນຕ້ອງວາງແຜນໃຫ້ຮອບຄອບ. ເມື່ອໄດ້ມາລອງເປັນເຊວຂາຍດິນ 2-3 ເດືອນ ແລ້ວຈຶ່ງຮູ້ໄດ້ວ່າເຮົາເຮັດໄດ້, ມັນເລີຍເກີດຄວາມຫວັງ ແລະ ຄວາມເຊື່ອໝັ້ນວ່າ ເຮົາຕ້ອງມີໂຄງການເປັນຂອງຕົນເອງໃຫ້ໄດ້"

ປັດຈຸບັນ, ບໍລິສັດ ວັນໃໝ່ ພັດທະນາ ອະສັງຫາລິມະຊັບ ໄດ້ດຳເນີນໂຄງການຈັດສັນດິນ ແລະ ເຮັດທຸລະກິດອະສັງຫາມາແລ້ວເກືອບ 3 ປີ (ມີປະສົບການໃນວົງການລວມ 5 ປີ). ເຖິງວ່າ ປະສົບການເຮັດວຽກບໍ່ຫຼາຍ ແຕ່ມີຄວາມສາມາດດໍາເນີນທຸລະກິດໄປໄດ້ດ້ວຍດີ ພ້ອມທັງເປັນທີ່ຍອມຮັບແລະ ຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ ກໍຄື ລູກຄ້າສະເໝີມາ ສະແດງໃຫ້ເຫັນໃນໂຄງການທີ່ໂດດເດັ່ນຢູ່ນະຄອນຫຼວງວຽງຈັນໂຄງການທີ 1: (ບ້ານດຸງ ເສັ້ນທາງ 450 ປີ), ໂຄງການທີ 2: (ບ້ານນາມົນ ຫຼັກ 19) ປັດຈຸບັນຂາຍໄດ້ແລ້ວ 50% ແລະ ໂຄງການທີ 3: ຢູ່ ຫຼວງພະບາງ (ບ້ານພິກນ້ອຍ) ປັດຈຸບັນມີການຈັບຈອງແລ້ວ 15-20%.

ຈຸດເດັ່ນທີ່ເຮັດໃຫ້ບໍລິສັດໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າ: ຍ້ອນທີ່ຕັ້ງຂອງດິນດີ, ທຸກໂຄງການເນັ້ນການເຂົ້າ-ອອກທີ່ສະດວກ ບໍ່ເລິກຈາກທາງໃຫຍ່, ໂຄງຮ່າງພື້ນຖານມາດຕະຖານດີ ຊຶ່ງປະກອບດ້ວຍ ມີລະບົບນ້ຳ, ໄຟຟ້າ ແລະ ເຮັດທາງຄອນກີດທີ່ມາດຕະຖານໃຫ້ທຸກໂຄງການ.

ການຂາຍ ມີຫຼາຍຂະໜາດດິນເລີ່ມຕົ້ນ 10x20 ແມັດ ແຕ່ສາມາດປັບຕາມຄວາມຕ້ອງການ ແລະ ງົບປະມານຂອງລູກຄ້າໄດ້.ນອກຈາກໂຄງການຈັດສັນດິນແລ້ວ, ໃນອະນາຄົດ ບໍລິສັດ ມີແຜນຈະຂະຫຍາຍທຸລະກິດສູ່ການເຮັດ ອາພາດເມັ້ນ/ຫ້ອງເຊົ່າ ຢູ່ ນະຄອນຫຼວງວຽງຈັນ ແລະ ໃນປີໜ້າມີແຜນຈະສ້າງ ໂຮງແຮມ ຂະໜາດ 20 ຫ້ອງ ຢູ່ໃຈກາງນະຄອນຫຼວງຫຼວງພະບາງ ພ້ອມທັງເປີດບໍລິການຮັບບໍລິຫານສິນຊັບໃຫ້ກັບຜູ້ທີ່ມີດິນແຕ່ບໍ່ມີເວລາມາຈັດສັນເອງອີກດ້ວຍ.

ໂອກາດດັ່ງກ່າວ ທ່ານ ນາງເພັດມະນີ ຍັງໄດ້ສະແດງຄວາມຂອບໃຈຄອບຄົວ, ທີມງານ/ຄູ່ຮ່ວມງານ, ລູກຄ້າ ແລະ ພາກລັດ/ອົງກອນທີ່ກ່ຽວຂ້ອງທີ່ເປັນແຮງຊຸກຍູ້ ເຮັດໃຫ້ປະສົບຜົນສໍາເລັດຈົນມາເຖິງທຸກວັນນີ້ຈາກຄວາມເມື່ອຍມາພ້ອມກັບຄວາມສໍາເລັດ ຂໍແຕ່ມີຄວາມຕັ້ງໃຈ, ເຊື່ອໝັ້ນໃນສິ່ງທີ່ເຮັດແລະ ບໍ່ຜິດຕໍ່ກົດໝາຍ ກໍສາມາດປະສົບຄວາມສໍາເລັດໄດ້.ທ່ານ ນາງ ເພັດມະນີ ຍັງໄດ້ກ່າວໃຫ້ກໍາລັງໃຈທຸກໆທ່ານ ມາວ່າ: ສຳລັບຜູ້ທີ່ສູນເສຍຄວາມຫວັງ ຫຼື ກຳລັງຈະເລີ່ມຕົ້ນເຮັດທຸລະກິດ, ຖ້າເຮົາມີຄວາມຕັ້ງໃຈ, ເຊື່ອໝັ້ນໃນສິ່ງທີ່ເຮັດ ເຮົາກໍຈະຜ່ານຜ່າສິ່ງຫຍຸ້ງຍາກ ແລະ ສາມາດປະສົບຄວາມສໍາເລັດໄດ້.

ແຜນການໃນຕໍ່ໜ້າ ຈະຂະຫຍາຍທຸລະກິດຫ້ອງເຊົ່າ/ອະພາດເມັ້ນ ຢູ່ ນະຄອນຫຼວງວຽງຈັນ, ປີໜ້າ 2027 ມີແຜນສ້າງ "ໂຮງແຮມ" ຂະໜາດ 20 ຫ້ອງ ຢູ່ໃຈກາງນະຄອນຫຼວງຫຼວງພະບາງຄຽງຄູ່ກັນນັ້ນ ກໍຮັບບໍລິຫານສິນຊັບ/ຈັດສັນດິນ ໃຫ້ຜູ້ທີ່ມີດິນແຕ່ບໍ່ມີເວລາມາບໍລິຫານ.

ຂໍ້ມູນຕິດຕໍ່ ບໍລິສັດ ວັນໃໝ່ ພັດທະນາ ອະສັງຫາລິມະຊັບ:Facebook :ວັນໃໝ່ ພັດທະນາ ອະສັງຫາລິມະຊັບ, WhatsApp / Tel: 020 5549 4593, ສຳນັກງານ: ບ້ານຄຳຮຸ່ງ ເມືອງໄຊທານີ (ນະຄອນຫຼວງວຽງຈັນ)/ບ້ານວຽງໃໝ່ (ນະຄອນຫຼວງຫຼວງພະບາງ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ