ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026
ວັນທີ 25 ກຸມພາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ແລະ ອັດລົງໃນ ວັນທີ 25 ກຸມພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.
ຜນກອງປະຊມສະໄໝສາມນຂອງລດຖະບານ ປະຈຳເດອນມງກອນ-ກມພາ 2026 - image 1
 


ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ວຽກງານຈຸດສຸມຮີບດ່ວນ ຄື: (1) ຮ່າງເນື້ອໃນບົດເຜີຍແຜ່ ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); (2) ຄວາມຄືບໜ້າໃນການແກ້ໄຂຜົນກະທົບດິນຍຸບ ຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ; (3) ສະພາບນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວ ໃນຕໍ່ໜ້າ. ໃນນັ້ນ: ກອງປະຊຸມ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບເງື່ອນໄຂທ່າແຮງຕົວຈິງຂອງປະເທດເຮົາ ບົນຈິດໃຈ ແລະ ຄາດໝາຍໃຫຍ່ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍສະເພາະ ແຜນພັດທະນາບໍ່ແຮ່ ແລະ ແຜນພັດທະນາການທ່ອງທ່ຽວລາວ ໃນຕໍ່ໜ້າ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 4 ສະບັບຄື: (1) ນະໂຍບາຍ ການນຳໃຊ້ລົດໄຟຟ້າ ຢູ່ ສປປ ລາວ; (2) ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໃສທັດຮອດປີ 2055 ຂອງ ສປປ ລາວ; (3) ຮ່າງດໍາລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ; (4) ຮ່າງດໍາລັດ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ. ໃນນັ້ນ: ກອງປະຊຸມ ໄດ້ຊີ້ນໍາຂະແໜງ ການກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງ-ປະກອບເນື້ອໃນ ໃຫ້ຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິິກາໍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ນອກຈາກບັນດາຫົວຂໍ້ດັ່ງກ່າວແລ້ວ, ກອງປະຊຸມ ຍັງໄດ້ແຈກຢາຍ 5 ເອກະສານ ເພື່ອໃຫ້ສະມາຊິກລັດຖະບານ ນຳໄປຄົ້ນຄວ້າ ແລະ ປະກອບຄຳເຫັນ ເປັນລາຍລັກອັກສອນ ແລ້ວສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ເຊິ່ງປະກອບມີ:
ບົດສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມັງກອນ-ກຸມພາ ແລະ ທິດທາງແຜນການປະຈໍາເດືອນມີນາ 2026 ຂອງລັດຖະບານ.
ຮ່າງມະຕິ ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນປີ 2026;
ຮ່າງມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນໄລຍະ 5 ປີ (2026-2030).
ຮ່າງຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ ແຜນຫົວຂໍ້ເອກະສານ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມລັດຖະ ບານ ປີ 2026.
ຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ).
ສຳລັບວຽກຈຸດສຸມຂອງລັດຖະບານ ໃນເດືອນມີນາ 2026 ກອງປະຊຸມໄດ້ເນັ້ນໜັກບາງບັນຫາ ດັ່ງນີ້:
ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ບັນຫາຢາເສບຕິດ, ກຸ່ມແກ້ງສະແກມເມີ, ການໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ ການນໍາພັກ-ລັດ ຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.
ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ຄື: ບົດລາຍງານຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປ ລາວ; ບົດລາຍງານວຽກພົ້ນເດັ່ນ ປີ 2025 ແລະ 5 ປີ (2021-2025), ທິດທາງແຜນການປີ 2026 ແລະ ແຜນການ 5 ປີ (2026-2030) ຂອງລັດຖະບານ. ນອກນັ້ນ ກໍມີບົດສະເໜີໂຄງປະກອບຄະນະລັດຖະບານ, ບົດກ່າວຮັບໜ້າທີ່.
ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດກອງປະຊຸມສະໄໝສາມັນຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍເດືອນມີນາ ໂດຍສະເພາະ ເນື້ອໃນບັນດາຫົວຂໍ້ທີ່ຈະນໍາເຂົ້າປຶກສາຫາລືໃນກອງປະຊຸມດັ່ງກ່າວ.
ສືບຕໍ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະ ການປະຕິບັດບັນດາມາດຕະການ ຂອງຄະນະສະເພາະກິດ 19/ກມສພ.
ໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ປະເມີນການຈັດຕັ້ງປະຕິບັດນະໂຍບາຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
ສືບຕໍ່ຊຸກຍູ້ບັນດາໂຄງການພັດທະນາດ້ານພະລັງງານໄຟຟ້າສະອາດ ແລະ ພະລັງງານທາງເລືອກ, ໂຄງການສາຍສົ່ງເຊື່ອມຕໍ່ (ລາວ-ຈີນ, ລາວ-ຫວຽດນາມ), ເຊື່ອມຕໍ່ພາຍໃນປະເທດ; ຄຸ້ມຄອງໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ໃຫ້ເຂັ້ມງວດ, ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນ ສຳລັບແຮ່ທາດທີ່ສາມາດສ້າງມູນຄ່າເພີ່ມກ່ອນສົ່ງອອກຈຳໜ່າຍ;
ສືບຕໍ່ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ ໃຫ້ເປັນປົກກະຕິ, ແກ້ໄຂບັນຫາໝູລົ້ນຕະຫຼາດ; ແກ້ໄຂບັນຫາດິນຍຸບຜ່ານມາ ໂດຍໃຫ້ສືບຕໍ່ປະເມີນສາເຫດ ແລະ ແກ້ໄຂຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ.
ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ໄປຕາມທິດຫັນເປັນທັນສະ
ໄໝ, ຮີບຮ້ອນປັບປຸງຮ່າງມະຕິ ວ່າດ້ວຍກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດການຫັນການເກັບລາຍຮັບເປັນທັນສະໄໝ ທີ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໄດ້ຊີ້ນໍາຜ່ານມາ ໃຫ້ສໍາເລັດໄວ.
ສືບຕໍ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງ ແລະ ຂົວຕ່າງໆ ດ້ວຍທຶນທີ່ມີແລ້ວ ໃຫ້ສໍາເລັດຕາມແຜນກຳນົດ; ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງເສັ້ນທາງ ໃນໄລຍະໃໝ່ ຕາມມະຕິ 10/ລບ, ລົງວັນທີ 1 ກັນຍາ 2025 ໂດຍໃຫ້ຮີບຮ້ອນປັບປຸງມະຕິ ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງຂົວທາງ ໄລຍະ 2026-2030 ໃຫ້ສຳເລັດ ແລະ ໄດ້ລົງລາຍເຊັນໄວ.
ເອົາໃຈໃສ່ຕິດຕາມສະພາບການ ແລະ ສະກັດກັ້ນບັນຫາໄຟໄໝ້ລາມປ່າແຕ່ຫົວທີ ໂດຍສະເພາະ ເຂດທ່ອງທ່ຽວທຳມະຊາດ, ເຂດຕົ້ນນ້ຳຕ່າງໆ ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມ ຄຳສັ່ງເລກທີ 11/ນຍ ຢ່າງເຂັ້ມງວດ; ເອົາໃຈໃສ່ຄົ້ນຄວ້າອອກໃບຕາດິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ຍົກລະດັບດ້ານປະລິມານ ແລະ ຄຸນນະພາບ ຂອງວຽກງານພັດທະນາການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສະພາບການໃນໄລຍະໃໝ່, ສຸມໃສ່ການຄົ້ນຄວ້າວິທະຍາສາດ, ສ້າງເປັນຜະລິດຕະພັນອອກສູ່ສັງຄົມ ໃຫ້ນັບມື້ຫຼາຍຂຶ້ນ ຕາມທິດເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ; ພັດທະນາ, ສົ່ງເສີມກິລາມວນຊົນ ແລະ ກິລາມືອາຊີບ ໃຫ້ກວ້າງຂວາງ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອກິລາທີ່ເປັນທ່າແຮງ ໃຫ້ພົ້ນເດັ່ນ, ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ.

ຜນກອງປະຊມສະໄໝສາມນຂອງລດຖະບານ ປະຈຳເດອນມງກອນ-ກມພາ 2026 - image 2
 

ສືບຕໍ່ປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ເປັນຕົ້ນ ເສັ້ນທາງ ໃນຕົວເມືອງທ່ອງທ່ຽວຕ່າງໆ, ສ້າງແຜນກິດຈະກຳ ຢູ່ບັນດາສະຖານທີ່ທ່ອງທ່ຽວ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ບັນດາບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທີງ, ພະນັກງານນຳທ່ຽວ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ ໂດຍສະເພາະ ຄວາມປອດໄພຂອງນັກທ່ອງທ່ຽວ ແລະ ອື່ນໆ.
ສືບຕໍ່ປັບປຸງຄຸນນະພາບການບໍລິການສາທາລະນະສຸກ ຕາມນະໂຍບາຍ 5 ດີ 1 ພໍໃຈ; ສືບຕໍ່ກະກຽມການຫັນໂຮງໝໍກຸ້ມຕົນເອງ ໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ສາມາດສ້າງຄວາມເຊື່ອໝັ້ນ ແລະ ດຶງການບໍລິການ ໃຫ້ສູງຂຶ້ນ; ສຸມໃສ່ປັບປຸງໂຄງລ່າງພື້ນຖານ, ປະກອບບຸກຄະລາກອນ ແລະ ອຸປະກອນການແພດ ທີ່ທັນສະໄໝ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳ ພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສືບຕໍໍ່ປະສານງານ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃນການຕ້ອນຮັບການນຳຂັ້ນສູງຕ່າງປະເທດ ທີ່ຈະມາຢ້ຽມຢາມ ສປປ ລາວ.
ກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາແຜນວຽກຈຸດສຸມ ເດືອນມີນາ ໄປປັບປຸງເຂົ້າໃນແຜນຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄະລາກອນແຕ່ລະຂັ້ນ, ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
(ຂ່າວ-ພາບ: ສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ