ຜູ້ອໍານວຍການໃຫຍ່ ຂປລ ເນັ້ນສື່ມວນຊົນລາວຕ້ອງຫັນປ່ຽນຢ່າງຕັ້ງໜ້າໃຫ້ທັນຍຸກສະໄໝ

ຜູ້ອໍານວຍການໃຫຍ່ ຂປລ ເນັ້ນສື່ມວນຊົນລາວຕ້ອງຫັນປ່ຽນຢ່າງຕັ້ງໜ້າໃຫ້ທັນຍຸກສະໄໝ

ຜູ້ອໍານວຍການໃຫຍ່ ຂປລ ເນັ້ນສື່ມວນຊົນລາວຕ້ອງຫັນປ່ຽນຢ່າງຕັ້ງໜ້າໃຫ້ທັນຍຸກສະໄໝ
ສື່ມວນຊົນລາວໃນຍຸກປັດຈຸບັນຕ້ອງໄດ້ຫັນປ່ຽນຢ່າງຕັ້ງໜ້າຈາກສື່ເດີມສູ່ຍຸກໃໝ່ໃຫ້ທັນຕາມຍຸກສະໄໝ ເປັນຕົ້ນຕ້ອງຮູ້ນໍາໃຊ້ເຕັກໂນໂລຊີ, ເຕັກນິກທີ່ທັນສະໄໝ, ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ຮູ້ປັບຕົວເຂົ້າກັບສື່ສັງຄົມອອນລາຍຕ່າງໆ ເພື່ອເຮັດໃຫ້ພາລະບົດບາດ ກໍຄືການປະຕິບັດໜ້າທີ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ທັນການ. ເພື່ອໃຫ້ສົມກັບຄໍາເວົ້າຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ທີ່ວ່າ: “ສື່ມວນຊົນແມ່ນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ທີ່ມັກຄວາມຈິງ, ຜູ້ຍິງຖືກຕ້ອງ”.

 

 

ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026 ໃກ້ຈະມາເຖິງນີ້, ທ່ານ ວັນນະສິນ ສິມມາວົງ ຜູ້ອຳນວຍການໃຫຍ່ ສໍານັກຂ່າວສານປະເທດລາວ (ຂປລ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 11 ສິງຫາ ຜ່ານມານີ້ ທີ່ສໍານັກງານຂ່າວສານປະເທດລາວ ໂດຍໄດ້ຍົກໃຫ້ການເຕີບໃຫຍ່ຂະຫຍາຍຕົວ ແລະ ບົດບາດ ຂອງສື່ມວນຊົນລາວ ຕະຫຼອດໄລຍະ 76 ປີ ຜ່ານມາຈົນເຖິງຍຸກດີຈີຕອນໃນປັດຈຸບັນ. ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນແມ່ນມີຄວາມໂດດເດັ່ນໃນແຕ່ລະໄລຍະໂດຍສະເພາະດ້ານວັດຖຸ-ອຸປະກອນ ແລະ ເຕັກນິກວິຊາການ. ຈາກທີ່ໃນອະດີດອຸປະກອນ ຍັງມີຄວາມຈໍາກັດ ແລະ ການຜະລິດ, ເຜີຍແຜ່ຂ່າວສານມີຄວາມຫຍຸ້ງຍາກ ຊຶ່ງມາຮອດປັດຈຸບັນວິທະຍາສາດ-ເຕັກໂນໂລຊີ ໄດ້ພັດທະນາຢ່າງວ່ອງໄວ ສົ່ງຜົນໃຫ້ວຽກງານສື່ມວນຊົນໄດ້ມີການພັດທະນາ ສາມາດຜະລິດ, ສົ່ງຂ່າວ ແລະ ການກະຈາຍຂໍ້ມູນຂ່າວສານມີຄວາມສະດວກ, ວ່ອງໄວ ແລະ ກວ້າງຂວາງ. ນອກຈາກນີ້ ສື່ມວນຊົນລາວຍັງເປັນອົງປະກອບທີ່ສຳຄັນໃນຂະບວນການພັດທະນາສັງຄົມ ແລະ ປະເທດຊາດໂດຍເປັນສື່ກາງໃນການສະໜອງຂ່າວສານ, ສ່ອງແສງບັນຫາຕ່າງໆຂອງສັງຄົມ, ຊີ້ແຈງໃຫ້ປະຊາຊົນຮັບຮູ້ຂໍ້ເທັດຈິງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ. ຄວບຄູ່ກັບການປ່ຽນແປງດ້ານເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ ສື່ມວນຊົນລາວຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆຢ່າງຖືກຕ້ອງ, ເປັນເວທີ ລະຫວ່າງອົງການບໍລິຫານ, ການປົກຄອງກັບປະຊາຊົນ ພ້ອມທັງຊຸກຍູ້ ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດ. ສື່ມວນຊົນໄດ້ກາຍເປັນອາວຸດອັນແຫຼມຄົມຂອງພັກ, ເປັນກະບອກສຽງໃຫ້ພັກ, ລັດ ແລະ ປະຊາຊົນ, ເປັນເວທີ ສົ່ງເສີມລະບອບປະຊາທິປະໄຕ.

ທ່ານ ວັນນະສິນ ສິມມາວົງ ໄດ້ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຕາມທິດ “ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”, ໃນຊຸມປີຕໍ່ໜ້ານີ້, ຄອສພ ຕ້ອງຕັດສິນໃຈສືບຕໍ່ພັດທະນາວຽກງານສື່ມວນຊົນ, ເພີ່ມທະວີບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ ແລະ ສັງຄົມ, ຕ້ອງຖືເອົາການກໍ່ສ້າງພັກເປັນປັດໄຈຕັດສິນ ໂດຍສ້າງໃຫ້ການຈັດຕັ້ງພັກ ໃນບັນດາອົງການສື່ມວນຊົນທຸກຂັ້ນ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງຄວາມເຂັ້ມແຂງ ໃຫ້ກົງຈັກການຈັດຕັ້ງຂອງສື່ມວນຊົນ ທີ່ຢູ່ໃນບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງນະຫາຊົນ ແລະ ສັງຄົມ ໃຫ້ສາມາດຈັດຕັ້ງປະຕິບັດພາລະບົດບາດ ຂອງຕົນຢ່າງໜັກແໜ້ນ ເພື່ອຮັບປະກັນໃຫ້ໄດ້ 4ລັກສະນະອັນສັກສິດຂອງສື່ມວນຊົນປະຕິວັດຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້. ສື່ມວນຊົນຕ້ອງເປັນກະບອກສຽງທີ່ຊົງພະລັງໃນການເຄື່ອນໄຫວໂຄສະນາ, ປຸກລະດົມ, ເຕົ້າໂຮມຄວາມສາມັກ, ຍົກສູງຈິດໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ເພິ່ງຕົນເອງ.

ໂອກາດວັນທີ່ຄວາມໝາຍສໍາຄັນນີ້, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວຍັງສະແດງຄວາມຮູ້ບຸນຄຸນຕໍ່ການນໍາພັກ-ລັດ ໂດຍສະເພາະຄະນະໂຄສະນາອົບຮົບສູນກາງພັກທີ່ໄດ້ໃຫ້ການຊີ້ນໍາ-ນໍາພາ ຢ່າງໃກ້ຊິດ ເຮັດໃຫ້ວຽກງານຂ່າວສານໄດ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຂໍອວຍພອນໄຊອັນປະເສີດໃຫ້ການນໍາພັກ-ລັດ ກໍຄືຄະນະນໍາ ຄອສພ ຈົ່ງມີສຸຂະພາບພາລະນາໄມແຂງແຮງ ສືບຕໍ່ຊີ້ນໍາ-ນໍາພາວຽກງານສື່ມວນຊົນ ກໍຄືຂ່າວສານໃຫ້ດີຂຶ້ນເປັນກ້າວໆ ແລະ ຂໍອວຍພອນໄຊອັນປະເສີດໃຫ້ນັກຮົບສື່ມວນຊົນທຸກທົ່ວໜ້າຈົ່ງມີສຸຂະພາບເຂັ້ມແຂງແຂງແຮງ ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີປະສົບຜົນສໍາເລັດທຸກປະການ ແລະ ທັນຍຸກທັນສະໄໝຂຶ້ນເປັນກ້າວໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຮ່ວມກັບ ອົງການພຸດທະສາສະໜາສັມພັນລາວ ( ອພສ ) ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມວຽກງານຄຸ້ມຄອງເອກະສານຂຶ້ນລະຫວ່າງວັນທີ 14 – 18 ກັນຍາ 2026 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງທ່າແຂກ , ໂດຍການເປັນປະທານ ພະອາຈານ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ທັງເປັນຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນລາວ, ພະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງຄໍາມ່ວນ,ທ່ານ ແກ້ວວິໄລ ໄຊຍະບຸດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ , ທ່ານ ລາຕີ ພິມມະຈັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຄະນະ ອພສ ແຂວງບໍລິໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ, ຄະນະບໍລິຫານງານ ອພສ ແຂວງຄໍາມ່ວນ , ຄະນະ ອພສ ເມືອງ 10 ຕົວເມືອງ, ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ .
ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເພື່ອເປັນການອໍານວຍຄວາມສະດວກໃນການສັນຈອນໄປ-ມາ ໃຫ້ຜູ້ແທນທີ່ເດີນທາງເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ(ນວ) ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ນໍາກຳລັງລົງປະຈຳການຢູ່ຈຸດຕ່າງໆ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ.
ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

​ ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນ ເຕັມໄປດ້ວຍຄວາມສ່ຽງ ແລະ ຄວາມທ້າທາຍ ແຕ່ທ່ານ ນາງ ເພັງຈັນ ສີປະເສີດ ພະນັກງານແພດສະໜາມປະຈຳໜ່ວຍງານ AC1 ໄດ້ອຸທິດຕົນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ນັບແຕ່ປີ 1999 ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອຄວາມປອດໄພຊີວິດການເປັນຂອງຢູ່ປະຊາຊົນພາຍໃນແຂວງຫຼວງພະບາງ.
ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

​ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຄໍາຖາມວ່າ: ການຈັດກອງປະຊຸມຄັ້ງນີ້, ທາງການລາວຢາກຝາກຄຳຮຽກຮ້ອງຫຍັງສູ່ປະຊາຄົມໂລກ?.
ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ໃນໄລຍະຜ່ານມາ, ເມືອງກະລຶມ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຕິດພັນກັບການປັບປຸງ, ຟື້ນຟູ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາຊຸມຊົນ ແລະ ລະບົບຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກການດໍາລົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ.
ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ສະ​ຫາຍ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະກຳມະການປົກຄອງ44 ຕາແສງທົ່ວແຂວງຄໍາມ່ວນ, ໃນ​ວັນ​ທີ 14 ກັນ​ຍາ​ນີ້ ທີ່ ສະ​ໂມ​ສອນຫຼັກ 4 ໂດຍມີສະ​ຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີການນໍາຂອງແຂວງ, ການນໍາຂອງເມືອງ ແລະ ຄະນະກຳປະການປົກຄອງຕາແສງໃນທົ່ວແຂວງເຂົ້າຮ່ວມ.
ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ເພີ່ມເຕີມ