ເຜີຍແຜ່ແຜນຍຸດທະສາດການຮ່ວມມື 5 ປີ ສຳລັບ ສປປ ລາວ ຂອງ ADB ສະບັບໃໝ່

ເຜີຍແຜ່ແຜນຍຸດທະສາດການຮ່ວມມື 5 ປີ ສຳລັບ ສປປ ລາວ ຂອງ ADB ສະບັບໃໝ່
ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຕາງໜ້າລັດຖະບານລາວ ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ຈັດກອງປະຊຸມເຜີຍແຜ່ ແຜນຍຸດທະສາດການຮ່ວມມືກັບປະເທດ ສປປ ລາວ ຂອງ ADB ສະບັບໃໝ່ ໄລຍະ 5 ປີ (2024-2028) ຂຶ້ນໃນວັນທີ 24 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງແຜນຍຸດທະສາດດັ່ງກ່າວ ມີເປົ້າໝາຍແນໃສ່ເສີມສ້າງຄວາມເຂັ້ມແຂງ ແກ່ພື້ນຖານເສດຖະກິດທີ່ກະຈາຍຢ່າງທົ່ວເຖິງ, ຍືນຍົງ ແລະ ພ້ອມຮັບກັບການປ່ຽນແປງໃນ ສປປ ລາວ.
ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຕາງໜ້າລັດຖະບານລາວ ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ຈັດກອງປະຊຸມເຜີຍແຜ່ ແຜນຍຸດທະສາດການຮ່ວມມືກັບປະເທດ ສປປ ລາວ ຂອງ ADB ສະບັບໃໝ່ ໄລຍະ 5 ປີ (2024-2028) ຂຶ້ນໃນວັນທີ 24 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງແຜນຍຸດທະສາດດັ່ງກ່າວ ມີເປົ້າໝາຍແນໃສ່ເສີມສ້າງຄວາມເຂັ້ມແຂງ ແກ່ພື້ນຖານເສດຖະກິດທີ່ກະຈາຍຢ່າງທົ່ວເຖິງ, ຍືນຍົງ ແລະ ພ້ອມຮັບກັບການປ່ຽນແປງໃນ ສປປ ລາວ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກຜທ ແລະ ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສໍານັກງງານ ADB ປະຈໍາ ສປປ ລາວ ໂດຍມີບັນດາພາກສ່ວນກ່ຽວຂ້ອງຈາກກະຊວງ/ຂະແໜງການຕ່າງໆ ເຂົ້າຮ່ວມ.
ທ່ານ ນາງ ພອນວັນ ອຸທະວົງ ໄດ້ໃຫ້ຮູ້ວ່າ: “ແຜນຍຸດທະສາດການຮ່ວມມືກັບປະເທດສະບັບໃໝ່ ດັ່ງກ່າວແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ສໍາລັບໄລຍະປີ 2020-2025 ຂອງລັດຖະບານ ສປປ ລາວ ຊຶ່ງຈະເປັນເຄື່ອງມືອັນສໍາຄັນຂອງລັດຖະບານ ແລະ ADB ໃນການຮ່ວມມື ເພື່ອເລັ່ງບາດກ້າວການພັດທະນາ ຂອງ ສປປ ລາວ ໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ ໃນນັ້ນລວມທັງ ການເຕີບໂຕທາງດ້ານເສດຖະກິດທີ່ຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມໄດ້ຮັບການເພີ່ມທະວີ, ແລະ ການເພີ່ມທະວີຄວາມເປັນຢູ່ທີ່ດີຂອງປະຊາຊົນລາວ ພາຍໃນປີ 2025 ແລະ ຕໍ່ໆໄປ".
ພາຍໃຕ້ແຜນຍຸດທະສາດ 5 ປີ ສະບັບໃໝ່ນີ້, ADB ຈະຮ່ວມມືຢ່າງໃກ້ຊິດກັບລັດຖະບານ ສປປ ລາວ ເພື່ອ ສົ່ງເສີມການເງິນພາກລັດໃຫ້ຍືນຍົງ, ເສີມຂະຫຍາຍການເຂົ້າເຖິງການບໍລິການທີ່ສະເໝີພາບ ແລະ ມີຄວາມກ້າວໜ້າໃນການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ. ແຜນຍຸດທະສາດດັ່ງກ່າວ, ໄດ້ຮັບການຊຸກຍູ້ດ້ວຍຫົວຂໍ້ ການພັດທະນາທີ່ກວມໃນທຸກຂະແໜງການເຊັ່ນ: ຄວາມສະເໝີພາບບົດບາດ ລະຫວ່າງ ຍິງ-ຊາຍ, ການປັບປຸງການປົກຄອງບໍລິຫານ ແລະ ຄວາມສາມາດຂອງສະຖາບັນທີ່ໄດ້ຮັບການປັບປຸງດີຂຶ້ນ, ຄວາມພ້ອມຮັບມືກັບໄພພິບັດ ແລະ ສະພາບການປ່ຽນແປງດິນຟ້າອາກາດ ທີ່ຮຸນແຂງຂຶ້ນ, ຮ່ວມມື ແລະ ເຊື່ອມໂຍງກັນໃນພາກພື້ນທີ່ເພີ່ມຫຼາຍຂຶ້ນ.
ທ່ານ ນາງ ໂຊໂນມິ ທະນາກະ ໄດ້ໃຫ້ຮູ້ວ່າ: “ແຜນຍຸດທະສາດ ການຮ່ວມມືກັບປະເທດ ສໍາລັບ ສປປ ລາວ ຂອງ ADB ສະບັບໃໝ່ ແມ່ນໄດ້ຖືກອອກແບບມາເພື່ອຊ່ວຍໃຫ້ປະເທດ ສາມາດຮັບມືກັບສິ່ງທ້າທາຍທາງດ້ານເສດຖະກິດ ແລະ ການເງິນ ເພື່ອສ້າງການເຕີບໂຕຢ່າງທົ່ວເຖິງ ແລະ ຍືນຍົງ, ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງຄວາມໝັ້ນຄົງ ຂອງເສດຖະກິດມະຫາພາກ, ການສະໜອງການບໍລິການດີ ທີ່ໄດ້ຮັບການປັບປຸງດີຂຶ້ນ ແລະ ຄວາມພ້ອມຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ ຊຶ່ງເປັນເສົາຄໍ້າແກ່ການຮ່ວມມືຂອງພວກເຮົາ”.
ແຜນແຜນຍຸດທະສາດດັ່ງກ່າວ, ໄດ້ແນະນໍາບັນດາມາດຕະການຮອບດ້ານ ເພື່ອຊຸກຍູ້ການເງິນພາກລັດໃຫ້ຍືນຍົງ, ໝູນໃຊ້ການໃຫ້ກູ້ຢືມແບບມີເງື່ອນໄຂສິດທິພິເສດ (Concessional loan), ທຶນຊ່ວຍເຫຼືອລ້າ, ທຶນຊ່ວຍເຫຼືອທາງດ້ານວິຊາການ ແລະ ພ້ອມຜະລິດຕະພັນຄວາມຮູ້ຕ່າງໆ. ຄວາມພະຍາຍາມດັ່ງ ກ່າວ, ມີຈຸດປະສົງເພື່ອແນໃສ່ເສີມຂະຫຍາຍທ່າແຮງຄວາມສາມາດຂອງລັດຖະບານ ໃນການຄຸ້ມຄອງໜີ້ສິນ, ການປະຕິຮູບລັດວິສາຫະກິດ ແລະ ການຄຸ້ມຄອງການເງິນພາກລັດ ເພື່ອຮັບປະກັນໃຫ້ການນໍາໃຊ້ທຶນສາທາລະນະຢ່າງມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບ.
ໃນການປະຕິບັດຄໍາໝັ້ນສັນຍາ ກ່ຽວກັບວຽກການປ່ຽນແປງດິນຟ້າອາກາດ ໃຫ້ມີຄວາມຄືບໜ້າ, ແຜນຍຸດທະສາດຈະສະໜັບສະໜູນຢ່າງເຫັນຄວາມສໍາຄັນ ໃນການສະໜອງທຶນຮອນ ແລະ ສະຕິປັນຍາ ເຂົ້າໃສ່ທຸກຂະແໜງການທີ່ສໍາຄັນເຊັ່ນ: ກະສິກໍາ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການບໍລິຫານຈັດການກັບມົນລະພິດ ແລະ ສິ່ງເສດເຫຼືອ ແລະ ການຄຸ້ມຄອງຄວາມສ່ຽງຈາກໄພພິບັດ, ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງພະລັງງານທົດແທນ; ແຜນຍຸດທະສາດນີ້, ຍັງພະຍາຍາມຊຸກຍູ້ການລົງທຶນໃສ່ພາກເອກະຊົນ ໃນດ້ານພະລັງງານລົມ ແລະ ພະລັງງານແສງຕາເວັນ ເພື່ອຊຸກຍູ້ບັນດາຄໍາໝັ້ນສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ໃຫ້ມີຄວາມຄືບໜ້າ ຕາມການປະກອບສ່ວນຂອງປະເທດທີ່ໄດ້ກໍານົດໄວ້ໃນສັນຍາປາຣີ.
ເພື່ອປັບປຸງການເຂົ້າເຖິງການບໍລິການທີ່ເທົ່າທຽມກັນ, ແຜນຍຸດທະສາດນີ້ ຍັງຈະສຸມໃສ່ການແກ້ໄຂຊ່ອງຫວ່າງໃນການຮັກສາສຸຂະພາບ ແລະ ການສຶກສາ ໂດຍການຍົກສູງຄຸນນະພາບ ແລະ ການສົ່ງ ເສີມການພັດທະນາທັກສະຕ່າງໆ. ຂໍ້ລິເລີ່ມທີ່ມີເປົ້າໝາຍ ແນໃສ່ຊ່ວຍໃຫ້ລະບົບການປະກັນສຸຂະພາບເຂັ້ມ ແຂງຂຶ້ນ, ຕອບໂຕ້ຕໍ່ສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ໂດຍກົງບົນເງື່ອນໄຂທີ່ລະອຽດອ່ອນທາງໂພຊະນາການ ແລະ ເພີ່ມທະວີການພັດທະນາລະບົບຕ່ອງໂສ້ມູນຄ່າທຸລະກິດກະສິກໍາ ຊຶ່ງແມ່ນສ່ວນປະກອບຫຼັກຂອງວິທີການອັນຮອບດ້ານນີ້.
(ຂ່າວ-ພາບ: ສຸກສະຫວັນ, ຂໍ້ມູນ: ADB)

ຄໍາເຫັນ

ຂ່າວການຮ່ວມມື

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ເພີ່ມເຕີມ