ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນມີນາ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນມີນາ
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ 2024 ທີ່ດໍາເນີນເປັນເວລາສອງວັນໄດ້ ອັດລົງໃນວັນທີ 27 ມີນານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ. ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2024.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະດັ່ງນີ້:
ວາລະທີ 1. ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ ສະຫຼຸບວຽກງານພົ້ນເດັ່ນ ຂອງລັດຖະບານປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2024; ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ແລະ ໄດ້ເຫັນດີດ້ານຫຼັກການຮັບຮອງຮ່າງບົດລາຍງານດັ່ງກ່າວ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ແຜນວຽກຈຸດສຸມ ປະຈຳເດືອນເມສາ, ໃຫ້ສືບຕໍ່ເອົາໃຈໃສ່ວຽກງານດ້ານຕ່າງໆ ເປັນຕົ້ນ ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ, ການທ່ອງທ່ຽວລາວ, ການດຶງດູດການລົງທຶນ, ລວມທັງ ການແກ້ໄຂບັນຫາຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ບັນຫາອຸບັດເຫດຕາມທ້ອງຖະໜົນ, ບັນຫາຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ. ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ, ການສົ່ງອອກສິນຄ້າ, ການບໍລິການດ້ານຕ່າງໆ, ການທ່ອງທ່ຽວ, ການປຸງແຕ່ງຜະລິດຕະພັນພາຍໃນ, ພ້ອມທັງ ຊອກໃຫ້ເຫັນໝວດສິນຄ້າ ທີ່ລາຄາເໜັງຕີງຫຼາຍ ທີ່ເປັນສາເຫດພາໃຫ້ເງິນເຟີ້ສູງ ແລ້ວມີມາດຕະການແກ້ໄຂຢ່າງມີຈຸດສຸມ. ສືບຕໍ່ປະຕິບັດນະໂຍບາຍເພີ່ມເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ຜູ້ເສຍອົງຄະ, ລວມທັງ ການປະຕິບັດນະໂຍບາຍເງິນເດືອນ ໃຫ້ຄູອາສາສະໝັກ ໃຫ້ທັນກັບກຳນົດເວລາທີ່ກຳນົດໄວ້.
ວາລະທີ 2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນສົມບູນ ເປັນຕົ້ນ ການຈັດລຽງເນື້ອໃນ ໃຫ້ກົມກຽວກັນ, ການກຳນົດເນື້ອໃນຫຼັກການກ່ຽວກັບທ່າບົກ ໃຫ້ສອດຄ່ອງກວ່າເກົ່າ, ປັບປຸງການນຳໃຊ້ຄຳສັບ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ, ກຳນົດແຈ້ງ ກ່ຽວກັບ ຍານພາຫະນະກົນຈັກ ແລະ ອຸປະກອນທີ່ຈຳເປັນ ຢູ່ທ່າບົກ, ລວມທັງ ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກຳນົດເນື້ອໃນ ຂອງບັນດາຮູບແບບການລົງທຶນ ໃຫ້ສອດຄ່ອງ ແລະ ຈະແຈ້ງກວ່າເກົ່າ ໂດຍສະເພາະ ການກຳນົດດ້ານມາດຖານເຕັກນິກ ແລະ ປະຕິບັດພັນທະຕ່າງໆ, ກຳນົດເນື້ອໃນພັນທະ ຂອງຜູ້ລົງທຶນໃນກິດຈະການທ່າບົກ ລວມທັງ ລະບົບການຊໍາລະສະສາງຕ່າງໆ.
ວາລະທີ 3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍສົ່ງເສີມການລົງທຶນ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ ເປັນຕົ້ນ ກຳນົດແຈ້ງ ກ່ຽວກັບຂອບເຂດການນຳໃຊ້ກົດໝາຍ ໂດຍສະເພາະ ຜູ້ລົງທຶນຢູ່ ສປປ ລາວ ມີຈຸດປະສົງໄປລົງທຶນຢູ່ຕ່າງປະເທດ ຕິດພັນກັບການພິຈາລະນາອະນຸມັດທຶນ ເພື່ອນຳໄປລົງທຶນຢູ່ຕ່າງປະເທດ. ການກຳນົດກ່ຽວກັບໜ້າທີ່ ຂອງບັນດາພາກສ່ວນຄຸ້ມຄອງກິດຈະການລົງທຶນປະເພດຕ່າງໆ, ລວມທັງ ການແບ່ງຂັ້ນຄຸ້ມຄອງ.
ວາລະທີ 4. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ຜະລິດຕະພາບແຫ່ງຊາດ ຮອດປີ 2030 ໂດຍມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ ເປັນຕົ້ນ ປັບປຸງຊື່ ເປັນຮ່າງແຜນແມ່ບົດ ວ່າດ້ວຍການຍົກສູງຜະລິດຕະພາບແຫ່ງຊາດ ຮອດປີ 2030, ອະທິບາຍບາງຄໍາສັບເພີ່ມຕື່ມ, ການຈັດລຽງເນື້ອໃນຂອງຍຸດທະສາດ ໃຫ້ສອດຄ່ອງກັບສະພາບປັດຈຸບັນ, ລວມທັງ ງົບປະມານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ກໍານົດໜ້າວຽກຂອງຂະແໜງ ການ ໃນແຕ່ລະໄລຍະ ໃຫ້ຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງ, ພ້ອມທັງ ກວດກາຄືນບັນດານິຕິກໍາ ທີ່ໄດ້ປະກາດນໍາໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ມີຄວາມສອດຄ່ອງກົມກຽວກັນ. ການກຳນົດເນື້ອໃນໃຫ້ເນັ້ນໜັກ ແລະ ລົງເລິກຫຼາຍຂຶ້ນຕື່ມ ກ່ຽວກັບການສ້າງບຸກຄະລາກອນ ຮັບໃຊ້ວຽກງານ, ລວມທັງ ແຮງງານລາວ ໂດຍສະເພາະ ທາງດ້ານຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ຄວາມອົດທົນບຸກບືນ, ຄວາມມີລະບຽບວິໄນ ແລະ ອື່ນໆ.
ວາລະທີ 5. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດວ່າດ້ວຍການດຳລົງຊີວິດຢູ່ ສປປ ລາວ ຢ່າງຖາວອນ ຂອງຄົນເຊື້ອຊາດລາວ ຢູ່ຕ່າງປະເທດ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງການຕ່າງປະເທດ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສອດຄ່ອງກັບຕົວຈິງກວ່າເກົ່າ ເປັນຕົ້ນ ຊື່ຂອງດຳລັດ, ການອະທິບາຍຄຳສັບ, ການກຳນົດເງື່ອນໄຂ ຄົນເຊື້ອຊາດລາວຢູ່ຕ່າງປະເທດ ທີ່ມີຈຸດປະສົງ ຂໍດຳລົງຊີວິດຢູ່ ສປປ ລາວ ຢ່າງຖາວອນ. ກຳນົດເງື່ອນໄຂ ຂອງພົນລະເມືອງລາວ ຜູ້ຮັບປະກັນ, ບັນດາຂໍ້ຫ້າມ ຂອງຜູ້ທີ່ໄດ້ຮັບອະນຸຍາດ ດຳລົງຊີວິດຢູ່ ສປປ ລາວ ຢ່າງຖາວອນ, ລວມທັງ ການກຳນົດເອກະສານປະກອບຄຳຮ້ອງ ແລະ ການກຳນົດຫຼັກການ ກ່ຽວກັບວຽກງານດຳລົງຊີວິດຢູ່ ສປປ ລາວ ຢ່າງຖາວອນ.
ວາລະທີ 6. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງພາຍໃນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນິຍາມຄໍາສັບ ໃຫ້ຈະແຈ້ງ, ຊັດເຈນ ແລະ ຮັດກຸມຕື່ມ. ການຄຸ້ມຄອງນໍາໃຊ້ ແຫຼ່ງງົບປະມານ ຮັບໃຊ້ວຽກງານບໍລິຫານຂອງດ່ານ, ການກຳນົດກົງຈັກການຈັດຕັ້ງ ແລະ ປະກອບບຸກຄະລາກອນຂອງດ່ານ ໃຫ້ກະທັດຮັດ, ເໝາະສົມ ບົນພື້ນຖານເຮັດໃຫ້ການເຄື່ອນໄຫວວຽກງານຂອງດ່ານ ລວມສູນ, ສອດຄ່ອງກັບຕົວຈິງ ຮັບປະກັນການບໍລິການຢູ່ດ່ານ ມີປະສິດທິພາບ ແລະ ປະສິດທິຜົນ, ທັງຈຳກັດໄດ້ຊ່ອງຫວ່າງການສວຍໂອກາດ ກໍຄືສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ. ໂຮມບາງມາດຕາ ທີ່ມີເນື້ອໃນຄ້າຍຄືກັນເຂົ້າກັນ ເພື່ອໃຫ້ກະທັດຮັດກວ່າເກົ່າ. ການກໍານົດມາດຕະຖານໂຄງລ່າງພື້ນຖານດ່ານຊາຍແດນຕ່າງໆ ໃຫ້ຄົບຖ້ວນ, ໄປລວງດຽວກັນ ເປັນເອກະພາບ ແລະ ສອດຄ່ອງກັບຕົວຈິງຂຶ້ນຕື່ມ.
ວາລະທີ 7. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນຍຸດທະສາດ ການພັດທະນາຄວາມປອດໄພທາງໄຊເບີ ແຫ່ງຊາດ ຮອດປີ 2030 ໂດຍມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ລະດັບຂອງນິຕິກຳ ໃຫ້ສອດຄ່ອງໄລຍະເວລາຕົວຈິງ ແລະ ແທດເໝາະກັບການກຳນົດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ການກໍານົດເນື້ອໃນເພີ່ມຍຸດທະສາດການພັດທະນາບຸກຄະລາກອນດ້ານຄວາມປອດໄພໄຊເບີ, ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເຂົ້າຕື່ມ. ຍຸດທະສາດການພັດທະນາດີຈີຕອນ ແລະ ອື່ນໆ.
ສຳລັບແຜນວຽກຈຸດສຸມໃນເດືອນເມສາ, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມຕົວຈິງຈຳນວນໜຶ່ງດັ່ງນີ້:
1.    ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ຕາມບໍລິເວນຊາຍແດນ, ພ້ອມທັງ ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຮອບດ້ານ. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ, ລັກຊັບ, ອຸບັດເຫດ ແລະ ອັກຄີໄພຕ່າງໆ. ຄຸ້ມຄອງ ອາວຸດເຖື່ອນ ແລະ ອາວຸດດັດແປງ. ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ ລວມທັງການນຳໃຊ້ສື່ສັງຄົມອອນລາຍ. ຕິດຕາມ ກວດກາ ບັນດາເປົ້າໝາຍຄວາມສ່ຽງ ທີ່ອາດຈະເກີດມີເຫດການບໍ່ສະຫງົບຂຶ້ນ ໃນໄລຍະດຳເນີນກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມ.
2.    ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ: 
1)    ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ໂດຍສະເພາະ ໃນໄລຍະເທດສະການປີໃໝ່ລາວ ໃນເດືອນເມສາ, ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ. ຊຸກຍູ້ບັນດາແຂວງ ສຸມໃສ່ການຜະລິດເພື່ອທົດແທນການນຳເຂົ້າ. ສຸມໃສ່ປະຕິບັດບັນດາມາດຕະການຮັບມືສະພາບຄວາມສ່ຽງໃນການຂາດແຄນນ້ຳມັນເຊື້ອໄຟ, ບັນຫາໄຟຟ້າບໍ່ພຽງພໍ ດ້ວຍການສົ່ງເສີມການປະຢັດພະລັງງານເຊັ່ນ: ການນຳໃຊ້ໄຟຟ້າແສງຕາເວັນໃນຄົວເຮືອນ ແລະ ການຜະລິດກະສິກຳ, ການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. 
2)    ສຸມໃສ່ເກັບລາຍຮັບເຂົ້າງົບປະມານລັດ ໃຫ້ໄດ້ຫຼາຍຂຶ້ນ ຈາກແຫຼ່ງລາຍຮັບຂົງເຂດເສດຖະກິດປາຍແຫຼມ ໂດຍສະເພາະ ລາຍຮັບຈາກຂະແໜງການບໍ່ແຮ່, ຂະແໜງການທ່ອງທ່ຽວ ແລະ ອື່ນໆ ຕາມລະບຽບການກຳນົດ ແລະ ຕາມທິດຫັນເປັນທັນສະໄໝ ຄຽງຄູ່ກັບການຄົ້ນຄວ້າຖານລາຍຮັບໃໝ່ອື່ນໆ ຈາກທ່າແຮງທີ່ເຮົາມີ. 
3)    ສືບຕໍ່ຄຸ້ມຄອງການນຳເຂົ້າ-ສົ່ງອອກໃຫ້ເຄັ່ງຄັດ, ສະກັດກັ້ນການລັກລອບໜີພາສີ, ການຄ້າ-ຂາຍນອກລະບົບ ທຸກຮູບແບບຕາມຂອບເຂດຊາຍແດນ. 
4)    ຄົ້ນຄວ້າ ຜັນຂະຫຍາຍທິດຊີ້ນຳຂອງກົມການເມືອງສູນກາງພັກ ກ່ຽວກັບທິດທາງຫັນໄປສູ່ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ເປັນແຜນງານ ແລະ ມາດຕະການ.
5)    ສຸມໃສ່ກະກຽມຄວາມພ້ອມດ້ານເນື້ອໃນບົດລາຍງານ ເພື່ອລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບ ຄະນະເລຂາທິການສູນກາງພັກ, ກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.
3.    ຂົງເຂດ ພະລັງງານ ແລະ ບໍ່ແຮ່:
-    ສືບຕໍ່ສຸມໃສ່ປະເມີນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງ ທີ່ຍັງບໍ່ທັນສຳເລັດໄວ ໂດຍສົມທົບບັນດາອົງການປົກຄອງທ້ອງຖິ່ນ ໃນການສະຫຼຸບສັງລວມ ແລະ ສະໜອງຂໍ້ມູນການຈັດຕັ້ງປະຕິບັດໂຄງການລະອຽດ ແຕ່ລະດ້ານ ໃຫ້ມີຄວາມຈະແຈ້ງ. ເອົາໃຈໃສ່ຕິດຕາມ, ກວດກາແລະ ຊຸກຍູ້ໃຫ້ບັນດາບໍລິສັດຂຸດຄົ້ນບໍ່ແຮ່ຕ່າງໆ ໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປົກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ, ຖ້າບໍ່ປະຕິບັດ ຫຼື ມີການຝ່າຝືນ ຕ້ອງມີມາດຕະການແກ້ໄຂທີ່ເດັດຂາດ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
-    ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຜະລິດພະລັງງານ ໂດຍສະເພາະ ທີ່ຈະສົ່ງໄປປະເທດກຳປູເຈຍ; ຮີບຮ້ອນສ້າງສາຍສົ່ງແຫ່ງຊາດ ໃຫ້ສຳເລັດຕາມແຜນ.
4.    ຂົງເຂດທະນາຄານ: 
-    ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນ ຢ່າງໃກ້ຊິດ; ຊຸກຍູ້ການປະຕິບັດນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກຳ ສົ່ງອອກໄປຕ່າງປະເທດ ເພື່ອນຳເງິນຕາຕ່າງປະເທດມາຂາຍໃຫ້ທະນາຄານ; ສ້າງ ແລະ ປະເມີນຄືນບັນດາມາດຕະການ, ເຄື່ອງມື, ນະໂຍບາຍເງິນຕາ, ຖ້ານິຕິກຳທີ່ມີແລ້ວ ອັນໃດທີ່ເຮັດໄດ້ດີ ກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງ ກໍໃຫ້ປັບປຸງແກ້ໄຂຄືນ; ສຸມໃສ່ແກ້ໄຂໜີ້ສິນ ຂອງບໍລິສັດຈຳນວນໜຶ່ງ ທີ່ໄດ້ກູ້ຢືມເງິນກັບທະນາຄານ; ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ສິນເຊື່ອ ເພື່ອກະຈາຍແຫຼ່ງທຶນ ລົງສູ່ທ້ອງຖິ່ນ ຕາມຂໍ້ຕົກລົງ 93/ນຍ ໃຫ້ເປັນຮູບປະທຳຫຼາຍຂຶ້ນ. 
5.    ຂົງເຂດອຸດສາຫະກຳ ແລະ ການຄ້າ: 
-    ຕິດຕາມເກັບກຳຂໍ້ມູນ ສະພາບການເໜັງຕີງລາຄາສິນຄ້າ ໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງ ເພື່ອປະຕິບັດມາດຕະການ ໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການ; ຕິດຕາມຢ່າງໃກ້ຊິດ ການສະໜອງນ້ຳມັນເຊື້ອໄຟ ແລະ ຄົ້ນຄວ້າມາດຕະການແກ້ໄຂ ສະພາບການຂາດແຄນທີ່ອາດເກີດຂຶ້ນ ດ້ວຍຫຼາຍວິທີ ແລະ ຫຼາຍມາດຕະການ ໃຫ້ທັນກັບສະພາບການ; ສຸມໃສ່ດັດສົມບໍລິສັດນຳເຂົ້າ ແລະ ສົ່ງອອກ ເພື່ອຫັນເອົາບໍລິສັດທີ່ເຫຼືອ ເຂົ້າສູ່ລະບົບການຄຸ້ມຄອງຂອງລັດ ຢ່າງຮັດກຸມ.
6.    ຂົງເຂດ ໂຍທາທິການ ແລະ ຂົນສົ່ງ:  
ສືບຕໍ່ ສ້າງແຜນປັບປຸງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ ໃຫ້ລະອຽດ ແລະ ສາມາດປະຕິບັດຕົວຈິງໄດ້; ສຸມໃສ່ສ້ອມແປງ, ຟື້ນຟູເສັ້ນທາງທີ່ເປ່ເພ ໃຫ້ສຳເລັດໄວ ເພື່ອແກ້ໄຂການເດີນທາງສັນຈອນຂົນສົ່ງສິນຄ້າ, ການເດີນທາງທ່ອງທ່ຽວ ໃຫ້ມີຄວາມສະດວກ ຮອງຮັບໃຫ້ແກ່ປີທ່ອງທ່ຽວລາວແລະ ການເປັນປະທານກອງປະຊຸມອາຊຽນ; ສືບຕໍ່ປະຕິບັດລະບົບການເກັບຄ່າບິນຜ່ານ.
7.    ຂົງເຂດ ກະສິກຳ ແລະ ປ່າໄມ້ 
    ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ເພື່ອສຸມໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ ໂດຍໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະແຂວງ, ພ້ອມທັງ ເອົາໃຈໃສ່ຕິດຕາມກວດກາການບຸກລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກທຳລາຍປ່າ ແລະ ໄຟໄໝ້ລາມປ່າ, ຖ້າພົບເຫັນຜູ້ກະທຳຜິດ ກໍໃຫ້ມີມາດຕະການລົງໂທດທີ່ເໝາະສົມ ຕາມລະບຽບກົດໝາຍກ່ຽວຂ້ອງ; ຈັດສັນອາຊີບຄົງທີ່ ເພື່ອຢຸດຕິການຖາງປ່າແບບເລື່ອນລອຍ; ຄຸ້ມຄອງການຂຸດຄົ້ນໄມ້ ອອກຈາກເຂດພັດທະນາ; ສືບຕໍ່ປະເມີນສິນເຊື່ອກາກບອນປ່າໄມ້ ໃນທົ່ວປະເທດ ໃຫ້ໄດ້ຕາມແຜນ ເພື່ອເປັນຂໍ້ມູນໃນການເຈລະຈາຮ່ວມມືໃນຫຼາຍຮູບແບບ ເພື່ອພັດທະນາໂຄງການຊື້-ຂາຍສິນເຊື່ອກາກບອນປ່າໄມ້.
8.    ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ:
-    ສືບຕໍ່ເລັ່ງຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ຫຼາຍ, ໃຫ້ມີໂຕເລກຄືບໜ້າເພີ່ມຂຶ້ນ ເພື່ອກ້າວໄປເຖິງການບັນລຸໂຕເລກຄາດໝາຍ; ສືບຕໍ່ຊຸກຍູ້ການມອບວຽກງານຂຶ້ນທະບຽນອອກໃບຕາດິນ ຈົດທະບຽນການເຄື່ອນໄຫວ ແລະ ປ່ຽນແປງສິດນຳໃຊ້ທີ່ດິນ ໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ. 
-    ສືບຕໍ່ຕິດຕາມບັນຫາຝຸ່ນລະອອງ PM2.5 ທີ່ຈະກະທົບຕໍ່ສຸຂະພາບຂອງປະຊາຊົນ; ລົງຕິດຕາມກວດກາ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຈາກບັນດາໂຄງການພັດທະນາແຮ່ທາດ, ໂຮງງານອຸດສາຫະກຳຕ່າງໆ ແລະ ອື່ນໆ ໃຫ້ດໍາເນີນການຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
9.    ຂົງເຂດວຽກງານວັດທະນະທຳ-ສັງຄົມ:
-    ສືບຕໍ່ປະສານສົມທົບບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອສະຫຼຸບສັງລວມສະຖິຕິ ກ່ຽວກັບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2023 ໃຫ້ສໍາເລັດ.
-    ເຝົ້າລະວັງ, ຕິດຕາມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ ຕາມລະດູການ ຕາມຄຳສັ່ງ ເລກທີ 03/ນຍ, ລົງວັນທີ 22 ກຸມພາ 2024 ວ່າດ້ວຍການເພີ່ມທະວີມາດຕະການ ໃນການກັນ ແລະ ຄວບຄຸມ ການແຜ່ລະບາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການ ໃນຂອບເຂດທົ່ວປະເທດ; ສືບຕໍ່ເອົາໃຈໃສ່ປັບປຸງຂອດບໍລິການຄົນເຈັບ ຢູ່ບັນດາໂຮງໝໍສູນກາງ ແລະ ທ້ອງຖິ່ນໃຫ້ດີ ແລະ ມີຄວາມສະດວກວ່ອງໄວ.
-    ສືບຕໍ່ຕິດຕາມຄຸ້ມຄອງບັນຫາແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ເດີນທາງກັບເຂົ້າປະເທດ ຜ່ານດ່ານຕ່າງໆ ແບບບໍ່ຖືກກົດໝາຍ ເພື່ອລາຍງານຂໍ້ມູນໂຕເລກສະຖິຕິ ໃຫ້ເປັນປົກກະຕິ, ພ້ອມທັງ ຄົ້ນຄວ້າມາດຕະການແກ້ໄຂຕໍ່ກັບບັນຫາດັ່ງກ່າວ; ສືບຕໍ່ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວ ໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳ ໃຫ້ກ້າວໜ້າ ແລະ ເປັນລະບົບ, ສຳລັບແຮງງານທີ່ໄປເຮັດວຽກ ຕາມບົດບັນທຶກຊ່ວຍຈຳ ກໍໃຫ້ສືບຕໍ່ຕິດຕາມ ການປະຕິບັດພັນທະລາຍຮັບເງິນຕາ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ.  
-    ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວ ໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງ ຢ່າງເຄັ່ງຄັດ; ສົມທົບນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພີ່ມທະວີໂຄສະນາເຜີຍແຜ່ກິດຈະກຳ ແລະ ສະຖານທີ່ຈັດງານບຸນປີໃໝ່ລາວ ຂອງແຕ່ລະທ້ອງຖິ່ນ, ກະກຽມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ສິ່ງສໍາຄັນ ແມ່ນໃຫ້ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ຫຼີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີ ກະທົບຕໍ່ພາບພົດການທ່ອງທ່ຽວລາວ, ຖ້າເກີດມີເຫດການທີ່ມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນຊີ້ແຈງແກ້ໄຂ ໃຫ້ທັນເວລາ. ພ້ອມທັງປະຊາສຳພັນໃຫ້ຮັບຮູ້ເຖິງຄວາມເປັນມາຂອງຮີດເກົ່າຄອງເດີມ ກ່ຽວກັບການສະຫຼອງງານບຸນປີໃໝ່ປະຈຳຊາດ ໃຫ້ຖືກຕ້ອງສອດຄ່ອງກັບວັດທະນະທຳຂອງຊາດ. 
-    ສືບຕໍ່ໂຄສະນາເຜີຍແຜ່ແນວທາງ-ນະໂຍບາຍ ຂອງພັກ-ລັດ ຜ່ານຫຼາຍຊ່ອງທາງ ລວມທັງສື່ສັງຄົມອອນລາຍ ໃຫ້ທັນສະພາບການ ແລະ ຍຸກສະໄໝ ເພື່ອເຮັດແນວໃດ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ຢ່າງຖືກຕ້ອງ ແລະ ຈະແຈ້ງ.
-    ສືບຕໍ່ຜັນຂະຫຍາຍ ມະຕິ 09/ນຍ ກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດເຂີນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ໃຫ້ເປັນຮູບປະທຳ; ສືບຕໍ່ເອົາໃຈໃສ່ຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາດ້ານການສຶກສາ ທີ່ພັກ-ລັດ ວາງອອກ ຕິດພັນກັບການຍາດແຍ່ງ ແລະ ໝູນໃຊ້ກໍາລັງແຮງ ຈາກໂຄງການຊ່ວຍເຫຼືອຂອງຕ່າງປະເທດ ແນໃສ່ພັດທະນາພື້ນຖານໂຄງລ່າງ, ບຸກຄະລາກອນ ແລະ ອຸປະກອນຮັບໃຊ້ ດ້ານການສຶກສາ ກະຈາຍໃຫ້ທົ່ວເຖິງໃນເຂດຊົນນະບົດຫ່າງໄກສອກຫຼີກ.
10.    ຂົງເຂດວຽກງານການຕ່າງປະເທດ:
-    ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ ແລະ ບັນຫາທີ່ລັດຖະບານ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ.
-    ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຕ່າງປະເທດ ບົນຈິດໃຈປະຢັດມັດທະຍັດ, ທັງການຕ້ອນຮັບແຂກຜູ້ແທນຂັ້ນສູງຂອງຕ່າງປະເທດ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ.
11.    ສຳລັບການສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈຳປີ ພສ 2567 ໃນເດືອນເມສາ ທີ່ຈະມາເຖິງ:
1)    ໃຫ້ບັນດາອົງການຈັດຕັ້ງທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນຳການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບົບລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບຕິດຕາມ, ປະຈຳການກວດກາເວນຍາມ ຄັກແນ່ ໃນຕະຫຼອດໄລຍະບຸນປີໃໝ່ລາວ. 
2)    ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການສົມທົບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບັນດາທ້ອງຖິ່ນ ຈັດສັນເສັ້ນທາງຈໍລະຈອນໃຫ້ມີຄວາມສະດວກປອດໄພ ພ້ອມທັງເຜີຍແຜ່ກົດລະບຽບການຂັບຂີ່ປອດໄພ ໂດຍສະເພາະ ກົດລະບຽບໃນໄລຍະບຸນປີໃໝ່ລາວ ເພື່ອຫຼີກເວັ້ນການຫຼິ້ນຊະຊາຍ ຕາມຫົນທາງ ທີ່ຈະເຮັດໃຫ້ການສັນຈອນແອອັດ ແລະ ເກີດອຸບັດເຫດ.
3)    ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ ເອົາໃຈໃສ່ການຜະລິດສະບຽງອາຫານ, ສະໜອງເຄື່ອງອຸປະໂພກ-ບໍລິໂພກ ໃຫ້ພຽງພໍ, ພ້ອມທັງຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ໂດຍບໍ່ມີເຫດຜົນ.
4)    ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງເພີ່ມທະວີໂຄສະນາເຜີຍແຜ່ກິດຈະກຳ ແລະ ສະຖານທີ່ຈັດງານບຸນປີໃໝ່ລາວ ຂອງແຕ່ລະທ້ອງຖິ່ນ, ກະກຽມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງປະຊາສຳພັນ ໃຫ້ທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະຫຼອງງານບຸນປີໃໝ່ປະຈຳຊາດ ໃຫ້ຖືກຕ້ອງສອດຄ່ອງກັບວັດທະນະທຳຂອງຊາດ.
5)    ກຳນົດເວລາໃນສະເຫຼີມສະຫຼອງປີໃໝ່ລາວ ໃຫ້ປະຕິບັດຕາມແຈ້ງການ ສະບັບເລກທີ 2557/ຫສນຍ, ລົງວັນທີ 29 ທັນວາ 2023.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ໃນຕອນເຊົ້າ ວັນທີ 24 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ໃນຕອນບ່າຍຂອງວັນທີ 17 ກໍລະກົດ, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມທາງການ ທີ່ ສປປ ລາວ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ

ໃນວັນທີ 17 ກໍລະກົດນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ໃນວັນທີ 16 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2025 ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 15 ແລະ ປິດລົງໃນວັນທີ 16 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສະພາແຫ່ງຊາດອົງການຈັດຕັ້ງພັກ-ລັດທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານປະທານປະເທດ ຕ້ອນຮັບຜູ້ແທນ ຣາຊະອານາຈັກ ກໍາປູເຈຍ

ທ່ານປະທານປະເທດ ຕ້ອນຮັບຜູ້ແທນ ຣາຊະອານາຈັກ ກໍາປູເຈຍ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສູດປະຈໍາສານສູງສຸດແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ທໍານຽບປະທານປະເທດ. ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລະຫວ່າງວັນທີ 14-18 ກໍລະກົດ 2025.
ປະທານປະເທດຕ້ອນຮັບ ຄະນະພະນັກງານການນໍາໜຸ່ມ 3 ປະເທດລາວ-ຫວຽດນາມ-ກໍາປູເຈຍ

ປະທານປະເທດຕ້ອນຮັບ ຄະນະພະນັກງານການນໍາໜຸ່ມ 3 ປະເທດລາວ-ຫວຽດນາມ-ກໍາປູເຈຍ

ໃນວັນທີ 14 ກໍລະກົດ ນີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງໝົດຈໍານວນ 50 ສະຫາຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະເພາະໂດຍການເປັນເຈົ້າພາບ ແລະ ຈັດຂຶ້ນໃນລະຫວ່າງ ວັນທີ 8-15 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ເປີດງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ພາຍໃຕ້ຄໍາຂັວນ: ພັດທະນາຄວາມສະເໝີພາບຍິງ-ຊາຍຕິດພັນກັບການພັດທະນາປະເທດຊາດຂຶ້ນໃນວັນທີ 10 ກໍລະກົດນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ແລະ ມີບັນດາຄອບຄົວການນໍາ,​ ລັດຖະມົນຕີ-ຮອງລັດຖະມົນຕີ, ມີການນຳພັກ-ລັດ, ທຸຕານຸທູດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ກໍລະກົດ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-11 ກໍລະກົດ 2025.
ເພີ່ມເຕີມ