ຜົນສຳເລັດໃນການຈັດຕັ້ງກຸ່ມ ແລະ ສະຫະກອນການຜະລິດກະສິກຳ

ຜົນສຳເລັດໃນການຈັດຕັ້ງກຸ່ມ ແລະ ສະຫະກອນການຜະລິດກະສິກຳ

ຜົນສຳເລັດໃນການຈັດຕັ້ງກຸ່ມ ແລະ ສະຫະກອນການຜະລິດກະສິກຳ
ໂດຍ: ສ.ບຸດປະຊາ ການຈັດຕັ້ງຂອງກຳລັງການຜະລິດ ເປັນອົງປະກອບໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນຜະລິດກະສິກຳ, ຖ້າການຈັດ ຕັ້ງກຳລັງກນຜະລິດ ມີຄວາມເຂັ້ມແຂງ ຜົນຜະລິດກະສິກຳ ກໍຈະເຕີບໂຕ ທັງປະລິມານ ແລະ ຄຸນນະພາບ; ສະນັ້ນ, ການສ້າງຕັ້ງກຸ່ມ ແລະ ສະຫະກອນ ການຜະລິດດະສິກຳ ຈຶ່ງມີບົດບາດສຳຄັນ ຊຶ່ງໃນປີ 2024 ຜ່ານມາຜົນຜະລິດຂອງກຸ່ມ ແລະ ສະຫະກອນ ມີເຂົ້າເປືອກ 9,302 ໂຕນ ແລະ ພືດຜັກລວມ 19,902 ໂຕນ.

 

 

ການສ້າງຕັ້ງກຸ່ມ ແລະ ສະຫະກອນ ແມ່ນເພື່ອແນໃສ່ເຕົ້າໂຮມກຳລັງການຜະລິດ ໃຫ້ເປັນກຳລັງແຮງ ແກ່ການຜະລິດເປັນສິນຄ້າ (ຮ່ວມກັນຊື້ກົນຈັກ, ຮ່ວມກັນຊື້ປັດໄຈການຜະລິດ, ຮ່ວມກັນຜະລິດ, ຮ່ວມກັນຂາຍຜົນຜະລິດ) ເພື່ອແນໃສ່ເພີ່ມປະລິມານ ແລະ ຄຸນນະພາບໃຫ້ຜົນຜະລິດ; ມີຄວາມສະດວກຕໍ່ການສົ່ງເສີມຈາກພາກສ່ວນຕ່າງໆ (ການສະໜອງທຶນ, ການສະໜອງກົນຈັກ, ການສະໜອງເຕັກນິກ) ແລະ ຊາວກະສິກອນ ມີໂອກາດໃນການແລກປ່ຽນບົດຮຽນໃນການຜະລິດ, ມີກຸ່ມ ແລະ ສະຫະກອນຕົວແບບ ທີ່ຈຸດສາທິດ ແລະ ແລກປ່ຽນຮຽນຮູ້; ກຸ່ມ ແລະ ສະຫະກອນ ມີກຳລັງແຮງໃນການກຳນົດລາຄາສິນຄ້າ, ມີກຳລັງແຮງໃນການເຮັດການຜະລິດ ແລະ ເຮັດສັນຍາຜູກພັນສອງສົ້ນ; ສ້າງຄວາມໝັ້ນໃຈໃຫ້ຜູ້ປະກອບການ, ໂຮງງານປຸ່ງແຕ່ງໃນການຊື້-ຂາຍຜົນຜະລິດ ແລະ ສ້າງລາຍຮັບທີ່ໝັ້ນຄົງແກ່ຊາວກະສິກອນ; ເພື່ອເປັນການສ້າງພື້ນຖານເສດຖະກິດຂັ້ນທ້ອງຖິ່ນໃຫ້ເຂັ້ມແຂງ; ກໍ່ໃຫ້ເກີດມີຄວາມສາມັກຄີ, ການຊ່ວຍເຫຼືອກຊຶ່ງກັນ ແລະ ກັນ ເຮັດໃຫ້ສັງຄົມມີຄວາມສະຫງົບ.

ໃນໄລຍະຜ່ານມາ, ລັດຖະບານ ກໍໄດ້ມີບັນດານິຕິກຳ ທີ່ເປັນເຄື່ອງມືການສ້າງຕັ້ງກຸ່ມ ແລະ ສະຫະກອນ ເປັນຕົ້ນແມ່ນກົດໝາຍວ່າດ້ວຍຫະກະກອນ. ດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ; ດຳລັດວ່າດ້ວຍການຜະລິດກະສິກຳແບບມີສັນຍາຜູກພັນ; ຄູ່ມືແນະນໍາການຈັດຕັ້ງປະຕິບັດວຽກງານກຸ່ມ ແລະ ສະຫະກອນກະສິກຳ ຊຶ່ງຜົນສຳເລັດໃນການຈັດຕັ້ງກຳລັງການຜະລິດ ເຮັດໃຫ້ປັດຈຸບັນທົ່ວປະເທດ ມີຈໍານວນກຸ່ມຜະລິດກະສິກຳ ທັງໝົດ 4,193 ກຸ່ມ ແລະ ສະຫະກອນກະສິກຳ 36 ແຫ່ງ. ໃນນີ້, ລັດເຮົາກໍໄດ້ເອົາໃຈໃສ່ໃນການກໍ່ສ້າງ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກຸ່ມ ແລະ ສະຫະກອນ ຊຶ່ງໃນກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນມັງກອນຜ່ານມານີ້ ກໍໄດ້ໃຫ້ຮູ້ວ່າ ປີຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ກໍຄືພາກສ່ວນກ່ຽວຂ້ອງໄດ້ຝຶກອົບຮົບໃຫ້ກຸ່ມ ແລະ ສະຫະກອນ ໄດ້ທັງໝົດ 35 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1,205 ເທື່ອຄົນ ແລະ ເປັນເພດຍິງ 506 ເທື່ອຄົນ; ພ້ອມກັນນັ້ນ, ຍັງໄດ້ຈັດຕັ້ງເຜີຍແຜ່ນິຕິກຳ ແລະ ເອກະສານຕ່າງໆ ກ່ຽວກັບການສົ່ງເສີມການສ້າງຕັ້ງກຸ່ມ, ສະຫະກອນ ແລະ ກອງທຶນ ໄດ້ 11 ຄັ້ງ ມີຜູ້ເຂົ້າຮ່ວມ 500 ເທື່ອຄົນ ແລະ ເປັນເພດຍິງ 210 ເທື່ອຄົນ. ສະເພາະປີ 2024 ຜ່ານມາ, ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ມອບທຶນ 1,187,000 ໂດລາ (ທຶນຊື້ກົນຈັກ ແລະ ເປັນກອງທຶນ) ໃຫ້ 53 ກຸ່ມການຜະລິດກະສິກຳໃນແຂວງຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ສາລະວັນ ແລະ ແຂວງເຊກອງ ເພື່ອເປັນທຶນໝູນວຽນຂອງກຸ່ມ ແລະ ທຶນດັ່ງກ່າວນັ້ນ ແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ. ປັດຈຸບັນ, ມີ 58 ກຸ່ມ ໃນ 56 ບ້ານ 19 ເມືອງ ໃນ 6 ແຂວງ (13 ກຸ່ມໃນແຂວງຄໍາມ່ວນ, 11 ກຸ່ມໃນແຂວງສະຫວັນະເຂດ, 11 ກຸ່ມໃນແຂວງສາລະວັນ, 7 ກຸ່ມໃນແຂວງຈໍາປາສັກ, 11 ກຸ່ມໃນແຂວງເຊກອງ ແລະ 5 ກຸ່ມໃນນະຄອນຫຼວງວຽງຈັນ) ທີ່ເຮັດການຜະລິດແບບມີສັນຍາຜູກພັນ ກັບຜູ້ປະກອບການ.

ເຖິງຢ່າງໃດກໍຕາມ, ການຈັດຕັ້ງກຳລັງການຜະລິດ ກໍຄືກຸ່ມ ແລະ ສະຫະກອນ ກໍຍັງມີບາງດ້ານທີ່ເປັນຂໍ້ຄົງຄ້າງ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ໂດຍສະເພາະແມ່ນກົມສົ່ງເສີມກະສິກຳ ແລະ ສະຫະກອນ ກໍໄດ້ມີບາງມາດຕະການແກ້ໄຂ ເປັນຕົ້ນແມ່ນການກວດຄືນກຸ່ມ ແລະ ສະຫະກອນ ເພື່ອແຍກໃຫ້ເຫັນສາເຫດ ກຸ່ມທີ່ເຂັ້ມແຂງ, ກຸ່ມປານກາງ ແລະ ກຸ່ມບໍ່ເຂັ້ມແຂງ ເພື່ອເສີມຂະຫຍາຍບົດຮຽນຂອງກຸ່ມທີ່ເຂັ້ມແຂງ, ປັບປຸງດ້ານອ່ອນຂອງກຸ່ມປານກາງ ແລະ ບໍ່ເຂັ້ມແຂງ ທັງນີ້ກໍເພື່ອສ້າງໃຫ້ກຸ່ມ ແລະ ສະຫະກອນ ການຜະລິດກະສິກຳ ເປັນກຳລັງແຮງໃຫ້ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສະໜອງພາຍໃນ ແລະ ຕ່າງປະເທດ.

(ພາບປະກອບຈາກສະຫະກອນ ທ່າຊ້າງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ