ຜູ້ອຳນວຍການໃຫຍ່ CMG ສົ່ງຄຳອວຍພອນປີໃໝ່ເຖິງຜູ້ຊົມ ແລະ ຜູ້ຟັງ

ຜູ້ອຳນວຍການໃຫຍ່ CMG ສົ່ງຄຳອວຍພອນປີໃໝ່ເຖິງຜູ້ຊົມ ແລະ ຜູ້ຟັງ
ໃນວັນທີ 1 ມັງກອນ 2024, ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງ ຈີນ ຫຼື CMG ໄດ້ກ່າວຄຳອວຍພອນປີໃໝ່ ຄ.ສ 2024 ເຖິງຜູ້ຊົມ ແລະ ຜູ້ຟັງຜ່ານທາງໂທລະ ພາບສາກົນຈີນ ຫຼື CGTN, ວິທະຍຸສາກົນແຫ່ງປະເທດຈີນ ແລະ ອິນເຕີເນັດ ຊຶ່ງເນື້ອໃນບົດ ອວຍພອນປີໃໝ່ລະບຸວ່າ:
ເພື່ອນມິດທີ່ຮັກແພງທັງຫຼາຍ:
ເມື່ອຕ້ອນຮັບແສງຕາເວັນທຳອິດຂອງປີໃໝ່, ພວກເຮົາໄດ້ເຂົ້າສູ່ປີ 2024 ທີ່ເຕັມໄປ ດ້ວຍຄວາມຫວັງ. ຂ້າພະເຈົ້າຂໍສົ່ງຄຳອວຍພອນຈາກນະຄອນຫຼວງປັກກິ່ງ ສປ ຈີນ ເຖິງ ທຸກໆທ່ານ.
ໃນປີ 2023 ທີ່ຫາກໍຜ່ານພົ້ນໄປ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນໄດ້ສະເໜີ ອອກ ຄົບຮອບ 10 ປີ, ໃນໄລຍະ 10 ປີທີ່ມີຄວາມຈະເລີນ ແລະ ເຕັມໄປດ້ວຍຜົນງານ, ຈີນ ແລະ ໂລກໄດ້ເກາະແຂນກັນກ້າວໄປຂ້າງໜ້າ. ບົນເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງ ສາຍນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສືບຕໍ່ຊຸກຍູ້ການແລກປ່ຽນລະຫວ່າງ ອະລິຍະທຳຕ່າງໆ, ໄດ້ບັນທຶກສິ່ງທີ່ດີງາມ ແລະ ເລື່ອງລາວທີ່ປະທັບໃຈເປັນຈຳນວນ ຫຼວງຫຼາຍຜ່ານບົດຄວາມ ແລະ ພາບວິດີໂອ.
ໃນປີຜ່ານມານີ້, CMG ໄດ້ຊຸກຍູ້ການປະດິດສ້າງໃໝ່ແບບ “ຈິນຕະນາການ+ ສິລະປະ+ ເຕັກນິກ” ກ້າວຂຶ້ນສູ່ລະດັບໃໝ່ອີກຄັ້ງໜຶ່ງ. ຟີມສາລະຄະດີເລື່ອງ “ຄຳບູຮານທີ່ ທ່ານ ສີຈິ້ນຜິງ ມັກ (ພາກທີ 2)” ສະບັບຫຼາຍພາສາໄດ້ອອກອາກາດຢູ່ 80 ກວ່າປະເທດໃນໂລກ. ຟີມສາລະຄະດີ “ວັດທະນະທຳປະຫວັດສາດເມືອງບູຮານຈີນ” , “ຄົ້ນຫາບູຮານຄະດີຈີນ”, “ການພົບ ປະ ແລະ ວິໄຈອະລິຍະທຳ”, “ຊອກຮູ້ຈີນດ້ວຍການຄົ້ນຄວ້າປຶ້ມບູຮານທີ່ເຮັດດ້ວຍໄມ້” ແລະ ລາຍການວັດທະນະທຳດີເດັ່ນຈຳນວນຫຼວງຫຼາຍໄດ້ສືບຕໍ່ສະແດງໃຫ້ເຫັນເຖິງຄວາມສະຫງ່າລາສີຂອງອະລິຍະທຳຈີນກໍຄືຂອງໂລກ. ການຖ່າຍທອດງານມະຫາກຳກິລາເອຊຽນເກມຫາງ ໂຈ່ວຂອງ CMG ໄດ້ເຂົ້າເຖິງຜູ້ຊົມ 41,4 ຕື້ເທື່ອຄົນ, ໄດ້ບັນທຶກຄວາມກະຕືລືລົ້ນ ແລະ ຄວາມໃຝ່ຝັນດ້ວຍການສ້າງສະຖິຕິດີທີ່ສຸດໃນປະຫວັດສາດ.
ໃນປີຜ່ານມານີ້, ເພື່ອນມິດຂອງ CMG ມີຄວາມກະຕືລືລົ້ນຫຼາຍ. ເພື່ອນມິດເກົ່າມາ ຢ້ຽມຢາມຕາມການນັດໝາຍ, ເພື່ອນມິດໃໝ່ກໍນັບມື້ນັບຫຼາຍຂຶ້ນ. ໃນປີຜ່ານມາ, CMG ໄດ້ເຊັນສັນຍາການຮ່ວມມື 58 ສະບັບກັບສື່ມວນຊົນສາກົນ, ໄດ້ຈັດກອງປະຊຸມເວທີເປິກສາ ຫາລືການປະດິດສ້າງໃໝ່ດ້ານສື່ມວນຊົນໂລກຄັ້ງທີ 2, ກອງປະຊຸມເວທີເປິກສາຫາລືການ ຮ່ວມມືສື່ມວນຊົນຄູ່ຮ່ວມອາຊຽນ, ກອງປະຊຸມເວທີເປິກສາຫາລືການຮ່ວມມືສື່ມວນຊົນ ຄູ່ຮ່ວມ ອາຟຣິກາ. ໄດ້ຈັດກິດຈະກຳສື່ມວນຊົນທົ່ວໂລກ “ຄວາມທັນສະໄໝແບບຈີນກັບໂລກ” 51 ຄັ້ງ, ຈັດງານວາງສະແດງສັນຈອນທົ່ວໂລກ “ການເດີນທາງເພື່ອສຳຜັດກັບອະລິຍະທຳ” 8 ເທື່ອ, ຮ່ວມກັບເພື່ອນມິດປະເທດຕ່າງໆວາດພາບຄວາມສວຍງາມແບບທັນສະໄໝຂອງໂລກ ແບບການພັດທະນາໂດຍສັນຕິ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ໂລກໃນປັດຈຸບັນຍັງບໍ່ມີຄວາມສະຫງົບ, ຕ້ອງການສັນຕິພາບ, ການພັດທະນາ, ການ ຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ສຸດ! ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນ ວ່າ: ມີເພື່ອນມິດສາກົນນັບມື້ນັບຫຼາຍຂຶ້ນພວມເຂົ້າໃຈ ເຫັນດີ ແລະ ສະໜັບສະໜູນແນວຄິດ ແລະ ຈຸດຢືນຂອງຈີນ. ໃນໄລຍະຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດ ຖະກິດອາຊີປາຊີຟິກ ຫຼື APEC, ພວກຂ້າພະເຈົ້າໄດ້ຈັດງານສົນທະນາມິດຕະພາບ ແລະ ແລກ ປ່ຽນວັດທະນະທຳຈີນ-ອາເມຣິກາຢູ່ນະຄອນຊານຟຣານຊິສໂກອາເມຣິກາ ໂດຍໄດ້ຮັບ ສຽງຕອບຮັບຢ່າງຟົດຟື້ນ. ທ່ານຮາຣີ ໂມເຢ ນັກຮົບເກົ່າທີ່ມີອາຍຸ 100 ກວ່າປີຂອງກອງທັບ ອາກາດອາສາສະໝັກຊ່ວຍເຫຼືອຈີນຂອງອາເມຣິກາ ຫຼື ກອງເສືອບິນໄດ້ເຂົ້າຮ່ວມກິດຈະກຳ. ທ່ານຮາຣີບອກຂ້າພະເຈົ້າວ່າ: ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີອອກນັ້ນໄດ້ເວົ້າເຖິງສຽງຢູ່ໃນໃຈຂອງຄົນທັງຫຼາຍ. ຫຼັງຈາກກັບຄືນສູ່ປະເທດຈີນແລ້ວ, ຂ້າພະເຈົ້າໄດ້ຮັບໂປສກາດ, ຮູບຈຳລອງໜ່ວຍໂລກ ແລະ ເຄື່ອງເອ້ນ້ອຍໆທີ່ເຮັດໂດຍພວກເດັກນ້ອຍຂອງໂຮງຮຽນມັດຖະຍົມລິນຄອນ. ເມື່ອໄດ້ເຫັນ ຂອງຝາກທີ່ໜ້າຮັກເຫຼົ່ານີ້, ຂ້າພະເຈົ້າສຳຜັດໄດ້ເຖິງຄວາມມຸ່ງຫວັງຕໍ່ສັນຕິພາບ, ມິດຕະພາບ ແລະຮ່ວມກັນຊົມໃຊ້ຄວາມດີງາມຂອງພວກເດັກນ້ອຍ.
ໃນຖານະເປັນກຸ່ມສື່ມວນຊົນສັງລວມທີ່ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກປັດຈຸບັນ, ວິທະຍຸ ໂທລະພາບສູນກາງຈີນໄດ້ສ້າງຕັ້ງຂຶ້ນຄົບຮອບ 5 ປີແລ້ວ, ໄດ້ຜ່ານຂະບວນການສູ້ຊົນຈາກ ການເປັນສິ່ງໃໝ່ອ່ຽມກາຍມາເປັນກຸ່ມສື່ມວນຊົນທີ່ມີຜົນສຳເລັດຫຼາຍສົມຄວນ. ປີ 2023 ຜ່ານມານີ້, ພວກຂ້າພະເຈົ້າໄດ້ເຮັດສຳເລັດການສ້າງຕັ້ງສະຖານີປະຈຳຕ່າງປະເທດແຫ່ງທີ 191, ໄດ້ສ້າງເຄືອຂ່າຍໂຄສະນາຢູ່ 67 ປະເທດແລະເຂດແຄວ້ນໃນໂລກ, ຜູ້ຊົມໂທລະພາບ ສາກົນຈີນ ຫຼື CGTN ແມ່ນມີຫຼາຍກວ່າ 700 ລ້ານຄົນເປັນຄັ້ງທຳອິດ, ພວກຂ້າພະເຈົ້າ ໄດ້ກາຍເປັນແຫຼ່ງເຜີຍແຜ່ຂ່າວໄວທີ່ສຸດຫຼາຍຄັ້ງໃນການລາຍງານຂ່າວສຳຄັນໃນສາກົນ. ໃນ ຂະບວນການສ້າງສື່ມວນຊົນຫຼັກແບບໃໝ່ອັນດັບໜຶ່ງຢູ່ໃນໂລກ, ພວກຂ້າພະເຈົ້າຈະສືບຕໍ່ເລັ່ງ ຄວາມໄວເພື່ອບັນລຸເປົ້າໝາຍທີ່ທຸກໆລາຍການລ້ວນແຕ່ເປັນລາຍການທີ່ດີເລີດ.
ເພື່ອນມິດທີ່ຮັກແພງທຸກທ່ານ, ປີ 2024 ແມ່ນປີມັງກອນຕາມຈັນທະຄະຕິຈີນ. ມັງ ກອນແມ່ນສັດນຳໂຊກໃນເທບນິຍາຍທີ່ເປັນສັນຍາລັກສິລິມຸງຄຸນຕາມອະລິຍະທຳຈີນ, ເປັນ ຕົວແທນແຫ່ງຈິດໃຈທີ່ເຕົ້າໂຮມກຳລັງແຮງ, ສ້າງຜົນປະໂຫຍດໃຫ້ທຸກສິ່ງຢ່າງ, ສະແຫວງ ຫາສິ່ງທີ່ຄືກັນ ສະຫງວນສິ່ງທີ່ແຕກຕ່າງກັນ, ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ປະຊາຊົນຈີນທີ່ພວມບຸກບືນສູ້ຊົນໃນຂະບວນການໃໝ່ຈະຕ້ອນຮັບວັນສະຖາປະນາ ສປ ຈີນ ຄົບຮອບ 75 ປີໃນປີມັງກອນ. ວິທະຍຸໂທລະພາບສູນກາງຈີນຈະນຳສະເໜີເລື່ອງລາວຂອງ ຈີນ ແລະ ເລື່ອງລາວຂອງໂລກທີ່ໜ້າປະທັບໃຈຫຼາຍກວ່າເກົ່າຕໍ່ທົ່ວໂລກດ້ວຍຈິດໃຈທີ່ຫ້າວຫັນ ແລະ ມີຊີວິດຊີວາ ເພື່ອຂຽນໜ້າປະຫວັດສາດອະລິຍະທຳຂອງມວນມະນຸດໃນຍຸກໃໝ່, ຮ່ວມ ກັນຕ້ອນຮັບລະດູບານໃໝ່ອີກຄັ້ງໜຶ່ງ!
ໃນໂອກາດນີ້, ຂໍອວຍພອນໃຫ້ທຸກທ່ານໂຊກດີປີໃໝ່ !
ໂດຍ: ຊີອາໄອ
 

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ