![]() |
ວາລະທີ 1: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນຕະຫຼອດໄລຍະ 1 ສະໄໝຜ່ານມາ ແລະ ວຽກຈຸດສຸມພົ້ນເດັ່ນປີ 2025 ເຫັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ເຖິງສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສະຫຼັບສັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງຕ່າງໆ, ການແຜ່ລະບາດຂອງພະຍາດ, ໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໄດ້ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ທັງທາງກົງ ແລະ ທາງອ້ອມ. ແຕ່ດ້ວຍຄວາມພະຍາຍາມ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງລັດຖະບານແລະ ອົງການປົກຄອງທ້ອງຖິ່ນສາມາດເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ສະເລ່ຍ 4.24% (ປີ 2025 ຂະຫຍາຍຕົວ 4.8%), ເກັບລາຍຮັບເຂົ້າງົບປະມານໄດ້ 252 ພັນຕື້ກີບ ເທົ່າກັບ 140% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 75.4 ພັນຕື້ກີບ ເທົ່າກັບ 109% ຂອງແຜນການປີ); ແຜນລາຍຈ່າຍປະຕິບັດໄດ້ 244 ພັນຕື້ກີບ ເທົ່າກັບ 128% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 59.6 ພັນຕື້ກີບ ເທົ່າກັບ 73% ຂອງແຜນການປີ); ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດສຳເລັດຕາມສັນຍາ, ທັງຈຳກັດໄດ້ການກູ້ຢືມໃໝ່ທີ່ບໍ່ມີປະສິດທິຜົນ, ເຮັດໃຫ້ຄວາມກົດດັນດ້ານໜີ້ສິນສາທາລະນະ ຫຼຸດລົງເທື່ອລະກ້າວ, ພາບລັກຄວາມໜ້າເຊື່ອຖືດ້ານການເງິນຂອງປະເທດເຮົາ ດີຂຶ້ນເປັນກ້າວໆ; ການຄວບຄຸມລາຄາສິນຄ້າ ແລະ ອັດຕາເງິນເຟີ້ ນັບມື້ດີຂຶ້ນ, ຊຶ່ງໃນປີ 2023 ອັດຕາເງິນເຟີ້ບາງໄລຍະ ຢູ່ໃນລະດັບ 41% ແລະ ໃນເດືອນທັນວາ 2025 ຢູ່ໃນລະດັບ 5.6%, ຮອດປັດຈຸບັນ ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 6.45 ເດືອນ ແລະ ລາຄາສິນຄ້າ ກໍ່ບໍ່ເໜັງຕີງຫຼາຍ; ການຜະລິດເຂົ້າເປືອກ ສາມາດປະຕິບັດໄດ້ຕາມແຜນທີ່ກຳນົດໄວ້, ຊຶ່ງ 5 ປີ ໄດ້ 18.9 ລ້ານໂຕນ, ສະເລ່ຍ 3.78 ລ້ານໂຕນ/ປີ; ການສົ່ງອອກຜົນຜະລິດກະສິກໍາ5 ປີ ໄດ້ 8 ພັນລ້ານກວ່າໂດລາ ລື່ນແຜນການ 35% (ປີ 2025 ສົ່ງອອກໄດ້ 1,737 ພັນລ້ານໂດລາ ລື່ນແຜນການ 15%); ສາມາດລະດົມທຶນທົ່ວສັງຄົມໄດ້ 387 ພັນຕື້ກີບເທົ່າກັບ189% ຂອງແຜນການ5 ປີ (ປີ2025 ລະດົມໄດ້ 6.25 ພັນຕື້ກີບເທົ່າກັບ 100% ຂອງແຜນການປີ); ການລົງທຶນຈາກເອກະຊົນພາຍໃນແລະຈາກຕ່າງປະເທດປະຕິບັດໄດ້ 266 ພັນຕື້ກີບເທົ່າກັບ 266% ຂອງແຜນການ 5 ປີ; ການຜະລິດແຮ່ທາດລວມ ປະຕິບັດໄດ້ 169 ພັນຕື້ກີບ, ເທົ່າກັບ 202% ຂອງແຜນການ 5 ປີ; ຈໍາໜ່າຍແຮ່ທາດທັງພາຍໃນແລະຕ່າງປະເທດໄດ້ 13 ພັນລ້ານໂດລາ ເທົ່າກັບ 160% ຂອງແຜນການ 5 ປີ (ປີ 2025 ການຜະລິດແຮ່ທາດໄດ້ 44 ພັນຕື້ກີບ, ເທົ່າກັບ 129% ຂອງແຜນການ);ການຜະລິດພະລັງງານໄຟຟ້າໄດ້ 251 ພັນລ້ານກິໂລວັດໂມງ,ເທົ່າກັບ 90.93% ຂອງແຜນການ5ປີ, ຄິດເປັນມູນຄ່າ 263 ພັນຕື້ກີບ, ເທົ່າກັບ 186% ຂອງແຜນການ 5 ປີ, ສົ່ງອອກກະແສໄຟຟ້າໄປຕ່າງປະເທດໄດ້ 195 ພັນລ້ານກິໂລວັດໂມງ, ເທົ່າກັບ 152 % ຂອງແຜນການ5 ປີ (ປີ2025 ຜະລິດໄດ້ 56 ພັນລ້ານກິໂລວັດໂມງ, ມູນຄ່າ 73 ພັນຕື້ກີບ); ໄດ້ສຸມໃສ່ປະຕິຮູບລັດວິສາຫະກິດ 32 ຫົວໜ່ວຍ, ໃນນີ້ ສໍາເລັດ 10 ຫົວໜ່ວຍ ແລະ ສືບຕໍ່ປະຕິຮູບ 22 ຫົວໜ່ວຍ; ໄດ້ສຸມໃສ່ກໍ່ສ້າງ-ຍົກລະດັບ-ຟື້ນຟູແລະບູລະນະສ້ອມແປງໂຄງລ່າງພື້ນຖານຄົມມະນາຄົມຂົນສົ່ງໃນທົ່ວປະເທດ ຕາມຄວາມສາມາດຂອງງົບປະມານ, ການຂົນຂວາຍແຫຼ່ງທຶນຈາກສາກົນແລະການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເປັນຕົ້ນ ສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນທາງລົດໄຟ ລາວ-ໄທ ໄລຍະ 2, ສາມາດຟື້ນຟູ-ຍົກລະດັບເສັ້ນທາງເລກທີ 13 ໃຕ້, 13 ເໜືອ, ເສັ້ນທາງເລກ 8 ແລະ ເສັ້ນອື່ນໆ ລວມຄວາມຍາວ 400 ກວ່າກິໂລແມັດ; ສໍາເລັດການຂຶ້ນທະບຽນອອກໃບຕາດິນ 796 ພັນກວ່າຕອນ, ເທົ່າກັບ 50% ຂອງແຜນການ5 ປີ; ໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາ, ປັບປຸງຫຼັກສູດແລະຮູບແບບການຮຽນ-ການສອນ, ຍົກລະດັບຄວາມສາມາດຂອງຄູ-ອາຈານ ປະຕິບັດນະໂຍບາຍແລະມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນແລະການສົ່ງເສີມເຂົ້າຮຽນວິຊາຊີບ ສຳເລັດໂດຍພື້ນຖານ; ໄດ້ສຸມໃສ່ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດ ທັງຢູ່ສູນກາງ ແລະທ້ອງຖິ່ນ; ສຳເລັດໂດຍພື້ນຖານ ການປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງໄດ້ສຸມໃສ່ສ້າງນິຕິກຳຕ່າງໆ ໃນການສ້າງຕັ້ງຕາແສງຊຶ່ງມີທັງໝົດ 640 ຕາແສງໃນທົ່ວປະເທດ; ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຂອບການຮ່ວມມືຕ່າງໆຂອງສາກົນ, ອັນພົ້ນເດັ່ນ ແມ່ນສຳເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ຮັບຜົນສໍາເລັດອັນຈົບງາມ, ເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນກວ່າເກົ່າ, ສາມາດນໍາເອົາຜົນປະໂຫຍດ ແລະ ໝາກຜົນສຳເລັດຕົວຈິງມາໃຫ້ປະເທດຫຼາຍຂຶ້ນ.
ສຳລັບແຜນວຽກຈຸດສຸມປີ 2026 ຂອງລັດຖະບານ, ກອງປະຊຸມ ໄດ້ຊີ້ນຳຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:
ສຸມໃສ່ປະຕິບັດ 07 ທິດທາງລວມ, ບັນດາຄາດໝາຍ ແລະ 06 ເປົ້າໝາຍ ທີ່ໄດ້ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີ ຄັ້ງທີ X (2026-2030) ໂດຍສະເພາະ ໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ, ລາຍຮັບສະເລ່ຍຕໍ່ຫົວຄົນ ໃຫ້ໄດ້3,104ໂດລາສະຫະລັດ, ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ໃຫ້ໄດ້2,914 ໂດລາ ໃນປີ 2030.
ສືບຕໍ່ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ, ພ້ອມທັງ ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ;
ສືບຕໍ່ປະສານສົມທົບກັບສະພາແຫ່ງຊາດ ເພື່ອກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ແຂວງ ຊຸດທີ V; ກະກຽມສ້າງແຜນດຳເນີນງານ, ສ້າງລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ກະກຽມລາຍງານຕໍ່ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X;
ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ກວດກາການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ແຂງແຮງ ແລະ ເປັນຮູບປະທຳຫຼາຍຂຶ້ນ;
ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະ 19/ກມສພ ເປັນຕົ້ນສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ, ການຄຸ້ມຄອງລາຄາສິນຄ້າ; ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDP ຕາມທິດ ສອຈ, ຕ້ານການຮົ່ວໄຫຼຂອງງົບປະມານ, ເລັ່ງແກ້ໄຂໜີ້ສິນສາທາລະນະໃຫ້ຫຼຸດລົງ,ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດ; ສືບຕໍ່ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ; ປະຕິບັດນະໂຍບາຍຕ່າງໆ ຍົກສູງຄ່າຂອງເງິນກີບ, ສ້າງກົນໄກນໍາໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະສິນຄ້າ ແລະ ບໍລິການຢູ່ ສປປ ລາວ ກັບບັນດາປະເທດອ້ອມຂ້າງ ແລະ ປະເທດຄູ່ຄ້າແບບສອງຝ່າຍ.
ສືບຕໍ່ສຸມໃສ່ບັນດາໂຄງການພະລັງງານໄຟຟ້າສະອາດແລະພະລັງງາານໄຟຟ້າທາງເລືອກ; ຍູ້ແຮງການພັດທະນາ ແລະ ລົງທຶນກໍ່ສ້າງສາຍສົ່ງໄຟຟ້າແຮງສູງເຊື່ອມຕໍ່ພາຍໃນ ແລະ ປະເທດອ້ອມຂ້າງ; ສືບຕໍ່ເຂັ້ມງວດໃນການຄຸ້ມຄອງບັນດາໂຄງການຂຸດຄົ້ນແລະປຸງແຕ່ງແຮ່ທາດ, ທັງສົ່ງເສີມການປຸງແຕ່ງແຮ່ທາດເປັນຜະລິດຕະພັນສຳເລັດຮູບກ່ອນສົ່ງອອກ; ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງດ້ານສິ່ງແວດລອມໃຫ້ດີ; ປະຕິບັດມາດຕະການເຂັ້ມງວດຕໍ່ໂຄງການແຮ່ທາດທີ່ຖືກຈັດໃນປະເພດອ່ອນ ແລະ ອ່ອນຫຼາຍ;
ສຸມໃສ່ພັດທະນາພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມທາງບົກ, ທາງລາງ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ ໃຫ້ແຂງແຮງທົນທານ.
ສືບຕໍ່ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນໃນທຸກຊັ້ນທຸກສາຍ, ສືບຕໍ່ປະຕິບັດນະໂຍບາຍແກ້ໄຂການຂາດແຄນຄູ ແລະ ການປະລະການຮຽນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນໍາໃຊ້ລະບົບ ຫຼັກສູດສາມັນສຶກສາ (6+3+3) ໃນສົກຮຽນປີ 2028-2029;
ສຸມໃສ່ພັດທະນາແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ທັນສະໄໝ;ສືບຕໍ່ເອົາໃຈໃສ່ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານແລະຄຸນງາມຄວາມດີຕໍ່ພາລະກິດປະຕິວັດຊາດປະຊາທິປະໄຕ;
ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານສາທາລະນະສຸກທັງສູນກາງ ແລະ ທ້ອງຖິ່ນ, ຂະຫຍາຍກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ ໃຫ້ຫຼາຍຂຶ້ນ,ສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆ ຕາມລະດູການ;
ສືບຕໍ່ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ; ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ, ທັງປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ໃຫ້ມີຄວາມສະດວກ ແລະ ປອດໄພ;
ສືບຕໍ່ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ບັນດາເຂດຈຸດສຸມ, ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດພື້ນຖານການປະຕິວັດໃນເມື່ອກ່ອນ;
ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງທ້ອງຖິ່ນ ໄປຄຽງຄູ່ກັບການແບ່ງຂັ້ນຄຸ້ມຄອງ, ການສ້າງລະບຽບກົນໄກການເຮັດວຽກຂອງອົງການປົກຄອງທ້ອງຖິ່ນ; ສືບຕໍ່ຈັດຕັ້ງປະຕິບັດນິຕິກຳຕ່າງໆໃນການສ້າງຕັ້ງຕາແສງ ໃຫ້ສຳເລັດ;
ເລັ່ງປັບປຸງກົນໄກ ແລະ ວິທີການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ສຳເລັດ ແລະ ປິດສຳນວນຄະດີ ໃຫ້ໄດ້ຫຼາຍຂຶ້ນ; ສືບຕໍ່ສ້າງ ແລະ ປັບປຸງກົດໝາຍ ຕາມແຜນທີ່ສະພາແຫ່ງຊາດຮັບຮອງໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນສູງຂຶ້ນ;
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳ ພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສືບຕໍ່ເຄື່ອນໄຫວການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນສະພາບການ ຮັບປະກັນຜົນປະໂຫຍດຂອງຊາດ ແລະ ບົນຈິດໃຈປະຢັດມັດທະຍັດ.
ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບປັບປຸງ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2026 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາລາຍງານບັນດາໂຄງການ ທີ່ສໍາຄັນຈຳນວນໜຶ່ງ ຄື: ການອອກແບບ, ກໍ່ສ້າງ, ລະດົມທຶນ ແລະ ດຳເນີນກິດຈະການ ໂຄງການທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ໃນຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT), ລວມທັງ ຜົນການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງກ່າວ; ແຜນບຸລິມະສິດໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນປີ 2026, ໂຄງການທາງດ່ວນ ໂດຍສະເພາະ ກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວຈິງ.
ວາລະທີ 5: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ສຳລັບປີ 2026.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ