ໃນພິທີ; ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍ ການ ທພບ ໄດ້ລາຍງານວ່າ: ທພບ ແມ່ນການຫັນປ່ຽນຈາກທະນາຄານນະໂຍບາຍ (ທນບ) ຊຶ່ງໄດ້ເປີດເປັນທາງການໃນປີ 2007, ມີພາລະບົດບາດໜ້າທີ່ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ແຜນການຂອງລັດຖະບານ ໃນການແກ້ໄຂຄວາມທຸກ ຍາກ ໃຫ້ແກ່ປະຊາຊົນບັນດາເຜົ່າ ດ້ວຍການສະໜອງສິນເຊື່ອ ໃຫ້ປະຊາຊົນຜູ້ທຸກຍາກ ໃນຕະຫຼອດ 18 ປີຜ່ານມາ ໄດ້ປະກອບສ່ວນແຫຼ່ງທຶນຊຸກຍູ້ການຜະລິດສິນຄ້າ ໃນເມືອງທຸກຍາກ, ຈຸດສຸມ ຂອງລັດຖະບານ - ທ້ອງຖິ່ນ ແລະ ບ້ານ 3 ສ້າງ ນໍາໃຊ້ເຂົ້າໃນເປົ້າໝາຍຕ່າງໆ ເປັນຕົ້ນປູກຝັງ - ລ້ຽງສັດ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງ, ອຸປະກອນ - ພາຫະນະການຜະລິດ, ເກັບຊື້ຜົນຜະລິດກະສິກໍາ ແລະ ບໍລິການ ສາມາດພັດທະນາຄອບຄົວ ໃຫ້ມີວຽກເຮັດງານທໍາ, ມີລາຍໄດ້ຍົກລະດັບຊີວິດການເປັນຢູ່ດີຂຶ້ນ ແລະ ຫຼຸດພົ້ນຈາກຄວາມທຸກ ຍາກເທື່ອລະກ້າວ.
ທ່ານ ຜູ້ອຳນວຍການ ຍັງຊີ້ໃຫ້ເຫັນການຫັນເປັນ ທພບ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ປະກອບສ່ວນນໍາເອົາປະເທດຊາດ ຫຼຸດພົ້ນອອກຈາກດ້ອຍພັດທະນາໃນປີ 2026; ການຫັນເປັນ ທພບ ແມ່ນຫັນປ່ຽນ ຈາກທະນາຄານສະ ເພາະກິດ ໄປເປັນທະນາຄານທຸລະກິດສະເພາະ ເພື່ອເປັນການຮັກສາ ທະນາຄານ ຊຶ່ງເປັນສະຖາບັນການເງິນຂອງລັດ ທີ່ມີບົດບາດປະຕິບັດແນວທາງນະໂຍບາຍ ຂອງພັກ - ລັດໃນການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ ແລະ ມີຄວາມຍືນຍົງ ຕາມກົນໄກໄລ່ລຽງເສດຖະກິດ ໂດຍມີ ການປັບປຸງປ່ຽນຊື່ທະນາຄານ, ທີ່ຕັ້ງ ແລະ ບົດບາດ, ບັນດາລະບຽບການ, ນິຕິກຳຄຸ້ມຄອງ, ກົງຈັກການຈັດຕັ້ງ-ບຸກຄະລາກອນ, ປັບປຸງຖານະການເງິນ, ກົນໄກ ແລະ ຮູບແບບການເຄື່ອນໄຫວທຸລະກິດ ໃຫ້ມີຄວາມຫຼາກຫຼາຍ, ມີຄວາມຄ່ອງຕົວ ແລະ ສາມາດກຸ້ມຕົນເອງ ໂດຍຕັ້ງເປົ້າໝາຍ ທພບ ຄື: ດ້ານວິໄສທັດ: (Vision) ສ້າງ ທພບ ໃຫ້ເປັນທະນາຄານແຖວໜ້າ ທີ່ໃຫ້ການບໍລິການທາງການເງິນ; ສະໜັບສະໜູນການພັດທະນາຊົນນະບົດ ແບບທົ່ວເຖິງ ເຊີ່ງເປັນຮາກຖານໃນລະບົບເສດຖະກິດ ຂອງປະ ເທດໃຫ້ມີຄວາມຍືນຍົງ. ດ້ານພາລະກິດ: (Mission) ແມ່ນພັດທະນາຜະລິດຕະພັນ ແລະ ການບໍລິການ ການເງິນຄົບວົງຈອນ ແລະ ທັນສະໄໝ ເພື່ອໃຫ້ສາມາດແຂ່ງຂັນ ແລະ ເຕີບໂຕຢ່າງຍືນຍົງ, ພັດທະນາຄວາມສາມາດຂອງອົງກອນ ແລະ ບຸກຄະລາກອນ ໃຫ້ມີປະສິດທິພາບ, ການດໍາເນີນງານ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ ແລະ ພັດທະນາໂຄງສ້າງພື້ນຖານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ (MIS), ຖານຂໍ້ມູນ ແລະ ນະວັດຕະກໍາຕ່າງໆ ເພື່ອພັດທະນາຜະລິດຕະພັນທາງ ການເງິນທາງເອເລັກໂຕຣນິກອອກສູ່ສັງຄົມ, ປັບປ່ຽນວັດທະນະທໍາ ຂອງ ທພບ, ສ້າງຮູບແບບການດໍາເນີນວຽກງານ ຢ່າງປະດິດສ້າງ, ມີໂຄງສ້າງເປົ້າໝາຍຕົວຊີ້ວັດຂອງອົງກອນ ແລະ ບຸກຄົນ (OKRs & KPI); ປັບປຸງ ແລະ ເພີ່ມຜົນຕອບແທນໃຫ້ແກ່ພະນັກງານ ໃນທົ່ວລະບົບເປັນແຕ່ລະປີ ໂດຍຖືເອົາຜົນຂອງການດໍາເນີນທຸລະກິດແຕ່ລະປີ ເປັນຕົວຊີ້ວັດ, ສ້າງ ແລະ ພັດທະນາລະບົບການບໍລິຫານແຫຼ່ງທຶນໃຫ້ພຽງພໍ, ສາມາດລະດົມທຶນ ດ້ວຍການຮັບຝາກເງິນ ຈາກສັງຄົມ ແລະ ລະດົມຈາກແຫຼ່ງທຶນອື່ນ ໄດ້ດ້ວຍຕົ້ນທຶນທີ່ຕໍ່າ, ສ້າງຫຼັກການ ໃນການຄຸ້ມຄອງບໍລິຫານທຸລະກິດທີ່ດີ, ມີຄວາມຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເພື່ອຄວາມໝັ້ນຄົງ ແລະ ຍືນຍົງ. ປ່ອຍສິນເຊື່ອດອກເບ້ຍຕໍ່າ ສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການ ເພື່ອພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ເປັນຕົ້ນຕໍ; ເຄື່ອນໄຫວທຸລະກຳ ຊື້ເງິນຕາຕ່າງປະເທດ ໃນຂອບເຂດທີ່ ທຫລ ອະນຸຍາດ ແລະ ກຳນົດໃຫ້; ສ້າງເງື່ອນ ໄຂສະດວກ ກະທັດຮັດ, ມີມາດຕະຖານ ແລະ ຂັ້ນຕອນແບບມືອາຊີບ; ສ້າງຜະລິດຕະພັນ ແລະ ການບໍລິການຫຼາກຫຼາຍ; ຫັນເປັນທັນ ສະໄໝ ທາງດ້ານການດຳເນີນງານ, ເຊື່ອມໂຍງລະບົບເຂົ້າກັບລະບົບທະນາຄານພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະ ຊວງການເງິນ ປະທານສະພາບໍລິຫານ ທພບ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທຫລ ຮອງປະທານສະພາບໍລິຫານ ທພບ ຕ່າງກໍພັດປ່ຽນກັນ ມີຄໍາເຫັນ ໂດຍລວມ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງ ທນບ. ສໍາລັບການຫັນເປັນ ທພບ, ເປັນທະນາຄານທຸລະກິດສະເພາະ ທີ່ໃຫ້ບໍລິການ ສະໜອງສິນເຊື່ອ, ບໍລິການຮັບຝາກເງິນ ແລະ ຜະລິດຕະພັນທະນາຄານອື່ນໆໃຫ້ແກ່ການພັດທະນາ ແລະ ຊຸກຍູ້ການຜະລິດສິນຄ້າໃນຊົນນະບົດ ຕ້ອງເອົາ ໃຈໃສ່ສົ່ງເສີມການພັດທະນາເສດຖະກິດໃນຊົນນະບົດ ໃຫ້ເຕີບໂຕຢ່າງມີຄຸນນະພາບ, ໃຫ້ບໍລິການທາງດ້ານການເງິນ ແລະ ສະໜອງແຫຼ່ງທຶນໃຫ້ແກ່ການຜະລິດ ແລະ ການຄ້າ ຂອງປະຊາຊົນ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຊ່ວຍຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ຝຶກອົບຮົມໃຫ້ຄວາມຮູ້ ໃນການນໍາໃຊ້ເງິນກູ້, ເຕັກນິກການປູກ - ການລ້ຽງໃຫ້ໄປຕາມຄວາມຕ້ອງການ ແລະ ເງື່ອນໄຂ ຂອງຕະຫຼາດ ພ້ອມທັງສ້າງໃຫ້ເປັນຕ່ອງໂສ້ການຜະລິດ, ການຈຳໜ່າຍຈໍລະຈອນແລກປ່ຽນສິນຄ້າ ໃຫ້ກົມກຽວ ແລະ ເພື່ອຮັບປະກັນຄວາມຍືນຍົງ; ພ້ອມນັ້ນ ຕ້ອງຮັກສາຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເຄື່ອນໄຫວວຽກງານຂອງຕົນ ຕາມລະບຽບການພາຍໃນ ທີ່ສະພາບໍລິຫານຮັບຮອງໃນແຕ່ລະໄລຍະ, ມີຈັນຍາບັນ ແລະ ໂປ່ງໃສໃນການເຄື່ອນໄຫວ ຕາມທີ່ຕັ້ງ ແລະ ພາລະບົດບາດ ຂອງຕົນ ແລະ ຕ້ອງຮັບປະກັນການບໍລິຫານແຫຼ່ງທຶນ ແລະ ຊັບ ສິນ ທີ່ລັດຖະບານ, ອົງການຈັດຕັ້ງຕ່າງໆ, ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດປະກອບໃຫ້ ຫຼື ໃຫ້ການສະໜັບສະໜູນ ລວມທັງແຫຼ່ງທຶນເງິນຝາກ ທີ່ລະດົມມາຈາກສັງຄົມ ໃຫ້ຖືກເປົ້າໝາຍ, ມີປະສິດທິຜົນບັນລຸຕາມລະດັບຄາດໝາຍ ແລະ ຍືນຍົງ.
ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງການເງິນ, ທ່ານຜູ້ວ່າການ ທຫລ, ທ່ານຜູ້ອຳນວຍການ ທພບ ແລະ ແຂກຜູ້ມີກຽດທັງຫຼາຍ ກໍໄດ້ພ້ອມກັນຕັດແຖບຜ້າ ເພື່ອເປັນສິຣິມຸງຄຸນ ແລະ ເປັນສັກຂີພະຍານ ໃນພິທີປະກາດການສ້າງຕັ້ງ ທພບ.
(ຂ່າວ: ຣັດສະໝີ ດວງສັດຈະ)
ຄໍາເຫັນ