![]() |
ໃນວາລະກອງປະຊຸມ, ສະຫາຍ ຈັນທະວິໄລ ອິນຊີວິລາດ ປະທານສະຫະພັນກຳມະບານອົງການກວດສອບແຫ່ງລັດ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານກຳມະບານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ ຂອງສະຫະພັນກຳມະບານອົງການກວດສອບແຫ່ງລັດ ໂດຍສັງເຂບຕໍ່ກອງປະຊຸມ, ຫຼັງຈາກນັ້ນກໍໄດ້ຮັບຟັງການເຜີຍແຜ່ 5 ເອກະສານສໍາຄັນຂອງກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດຄັ້ງທີ IX ຄື: 1) ເນື້ອໃນກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX, 2) ແຜນພັດທະນາວຽກງານກຳມະບານລາວ 5 ປີ ຄັ້ງທີ V (2026-2030), 3) ກົດລະບຽບຂອງສະຫະພັນກຳມະບານລາວ ສະໄໝທີ IX, 4) ແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX ແລະ 5) ມະຕິກອງປະຊຸມຄົບຄະນະວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX.
ໃນຕອນທ້າຍ, ສະຫາຍ ວິໄລ ວົງຂະເສີມ ໄດ້ໃຫ້ຄໍາໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ບັນດາສະຫາຍຄະນະບໍລິຫານງານສະຫະພັນກຳມະບານອົງການກວດສອບແຫ່ງລັດ, ບັນດາໜ່ວຍກຳມະບານ ນໍາເອົາເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວນໍາໄປຜັນຂະຫຍາຍເປັນແຜນວຽກລະອຽດຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ກອງປະຊຸມ ຍັງໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານ ຂອງສະຫະພັນກໍາມະບານອົງການກວດສອບແຫ່ງລັດ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຕື່ມອີກ.
(ຂ່າວ: ອົງການກວດສອບ, ພາບ: ແສງຈັນ)

ຄໍາເຫັນ