ຜົນກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນທົ່ວປະເທດປະຈໍາປີ 2023

ຜົນກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນທົ່ວປະເທດປະຈໍາປີ 2023 <img src="http://tinyurl.com/fl4gg" height="1" width="1">
(ໂດຍ: ແສງຈັນ)
ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມ ສະຫຼຸບວຽກງານແຜນການ-ການລົງທຶນທົ່ວປະເທດປະຈໍາປີ 2023 ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ ວ່າ:  ກອງປະຊຸມໄດ້ມີຄວາມເປັນເອກະພາບ ແລະ ຕົກລົງບາງວຽກງານສໍາຄັນ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2024 ມີຜົນສໍາເລັດຕາມລະດັບຄາດໝາຍ ຄື:ວຽກງານສະຖິຕິ: ເຫັນດີໃຫ້ຂະແໜງການ ແລະ ທ້ອງຖິ່ນເປັນເຈົ້າການ ເກັບກໍາຂໍ້ມູນສະຖິຕິ ຄົບຖ້ວນ ແລະ ທັນເວລາ ແລະ ລາຍງານເຖິງສູນສະຖິຕິແຫ່ງຊາດ ເພື່ອຜະລິດບັນດາຕົວຊີ້ບອກໃນການສະຫຼຸບ ແລະ ສ້າງແຜນເສດຖະກິດ-ສັງຄົມ ລວມທັງສະເໜີຄະນະນໍາທ້ອງຖິ່ນຈັດແບ່ງງົບປະມານເຂົ້າໃນວຽກງານສະຖິຕິ ໂດຍສະເພາະແມ່ນຂັ້ນເມືອງ ຊຶ່ງປັດຈຸບັນແມ່ນງົບເຄື່ອນໄຫວບໍ່ພຽງພໍ;ທາງສູນສະຖິຕິແຫ່ງຊາດ ຈະໄດ້ສືບຕໍ່ລົງສົມທົບກັບບັນດາແຂວງ ເພື່ອປັບປຸງສ້າງຖານໃໝ່ ໃນການຄາດຄະເນ GDP ຊຶ່ງຜ່ານມາແມ່ນໄດ້ສົມທົບກັບ 2 ແຂວງແລ້ວ; ວຽກງານສົ່ງເສີມການລົງທຶນ: ເຫັນດີເປັນເອກະພາບໃນການປັບປຸງ ຂໍ້ຕົກລົງໃນການມອບສິດໃຫ້ທ້ອງຖິ່ນໃນການພິຈາລະນາອະນຸຍາດການ ສຶກສາສໍາຫຼວດເນື້ອທີ່ດິນ (ເຊັ່ນ MOU) ເພື່ອສຶກສາ ຄວາມເປັນໄປໄດ້ໂຄງການກະສິກໍາ-ປ່າໄມ້ ແລະ ບໍລິການ ໃຫ້ມີຄວາມລະອຽດ ແລະ ຈະແຈ້ງຂຶ້ນຊຶ່ງບາງທ້ອງຖິ່ນ ໄດ້ສະເໜີໃຫ້ເພີ່ມເນື້ອທີ່ໆອະນຸຍາດໃຫ້ແຂວງເຊັ່ນ MOU ໃຫ້ຫຼາຍຂຶ້ນ;ເຫັນດີເປັນເອກະພາບໃນການອອກນິຕິກໍາເພື່ອຢັ້ງຢືນ ຄືນຕື່ມກ່ຽວກັບສິດຂອງທ້ອງຖິ່ນ ໃນການຊຸກຍູ້, ຕິດຕາມ ໂຄງການທີ່ສູນກາງອະນຸມັດເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄຸນນະພາບຂອງການຊຸກຍູ້ຕິດຕາມໂຄງການ, ແຕ່ສະເໜີໃຫ້ ເພີ່ມງົບປະມານໃຫ້ທ້ອງຖິ່ນຕື່ມຈາກຮ່ວງຕິດຕາມການຈັດຕັ້ງປະຕິບັດສັນຍາ (ຮ່ວງຂອງສູນກາງທີ່ເຈລະຈານໍາແຕ່ລະໂຄງການ) ໂດຍແບ່ງ 50:50 ລະຫວ່າງສູນກາງ ແລະ ທ້ອງຖິ່ນ;  ຂອດການປະສານງານ-ບາງໂຄງການ ໃນການແກ້ໄຂບັນຫາ ຂໍ້ຂັດແຍ່ງຕິດພັນກັບ ທີ່ມີການອະນຸມັດເນື້ອທີ່ ທັບຊ້ອນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ສໍາເລັດໂດຍໄວ ເພື່ອຮັກສາບັນຍາກາດໃນການລົງທຶນ ແລະ ເຮັດໃຫ້ທ້ອງຖິ່ນໄດ້ຮັບການພັດທະນາ; ທ້ອງຖິ່ນສະເໜີໃຫ້ຂະແໜງການກ່ຽວຂ້ອງຂັ້ນສູນກາງ ເລັ່ງຊຸກຍູ້ໂຄງການຂະໜາດໃຫຍ່ຈໍານວນໜຶ່ງເພື່ອໃຫ້ມີຄວາມຄືບໜ້າໄວ;ວຽກງານແຜນການ ແລະ ການລົງທຶນລັດ:  ເປັນເອກະພາບຕໍ່ກັບການຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ແລະ ເຫັນດີຈະໄດ້ພ້ອມກັນສຸມໃສ່ຈັດຕັ້ງ ປະຕິບັດ ບັນດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້2024 ລວມທັງ ບັນດາຄາດໝາຍ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;  ເຫັນດີເອກະພາບ-ຮັບຮອງ ຮ່າງດໍາລັດ ຂອງນາຍົກລັດຖະມົນຕີ ວ່າດວ້ຍການດໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການແກ້ໄຂຜົນຂອງການກວດສອບ;ການປະຕິບັດໂຄງການ ສືບຕໍ່ຕິດພັນກັບລາຄາວັດສະດຸກໍ່ສ້າງ ມີການເພີ່ມຂຶ້ນເຮັດໃຫ້ລາຄາຫົວໜ່ວຍເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ມູນຄ່າຂອງໂຄງການທີ່ຮັບຮອງໄປແລ້ວບໍ່ສອດຄ່ອງ ຊຶ່ງມີຫຼາຍທ້ອງຖິ່ນ ບໍ່ສາມາດປະຕິບັດໂຄງການດັ່ງກ່າວໄດ້, ບັນຫາດັ່ງກ່າວ ສະເໜີໃຫ້ຂະແໜງການເຕັກນິກ ເປັນຕົ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ,ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງພະລັງງານ-ບໍ່ແຮ່ ຄົ້ນຄວ້າໂດຍໄວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການໃຫ້ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ;  ທຶນສົມທົບໂຄງການຊ່ວຍເຫຼືອ ມີຄວາມຈໍາກັດ ຍັງມີຫຼາຍໂຄງການ ທີ່ຍັງບໍ່ທັນມີທຶນສົມທົບ ເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ທີ່ເປັນ ພູດທີ່ ລັດຖະບານຕ້ອງສົມທົບ, ບັນຫາດັ່ງກ່າວ ມອບໃຫ້ກົມຮ່ວມມືສາກົນ ແລະ ການແຜນການ ສົມທົບກັນຄົ້ນຄວ້າ ແລະ ວຽກງານອື່ນໆ;ວຽກງານປະເມີນຜົນ: ບັນດາ ໂຄງການທີ່ຈະນໍາໃຊ້ເງິນເກີນແຜນຂອງທ້ອງຖິ່ນ ເຫັນດີຈະໄດ້ໃຫ້ທ້ອງຖິ່ນເປັນເຈົ້າການ ພາກສ່ວນປະເມີນໂຄງການນັ້ນເອງ ເພື່ອໃຫ້ຖ່ວງທັນຕາມກໍານົດເວລາ ໃນການຈັດຕັ້ງປະຕິບັດ, ບັນຫານີ້ ຈະໄດ້ໃຫ້ກົມປະເມີນຜົນ ຄົ້ນຄວ້າບົດແນະນໍາລະອຽດຕື່ມເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ; ສໍາລັບໂຄງການສໍານັກງານຫ້ອງການ ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນຍັງຕ້ອງໄດ້ດໍາເນີນການປະເມີນກ່ອນເອົາເຂົ້າແຜນ ຍົກເວັ້ນໂຄງການທີ່ເປັນຍຸດທະສາດ-ລັບຂອງຊາດ;ວຽກງານບໍລິຫານ-ການບໍລິການ:  ການສ້າງເງື່ອນໄຂເຮັດວຽກໃຫ້ແກ່ຂະແໜງແຜນການ ແລະ ການລົງທຶນ ໃຫ້ດີຂຶ້ນ ລວມທັງການຫັນເປັນທັນສະໄໝຕ້ອງໄດ້ສືບຕໍ່ເອົາໃຈໃສ່ຫຼາຍກວ່າເກົ່າ; ການຍົກສະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ກາຍເປັນມືອາຊີບ ແລະ ອື່ນໆ ກໍໄດ້ຮັບການເອົາໃຈໃສ່ຈາກພາກສ່ວນກ່ຽວຂ້ອງຂອງສູນກາງ;ການປະສານສົມທົບກັນ ລະຫວ່າງພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ລະຫວ່າງ ສາຍຕັ້ງ ແລະ ສາຍຂວາງ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຕື່ມ;  ສະເໜີໃຫ້ມີການສ້າງຕັ້ງກອງທຶນວຽກງານຂະແໜງແຜນການ ແລະ ການລົງທຶນ; ໃນປັດຈຸບັນສະພາບພະນັກງານ-ລັດຖະກອນ ລາອອກ ມີຫຼາຍກໍລະນີ, ໃນນີ້ລວມມີ ພະນັກງານ-ລັດຖະກອນ ໃນຂະແໜງແຜນການ ແລະ ການລົງທຶນ, ສະນັ້ນຄວນໄດ້ມີການຄົ້ນຄວ້ານະໂຍບາຍແກ້ໄຂຊີວິດການເປັນຢູ່ ຂອງ ພະນັກງານດ້ວຍຮູບແບບຕ່າງໆ ທີ່ເໝາະສົມ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ