ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ
ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ເຜຍແຜ ຂະບວນການໂຄສະນາຂອງອາຊຽນ ເພອຕານການໃຊຄວາມຮນແຮງທາງເພດຜານທາງອອນລາຍ - image 1
 

ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ກ່າວວ່າ: ກອງປະຊຸມການເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ຄັ້ງນີ້ ຈັດຂຶ້ນໃນໂອກາດ 16 ວັນ ແຫ່ງການລະນຶກ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຊຶ່ງຫົວຂໍ້ໃນປີ 2025 ແມ່ນ ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ, ເປັນຫົວຂໍ້ທີ່ສໍາຄັນ ໂດຍສະເພາະໃນຂະນະທີ່ໃນໂລກ ກໍຄືໃນຂົງເຂດອາຊຽນ ແລະ ປະເທດລາວ ພວມປະເຊີນໜ້າກັບສິ່ງທ້າທາຍທັງໃນຮູບແບບເກົ່າ ແລະ ຮູບແບບໃໝ່ທີ່ມາພ້ອມກັບ ຄວາມກ້າວໜ້າດ້ານດີຈິຕອນ. ຄວາມຮຸນແຮງຕໍ່ແມ່ຍິງ ກໍຄືເດັກຍິງສາມາດເກີດຂຶ້ນໄດ້ທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ, ແລະ ລະດັບການສຶກສາ, ແມ່ຍິງທີ່ເປັນກຸ່ມສ່ຽງກວ່າໝູ່ ແມ່ນແມ່ຍິງທີ່ທຸກຍາກ, ແມ່ຍິງຢູ່ຊົນນະບົດ, ແມ່ຍິງຊົນເຜົ່າ, ແຮງງານເຄື່ອນຍ້າຍ, ແມ່ຍິງທີ່ຢູ່ໃນສະຖານທີ່ກັກຂັງ, ແມ່ຍິງພິການ, ເດັກຍິງ, ແມ່ຍິງທີ່ມີອາຍຸສູງ ຫຼື ແມ່ຍິງອົບພະຍົບທີ່ຖືກສົ່ງກັບປະເທດໃນເຂດທີ່ມີການປະທະກັນທາງດ້ານອາວຸດ, ອີງຕາມການສຶກສາຂອງສາກົນເຫັນວ່າໃນທົ່ວໂລກ ມີແມ່ຍິງ 1 ໃນ 3 ຄົນເຄີຍຖືກຄວາມຮຸນແຮງ, ສ່ວນຢູ່ໃນປະເທດລາວມີກໍລະນີສຶກສາເຫັນວ່າ ແມ່ຍິງ 30% ໄດ້ບອກວ່າເຄີຍຖືກຄວາມຮຸນແຮງ ຢ່າງໜັອຍໜຶ່ງໃນ 3 ປະເພດຄວາມຮຸນແຮງໃນຊ່ວງຊີວິດ ທາງຮ່າງກາຍ, ທາງເພດ ແລະ ທາງຈິດໃຈ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ - ບໍ່ວ່າຈະເປັນທາງດ້ານຮ່າງກາຍ, ຈິດໃຈ, ເສດຖະກິດ ຫຼື ດິຈິຕອນ ເປັນການລະເມີດສິດທິໂດຍພື້ນຖານຂອງແມ່ຍິງ ແລະ ເດັກຍິງ, ເປັນການສ້າງຄວາມບໍ່ປອດໄພ, ຈຳກັດທາງເລືອກ ແລະ ຈຳກັດຄວາມສາມາດໃນການເຄື່ອນໄຫວຂອງເຂົາເຈົ້າ, ເປັນສິ່ງກີດຂວາງການພັດທະນາ, ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ເມື່ອເກີດຂຶ້ນແລ້ວແມ່ນມີຜົນກະທົບຍາວນານ ຕໍ່ຕົວແມ່ຍິງ ແລະ ລູກ ຂອງເຂົາເຈົ້າ, ຕະຫຼອດຮອດຜົນກະທົບຕໍ່ຊຸມຊົນ ແລະ ທົ່ວສັງຄົມ ເພາະແມ່ຍິງທີ່ຖືກຄວາມຮຸນແຮງ ມີຄວາມສ່ຽງມີບັນຫາດ້ານສຸຂະພາບ ເຮັດໃຫ້ຄວາມສາມາດໃນການຫາລ້ຽງຊີບ ແລະ ເຂົ້າຮ່ວມກິດຈະກຳໃນສັງຄົມຂອງເຂົາເຈົ້າກໍຫຼຸດໜ້ອຍຖອຍລົງ; ສ່ວນລູກກໍມີຄວາມສ່ຽງທາງດ້ານສຸຂະພາບ, ມີບັນຫາການຮຽນ ກາຍເປັນຊັບພະຍາກອນມະນຸດທີ່ຄຸນນະພາບບໍ່ສູງ, ຈະສົ່ງຜົນສະທ້ອນຕໍ່ການຜະລິດໃນຄອບຄົວ ກໍຄືການສ້າງສາພັດທະນາ ຂອງປະເທດຊາດ.

ເຜຍແຜ ຂະບວນການໂຄສະນາຂອງອາຊຽນ ເພອຕານການໃຊຄວາມຮນແຮງທາງເພດຜານທາງອອນລາຍ - image 2
 

ໃນຊຸມປີມໍ່ໆມານີ້, ການປ່ຽນຜ່ານສູ່ຍຸກສະໄໝຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ບໍ່ພຽງແຕ່ ຂະຫຍາຍໂອກາດທາງດ້ານເສດຖະກິດ ສັງຄົມເທົ່ານັ້ນ, ແຕ່ຍັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນການໃຫ້ຂໍ້ມູນບໍ່ຖືກຕ້ອງ, ບິດເປືອນຄວາມຈິງ, ການສົ່ງຕໍ່ຮູບພາບສ່ວນຕົວ ທີ່ບໍ່ໄດ້ຮັບຄວາມຍິນຍອມ, ການຂົ່ມຂູ່ທາງອອນລາຍ, ຮູບພາບປອມລາມົກອານາຈານທີ່ສ້າງດ້ວຍ ເອໄອ, ຄໍາເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ. ການກະທໍາເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງນໍາໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ ການຈັດຫາ ເພື່ອບັງຄັບຂາຍບໍລິການທາງເພດ, ການແຕ່ງດອງກ່ອນໄວ, ການຄ້າມະນຸດໄປເຖິງການຄາດຕະກຳແມ່ຍິງ ແລະ ເດັກຍິງ; ຄວາມອັນຕະລາຍເຫຼົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ. ຕາມການສຶກສາຂອງສາກົນແມ່ຍິງ 58% ເຄີຍຖືກຄວາມຮຸນແຮງທາງເພດຜ່ານທາງດີຈິຕອນ ແລະ 85% ເຄີຍເຫັນຄວາມຮຸນແຮງຜ່ານທາງດິຈິຕອນເກີດຂຶ້ນກັບຜູ້ອື່ນ. ຢູ່ ສປປ ລາວ ເຖິງວ່າຈະຍັງບໍ່ທັນມີສະຖິຕິການໃຊ້ຄວາມ ຮຸນແຮງຜ່ານທາງດີຈິຕອນ, ແຕ່ເຫັນວ່າມີຄວາມສ່ຽງ ແລະມີປະກົດການທີ່ແມ່ຍິງ ແລະ ເດັກຍິງ ປະເຊີນກັບຄວາມຮຸນແຮງຈາກການນໍາໃຊ້ເຕັກໂນໂລຊີດີຈິຕອນຫຼາຍຂຶ້ນ ເປັນຕົ້ນ, ການລ່ວງລະເມີດໂດຍໃຊ້ຮູບພາບ, ການເຢາະເຢີ້ຍ ທາງອອນລາຍ ແລະ ການແຮັກ, ໃຊ້ບັນຊີປອມ ແລະ ອື່ນໆ, ແມ່ຍິງ ແລະ ເດັກຍິງມັກຕົກເປັນເປົ້າໝາຍຂອງຄວາມຮຸນ ແຮງແບບໃໝ່ນີ້, ຊຶ່ງຮູບແບບຄວາມຮຸນແຮງດິຈິຕອນນີ້ບໍ່ມີຂອບເຂດ, ເຮັດໃຫ້ການຮ່ວມມືຂອງອາຊຽນຍິ່ງມີຄວາມສໍາຄັນຫຼາຍກວ່າທີ່ເຄີຍ.

ຕໍ່ໜ້າສະພາບການດັ່ງກ່າວ ອາຊຽນໄດ້ໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາໂດຍໄດ້ພ້ອມກັນ ຜັນຂະຫຍາຍວາລະການພັດທະນາຂອງສາກົນເຂົ້າສູ່ອາຊຽນ. ພາຍໃຕ້ການສະໜັບສະໜູນຂອງອົງການ UNFPA ປະຈໍາ ພາກພື້ນອາຊີ ປາຊີຟິກ, ASEAN ໄດ້ລິເລີ່ມ ຂະບວນການໂຄສະນາຂອງອາຊຽນເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ທາງອອນລາຍ ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດ ຄື: ບໍ່ ກໍຄື ບໍ່ (No Means No. Online Too) ເພື່ອຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວ, ສົ່ງເສີມພຶດຕິກໍາອອນໄລທີ່ມີຄວາມຮັບຜິດຊອບ, ແລະ ທັງເປັນການກຽມຄວາມພ້ອມໃຫ້ກັບ ແມ່ຍິງ, ເດັກຍິງ ແລະ ຜູ້ທີ່ພົບເຫັນເຫດການ ລວມທັງຜູ້ຊາຍ ແລະ ເດັກຊາຍ ໃຫ້ຮູ້ວິທີຮັບມືທີ່ຖືກຕ້ອງ ເຊັ່ນການລາຍງານ, ການຂໍຄວາມຊ່ວຍເຫຼືອ ຫຼືໃຫ້ຄວາມຊ່ວຍເຫຼືອທັນເວລາ.

ກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍເຂົ້າສູ່ຂະບວນການໂຄສະນາຂອງ ສປປ ລາວ ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງໃນການສ້າງພື້ນທີ່ດິຈິຕອນທີ່ປອດໄພກວ່າ ແລະ ເປັນປະໂຫຍດຍິ່ງຂຶ້ນ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງຜ່ານທາງອອນລາຍ ທາງເພດ (ເອກະສານ ແລະ ວິດີໂອ) ໄດ້ຮ່ວມກັນປຶກສາຫາລື ແລກປ່ຽນຄໍາຄິດເຫັນຕື່ມອີກ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2  ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບອົງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາ (Regional Trade for Development “RT4D”) ໄດ້ຈັດພິທີປິດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ” ຂຶ້ນ ໃນວັນ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ, ມີທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ, ທ່ານ ນາງ ສຸກິດຕາ ສີສຸລາດ ຫົວໜ້າກຸ່ມຫັດຖະກໍາຄົນພິການເມືອງປາກອູ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ເພີ່ມເຕີມ