ກະຊວງການເງິນລາຍງານວ່າ: ຜົນກໍາໄລກ່ອນການເສຍພາສີຂອງບໍລິສັດຜະລິດເຄື່ອງຈັກດ້ານການຂົນສົ່ງ ຊຶ່ງລວມທັງລົດ ໄດ້ຫຼຸດລົງ 29.7%, ໃນຂະນະທີ່ກໍາໄລກ່ອນການເສຍພາສີຂອງບໍລິສັດໃນອຸດສາຫະກຳເຄມີຫຼຸດລົງ 19% ເນື່ອງຈາກຜົນກະທົບຂອງຄ່າໃຊ້ຈ່າຍໃນການຄົ້ນຄວ້າ ແລະ ການພັດທະນາ (R&D) ເພີ່ມຂຶ້ນສູງ ແລະ ການ ເໜັງຕີງຂອງສະກຸນເງິນ.
ເຖິງຢ່າງໃດກໍຕາມ, ຜົນກຳໄລກ່ອນເສຍພາສີຂອງບໍລິສັດທີ່ບໍ່ແມ່ນການຜະລິດເພີ່ມຂຶ້ນ 6.6%, ຍ້ອນຄວາມຕ້ອງການການທ່ອງທ່ຽວທີ່ເຂັ້ມແຂງ ຊຶ່ງເປັນການຊຸກຍູ້ຜົນກຳໄລໃນຂະແໜງບໍລິການ ແລະ ການຂົນສົ່ງ.
ສຳນັກຂ່າວກຽວໂດ ລາຍງານວ່າ: ໂຕເລກເຫຼົ່ານີ້ຈະຖືກນໍາໄປໃຊ້ໃນການທົບທວນໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ປະຈຳໄຕມາດ ທີ 2 ປີ 2025. ໂດຍຫ້ອງວ່າການລັດຖະບານຈະປະກາດໂຕເລກ GDP ສະບັບປັບປຸງໃນວັນທີ 8 ກັນຍານີ້.
ຄໍາເຫັນ