ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກຊຸດໃໝ່

ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກຊຸດໃໝ່

ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກຊຸດໃໝ່
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ VIII ໄດ້ອັດລົງໃນຕອນບ່າຍວັນທີ່ 25 ມີນານີ້ ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ຊຶ່ງໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາແຕ່ລະບັນຫາ ຢ່າງມີປະຊາທິປະໄຕ

ແລະ ດຳເນີນໄປຢ່າງຖືກຕ້ອງຕາມບາດກ້າວ, ຂັ້ນຕອນ ສອດຄ່ອງຕາມມະຕິ, ຄຳສັ່ງ, ກົດລະບຽບຂອງພັກ. ໃນນັ້ນ, ໄດ້ເຫັນດີເອກະພາບ ຮັບຮອງເອົາເນື້ອໃນບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2020-2025 ແລະ ແຕ່ນີ້ຮອດປີ 2029, ຮັບຮອງເອົາບົດສຳຫຼວດ ການນຳພາລວມຄະນະບໍລິຫານພັກນະຄອນ ສະໄໝທີ VII ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ການນໍາພາ-ຊີ້ນຳ ໃນໄລຍະ 5 ປີຜ່ານມາ, ທັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງລວມ, ທິດທາງແຜນການຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ແຕ່ປີ 2025-2029 ໂດຍຈະສຸມໃສ່ ຍົກສູງຄວາມມາດ, ຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ຂອງຄະນະພັກໃນແຕ່ລະຂັ້ນ ເປັນແກນນຳໃນທຸກຂົງເຂດວຽກງານ ຕາມທິດສ້າງການຫັນປ່ຽນຢ່າງແຮງແຮງ, ເລິກເຊິ່ງ ແລະ ຮອບດ້ານເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເສີມຂະຫຍາຍຄວາມສາມັກຄີປອງດອງ ໃຫ້ເປັນປຶກແຜ່ນແໜ້ນໜາ, ຕັ້ງໜ້າຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການປົກປັກຮັກສາ ແລະ ພັດທະນານະຄອນ ຫຼວງພະບາງ ຕາມທີດສີຂຽວ-ຍືນຍົງ, ສຸມທຸກກຳລັງແຮງ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ-ໝັ້ນທ່ຽງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເພື່ອສ້າງພື້ນຖານອັນໜັກແໜ້ນ ກາຍເປັນນະຄອນທັນສະໄໝ ຫຼື ອັດສະລິຍະ ໃຫ້ເປັນຮູບປະທຳ. ຮັບປະກັນໃຫ້ນະຄອນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ ໃຫ້ບັນລຸ 8.5% ລວມຍອດລາຍຮັບ ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 52 ລ້ານກວ່າກີບ ຫຼື ເທົ່າກັບ 2,520 ໂດລາຕໍ່ຄົນຕໍ່ປີ, ຮັບປະກັນໃຫ້ສາມາດກຸ້ມຕົນເອງທາງດ້ານງົບປະມານ ແລະ ມີສ່ວນແຮໄວ້ເພື່ອລົງທຶນ, ຮັບປະກັນ ໃຫ້ການພັດທະນາລະບົບການສຶກສາ ຕາມ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາ, ປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນ, ຍົກສູງຄຸນນະພາບການບໍລິການດ້ານສາທາລະນະສຸກໃຫ້ທົ່ວເຖິງ, ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ອານຸລັກຮັກສາມໍລະດົກໂລກ ໃຫ້ຄົງຄຸນຄ່າ-ຍືນຍົງ, ພັດທະນາການທ່ອງທ່ຽວ ຍົກສູງຄຸນນະພາບໃຫ້ສູງຂຶ້ນ. ຕັ້ງໜ້າຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງຕໍ່ເນື່ອງ-ແຂງແຮງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການຊຸກຍູ້ວຽກງານ ສາມສ້າງຫັນເຂົ້າສູ່ລວງເລິກ ແລະ ມີຜົນສຳເລັດເປັນຮູບປະທຳ. ຍົກສູງບົດບາດອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມໜັກ ແໜ້ນ-ເຂັ້ມແຂງ ຮັບປະກັນໃຫ້ທົ່ວສັງຄົມ ມີຄວາມສາມັກຄີປອງດອງເປັນປຶກແຜ່ນ-ແໜ້ນໜາ, ການພົວພັນ-ຮ່ວມມືກັບຕ່າງປະເທດ ເປັນຕົ້ນ ບັນດານະຄອນ, ປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງສາກົນ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນສູງ.

ໃນກອງປະຊຸມ ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກນະຄອນ ຫຼວງພະບາງ ຊຸດທີ່ VIII ຈໍານວນ 27 ສະຫາຍ ຍີງ 5 ສະຫາຍ ແລະ ປ່ອນບັດເລືອກເອົາ ຜູ້ແທນສົມບູນ-ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຊຸດທີ່ IX, ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາຄະນະປະຈໍາພັກ ຈຳນວນ 9 ສະຫາຍ, ຍີງ 1 ສະຫາຍ. ໃນນັ້ນ, ໄດ້ເລືອກເອົາ ສະຫາຍ ສໍານານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກນະຄອນ, ສະຫາຍ ວິໄລທອງ ມະນີວອນ ແລະ ສະຫາຍ ສະເຫວີຍ ສີລາວັນ ເປັນຮອງເລຂາຄະນະບໍລິຫານງານພັກນະຄອນ, ສະຫາຍ ວີເຮີ ເຊ່ຍໄມ ເປັນປະທານຄະນະກວດກາພັກນະຄອນ.

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນອິດທິພົນ)

ຄໍາເຫັນ

ຂ່າວການເມືອງ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 7 ມັງກອນ ນີ້ ທີ່ຫ້ອງປະຊຸມ ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ພາກອນ ແກ້ວມະນີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ຂຶ້ນໃນວັນທີ 5 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ