ເພື່ອສະໜອງແນວພັນພືດ ໃຫ້ພຽງພໍແກ່ການຜະລິດ ລັດໄດ້ມີນະໂຍບາຍປັດໄຈການຜະລິດ

ເພື່ອສະໜອງແນວພັນພືດ ໃຫ້ພຽງພໍແກ່ການຜະລິດ ລັດໄດ້ມີນະໂຍບາຍປັດໄຈການຜະລິດ
ໂດຍ: ສ.ບຸດປະຊາ
    ນະໂຍບາຍຂໍ້ທີ 2 ໃນເນື້ອໃນຂອງນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ ແມ່ນນະໂຍບາຍປັດໄຈການຜະລິດ ຊຶ່ງລັດຖະບານໄດ້ຜັນຂະຫຍາຍມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸງຍາກດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບກະຊວງກະສິກຳ ແລະ ປ່າໄມ້ ໃຫ້ເປັນຮູບປະທໍາ ໂດຍນະໂຍບາຍປັດໄຈການຜະລິດ ກໍແມ່ນເພື່ອພັດທະນາ ແລະ ຄົ້ນຄວ້າແນວພັນພືດໃໝ່ ໃຫ້ສາມາດຕອບສະໜອງ ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການຜະລິດພືດ ຢ່າງພຽງພໍ.
    ນະໂຍບາຍດັ່ງກ່າວ, ກໍຍັງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການນໍາເຂົ້າ, ຈໍາໜ່າຍ ແລະ ການນໍາໃຊ້ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ໃຫ້ຖືກຕ້ອງຕາມລະບຽບການ ແລະ ເພື່ອປັບປຸງລະບົບການສະໜອງແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ໃຫ້ມີຄຸນນະພາບ, ລາຄາທີ່ເໝາະສົມ ແລະ ພຽງພໍກັບຄວາມຕ້ອງການຂອງຊາວກະສິກອນ ແລະ ຜູ້ປະກອບການ ໄດ້ຢ່າງທົ່ວເຖິງ, ທັນເວລາ ແລະ ມີສ່ວນແຮໄວ້ໃນເວລາເກີດໄພທໍາມະຊາດ. ພ້ອມນີ້, ກໍເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງ ກໍຄືສະພາບທີ່ແນວພັນພືດຫຼາຍຊະນິດ ແມ່ນຍັງບໍ່ທັນໄດ້ຄົ້ນຄວ້າ ແລະ ພັດທະນາຢ່າງຄົບຊຸດ, ບໍ່ທັນມີແນວພັນພືດ ທີ່ດີ, ມີຄຸນນະພາບ ສະໜອງໃຫ້ສັງຄົມໄດ້ພຽງພໍກັບຄວາມຕ້ອງການ ແລະ ສ່ວນໃຫຍ່ແມ່ນອາໄສນໍາເຂົ້າຈາກຕ່າງປະເທດ,ການສະໜອງຝຸ່ນ, ຊະນິດສູດຝຸ່ນເຄມີ, ຊີວະພາບ ແລະ ອົງຄະທາດ ຂອງບັນດາໂຮງງານຕ່າງໆ ຢູ່ພາຍໃນປະເທດ ຍັງບໍ່ທັນໄດ້ມາດຕະຖານ, ຮັບປະກັນ ແລະ ສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງການຊົມໃຊ້ຂອງຊາວກະສິກອນ ແລະ ບັນດາຜູ້ປະກອບການທີ່ຜະລິດພືດສະບຽງອາຫານ, ຜະລິດພືດສິນຄ້າ ແລະ ອາໄສນໍາເຂົ້າຈາກຕ່າງປະເທດເປັນສ່ວນຫຼາຍ.
ນອກຈາກນີ້, ກໍເພື່ອແກ້ໄຂບັນຫາທີ່ບໍ່ທັນມີໂຮງງານຜະລິດຢາປາບສັດຕູພືດ, ຢາບປາບສັດຕູພືດສ່ວນຫຼາຍແມ່ນນໍາເຂົ້າຈາກຕ່າງປະເທດ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງສັດຕູພືດ ໃຫ້ທ່ວງທັນກັບສະພາບການ,ການຄຸ້ມຄອງການນໍາເຂົ້າ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ຍັງບໍ່ທັນໄດ້ດີ ແລະ ຍັງມີການລັກລອບນໍາເຂົ້າ ບໍ່ຖືກຕາມລະບຽບຫຼັກການທີ່ກົດໝາຍວາງອອກ;ພ້ອມທັງແກ້ໄຂບັນຫາຫ້ອງວິໄຈ ແລະ ກວດກາຄຸນນະພາບ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ທີ່ຍັງບໍ່ໄດ້ຮັບການພັດທະນາ ຕາມຄວາມຮຽກຮ້ອງຕ້ອງການ ແລະ ບັນຫາລາຄາຝຸ່ນທີ່ຜະລິດພາຍໃນ ຕົ້ນທຶນການຜະລິດຂ້ອນຂ້າງສູງ ແລະ ຝຸ່ນທີ່ນໍາເຂົ້າຈາກຕ່າງປະເທດມີລາຄາສູງ.
ເພື່ອຈະເຮັດໄດ້ແນວນັ້ນ, ລັດຖະບານເຮົາ ໄດ້ມີນະໂຍບາຍ ໂດຍສະໜັບສະໜູນ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ, ສ້າງ ແລະ ດໍາເນີນທຸລະກິດດ້ານໂຮງງານຜະລິດຝຸ່ນຊີວະພາບ ແລະ ຝຸ່ນອົງຄະທາດ ດ້ວຍການໃຫ້ນະໂຍບາຍຍົກເວັ້ນພາສີ, ອາກອນໃນການນໍາເຂົ້າວັດຖຸອຸປະກອນ ທີ່ກ່ຽວຂ້ອງກັບການສ້າງພື້ນຖານໂຄງລ່າງຂອງໂຮງງານຜະລິດຝຸ່ນ,ພ້ອມນີ້, ກໍຊຸກຍູ້, ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ລົງທຶນໃສ່ໂຄງລ່າງພື້ນຖານໃນການຄົ້ນຄວ້າເຕັກນິກ, ທົດສອບ, ວິໄຈຄຸນນະພາບ ແລະ ມາດຕະຖານແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ, ປັບປຸງ, ຍົກລະດັບສູນ, ສະຖານີ ທີ່ເປັນບ່ອນຜະລິດ ແລະ ສະໜອງແນວພັນພືດໃຫ້ຊາວກະສິກອນ ແລະ ຜູ້ປະກອບການ.ນອກນັ້ນ, ຍັງຍົກເວັ້ນພາສີ ສໍາລັບການນໍາເຂົ້າແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ທີ່ບໍ່ມີລັກສະນະການຄ້າ ຫຼື ບໍ່ສາມາດຜະລິດພາຍໃນໄດ້ ເພື່ອຕອບສະໜອງການຜະລິດ, ການສຶກສາ, ຄົ້ນຄວ້າທົດລອງ ແລະ ແກ້ໄຂຈາກຜົນກະທົບໄພພິບັດ,ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ພັດທະນາເຄື່ອງມືວິໄຈທີ່ຈໍາເປັນສໍາລັບການທົດສອບ, ວິໄຈ, ການກວດກາຄຸນນະພາບເມັດພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ