ຜູ້ຊ່ຽວຊານເຕືອນ AI ອາດຈະເຮັດໃຫ້ການຈ້າງງານໃນອິນເດຍຫຼຸດລົງ

ຜູ້ຊ່ຽວຊານເຕືອນ AI ອາດຈະເຮັດໃຫ້ການຈ້າງງານໃນອິນເດຍຫຼຸດລົງ

ຜູ້ຊ່ຽວຊານເຕືອນ AI ອາດຈະເຮັດໃຫ້ການຈ້າງງານໃນອິນເດຍຫຼຸດລົງ
ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກຸມພາ ຜ່ານມາວ່າ: ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມ AI Impact Summit ຊຶ່ງຈັດຂຶ້ນທີ່ນະຄອນຫຼວງນິວເດລີ ປະເທດອິນເດຍ ໃນວັນທີ 16 ກຸມພາຜ່ານມາ ໄດ້ເຕືອນວ່າ, ການຂະຫຍາຍຕົວຢ່າງໄວວາຂອງປັນຍາປະດິດ (AI) ອາດຈະເຮັດໃຫ້ການເຕີບໂຕຂອງການຈ້າງງານໃນປະເທດອິນເດຍຊ້າລົງ ຖ້າຫາກອິນເດຍບໍ່ເລັ່ງຍົກລະດັບທັກສະແຮງງານໃຫ້ທັນກັບເຕັກໂນໂລຊີໃໝ່.

 

ຄວາມກັງວົນເຫຼົ່ານີ້ເພີ່ມຂຶ້ນຫຼັງຈາກ Anthropic, ບໍລິສັດ AI ທີ່ຕັ້ງຢູ່ສະຫະລັດ ອາເມຣິກາ ໄດ້ແນະນຳເຄື່ອງມືສຳລັບອົງການຂອງຕົນໃນທ້າຍເດືອນທີ່ຜ່ານມາ ຊຶ່ງສາມາດເຮັດວຽກອັດຕະໂນມັດໄດ້ຕັ້ງແຕ່ການຂຽນໂປຣແກຣມໄປຈົນເຖິງດ້ານການຕະຫຼາດ. ສະຖານະການນີ້ໄດ້ສົ່ງຜົນກະທົບຕໍ່ຕະຫຼາດຫຸ້ນ IT ຂອງອິນເດຍ; ໂດຍໃນໄລຍະເຄິ່ງທຳອິດຂອງເດືອນກຸມພາ, ຮຸ້ນ TCS ຫຼຸດລົງເກືອບ 15%, ຫຸ້ນ Infosys ຫຼຸດລົງປະມານ 17%, ແລະ HCL Technologies ຫຼຸດລົງ 13%.

ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ: ການຫົດຕົວຂອງການຈ້າງງານຈະສົ່ງຜົນກະທົບຕໍ່ການບໍລິໂພກພາຍໃນປະເທດ ຊຶ່ງກວມເອົາເກືອບ 60% ຂອງ GDP ອິນເດຍ ແລະ ອາດຈະເຮັດໃຫ້ເສດຖະກິດຫຼຸດລົງ, ລວມທັງກະທົບເປົ້າໝາຍຂອງລັດຖະບານທີ່ຕ້ອງການພັດທະນາອິນເດຍໃຫ້ເປັນປະເທດທີ່ພັດທະນາແລ້ວພາຍໃນປີ 2047.

ທ່ານ ວິນິດ ນາຍາຣ ຜູ້ກໍ່ຕັ້ງມູນນິທິ Sampark ແລະ ອະດີດ CEO ຂອງ HCL ກ່າວວ່າ: ອິນເດຍ, ມີຄວາມສ່ຽງໃນຖານະທີ່ເປັນສູນກາງສະໜັບສະໜູນທຸລະກິດຂອງໂລກ, ຖ້າຫາກບໍ່ປັບຕົວເຂົ້າກັບພາລະບົດບາດໃໝ່ ອາດຈະປະເຊີນກັບບັນຫາທັກສະທີ່ລ້າສະໄໝຈຳນວນຫຼວງຫຼາຍ ແລະ ອາດມີຊາວໜຸ່ມຈຳນວນຫຼາຍບໍ່ສາມາດຊອກຫາວຽກເຮັດງານທຳໄດ້.

ຂະແໜງທຸລະກິດຕ່າງໆກຳລັງນໍາໃຊ້ AI ຢ່າງຈິງຈັງ. ໂດຍ Bajaj Finance ເປີດເຜີຍວ່າ: ບໍລິສັດນໍາໃຊ້ AI ເພື່ອວິເຄາະການສົນທະນາກັບລູກຄ້າຫຼາຍກວ່າ 500,000 ຄົນ ແລະ ສາມາດນໍາຂໍ້ມູນທີ່ໄດ້ຮັບເພື່ອສົ່ງຂໍ້ສະເໜີທາງດ້ານການເງິນ 100,000 ຄັ້ງ ແລະ ຈ່າຍເງິນກູ້ມູນຄ່າປະມານ 16 ຕື້ຣູປີລະຫວ່າງເດືອນຕຸລາ ແລະ ເດືອນທັນວາຜ່ານມາຜ່ານສູນບໍລິການທີ່ໃຊ້ AI. ອີກທັງຍັງໃຊ້ AI ເພື່ອຜະລິດວິດີໂອ ແລະ ປ້າຍໂຄສະນາການຕະຫຼາດທັງໝົດ.

ດັ່ງນັ້ນ, ກຸນແຈສໍາຄັນແມ່ນການກະກຽມກໍາລັງແຮງງານໃຫ້ພ້ອມ. ຜູ້ຊ່ຽວຊານຍອມຮັບວ່າລະບົບການສຶກສາບໍ່ໄດ້ພັດທະນາທັກສະໃໝ່ເຫຼົ່ານີ້ຢ່າງພຽງພໍ. ທ່ານ ນາຍາຣ ເຊື່ອວ່າທັກສະການແກ້ໄຂບັນຫາຄວນໄດ້ຮັບການປູກຝັງເພື່ອໃຫ້ຊາວໜຸ່ມສາມາດຮັບມືກັບ AI ໄດ້.

ໃນປີນີ້, ອິນເດຍໄດ້ເປີດໂຄງການພັດທະນາທັກສະ AI ແຫ່ງຊາດ, ໂດຍມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໜຶ່ງລ້ານຄົນພາຍໃນໜຶ່ງປີ. ໂດຍປະຕິບັດຕາມນະໂຍບາຍຂອງປີກາຍທີ່ກຳນົດໃຫ້ສອນ AI ແກ່ເດັກນ້ອຍອາຍຸ 8 ປີຂຶ້ນໄປ, ເລີ່ມຕົ້ນໃນກາງປີການສຶກສາ 2026, ໂດຍຂະຫຍາຍອາຍຸຈາກ 11-17 ປີ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ສຳລັບເມືອງໜານຊາງ ຊຶ່ງເປັນເຂດທີ່ບໍ່ມີທາງອອກສູ່ທະເລ ໃນແຂວງຈຽງຊີ ທາງພາກຕາເວັນອອກຂອງ ສປ ຈີນ, ການສ້າງເຄືອຂ່າຍການຂົນສົ່ງທີ່ເປີດກວ້າງທີ່ແຜ່ລາມໄປທົ່ວພາກກາງຂອງຈີນ ແລະ ເຊື່ອມຕໍ່ກັບໂລກພາຍນອກແມ່ນກຸນແຈສຳຄັນສູ່ການພັດທະນາທີ່ຂັບເຄື່ອນດ້ວຍການເປີດກວ້າງ.
ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ວິທະຍຸໂທລະພາບສູນກາງ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຂະນະທີ່ອົງການອຸຕຸນິຍົມໂລກຫຼື WMO ໄດ້ເຜີຍແຜ່ບົດລາຍງານສະພາບອາກາດຕາມລະດູການທົ່ວໂລກປະຈຳເດືອນສະບັບຫຼ້າສຸດ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ກຳລັງຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານໃຫຍ່ອົງການຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໂດຍໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການເພື່ອຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ ຊຶ່ງເກີດຈາກປາກົດການແອວນີໂຢ.
ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າ, ການລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ໃນປັດຈຸບັນກາຍເປັນການລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງກົງໂກ, ໂດຍມີຜູ້ຕິດເຊື້ອ Bundibuyo ທີ່ຢືນຢັນແລ້ວ 3,605 ຄົນ, ລວມທັງຜູ້ເສຍຊີວິດ 1,587 ຄົນ ຊຶ່ງຄິດເປັນອັດຕາການຕາຍ 44%. ສູງກວ່າການລະບາດທີ່ໃຫຍ່ທີ່ສຸດກ່ອນໜ້ານີ້ໃນລະຫວ່າງປີ 2018- 2020 ຊຶ່ງມີ 3,317 ຄົນ.
ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ສິງຫາ ຜ່ານມາວ່າ: ກົມສະຖິຕິຂອງມາເລເຊຍຄາດຄະເນວ່າປະຊາກອນຂອງມາເລເຊຍ ຈະບັນລຸ 34.4 ລ້ານຄົນໃນປີ 2026, ເພີ່ມຂຶ້ນຈາກ 34.2 ລ້ານຄົນໃນປີ 2025 ຊຶ່ງຄິດເປັນອັດຕາການເຕີບໂຕປະຈຳປີ 0.5%.
6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸເຖິງ 5,500 ຕື້ຢວນ, ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ເສດຖະກິດທາງທະເລໄດ້ພັດທະນາຢ່າງໝັ້ນຄົງ ແລະ ມີທ່າອຽງການພັດທະນາທີ່ດີ.
ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ນະຄອນຫຼວງມະນີລາ ປະເທດຟີລິບປິນ, ມີແຜນທີ່ຈະນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອຄາດຄະເນນໍ້າຖ້ວມລ່ວງໜ້າໄດ້ເຖິງ 2 ຊົ່ວໂມງ. ໂດຍລະບົບດັ່ງກ່າວຈະໃຊ້ໂດຣນທີ່ໃຊ້ພະລັງງານ AI ແລະ ເຕັກໂນໂລຊີການສ້າງແຜນທີ່ 3D ເພື່ອວິເຄາະປະລິມານນໍ້າຝົນ, ປະລິມານນໍ້າ ແລະ ລະດັບຄວາມສູງຂອງແຜ່ນດິນ ເພື່ອລະບຸພື້ນທີ່ທີ່ສ່ຽງນໍ້າຖ້ວມ.
7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ຫຼາຍສັນຍານທີ່ຕັ້ງໜ້າຈາກການຜະລິດອຸດສາຫະກຳ, ສົ່ງອອກ-ນຳເຂົ້າ, ບໍລິໂພກ ແລະ ດຶງດູດການລົງທຶນ.
Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Samsung Electronics, ຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກຈາກ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 30 ກໍລະກົດ ຜ່ານມາວ່າ, ບໍລິສັດ ຈະເລີ່ມກໍ່ສ້າງໂຮງງານຜະລິດເຊມິຄອນດັກເຕີແຫ່ງທີສອງ ຫຼື Taylor Fab 2 ໃນເມືອງເທເລີ ລັດເທັກຊັສ ສະຫະລັດອາເມຣິກາ ໃນທ້າຍປີນີ້.
ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ສຳນັກຂ່າວສານຊິນຮວາຍລາຍງານໃນວັນທີ 28 ກໍລະກົດ ຜ່ານມາວ່າ: ປະເທດມາເລເຊຍໄດ້ເປີດໂຄງການສົ່ງເສີມການຈ້າງງານພາຍໃຕ້ໂຄງການການເງິນເພື່ອສັງຄົມ iTEKAD ເພື່ອຊ່ວຍເຫຼືອປະຊາຊົນຈາກກຸ່ມທີ່ມີຄວາມສ່ຽງໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ລາຍໄດ້ທີ່ຍືນຍົງ.
Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Microsoft ໄດ້ປະກາດຫວ່າງມໍ່ໆມານີ້ວ່າ: ບໍລິສັດມີລາຍໄດ້ 90 ຕື້ໂດລາໃນໄຕມາດທີ 4 ຂອງປີງົບປະມານ 2026 (ສິ້ນສຸດວັນທີ 30 ມິຖຸນາ), ເພີ່ມຂຶ້ນ 18% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ເພີ່ມເຕີມ