ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນ​ວັນ​ທີ 21 ພຶດ​ສະ​ພາ ນີ້. ຕະຫຼອດໄລຍະ 3 ວັນ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍສູນກາງ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ກົງໄປກົງມາຕໍ່ການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຕໍ່ການສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ.
ຜນສຳເລດກອງປະຊມຄບຄະນະ ຄງທ 3 ຂອງຄະນະບລຫານງານສນກາງພກສະໄໝທ XII - image 1
 

 

ພ້ອມກັນນັ້ນ ບັນດາສະຫາຍສູນກາງຍັງໄດ້ມີຄວາມເຫັນ ແລະ ເປັນເອກະພາບ ຮັບຮອງ ເອົາດ້ານຫຼັກການ ຕໍ່: ຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະໃໝ່ ແລະ ຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ. ໂດຍໄດ້ມອບໃຫ້ຄະນະຮັບຜິດຊອບສືບຕໍ່ນຳໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ.

ຜນສຳເລດກອງປະຊມຄບຄະນະ ຄງທ 3 ຂອງຄະນະບລຫານງານສນກາງພກສະໄໝທ XII - image 2
 

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ມີຄໍາເຫັນຊີ້ນຳເນັ້ນໜັກຕື່ມບາງບັນຫາ ເພື່ອໃຫ້ບັນດາສະຫາຍສູນກາງ ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດັ່ງນີ້:

ໜຶ່ງ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ສືບຕໍ່ຊີ້ນໍາ, ຕິດຕາມ, ຊຸກຍູ້ ບັນດາກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ ໃນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄື ມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆ ທີ່ສູນກາງວາງອອກ ໃຫ້ແທດຕົວຈິງ ແລະ ມີປະສິດທິຜົນ.

ສອງ, ສືບຕໍ່ຊີ້ນໍາໃຫ້ມີການແກ້ໄຂບັນຫາຕ່າງໆ ທີ່ຍັງຄົງຄ້າງ ໃຫ້ຕົກໄປເປັນກ້າວໆ ເປັນຕົ້ນ ແມ່ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ ດ້ວຍມາດຕະການຮອງຮັບຕ່າງໆ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາ ຢາເສບຕິດ, ອາວຸດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ຂຸດຄົ້ນຊັບພະຍາກອນທໍາມະຊາດອື່ນໆທີ່ຜິດກົດໝາຍ, ສືບຕໍ່ປາບປາມ ແລະ ແກ້ໃຫ້ຕົກບັນຫາສະແກມເມີ, ຄໍເຊັນເຕີ້, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ.

ສາມ, ສືບຕໍ່ຊີ້ນໍາການປັບປຸງກົນໄກ, ແບບແຜນເຮັດວຽກ, ກົງຈັກ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງ;

- ເອົາໃຈໃສ່ປັບປຸງລະບົບການເມືອງ, ການຄຸ້ມຄອງ-ບໍລິຫານ ຂອງອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ໂດຍສະເພາະຢູ່ຂັ້ນຮາກຖານ ຕ້ອງຮັບປະກັນໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ຂອງພາກລັດ ແລະ ອົງການປົກຄອງ ຕ້ອງບໍລິການຮັບໃຊ້ປະຊາຊົນ ໃຫ້ດີຂຶ້ນ, ມີຄວາມໂລ່ງລ່ຽນ ແລະ ມີຄວາມວ່ອງໄວ-ທັນສະພາບການ ໃຫ້ເປັນຮູບປະທຳ.

- ສືບຕໍ່ຊີ້ນໍາການຄົ້ນຄວ້າ ແລະ ສະເໜີ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ເປັນວາລະແຫ່ງຊາດ ສະເໜີຕໍ່ສະພາແຫ່ງຊາດ ຮັບຮອງເອົາເພື່ອດໍາເນີນການປະຕິບັດໂດຍໄວ.

ສີ່, ສືບຕໍ່ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມ ຂອງວຽກງານອົງການພັກ ຂັ້ນສູນກາງ ຈໍານວນໜຶ່ງ ໃຫ້ສໍາເລັດຕາມແຜນ.

ຫ້າ, ຊີ້ນໍາການຄົ້ນຄວ້າ, ກະກຽມເນື້ອໃນບັນດາມະຕິ ຂອງຄະນະບໍລິຫານງານສູນກາງພັກ ທີ່ຈະນໍາສະເໜີ ຕໍ່ກອງປະຊຸມ ສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ໃນເດືອນສິງຫາ 2026.

ຫົກ, ກົມການເມືອງ ຊີ້ນຳວຽກງານຮອບດ້ານ ຕາມແຜນ 6 ເດືອນທ້າຍປີ ແລະ ສືບຕໍ່ຊີ້ນຳການກະກຽມ ແລະ ດໍາເນີນກອງປະຊຸມສູນກາງ ຄັ້ງທີ 4 ສະໄໝ XII ໃນທ້າຍປີ ຕິດພັນກັບການດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ ປະຈຳປີ 2026, ໂດຍລົງເລິກຕີລາຄາຄວາມຮັບຜິດຊອບການເມືອງ ແລະ ໝາກຜົນຕົວຈິງ ໃນການນໍາພາຊີ້ນໍາວຽກງານ ທີ່ຕົນຮັບຜິດຊອບ.

ຜນສຳເລດກອງປະຊມຄບຄະນະ ຄງທ 3 ຂອງຄະນະບລຫານງານສນກາງພກສະໄໝທ XII - image 3
 

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນ ຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວ່າ:

1. ບັນດາຫົວຂໍ້ ນຳມາປຶກສາຫາລື ແລະ ຮັບຮອງເອົານີ້ ແມ່ນປັດໄຈສໍາຄັນຂອງການເປັນພັກກຳອຳນາດ ທີ່ໝັ້ນຄົງ;

2. ມະຕິທີ່ຈະອອກປະຕິບັດ ແມ່ນມະຕິທີ່ແນໃສ່ປັບປຸງປ່ຽນແປງຄວາມເຂັ້ມງວດວິທີການນຳພາຂອງພັກ, ການບໍລິຫານຂອງລັດຖະບານ ແລະ ການກວດກາຕິດຕາມຂອງສະພາ, ການສ້າງກຳລັງແຮງທີ່ແທ້ຈິງຂອງອົງການຈັດຕັ້ງການເມືອງ, ສັງຄົມ, ອົງການຈັດຕັ້ງມະຫາຊົນ.;

3. ການປະຕິບັດການຕົກລົງ ແລະ ມະຕິຂອງກອງປະຊຸມ ຄັ້ງທີ 3 ແມ່ນເປັນແກ່ນສານຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມສູນກາງໃນຄັ້ງນີ້ ໃຫ້ມີຜົນສຳເລັດ ເປັນຮູບປະທຳ ຕາມຄາດໝາຍທີ່ວາງໄວ້.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ