ພິທີເປີດງານບຸນກິນຈຽງປີໃໝ່ຊົນເຜົ່າມົ້ງ

ພິທີເປີດງານບຸນກິນຈຽງເຜົ່າມົ້ງ ບ້ານນໍ້າຫຍາມ ເມືອງທຸລະຄົມ

ພິທີເປີດງານບຸນກິນຈຽງເຜົ່າມົ້ງ ບ້ານນໍ້າຫຍາມ ເມືອງທຸລະຄົມ
ພິທີເປີດງານບຸນກິນຈຽງປີໃໝ່ຊົນເຜົ່າມົ້ງຂອງບ້ານນໍ້າຫຍາມ ເມືອງທຸລະຄົມ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 1 ມັງກອນ 2025ຜ່ານມາ ຢູ່ທີ່ບ້ານດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ຊໍຢ່າງ ຈໍກາທົ່ງ ນາຍບ້ານໆນໍ້າຫຍາມ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ມີແຂກຖືກເຊີນ ແລະ ພາກສ່ວນຕ່າງໆກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຊໍຢ່າງ ຈໍກາທົ່ງ ໄດ້ຂຶ້ນລາຍງານສະພາບລວມ, ສະພາບຈຸດພິເສດຂອງບ້ານ ຕິດພັນກັບການ ເຄື່ອນໄຫວຊີ້ນໍາ-ນໍາພາວຽກງານໄລຍະ 1 ປີຜ່ານມາ ແລະ ຜ່ານກ່ຽວກັບຄວາມເປັນມາຂອງຮີດຄອງການຈັດງານບຸນກິນຈຽງປີໃໝ່ຊົນເຜົ່າມົ້ງໂດຍຫຍໍ້.ຈາກນັ້ນ ທ່ານ ເຈົ້າເມືອງທຸລະຄົມ ໄດ້ມີຄໍາເຫັນຕໍ່ພິທີ, ຝາກຄວາມຢື້ຢາມຖາມຂ່າວ ເຖິງການຈັດຕັ້ງ, ລູກຫຼານພໍ່ແມ່ປະຊາຊົນ, ກ່າວຍ້ອງຍໍຊົມເຊີຍຕໍ່ການພ້ອມພຽງຮຽງໜ້າຂອງປະຊາຊົນພາຍໃນບ້ານທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິິດ-ສັງຄົມຂອງບ້ານໃຫ້ມີການພັດທະນາມີການຫັນປ່ຽນທີ່ດີຂຶ້ນ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືຂອງແຂວງວຽງຈັນ;ຈາກນັນໄດ້ຮັບຊົມການສະແດງຟ້ອນສະແດງສິລະປະຊົນເຜົ່າມົ້ງຈາກໂຮງຮຽນ ມໍຕົ້ນ ແລະ ມໍປາຍ ປາກຫາງ, ຟ້ອນສະແດງສິລະປະຂອງຊົນເຜົ່າມົ້ງໂຮງຮຽນປະຖົມບ້ານນໍ້າຫຍາມ, ຊົມການເປົ່າແຄນເຜົ່າມົ້ງ, ສາທິດການຕໍາເຂົ້າປະປາປີໃໝ່, ໂຍນໝາກຄອນ ແລະ ມ່ວນຊື່ນລໍາວົງສາມັກຄີ ຕາມວັດທະນະທໍາຮີດຄອງປະເພນີອັນເປັນເອກະລັກທີ່ມີມາແຕ່ດົນນານ, ເປັນພາບອານຸສອນຄວາມຊົງຈໍາຂອງງານສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ສາກົນ ປີ 2025 ຂອງບ້ານດັ່ງກ່າວອີກດ້ວຍ.

(ຂ່າວ: ເມືອງທຸລະຄົມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ