ໃນວັນທີ 2 ກັນຍາຜ່ານມາ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິ ບັດຂັ້ນສູນກາງ, ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາ ຊົນແຂວງ ພ້ອມຄະນະນໍາຂັ້ນສູງກາງ ແລະ ທ້ອງຖິ່ນ ໄດ້ສົມທົບກັບການນຳຂັ້ນເມືອງ ລົງຕິດຕາມພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຊຶ່ງເປັນເມືອງໝຶ່ງທີ່ໄດ້ຮັບຜົນກະທົບໝັກຈາກນໍ້າຖ້ວມໃນວັນທີ 30 ສິງຫາຜ່ານມາ, ທັງນີ້, ເພື່ອຕິດຕາມ, ຊຸກຍູ້ແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ນອກນັ້ນ, ຍັງເປັນການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈຕໍ່ຜູ້ທີ່ໄດ້ຮັບຜົນກະທົບ.
ໂອກາດນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຍັງໄດ້ເນັ້ນໜັກບາງບັນຫາອັນຮີບດ່ວນໃຫ້ຄະນະນຳທຸກຂັ້ນ ສຸມທຸກກຳລັງແຮງທີ່ມີເຂົ້າໃນການແກ້ໄຂ ໂດຍສະເພາະຟື້ນຟູບັນດາພື້ນຖານໂຄງລ່າງ ເຊັ່ນ: ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງໝໍ, ສະຖານທີ່ບໍລິການອື່ນໆ ໄປພ້ອມກັບການລົງເກັບກຳຂໍ້ມູນສະຖິຕິຄວາມເສຍຫາຍໃຫ້ລະອຽດ ເພື່ອກຳນົດການຊ່ວຍເຫຼືອໃຫ້ທັນສະພາບການ. ໃນໂອກາດການລົງເຄື່ອນໄຫວຢ້ຽມຢາມບັນດາຈຸດທີ່ໄດ້ຮັບຜົນກະທົບ ພາຍໃນເທສະບານເມືອງ ໂດຍສະເພາະແມ່ນຈຸດຂົວນ້ຳແຊ, ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແລະ ບ້ານເຮືອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ, ຄະນະດັ່ງກ່າວ, ຍັງໄດ້ມອບເງິນສົມທົບ ຈຳ ນວນ 200 ລ້ານກີບໃຫ້ເມືອງ ເພື່ອນນຳໃຊ້ເຂົ້າໃນການຊ່ວຍເຫຼືອ, ຟື້ນຟູໄພທຳມະຊາດນໍ້າຖ້ວມຄັ້ງນີ້ຕື່ມອີກ.
ຂ່າວ: ສຸວັນທອງ ປັນຍາຂັນ
ຄໍາເຫັນ