ກອງປະຊຸມເຜີຍແຜ່ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດພັນທະອາກອນມູນຄ່າເພີ່ມ

ເຜີຍແຜ່ນິຕິກຳ ການຈັດຕັ້ງປະຕິບັດພັນທະອາກອນມູນຄ່າເພີ່ມ

ເຜີຍແຜ່ນິຕິກຳ ການຈັດຕັ້ງປະຕິບັດພັນທະອາກອນມູນຄ່າເພີ່ມ
ວັນທີ 12 ກໍລະກົດ ຜ່ານມາ ຢູ່ຫ້ອງປະຊຸມຂອງໂຮງແຮມເອັດວັງວຽງ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດພັນທະອາກອນມູນຄ່າເພີ່ມ ຂອງຜູ້ສະໜອງສິນຄ້າດີຈີຕອນ ແລະ ບໍລິການຮູບແບບດີຈີຕອນ ຫຼື ກິດຈະກໍາການຄ້າເອເລັກໂຕຣນິກ ຈາກຕ່າງປະເທດ ໃຫ້ຜູ້ຊົມໃຊ້ຢູ່ ສປປລາວ, ໂດຍການເປັນປະທານຮ່ວມຂອງທ່ານ ທຳມະລົດ ລາດຊະພົນ ຮອງກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ກ່ຽນທອງ ເທບທິດາ ຮອງເຈົ້າເມືອງວັງວຽງ, ມີພະນັກງານຈາກຂົງເຂດສ່ວຍສາອາກອນເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງພາກລັດແລະເອກະຊົນເຂົ້າຮ່ວມ.

ທ່ານ ທຳມະລົດ ລາດຊະພົນ ກ່າວເປີດກອງປະຊຸມວ່າ: ສະພາບການໃນປັດຈຸບັນ ການເຊື່ອມໂຍງດ້ານການຄ້າໃນພາກພື້ນ ແລະ ທົ່ວໂລກ ແມ່ນມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີຫຼາຍ, ເງື່ອນໄຂດັ່ງກ່າວ ຮຽກຮ້ອງໃຫ້ ສປປ ລາວ ຕ້ອງໄດ້ມີການພັດທະນາໃນຫຼາຍດ້ານ ເພື່ອຕອບສະໜອງສິ່ງທ້າທາຍດັ່ງກ່າວ ຊຶ່ງໃນຊຸມປີຜ່ານມາ, ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດເປົ້າໝາຍ ໃນການເພີ່ມທະວີການນຳໃຊ້ບໍລິການທາງເອເລັກໂຕຣນິກໃຫ້ສູງຂຶ້ນໂດຍສະເພາະແມ່ນໄດ້ວາງ 2 ຍຸດທະສາດລວມ ຊຶ່ງແມ່ນແຜນແມ່ບົດ ວ່າດ້ວຍການຫັນເປັນດີຈີຕອນ ແລະ ແຜນແມ່ບົດວ່າດ້ວຍເສດຖະກິດດີຈີຕອນ, ພາຍໃຕ້ຍຸດທະສາດລວມຂອງລັດຖະບານ, ໂດຍສະເພາະດ້ານການເກັບອາກອນ ຊຶ່ງເປັນແຫຼ່ງເກັບລາຍຮັບລາຍໃຫຍ່ຂອງປະເທດ, ຕ້ອງມີຄວາມເຂັ້ມແຂງຮອບດ້ານ ເພື່ອຮັບມືກັບສະຖານະການ, ຮັບປະກັນການຈັດເກັບລາຍຮັບໃຫ້ຖືກຕ້ອງ ແລະ ທັນສະໄໝ. ການຈັດຕັ້ງປະຕິບັດການເກັບພັນທະຈາກການຄ້າທາງເອເລັກໂຕຣນິກ ແລະ ບໍລິການຮູບແບບດີຈີຕອນ ເປັນໜຶ່ງໃນໜ້າວຽກຈຸດສຸມບຸລິມະສິດ ຂອງລັດຖະບານ ກໍຄືກະຊວງການເງິນ ໃນການຜັນຂະຫຍາຍຄຳສັ່ງເລກທີ 18/ນຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດການເງິນໃນຊຸມປີທີ່ຜ່ານມາຊຶ່ງການຄົ້ນຄວ້າ ຄຳແນະນຳການປະຕິບັດການເກັບພັນທະອາກອນມູນຄ່າເພີ່ມ ສິນຄ້າດີຈີຕອນ ແມ່ນໄດ້ລິເລີ່ມຄົ້ນຄວ້ານັບແຕ່ປີ 2021 ແລະ ຈະສາມາດຈັດຕັ້ງປະຕິບັດຢ່າງເປັນທາງການ ໃນວັນທີ 1 ສິງຫາ 2024 ນີ້.

ຈາກນັ້ນ, ທ່ານນາງ ໄພປານີ ຈູມມະລີ ຮອງຫົວໜ້າພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ເຜີຍແຜ່ເນື້ອໃນ ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດພັນທະອາກອນມູມຄ່າເພີ່ມ ຜູ້ສະໜອງສິນຄ້າດີຈີຕອນ ແລະບໍລິການຮູບແບບ ດີຈີຕອນ ຫຼື ກິດຈະກຳການຄ້າທາງເອເລັກໂຕຣນິກຈາກຕ່າງປະເທດໃຫ້ຜູ້ຊົມໃຊ້ຢູ່ ສ ປປ ລາວ ສະບັບເລກທີ0558/ກງ ລົງວັນທີ14ກຸມພາ 2024ວ່າ: ສິນຄ້າດີຈີຕອນໝາຍເຖິງສິນຄ້າທີ່ບໍ່ສາມາດຈັບຕ້ອງໄດ້, ຜູ້ສະໜອງສິນຄ້າດີຈີຕອນ ແລະບໍລິການຮູບແບບ ດີຈີຕອນ ຫຼື ກິດຈະກຳການຄ້າທາງເອເລັກໂຕຣນິກ ແມ່ນບຸກຄົນ ນິຕິບຸກຄົນ ທີ່ບໍ່ມີພູມລຳເນົາຢູ່ ສປປ ລາວ ແຕ່ໃຫ້ບໍລິການດ້ານອອນລາຍແກ່ຜູ້ຊົມໃຊ້ທີ່ຢູ່ໃນ ສປປ ລາວ ແລະ ຮູບແບບ-ວິທີການເກັບອາກອນມູນຄ່າເພີ່ນຈາກຜູ້ສະໜອງສິນຄ້າ. ນອກນີ້ກໍຍັງມີບັນດາມາດຕະການປັບໃໝ ຕໍ່ຜູ້ລະເມີດນິຕິກຳດັ່ງກ່າວນີ້ອີກ. ພ້ອມນີ້ໃນທີ່ປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາທ່ານຜູ້ເຂົ້າຮ່ວມ ໄດ້ສົນທະນາຖາມ-ຕອບ ບັນຫາຂໍ້ຂ້ອງໃຈກ່ຽວກັບນິຕິກຳດັ່ງກ່າວດ້ວຍ.

ໃນຕອນທ້າຍ, ທ່ານ ກ່ຽນທອງ ເທບທິດາ ຮອງເຈົ້າເມືອງໄດ້ມີຄຳເຫັນຮຽກຮ້ອງມາຍັງເຈົ້າໜ້າທີ່ໆກ່ຽວຂ້ອງໂດຍສະເພາະແມ່ນສ່ວຍສາອາກອນເມືອງ ຕ້ອງໄດ້ນຳເນື້ອໃນຈິດໃຈຂອງນິຕິກຳດັ່ງກ່າວໄປເຜີຍແຜ່ໃຫ້ບັນດານັກທຸລະກິດ ຜູ້ປະກອບການ ບຸກຄົນ ນິຕິບຸກຄົນທີ່ດຳເນີນທຸລະກິດດັ່ງກ່າວຮັບຮູ້ແລະເຂົ້າໃຈ ແລະ ພ້ອມກັນປະຕິບັດພັນທະໃຫ້ແກ່ລັດຕາມລະບຽບກົດໝາຍ.

(ຂ່າວ-ພາບ ຫ້ອງການ ຖວທ ເມືອງວັງວຽງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ