ພິທີມອບ-ຮັບ ເງິນສະໜັບສະໜູນການປະຕິບັດຂໍ້ແຂ່ງຂັນ

ພິທີມອບ-ຮັບ ເງິນສະໜັບສະໜູນການປະຕິບັດຂໍ້ແຂ່ງຂັນ
ພິທີມອບ-ຮັບ ເງິນສະໜັບສະໜູນ ຂອງນັກທຸລະກິດ ເຂົ້າໃນການປະຕິບັດຂໍ້ແຂ່ງຂັນ ເພື່ອສ້າງເງື່ອນໄຂປະກາດບ້ານໃຫຍ່ຫຼັກ 32 ເປັນຕົວເມືອງນ້ອຍຊົນນະບົດ ຊຶ່ງຈັດຂຶ້ນວັນທີ 16 ຕຸລານີ້ທີ່ສະໂມສອນກຸ່ມບ້ານຫົວນ້ຳງາ ບ້ານຫຼັກ 32 ເມືອງໄຊ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງໄຊ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ, ມີບັນດາກຳມະການພັກເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ທອງພັນ ເຊຍເຢລີ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມບ້ານຫົວນ້ຳງາ ນາຍບ້ານຫຼັກ32 ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນ ແລະ ບໍລິສັດດີເດັ່ນ ໃນການປະກອບສ່ວນເພື່ອພັດທະນາບ້ານຫຼັກ32 ພ້ອມທັງມອບ-ຮັບເງິນ ແລະ ໃບຍ້ອງຍໍໂດຍຜັດປ່ຽນກັນຂຶ້ນມອບ ແລະ ຮັບ ຊຶ່ງບໍລິສັດ ຟົງຟົງ ຈໍາກັດຜູ້ດຽວມອບເງິນສົດຈໍານວນ 20 ລ້ານກີບ, ບໍລິສັດ ຫົວເຟິງ ມອບເງິນສົດຈຳນວນ 15 ລ້ານກີບ, ບໍລິສັດ ເຊິນຟົງ ມອບເງິນສົດຈຳນວນ 10 ລ້ານກີບ, ບໍລິສັດ ຟົງດາ  ມອບເງິນສົດຈໍານວນ 10 ລ້ານກີບ ແລະ ບໍລິສັດລາວຫົວຍູມອບເງິນສົດຈຳນວນ 10 ລ້ານກີບ; ສ່ວນນັກທຸລະກິດສ່ວນບຸກຄົນ ທ່ານ ນໍເນັງລີ ມອບເງິນສົດຈຳນວນ 5ລ້ານກີບ, ທ່ານ ບຸນມີ ສີປະເສີດ, ທ່ານ ໄຊຈາ ເຮີ ແລະ ທ່ານ ເບຍປໍ ຊົງ ມອບເງິນສົດຜູ້ລະ 2 ລ້ານກີບ, ລວມທັງໝົດ 76 ລ້ານກີບ, ເງິນທີ່ບັນດາບໍລິສັດ ແລະ ບັນດານັກທຸລະກິດສ່ວນບຸກຄົນມາມອບໃນຈໍານວນດັ່ງກ່າວນີ້ ແມ່ນເງິນທີ່ນຳໃຊ້ເຂົ້າໃນການປະຕິບັດຂໍ້ແຂ່ງຂັນ ເພື່ອສ້າງເງື່ອນໄຂປະກາດບ້ານໃຫຍ່ຫຼັກ 32 ເປັນຕົວເມືອງນ້ອຍຊົນນະບົດ ແລະ ສົມທົບກັບອົງການປົກຄອງແຂວງ ແລະ ອົງການປົກຄອງເມືອງໄຊ.
ໂອກາດດັ່ງກ່າວ, ທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ໄດ້ສະແດງຄວາມຂອບໃຈຕໍ່ບັນດາບໍລິສັດ ແລະ ນັກທຸລະກິດສ່ວນບຸກຄົນທີ່ໄດ້ນຳເອົາວັດຖຸປັດໄຈ ມາຊ່ວຍສົມທົບກັບພັກ-ລັດຂັ້ນເທິງ ເຂົ້າໃນການປະຕິບັດຂໍ້ແຂ່ງຂັນ ເພື່ອສ້າງເງື່ອນໄຂປະກາດບ້ານໃຫຍ່ຫຼັກ 32 ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ປະກົດຜົນເປັນຈິງ ແລະ ທ່ານຍັງໄດ້ກ່າວອີກວ່າການຊ່ວຍເຫຼືອປະກອບສ່ວນຂອງແຕ່ລະບໍລິສັດ ແລະ ນັກທຸລະກິດໃນຄັ້ງນີ້ຈະບໍ່ເປັນຄັ້ງທຳອິດ ແລະ ຄັ້ງສຸດທ້າຍ ແລະ ເຊື່ອວ່າຍັງຈະໄດ້ຂໍຄວາມຊ່ວຍເຫຼືອຈາກບັນດາຜູ້ປະກອບການ ຫຼືນັກທຸລະກິດ ແລະ ບໍລິສັດຕື່ມອີກໃນເທື່ອໜ້າ.
(ຂ່າວ-ພາບ: ອຸດົມໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ທ່ານ ປອ. ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງຈໍາປາສັກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຢູ່ແຂວງຈໍາປາສັກ
ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ປັດຈຸບັນເຄື່ອງຫັດຖະກຳລາວ ເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ, ທ່ານນາງ ຈັນທາ ຫຼວງລາດ ເຈົ້າຂອງຮ້ານເຄື່ອງຫັດຖະກຳພຸດທະວົງ ຫຼວງລາດ ຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຜູ້ໜຶ່ງທີ່ມີຄວາມມັກ-ຮັກໃນຜະລິດຕະພັນຫັດຖະກຳ ແລະ ໄດ້ນໍາເອົາຜະລິດຕະພັນດັ່ງກ່າວມາວາງຂາຍ ເພື່ອເຜີຍແຜ່ສີໄມ້ລາຍມືຫັດຖະກຳທີ່ສວຍງາມ ແລະ ປານີດຂອງຄົນລາວສູ່ສາຍຕາສັງຄົມໄດ້ຊົມໃຊ້.
ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳແຫ່ງຊາດ (13 ກໍລະກົດ) ປະຈຳປີ 2025 ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປ່ອຍປາ ທີ່ວັງສະຫງວນ ບ້ານຄຽງຕັງແລ ໂດຍການເຂົ້າຮ່ວມຂອງທ່ານ ເພັດພະຈັນ ພິມທິສານ ຮອງເລຂາພັກເມືອງ ປະທານຄະນະກຳມະການ ອົງການປົກຄອງເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ໃນໄລຍະ 6 ເດືອນ ຕົ້ນປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ໃນວັນທີ 14ກໍລະກົດຜ່ານມາ, ພະນັກງານ-ກຳມະກອນ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດບ້ານເມືອງກາງເມືອງຈຳປາສັກ ແຂວງຈໍາປາສັກໄດ້ພົບເຫັນພະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ຊຶ່ງພົບເຫັນໃນຂະນະທີ່ທຳການຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕເບື້ອງຕາເວັນຕົກ,ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ.ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.
ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ໃນວັນທີ່ 14 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ແຂວງອຸດົມໄຊໄດ້ຈັດກອງປະຊຸມ ພ້ອມທັງລົງກວດກາໂຄງການຕິດຕັ້ງລະບົບກ້ອງວົງຈອນປິດ ສາທາລະນະ ໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ຊຶ່ງໂຄງການໄດ້ດຳເນີນການຕິດຕັ້ງ ສຳເລັດ 100% ຕາມແຜນການທີ່ວາງໄວ້, ໂດຍມີ ທ່ານ ສຸດໃຈ ສຸດແສງເດືອນ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງ, ມີຄະນະກຳມະການ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກເມືອງພີນ ແຂວງສະຫວັນນະເຂດ,ຄະນະບໍລິຫານງານພັກເມືອງຊຸດໃໝ່, ພາຍໃຕ້ການນຳພາຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງກໍໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ,ໂດຍສະເພາະແມ່ນການປະຕິບັດຕາມຄຳສັ່ງເລກທີ 15/ນຍ,ຄຳສັ່ງເລກທີ11/ນຍ,ປະຕິບັດຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ເລກທີ 2151/ຄປພຂ ວ່າດ້ວຍການແກ້ໄຂປະກົດການຫຍໍ້ໃນສັງຄົມ.
ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳເພົ້າ ວັນນະວົງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ຂັ້ນນະຄອນຫຼວງວຽງຈັນ(ນວ) ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: ການຕັດສິນວ່ອງໄວ ຜ່ານກົນໄກດໍາເນີນຄະດີຕໍ່ເນື່ອງ, ການຕັດສິນຖືກຕ້ອງ ແລະ ພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ, ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິ້ນສຸດຕາມຂະບວນການຍຸຕິທໍາຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທ່ານນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ມີຄະນະປະທານ, ສະມາຊິກສະພາຜູ້ພິພາກສາ, ຮອງລັດຖະມົນຕີ ພ້ອມດ້ວຍຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ເພີ່ມເຕີມ